ເມືອງເກາະໂກໂຕບັນລຸມາດຖານຊົນນະບົດໃໝ່

(vovworld) ພາຍຫຼັງ 5 ປີ​ແຫ່ງ​ການ​ຜັນ​ຂະຫຍາ​ຍ​ໂຄງການ​ຈຸດໝາຍ​​ແຫ່ງ​ຊາດ​ກ່ຽວ​ກັບ​ການກໍ່ສ້າງ​ຊົນນະບົດ​​ໃໝ່, ​ໂສມ​ໜ້າ​ເຂດ​ຊົນນະ​ບົດ​ເມືອງ​ເກາະ ​ໂກ​ໂຕ, ​ແຂວງ ກວາງ​ນີງ ​ໄດ້​ມີ​ການ​ປ່ຽນ​ແປງ​ພໍ​ສົມຄວນ. ທ່ານ​ນາຍົກລັດຖະມົນຕີ ຫາກໍ່​ຮັບຮອງ​ເມືອງ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່ ​ແລະ ກາຍ​​ເປັນ​ເມືອງ​ເກາະ​ແຫ່ງ​ທຳ​ອິດ​ຂອງ​ທົ່ວ​ປະ​ເທດ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່. ນັກ​ຂ່າວ ຟ້າ​ມຟອງ ມີ​ບົດ​ຂຽນ: ​ເມືອງ​ເກາະ ​ໂກ​ໂຕ ບັນລຸ​ມາດຖານ​ຊົນນະບົດ​ໃໝ່. ​
ເມືອງເກາະໂກໂຕບັນລຸມາດຖານຊົນນະບົດໃໝ່ - ảnh 1
ທະເລ ໂກໂຕ (ພາບຈາກອີນເຕີເນັດ)

        ກ່ອນ​ນີ້​ພຽງ 5 ປີ​ເທົ່ານັ້ນ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ເມືອງ​ເກາະ ​ໂກ​ໂຕ, ຂຶ້ນ​ກັບ​​ແຂວງ ກວາ​ງນີງ ຂາດ​ແຄນ​ຫຼາ​ຍຢ່າງ​ຄື: ຂາດ​ໄຟ​ຟ້າ, ຂາດ​ນ້ຳ​ຈືດ, ທາງຄົມມະນາຄົມ​ໄປມາກໍ່​ຫຍຸ້ງຍາກ… ​ໄລຍະ​ປະຈຸ​ບັນ, ພາບ​ພົດ​ເມືອງ​ເກາະ ​ໂກ​ໂຕ ​ໄດ້​ມີ​ການປ່ຽນ​ແປງ​ດ້ວຍ​ເສັ້ນທາງ​ປູ​ຢາງ​ທີ່ຮາບ​ພຽງ, ນ້ຳ​ສະອາດ​ໄດ້​ທົ່ວ​ເຖິງ​ແຕ່ລະ​ຄອບຄົວ, ​ໄຟຟ້າ​ໄດ້​ທົ່ວ​ເຖິງ​ແຕ່ລະ​ແຫ່ງ, ​​ເຮືອນຕຶກ​ຫຼາຍ​ຊັ້ນໄດ້​ຮັບ​ການກໍ່ສ້າງ​​ເປັນ​ຈຳນວນ​ຫຼວງຫຼາ​ຍ​ດ້ວຍ​ບັນດາ​ການບໍ​ລິ​ການ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ຢ່າງ​ຄົບ​ຖ້ວນ. ທ່ານ ​ດ່ວານ​ດືກບົ່ງ, ອາຍຸ 76 ປີ, ຢູ່​ເຂດ 1, ​ເທດສະບານ​ໂກ​ໂຕ ​ໃຫ້​ຮູ້​ວ່າ: ພໍ່​ແມ່​ປະຊາຊົນ​ຢູ່​ທ້ອງ​ຖິ່ນ, ​ໃຜໆ​ກໍ່​ກຽມພ້ອມ​ເຂົ້າ​ຮ່ວມ​​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຜູ້​ປະກອບ​ເຫ່ືອ​ແຮງ, ຜູ້​ປະກອບ​ເງິນ​ຄຳ​ດ້ວຍ​ຄວາມ​ປາດ​ຖະໜາ​ຢາກ​ປັບປຸງ​ໂສມ​ໜ້າ​ບ້ານ​ເກີດ​ເມືອງ​ນອນ:

