ເມືອງເດີນເຢືອງ, ເລິມດົ່ງກໍ່ສ້າງຊົນນະບົດໃໝ່


(vovworld) - ​ເດີນ​ເຢືອງ ​ແມ່ນ​ເຂດ​ປູກ​ຜັກ​ໃຫຍ່​ກວ່າ​ໝູ່​ຂອງ​ແຂວງ​ເລິ​ມດົ່ງ. ອາຊີບ​ປູກ​ຜັກ​ຢູ່​​ເດີນ​ເຢືອງ ​ແມ່ນ​ມີ​ມາ​ແຕ່​ດົນ​ນານ​ແລ້ວ. ພ້ອມ​ກັບ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຊາວ​ກະ​ສີກ​ອນ​ເມືອງ​ເດີນ​ເຢືອງ ຍັງ​ຍູ້​ແຮງ​ການ​ນຳ​ໃຊ້​ວິທະຍາສາດ​ເຕັກນິກ​ຕາມ​ທິດ​ອຸດສາຫະກຳ​ສູງ ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ໝັ້ນຄົງ ​ແລະ ຍົກ​ສູງ​ຄຸນ​ນະພາ​ບ​ຜະລິດ​ຕະພັນ, ປະກອບສ່ວນ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ທ້ອງ​ຖີ່​ນ.

ເມືອງເດີນເຢືອງ, ເລິມດົ່ງກໍ່ສ້າງຊົນນະບົດໃໝ່ - ảnh 1

ການປູກຜັກຕາມເຕັກໂນໂລຢີໃໝ່

(ພາບ: ອິນເຕີແນດ)

        ມຸງ​ໄປ​ສູ່​ຈຸດໝາຍ​ເຖິງ​ປີ 2015, ​ເດີນ​ເຢືອງ ຈະ​ແມ່ນ​ເມືອງ​ທຳ​ອິດ​ຢູ່​ແຂວງ​ເລິ​ມດົ່ງ​ ບັນລຸ​ໄດ້ 19/19 ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ກ່ອນ​ອື່ນ​ໝົດ, ​ເມືອງ​ສຸມ​ໃສ່​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ. ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ​, ​ເດີນ​ເຢືອງລະດົມ​ທຶນ​ໄດ້ 7,7 ຕຶ້ດົ່ງ. ​ໃນ​ນັ້ນ​ລັດ​ລົງ​ທຶນ 5,8 ຕຶ້ດົ່ງ, ສ່ວນ​ຍັງ​ເຫຼືອ​ໂດຍ​ປະຊາຊົນ​ປະກອບ. ທ່ານ ທ໋າຍອອນ, ​ເລຂາ​ຄະນະ​ພັກ​ເມືອງ​ເດີນ​ເຢືອງ ​ໃຫ້​ຮູ້​ວ່າ, ​ໃນ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​, ການ​ກໍ່ສ້າງ​ພື້ນຖານ​​ໂຄງ​ລ່າງ​ເສດຖະກິດ​ສັງຄົມ​ແມ່ນ​ຕາມ​ທິດ​ທັນ​ສະ​ໄໝ. ພິ​ເສດ​ແມ່ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຍົກ​ສູງ​ຊີວິດການ​ເປັນ​ຢູ່​ຂອງ​ປະຊາຊົນ ຕິດ​ພັນ​ກັບ​ວຽກ​ງານ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຢ່າງ​ໄວ ​ແລະ ໝັ້ນຄົງ.

        “​ເມືອງ​ເດີນ​ເຢືອງ​ແມ່ນ​ເມືອງ​ທຸກ​ຍາກ, ພິ​ເສດ​ນັບ​ແຕ່​ປີ 2005 ມາ​ຮອດ​ປະຈຸ​ບັນ, ​ເມືອງ​ສຸມ​ໃສ່​ເຂົ້າ​ບັນດາ​ໂຄງການ​ຈຸດ​ສຸມ, ​ ພັດທະນາ​ຊົນນະບົດ. ​​ໂດຍ​ແມ່ນ​ເມືອງ​ຜະລິດ​ກະ​ສີ​ກຳ, ເດ​ີນ​ເຢືອງ ​ໄດ້​ຫັນປ່ຽນ​ຜົນລະປູກ, ສັດລ້ຽງ, ນຳ​ໃຊ້​ເຕັກນິກ, ​ເຕັກ​ໂນ​ໂລ​ຢີສູງ​ເຂົ້າ​ໃນ​ການ​ຜະລິດ​ກະ​ສີ​ກຳ, ຍົກ​ສູງ​ສະມັດ​ຕະພາບ,​ ເຮັດ​ໃຫ້​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ​ໃຫ້​ດີ​ຂຶ້ນ“.

ເມືອງເດີນເຢືອງ, ເລິມດົ່ງກໍ່ສ້າງຊົນນະບົດໃໝ່ - ảnh 2

ການປູກຜັກຕາມເຕັກໂນໂລຢີໃໝ່

(ພາບ: ອິນເຕີແນດ)

        ​​​ປີ 2013 ເນື້ອ​ທີ່​ປູກ​ຜັກທັງ​ໝົດຂອງ​ເມືອງ​ເດີນ​ເຢືອງ​ ​ແມ່ນ​ເກືອບ 22.000 ​ເຮັກຕານັ້ນ, ​ໃນ​ນັ້ນ​ເນື້ອ​ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີສູງ​ກວມ​ປະມານ 70%, ບັນລຸລາຍ​ຮັບ​ສະ​ເລ່ຍ​ແຕ່ 120-150 ລ້ານ​ດົ່ງ/​ເຮັກຕາ/ປີ. ສະ​ເພາະ​ເນື້ອ​ທີ່​ໝູນ​ໃຊ້​ເຕັກ​ໂນ​​ໂລ​ຢີສູງ​ບັນລຸ​ລາຍ​ຮັບ​ສູງ​ທົບ 2 ​ເທົ່າ, ບາງ​ເທື່ອ​ທົບ 5 ​ເທົ່າ.

