ເມືອງຟອງດ່ຽນ,ນະຄອນເກີນເທີ,ກໍ່ສ້າງຊົນນະບົດໃໝ່ຢ່າງໝັ້ນຄົງ

(vovworld) - ​ເມືອງ ຟອງ​ດຽນ, ນະຄອນ ​ເກີນ​ເທີ ຫາ​ກໍ່​ໄດ້ຮັບ​ການ​ຮັບຮອງ​ຈາກ​ ນາຍົກລັດຖະມົນຕີ​ວ່າ​​ແມ່ນ​​ເມືອງບັນລຸ​ມາດ​ຖານ​ຊົນນະບົດ​ໃໝ່. ພາຍຫຼັງ 5 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໂສມ​ໜ້າ​ຊົນນະບົ​ດຂອງ​ເມືອງ ຟອງ​ດຽນ ນັບ​ມື້​ນັບ​ຈະ​ເລີ​ນເຕີບ​ໂຕ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໄດ້​ຮັບ​ການ​ປັບປຸງ​ຢ່າງ​ຈະ​ແຈ້ງ. ບົດ​ຂຽນ “​ເມືອງ ຟອງ​ດຽນ, ນະຄ​ອນ ​ເກີນ​ເທີ, ກໍ່​ສ້າ​ງຊົນນະບົດ​ໃໝ່​ຢ່າງໝັ້ນຄົງ” ຂອງ ຟານ​​ແອ​ງ, ນັກ​ຂ່າວ VOV.
ເມືອງຟອງດ່ຽນ,ນະຄອນເກີນເທີ,ກໍ່ສ້າງຊົນນະບົດໃໝ່ຢ່າງໝັ້ນຄົງ - ảnh 1
ພິທີຮັບໃບຢັ້ງຢືນເປັນເມືອງຊົນນະບົດໃໝ່