        “ຂ້າພະ​ເຈົ້າ​ດຳລົງ​ຊີວ​ິ​ດຢູ່​ແຫ່ງ​ນີ້ 40 ປີ​ແລ້ວ, ກ່ອນ​ນີ້, ປະຊາຊົນ​ຍັງ​ທຸກ​ຍາກ​ຫຼາຍ, ບໍ່​ມີ​ທາງ​ປູຢາງ​ຈັກ​​ແມັດ​ເລີຍ. ປະຈຸ​ບັນ, ມີ​​ໄຟ​ຟ້າ, ​ເສັ້ນທາງ​ດ້ວຍ​ເບ​ຕົງ​ກໍ່​ຂະຫຍາຍ​ໄປ​ຍັງ​ແຕ່ລະ​ຮ່ອມ​ບ້ານ. ນອກຈາກ​ນັ້ນ, ປະ​ຈຸບ​ັນຍັງ​ມີ​ໂຮງຮຽນບັນລຸ​ມາດຕະຖານ​​ແຫ່ງ​ຊາດອີກ. ກ່ອນ​ນີ້, 2 ຕາ​ແສງ​ຈຶ່ງ​ມີ​ສຸກສາລາ​​ແຫ່ງ​ໜຶ່ງ. ຍາມ​ຖືກ​ເຈັບ​ໜັກ​​ຕ້ອງສົ່ງ​ເຂົ້າ​ປິ່ນ​ປົ່ວ​ຢູ່ເຂດ​ດິນ​ຕໍ່​ແຜ່ນ​ແມ່ນ​ປະສົບ​ກັບ​ຄວາມ​ຫຍູ້​ງຍາກທີ່​ສຸດ, ​ແຕ່​ປະຈຸ​ບັນ​ພວກ​ຂ້າພະ​ເຈົ້າ​​ໄດ້​ມີ​ສູນ​ການ​ແພດ, ມີ​ທ່ານໝໍ 4,5 ຄົນ, ທັງ​ເສນາ​ຮັກ ​ແລະ ການ​​ແພດປະຊາຊົນ​ສົມທົບ​ກັນ​ກວດ, ປິ່ນປົວ​ພະຍາດ. ຊີວິດ​ການ​​ເປັນ​ຢູ່​ໃນ​ປະຈຸ​ບັນ​ມີ​ການ​ປ່ຽນ​ແປງ​ຄື​ແນວ​ນັ້ນ​ແມ່ນ​ນອກ​ເໜືອຈາກ​​ແນວ​ຄວາມ​ຄິດຂອງ​ພວກ​ຂ້າພະ​ເຈົ້າ.”

        ນັບ​ແຕ່​​ເມື່ອ​​ຜັນ​ຂະຫຍາຍ​ໂຄງການ​ກໍ່ສ​້າງຊົນນະບົດ​​ໃໝ່, ຍອດ​ຈຳນວນ​ທຶນ​ເຊິ່ງເມືອງ ​ໂກ​ໂຕ ​ລະດົມ​​ໄດ້​ແມ່ນ​ເກືອບ 3.000 ຕື້​ດົ່ງ. ມາ​ຮອ​ດປະຈຸ​ບັນ, 2/2 ຕາ​ແສງ​ໃນ​ບໍລິ​ເວ​ນ​ເມືອງ​​ໄດ້​ປະຕິບັດ​ສຳ​ເລັດ 19/19 ມາດຖານ ດ້ວຍ 37/37 ​ຄາ​​ດໝາຍ​ຕາມ​ປະມວນ​ມາດຖານ​ແຫ່ງ​ຊາດ ​ແລະ ຄະນະ​ກຳມະການ​ປະຊາຊົນ​ແຂວງ ກວາງ​ນິງ ຮັບ​ຮູ້​ວ່າ​ແມ່ນ​ຕາ​ແສງ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່. ​ໃນ​ນັ້ນ​ມີບາງ​​ຄາດໝາຍ, ມາດຖານ​ຂອງ​ໂຄງການ​ກໍ່ສ້າງ​ຊົນນະບົດ​​ໃໝ່​ຂອງ​ເມືອງ​ບັນ​ລຸ​ຄຸນ​ນະພາ​ບສູງ​ຄື: ໂຄງ​ປະກອບ​ແຮງ​ງານ ​ແລະ ລາຍ​ຮັບ​ຫັນ​ປ່ຽນ, ການ​ເຕີບ​ໂຕ​ແຮງ​ດ້ວຍ​ການ​ປະກອບສ່ວນ​ຂອງການບໍລິການ​ທ່ອງ​ທ່ຽວ​ເພີ່ມ​ຂຶ້ນ 20%/ປີ.  ​ໂດຍ​ໄດ້​ດຳລົງ​ຊີວິດ ​ແລະ ກໍ່​ຮ່າງ​ສ້າງ​ຕົວ​​ຢູ່​ເກາະ​ໂກ​ໂຕໄດ້​​ເປັນ​ເວລາ​ເກືອບ 20 ປີ​ແລ້ວ, ທ່ານ​ນາງ ​ເລ​ທິ​ເຍີ່​ມ, ​ເຫັນ​ແຈ້ງ​ກາ​ນປ່ຽນ​ແປງ​​ແຕ່​ລະຢ່າງ​​ຂອງ​ເມືອງ​ເກາະ​ແຫ່ງ​ນີ້:

        “ຄອບຄົວ​ຂ້າພະ​ເຈົ້າ​ມີ​ຄວາມ​ສະໜິດຕິດ​ພັນ ​ແລະ ຮັກ​ແພງ​ກັບ​ເກາະ​ແຫ່ງ​ນີ້​ທີ່​ສຸດ. ​ທຳ​ມາ​ຫາ​ກິນ​ຢູ່ນີ້​ສະດວກ​ຫຼາຍ ດັ່ງ​ນັ້ນ​ພວກ​ຂ້າພະ​ເຈົ້າ​ຢາກ​ດຳລົງ​ຊີວິ​ດ​​ເກາະ​. ນັບ​ແຕ່​ເມື່ອ​ຊົນນະບົດ​ມີ​ການ​ປ່ຽນ​ໃໝ່, ບໍ່​ມີ​ເສັ້ນທາງ​ດ້ວຍດິນ​ອີກ, ມີ​ພຽງ​ທາງ​ເບຕົງ, ​ພວກ​ຂ້າພະ​ເຈົ້າ​ຮູ້ສຶກ​ພາກພູມ​ໃຈ​ທີ່​ສຸດ.”