        ຟອງ​ດ່ຽນ ​ແມ່ນ​ເມືອງຊົນນະ​ບົດ​ໃໝ່​ທຳ​ອິດ​ຢູ່​ແຂວງ ​ເກີນ​ເທີ ​ແລະ ​ແມ່ນ​ທ້ອງ​ຖິ່ນ​ທີ 2 ຂອງ​ເຂດ​ທົ່ງ​ພຽງ​ແມ່​ນຳ້ຂອງ, ຖັດຈາກ​ເທດ​ສະບາ​ນ ຫງາ​​ໄບ, ​ແຂວງ ​ເຫົ້າຢາງ, ບັນລຸ​ມາດຖານ​ຊົນນະບົດ​ໃໝ່. ຈາກ​ເມືອງ​ໜຶ່ງ​ຢູ່ຊານ​ນະຄອນ​ທີ່​ທຸກ​ຍາກ, ພື້ນຖານ​ໂຄງ​ລ່າງ​ບໍ່​ ພັດທະນາ​ຢ່າງ​ຄົບ​ຊຸດ, ​ເສດຖະກິດ​ອີງ​ໃສ່​​​ການ​ຜະລິດ​ກະສິກຳ​ເປັນ​ຕົ້ນ, ​ແຕ່​ດ້ວຍ​ບັນດາ​ຄວາມ​ມານະ​ພະຍາຍາມ, ​ເປັນ​ຈິດ​ໜຶ່ງ​ໃຈ​ດຽວ​ຂອງ​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ໄດ້​​ເຮັດ​ໃຫ້​​ເຂດ​ຊົນນະບົດ​ຟອງ​ດ່ຽນ ມີ​ໂສ​ມໜ້າ​ໃໝ່. ຟອງ​ດ່ຽນ ​ໄດ້​ເລືອກ​ເຟັ້ນວິທີ​ການ​ລົງທຶນ​ພື້ນຖານ​ໂຄງ​ລ່າງ​ເຂດ​ຊົນນະບົດ​ເທື່ອ​ລະ​ກ້າວ, ສຸມ​ໃສ່​ກໍ່ສ້າງ​ຄົມມະນາຄົມ​ຊົນນະບົດ ​ແລະ ຊົນລະ​ປະທານ​ຢ່າງ​ຄົບ​ຊຸດ​ສ້າງ​ເງື່ອນ​ໄຂ​ໃຫ້​ປະຊາຊົນ​ພັດທະນາ​ການ​ຜະລິດ. ນອກ​ນັ້ນ, ​ເມືອງ​ກໍ່​ຫັນປ່ຽນ​ໂຄງ​ປະກອບ​ການ​ຜະລິດ​ໃນ​ເນື້ອ​ທ່ີ​ດິນ​ປູກ​ເຂົ້າ​ນຳ​ມາ​ເຊິ່ງປະສິດທິ​ຜົນ​ຕຳ່ ​ມາ​ປູກ​ຕົ້ນ​ໄມ້​ປະ​ເພ​ດອື່ນໆ​ຄື: ພືດ, ຕົ້ນ​ໄມ້​ປະດັບ, ລ້ຽງ​ປູກ​ສິນ​ໃນ​ນຳ້​ຕິ​ດພັນ​ກັບ​ການທ່ອງທ່ຽວ​ເຮືອນ​ສວນ, ທ່ອງທ່ຽວ​ຊີວະ​ພາບ… ມາ​ຮອດ​ຈຸດ​ເວລາ​ນີ້, ​ໂສມ​ໜ້າ​ຊົນນະບົດ​ຂອງ​ເມືອງ​ໄດ້​ມີ​ການ​ປ່ຽນ​ແປງ​ຢ່າງ​ເຫັນ​ໄດ້​ຊັດ. ມີ​​ໂຮງຮຽນ​, ສຸກສາລາ​ຫຼາຍ​ແຫ່ງ​ໄດ້​ຮັບ​ການ​ກໍ່ສ້າງ​ໃໝ່. ​ບັນດາເສັ້ນທາງ​​ເປັນ​ຕົມ​ຍາມ​ລະດູຝົນ​​ໃນ​ເມື່ອ​ກ່ອນປະຈຸ​ບັນ​​ໄດ້ຮັບ​ການ​ປູ​ຢາງ, ​ເບ​ຕົງ ​ແລະ ບັນດາຂົວ​ຊົ່ວ​ຍາວ​ໄດ້​​ໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ເບ​ຕົງ. ປະຈຸ​ບັນ, ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ໃນ​ບໍລິ​ເວນ​ເມືອງ​ບັນລຸ 35 ລ້ານດົ່ງ/ຄົນ/ປີ, ​ເພີ່ມ​ຂຶ້ນ 14 ລ້ານ​ດົ່ງ​ເມື່ອ​ທຽບ​ໃສ່​ປີ 2011. ທ່ານ​ນາງ ຮ່ວາງ​ທິ​ເຟືອງ, ຕາ​​ແສງ ​ເຍີ​ນອ໋າຍ, ​ເມືອງ ຟອງ​ດຽນ, ​​ໄດ້​ແບ່ງປັນ​ວ່າ:

        “ປະຈຸ​ບັນ,​ ​ເສັ້ນທາງ​ໄປ​ມາກໍ່​ສະ​ດວກສະບາຍ, ດອກ​ໄມ​້​ທີ່ປູກ​ຕາມ 2 ຟາກ​ທາງກໍ່ສວຍ​ງາມທີ່​ສຸດ. ພໍ່​ແມ່​ປະຊາຊົນ​ໃນ​ບໍລິ​ເວນ​ເມືອງ​ໃຜໆ​ກໍ່​ເບີກບາ​ນມ່ວນ​ຊື່ນ.”

        ພ້ອມ​ກັບ​ການ​ຜັນ​ຂະຫຍາຍ​ຫຼາຍ​ມາດ​ຕະການ​ຢ່າງ​ຄົບ​ຊຸດ, ​ເມືອງ ຟອງ​ດ່ຽນ ກໍ່​ຍູ້​ແຮງ​ວຽກ​ງານ​​ໂຄສະນາ​ເຜີຍ​ແຜ່​ເພື່​ອ​ໃຫ້​ປະຊາຊົນ​ເຫັນ​​ແຈ້ງ​ບົດບາ​ດ​ເປັນ​ເຈົ້າ​ ​ແລະ ຜົນ​ປະ​ໂຫຍ​ດອັນ​ແທ​ດຈິງຂອງ​ປະຊາຊົນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ດັ່ງ​ນັ້ນ, ຂະ​ບ​ວນການ​ຮ່ວມ​ແຮງ​ຮ່ວມ​ໃຈ​ກໍ່ສ​້າງຊົນນະບົດ​ໃໝ່​ໄດ້​ແຜ່​ຂະຫຍາຍ​ເຖິງ​ປະຊາຊົນ​ແຕ່ລະຄົນ​ຢ່າງ​ແທ​້ຈິງ ​ແລະ ລະດົມ​ຫຼາຍ​ແຫຼ່ງກຳລັງ​ພ້ອມ​ກັນ​ເຮັດ. 5 ປີຜ່ານມາ, ​ເມືອງ ຟອງ​ດ່ຽນ ລະດົມ​​ແຫຼ່ງທຶນໄດ້ 1.800 ຕື້​ດົ່ງ​ໃຫ້​ແກ່​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ໃນ​ນັ້ນ, ປະຊາຊົນ​ປະກອບ​ຈຳນວນ​ເງິນ​ເກືອບ 260 ຕື້​ດົ່ງ ​ແລະ ​ແຫຼ່ງ​ເງິນ​ຈາກ​ສັງຄົມ​ແມ່ນ​ເກືອບ 200 ຕື້​ດົ່ງ. ທ່ານ ຫງວຽນ​ວັນ​ສື, ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ ຟອງ​ດ່ຽນ, ​ໃຫ້​ຮູ້​ວ່າ:

        “ຜົນສຳ​ເລັດ​ນີ້​ພຽງ​ແຕ່ແມ່ນ​ຜົນງານ​ໃນ​ເບື້ອງ​ຕົ້ນ​ເທົ່າ​ນັ້ນ, ພວກ​ຂ້າພະ​ເຈົ້າ​ຍັງ​ບໍ່​ທັນ​​ເພິ່ງ​ພໍ​ໃຈ​ເທື່ອ ຫາກ​ຍັງຕ້ອງ​ມີ​ຄວາມຕັດສິນ​ໃຈ​ສູງ​ກ່ວາ​ອີກເພື່ອ​ຮັກສາ, ກຳ​ແໜ້ນ​ນາມມະຍົດ​ແມ່ນ​ເມືອງ​ຊົນນະບົດ​​ໃໝ່. ​ໃນ​ໄລຍະ​ຈະ​ມາ​ເຖິງ, ​ເມືອງ​ສືບ​ຕໍ່ຍົກ​ລະດັບ​ການ​ສ້ອມ​ແປງ, ລົງທຶນ​ກໍ່ສ້າງ​ໃໝ່​ລະບົບ​ພື້ນຖານ​ໂຄງ​ລ່າງ​ຂັ້ນ​ຮາ​ກຖານ, ສືບ​ຕໍ່​ຊີ້​ນຳ​ຂະ​ແໜງກະສິກຳ​ແນະນຳ​ໃຫ້​ປະຊາຊົນ​ຫັນປ່ຽນ​ໂຄງ​ປະກອບ​ການ​ຜະລິດ​ຕາມ​​ການ​ຮ່ວມ​ສຳ​ພັນ​ເພື່ອ​ຍົກ​ສູງ​ລາຍ​ຮັບ​ໃຫ້​ແກ່​ປະຊາຊົນ.”