ເມືອງເກາະໂກໂຕບັນລຸມາດຖານຊົນນະບົດໃໝ່ - ảnh 2

       ທະເລ ໂກໂຕ ດຶງດູດແຂກມາທ່ຽວຊົມເປັນຈຳນວນຫຼວງຫຼາຍ

ບັນດາ​ເສັ້ນທາງ​ເຊື່ອມ​ຕໍ່​ບ້ານ​ຮ່ອມ​ບ້ານໄດ້​ຮັບ​ການ​ກໍ່ສ້າງ​ດ້ວຍ​ເບ​ຕົງ 100% ຍ້ອນ​ປະຊາຊົນ​ປະກອບ​ທີ່​ດິນ, ປະກອບ​ເຫື່ອ​ແຮງ, ກໍ່ສ້າງ​ໃໝ່, ຍົກ​ລະດັບອ່າງ​ເກັບ​ນ້ຳ 9 ​ແຫ່ງ, 9/10 ​ໂຮງຮຽນ​ໃນ​ບໍລິ​ເວນ​ເມືອງ​ບັນລຸ​ມາ​ດຖານ, ຈາກ​ເມືອງ​ເສດຖະກິດ​ໃໝ່, ລາຍ​ຮັບ​ຂອງ​ປະຊາຊົນ​ຍັງຕ່ຳ​ຢູ່ ມາ​ຮອ​ດປະຈຸ​ບັນ​ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​​ບັນ​ລຸ​ກ່ວາ 45 ລ້ານ​ດົ່ງ/ປີ. ຊີວິດ​ການ​ເປັນ​ຢູ່​ຂອງ​ພໍ່​ແມ່​ປະຊາຊົນ​ໃນ​ບໍລິ​ເວນ​ມີ​ການ​ປ່ຽນ​ແປງ​ເມື່ອ​ທຽບ​ໃສ່​ກ່ອນ​ນີ້. ຈຸດ​ພົ້ນ​ເດັ່ນ​​ທີ່​ສຸ​ດນັ້ນ​ແມ່ນ​​ໄດ້ຜັນ​ຂະ​ຫຍາ​ຍກຳລັງ​ແຮງ​ຂອງ​ປະຊາຊົນ. ດ້ວຍ​ບັນດາ​ວິທີ​ເຮັດ​ທ່ີ​ເໝາະສົມ, ​ໂກ​ໂຕ ​ມີ​ການ​ພັດທະນາ​ຢ່າງ​ແຮງ, ບັນດາ​ຜະລິດ​ຕະພັນ, ການ​ບໍລິການ​ທ່ອງ​ທ່ຽວ​ໄດ້​ຮັບ​ການ​ລົງທຶນ, ​ເປີດ​ກ້ວາງ​ຢ່າງ​ບໍ່​ຢຸດ​ຢັ້ງ. ປະຕິບັດ​ໂຄງການ “​ແຕ່​ລະ​ຕາ​ແສງ​ມີ​ຜະລິດ​ຕະພັນ​ໜຶ່ງ” (OCOP), ບັນດາ​ຜະລິ​ດຕະພັນ​ຂອ​ງ​​ເມືອງ ​ໂກ​ໂຕ ພວມ​ຄ່ອຍໆ​ຢັ້ງຢືນ​ທີ່​ຕັ້ງ​ບົດບາດ ​ແລະ ​ເຄື່ອງໝາຍ​ການ​ຄ້າ​ຜະລິດ​ຕະພັນ​ຂອງ​ຕົນ​​ຢູ່ເຂດ​ດິນ​ຕໍ່​ແຜ່ນ ​ແລະ ​ບັນດາ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ. ທ່ານ​ນາງ ຟ້າ​ມທິມັງ, ​ເຂດ 4 ​ເທດສະບານ ​ໂກ​ໂຕ​ໄດ້​ແບ່ງປັນ​ວ່າ:

        “ມີ​ໄຟຟ້າ ​ແລະ ການພັດທະນາ​ຊົນນະບົດ​​ໃໝ່​​ແມ່ນ​ບັນຫາໄດ້​ຮັບ​ຄວາມເອົາ​ໃຈ​ໃສ່​ຈາກ​ບັນດາ​ການ​ນຳ. ພວກ​ຂ້າພະ​ເຈົ້າ​ຫາ​ກໍ່ສ້າງ​ຕັ້ງ​ສະຫະ​ສະມາຄົມ​ສິນ​ໃນ​ນ້ຳ, ລົງທຶນ​ວັດ​ຖຸອຸປະກອນ, ​ວິທະຍາສາດ​ເຕັກນິກ, ລົງທຶນ​ໃຫ້ການ​​ປຶກສາ​​ເພື່ອ​ເຮັດ​ແນ​ວ​ໃດ​ຍົກ​ສູງ​ຄຸນ​ນະພາ​ບ​ເພື່ອ​ພັດທະນາ​ເຄື່ອງໝາຍ​ການ​ຄ້າ. ປະຈຸ​ບັນ, ​ເມືອງ ​ໂກ​ໂຕ ​ໄດ້​ຜັນ​ຂະຫຍາຍ 2 ​ເຄື່ອງໝາຍ​ການ​ຄ້າ​ໃຫຍ່​​ໃຫ້​ແກ່ປາ ໂກ​ໂຕ. ​ໂຄງການ OCOP ໜູນ​ຊ່ວຍ​ໃຫ້​ປະຊາຊົນ​ຈາກ​ກາ​ໝາຍ, ຮຸ້ມຫໍ່, ຫຼັງ​ຈາກ​ນັ້ນ​ແມ່ນ​ການ​ຂົນ​ສົ່ງ​ຈຳໜ່າຍ​ຜະລິດ​ຕະພັນ. ການ​ນຳ​​ເມືອງ​ກໍ່​ໄປ​ໜູນ​ຊ່ວຍ​ການ​ຄ້າຂາຍ​ສິນຄ້າ ​ແລະ ​ໂຄ​ສະ​ນາ​ບັນດາ​ເຄື​ື່ອງໝາຍການ​ຄ້າ. ດັ່ງ​ນັ້ນ,ເຄື່ອງໝາຍ​ການ​ຄ້າ​​ໃນ​ເບື້ອງຕົ້ນ​ໄດ້ຮັບ​ຄວາມ​ຮູ້ຈັກ​​ໃນ​ແຂວງ ກວາງ​ນີງ ​ເທົ່າ​ນັ້ນ, ມາ​ຮອດ​ປະຈຸ​ບັນ ​​ເຄື່ອງໝາຍ​ການ​ຄ້າ​ຂອງ ​ໂກ​ໂຕ​ໄດ້​ຮັບ​ຄວາມ​ຮູ້ຈັກ​ໃນ​ທ່ົວ​ປະ​ເທດ.”

        ມາ​ຢ້ຽມຢາມ​​ເກາະ​ໂກ​ໂຕ​ໃນ​ປະຈຸ​ບັນ, ​ແຂ​ກທ່ອງ​ທ່ຽວ​ສາມາດ​ເຂົ້າ​ຮ່ວມ​ລາຍການ​ຕຶກ​ປາ​ມືກ, ດຳ​ທະ​ເລ, ຄົ້ນ​ຫາ​ບັນດາ​ສະຖານ​ທີ່ທ່ອງ​ທ່ຽວ​ຕ່າງໆ ​ເຊັນ​ຫາດ​ຫີນ ​ແລະ ປ່າ​ດົ່ງ​ດິບ… ມາ​ຮອດ​ປະຈຸ​ບັນ, ​ໃນບໍລິ​ເວ​ນ​ເມືອງ​ມີ​ຫ້ອງພັກ​ສຳລັບ​ແຂກ​ທ່ອງ​ທ່ຽວກ່ວາ 1.000 ຫ້ອງ. ​ເມືອງ​​ໄດ້​ຂົນຂວາຍ​ປະຊາຊົນ​ກໍ່ສ້າງ​ເຮືອນ​ຕາມ​ທິດ homestay, ທັງ​ເປັນ​ເຮືອນ​ຢູ່, ທັງ​ສາມາດ​ຮັບ​ໃຊ້​ແຂກ​ທ່ອງ​ທ່ຽວ​ພັກ​ຜ່ອນ, ປະ​ກອບ​ສ່ວນ​ຮັບ​ໃຊ້​ຄວາມ​ຕ້ອງການ​ຂອງ​ແຂກ​ທ່ອງ​ທ່ຽວ, ຫລຸດຜ່ອນ​ສະພາບ​ການ​ແຂກ​ມາ​ບໍ່​ມີ​ເຮືອນ​ຢູ່​​ໃນ​ໂອກາດ​ງານ​ບຸນ​ຕ່າງໆ. ທ່ານ ​ແຮ່​ວງບ໋າ​ນາມ, ​ເລຂາ​ຄະນະ​ພັກ​ເມືອງ​ເກາະ ​ໂກ​​ໂຕ ​ໃຫ້​ຮູ້​ວ່າ:

        “ປະຊາຊົນ​ມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ຕໍ່​ໜ້າ​ບັນດາ​ໝາ​ກຜົນ​ທ່ີ​ບັນລຸ​ໄດ້​ພາຍຫຼັງ 5 ປີ​ແຫ່ງ​ການ​ປະຕິບັດ​ໂຄງການ​ຊົນ​ນະ​ບົດ​ໃໝ່. ​ເມືອງ ​ໂກ​ໂຕ ພວກ​ຂ້າພະ​ເຈົ້າ​ສຸມ​ໃສ່​ແກ້​ໄຂ 4 ບັນຫາ, ທີ່​ໜຶ່ງ​ແມ່ນ​ວາງ​ອອກ​ຍຸ​ດທະ​ສາດ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ພວກ​ຂ້າພະ​ເຈົ້າ​ສືບ​ຕໍ່​ກວດກາ​ຄືນ​ບັນດາ​​ແຜນການ​ຍຸດ​ທະ​ສາດ, ຕິດ​ພັນ​ກັບ​ການວາງ​ແຜນ​ການ​ເພີ່ມ​ທະວີ​ວຽກ​ງານ​ຄຸ້ມ​ຄອງ. ທີ​ສອງ​ແມ່ນ​ສຸມ​ໃສ່​ເຂົ້າ​ການ​ສ້າງ​ແຫຼ່ງຊັບ​ພະຍາກອນ​ມະນຸດ​​ມີ​ຄຸນ​ນະພາ​ບສູງ​ຈາກ​ຖັນ​ແຖວ​ພະນັກງານ ​ເຖິງ​ຖັນ​ແຖວ​ຜູ້​ອອກ​ແຮງ​ງານ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ. ບັນຫາ​ທີ​ສາມ ນັ້ນ​ແມ່ນ​ສຸມ​ໃສ່​​ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ​ແກ້​ໄຂ​ບັນດາ​ບັນຫາ​ສິ່ງ​ແວດ​ລ້ອມ. ບັນຫາ​ທີສີ່​ແມ່ນ​ສືບ​ຕໍ່ສຸມ​ໃສ່ການ​ກໍ່​ສ້າງ​​ໂຄງ​ລ່າງ, ຮຽກ​ຮ້ອງ​ບັນດາ​ນັກ​ລົງທຶນ​ເຂົ້າ​ມາ​ລົງທຶນ.”

        ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ 5 ປີ​ແຫ່ງ​ການ​ປະຕິບັດ​ໂຄງການກໍ່ສ້າງ​ຊົນນະບົດ​​ໃໝ່​ຈະ​ແມ່ນ​ກຳລັງ​ໜູນ​ໃຫ້​ແກ່​ເມືອງ​ເກາະ​ໂກ​ໂຕ ສືບ​ຕໍ່​ຍົກ​ສູງ​ບັນດາ​ມາດຖານ. ຈາກ​ເມືອງ​ກະສິກຳ​ທີ່​ທຸກ​ຍາກ, ມາ​ຮອດ​ປະຈຸ​ບັນ, ​ໄດ້​ກາຍ​ເປັນ​​ໃຈກາງທ່ອງທ່ຽວ​ໃໝ່​ຂອງ​ແຂວງ ກວາງ​ນີງ. ຜົນສຳ​ເລັດ​ຂອງ ​ໂກ​ໂຕ ​ແມ່ນ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ປຸກລຸກ​ແຫ​ລ່ງກຳລັງ​ໃນ​ໝູ່​ປະຊາຊົນ​ດ້ວຍ​ທິດ​ນຳ​ປະຊາຊົນ​ຮູ້, ປ​ະຊາ​ຊົນ​ປຶກສາ​ຫາລື, ປະຊາຊົນ​ເຮັດ, ປະຊາຊົນ​ກວດກາ​ເພື່ອ​ໃຫ້​​ປະຊາຊົນ​ຊົມໃຊ​​້.


ຕອບກັບ

ຂ່າວ/ບົດ​ອື່ນ