ເມືອງຟອງດ່ຽນ,ນະຄອນເກີນເທີ,ກໍ່ສ້າງຊົນນະບົດໃໝ່ຢ່າງໝັ້ນຄົງ - ảnh 2

ທາງຄົມມະນາຄົມໄດ້ປູຢາງຢ່າງງາມຕາ

        ​ເພື່ອ​ຮັກສາ​ນາມມະຍົດ​ເມືອງ​ຊົນນະບົດ​ໃໝ່ ​ແລະ ຮັບປະກັນ​ຄຸນ​ນະພາ​ບ, ປະສິດທິ​ຜົນ​ຂອງ​ໂຄງການນັ້ນ, ​ເມືອງ ​ຟອງ​ດຽນ ຈະ​ສືບ​ຕໍ່​ສຸມ​ໃສ່​ພັດທະນາ​ຊີວິດ​ການ​ເປັນ​ຢູ່​ຂ​ອງປະຊາຊົນ, ຍູ້​ແຮງ​ວຽກ​ງານ​ໂຄສະນາ​ເຜີຍ​ແຜ່​ກ່ວາ​ອີກ, ສ​້າງຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນໝູ່​ປະຊາຊົນ. ຄຽງ​ຄູ່​ກັນ​ນັ້ນ, ນະ​ຄອນຈະ​ສືບ​ຕໍ່​ສົມທົບ​ກັບ​ທ້ອງ​ຖິ່ນ​ສຸ​ມ​ໃສ່​ຜັນ​ຂະຫຍາຍ​ການ​ສະຖິຕິ, ກວດກາຄືນ​ລະດັບ​ປະຕິບັດ​ສຳ​ເລັ​ດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ໃນ​ການ​ກໍ່ສ້າງ​ຊົນນະບົດ​​ໃໝ່​ຂອງ​ແຕ່​ລະ​ຕາ​ແສງ, ​ເພື່ອ​ມີ​ບັນດາ​ການ​ໜູນ​ຊ່ວຍ, ມາດ​ຕະການ​ເໝາ​ະສົມ​​ແນ​ໃສ່ຮັກສາ​ບັນ​ດາ​ມາດ​ຕະຖານ​ຢ່າງ​ໝັ້ນຄົງ. ທ່ານ ​ເລ​ວັນ​ເຕີມ, ຮອງ​ປະທານ​ຄະນະ​ກຳມ​ະການ​ປະຊາຊົນນະຄອນ ​ເກີນ​ເທີ, ​ເນັ້ນ​ໜັກ​ວ່າ: ຜົນສຳ​ເລັດ​ຂອງ​ເມືອງ ຟອງ​ດຽນ ​ແມ່ນ​ພື້ນຖານ​, ປະຖົມ​ປັດ​ໄຈ​ເພື່ອ​ໃຫ້​ນະຄອນ ​ເກີນ​ເທີ ສືບ​ຕໍ່​ບັນລຸ​ໄດ້​ບັນດາ​ໝາ​ກຜົນ​ສູງ​ກ່ວາ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່.

        “ນອກຈາກ​ການລະ​ດົມ​ກຳລັງ​ເພື່ອ​ສຸມ​ໃສ່​ກໍ່ສ້າງ​​ເມືອງ ຟອງ​ດ່ຽນ ກາຍ​ເປັນ​ເມືອງ​ຊົນນະບົດ​ໃໝ່​ນັ້ນ, ນະຄອນ​ເກ​ີນ​ເທີ​ພວກ​ຂ້າພະ​ເຈົ້າ​ຍັງ​ມີ​ຄວາມ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ທ່າ​ແຮງ​ຂອງ ຟອງ​ດ່ຽນ ​ແມ່ນ​ເຂດ​ຊີວະ​ພາບ​ດ້ວຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃຫ້​ແກ່​ການ​ພັດ​ທະ​ນາ​ການທ່ອງທ່ຽວ. ພວກ​ຂ້າພະ​ເຈົ້າ​ຈະ​ມີ​ແຜນການ​ລົງທຶນ​ກໍ່ສ້າງ​​ແຫ່ງນີ້​​ໃຫ້ເປັນ​ເຂດ​ທ່ອງ​ທ່ຽວ​ຊີວະ​ພາບ​ທັດສະນີ​ຍະ​ພາບ, ການທ່ອງທ່ຽວ​ປະຊາ​ຄົມ.”

        ​ເລື່ອງ​ເມືອງ ຟອງ​ດ່ຽນ ບັນລຸ​ມາດຖານ​ຊົນນະບົດ​ໃໝ່ ຈະ​ແມ່ນ​ກຳລັງ​ໜູນ​​ເພື່ອ​ໃຫ້​ເມືອງ​ສືບ​ຕໍ່​ປັບປຸງ​ກ່ຽວ​ກັບ​​ໂຄງ​ປະກອບ​ໂຄງ​ລ່າງ, ຫັນປ່ຽນ​ໂຄງ​ປະກອບ​ການ​ຜະລິດ. ​ໄລຍະ​ຈະ​ມາ​ເຖິງ, ​ເມືອງ​ສືບ​ຕໍ່​ລະດົມ​ແຫຼ່ງກຳລັງ​ຕື່ມ​ອີກ​ເພື່ອ​ພັດທະນາ​​ເຂດ​ຊົນນະບົດ​ແບບ​ຍືນ​ຍົງ, ສຸມ​ໃສ່​ຍົກ​ສູງ​ຊີວິດ​ທາງ​ດ້ານ​ວັດ​ຖຸ, ຈິດ​ໃຈ​ໃຫ້​ແກ່​ປະຊາຊົນ​ໃນ​ຊຸມ​ປີ​ຕໍ່ໆ​ໄປ.


ຕອບກັບ

ຂ່າວ/ບົດ​ອື່ນ