        ​ເດີນ​ເຢືອງ ​ແມ່ນ​ທ້ອງ​ຖີ່​ນມີ​ຫຼາຍ​ຊົນ​ເຜົ່າ​ດຳລົງ​ຊີວິດຢູ່​ຮ່ວມ​ກັນ​ຄື: ຊົນ​ເຜົ່າ​ເຈີຣູ, ​ເກີ​ຮໍ… ດ້ວຍ​ຄວາມ​ດຸ​ໝັ່ນ​ຂະຫຍັນ​ພຽນ, ພ້ອມ​ກັບ​ການ​ຖ່າຍ​ທອດ​ວິທະຍາ​ສາດ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ, ມີ​ຫຼາຍ​ຄອບຄົວ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍຢູ່​ເດີນ​ເຢືອງ ​ໄດ້​ຮູ້​ວິທີ​ຜະລິດ​ຕາມ​ເຕັກ​ໂນ​ໂລ​ຢີ​ໃໝ່. ທ່ານ ​ທ໋າຍອອນ, ​ໃຫ້​ຮູ້​ວ່າ:

        “​ເມືອງ​ເດີນ​ເຢືອງ ມີຜູ້​ເຊື່ອ​ຖື​ສາສະໜາ​ກວມ 75%. ​ແຕ່​ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ສັງຄົມ, ​ເຂົາ​​ເຈົ້າ​ໄດ້​ສາມັກຄີ​ກັນ​ທຳ​ການ​ຜະລິດ, ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ ​ແລະ ພັດທະນາ​ຊົນນະບົດ​ຕາມ​ທິດ​ກ້າວໜ້າ​ “.

ເມືອງເດີນເຢືອງ, ເລິມດົ່ງກໍ່ສ້າງຊົນນະບົດໃໝ່ - ảnh 3

ການປູກດອກໄມ່ຢູ່ເດີນເຢືອງຕາມເຕັກໂນໂລຢີໃໝ່

(ພາບ: ອິນເຕີແນດ)

        ​ນຳ​ໜ້າ​ໃນ​ຂະ​ບວນການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແລະ ນຳ​ໃຊ້​ວິທະຍາສາດ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ​ກະ​ສີ​ກຳ​ຢູ່​ເດີນ​ເຢືອງ ​ແມ່ນ​ຕາ​ແສງ ກາ​ໂດ. ກາ​ໂດ​ ມີ​ພົນລະ​ເມືອງ​ເກືອບ 11.000 ຄົນ. ​ໃນ​ນັ້ນ​ຊາວ​ຊົນ​ເຜົ່າ​ກວມ 25%. ພາຍຫຼັງ​ກວ່າ 2 ປີ ​ແຫ່ງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ມາ​ຮອດ​ປະຈຸ​ບັນ, ທາງ​ຕາ​ແສງ​ປະຕິບັດ​ໄດ້ 15 ມາດຖານ. ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ຊົນ​ເຜົ່າ​ຢູ່​ແຫ່ງ​ນີ້​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ, ລາຍ​ຮັບ​ສະ​ເລ່ຍ​ໃສ່​ຫົວ​ຄົນ​ໃນ​ແຕ່ລະ​ປີ​ບັນລຸ​ໄດ້​ແຕ່ 28-30 ລ້ານ​ດົ່ງ/ຄົນ. ການ​ກໍ່ສ້າງ​ຮູບ​ແບບ​ໝູນ​ໃຊ້​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຂົ້າ​ໃນ​ການ​ຜະລິດ​ຜັກ, ດອກ​ໄມ້​ໃຫ້​ແກ່​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ຢູ່ກາ​ໂດ ​ໄດ້​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ສຳ​ພັດ, ທຳ​ຄວາມ​ຊິນ​ເຄີຍ​ກັບ​ແບບ​ວິທີ​ຜະລິດ​ໃໝ່, ນຳ​ມາ​ເຊິ່ງປະສິດທິ​ຜົນ​ດ້ານ​ເສດຖະກິດສູງ. ປະຈຸ​ບັນ​ທັງ​ຕາ​ແສງ​ມີ​ເນື້ອ​ທີ່​ຜະລິດ​ຜັກ​ກວ່າ 1.500 ​ເຮັກຕາ, ລາຍ​ຮັບ​ສະ​ເລ່ຍ​ແມ່ນ 150 ລ້ານ​ດົ່ງ/​ເຮັກຕາ. ຄອບຄົວ​ອ້າຍ ຫວູກວາງ​ເຫົ້າ ມີ​ເນື້ອ​ທີ່​ປູກຝັງ ​ເກືອບ 15.000 ຕາ​ລາງແມັດ, ​ໃນ 2 ປີຜ່ານມາ, ອ້າຍ​ໄດ້​ລົງທຶນ​ກໍ່ສ້າງ​ເຮືອນ​ແກ້ວ, ລະ​ບົດ​ຫົດ​ນຳ້​ໃຫ້​ເນື້ອ​ທີ່​ປູກ​ດອກ​ໄມ້ 4000 ຕາລາງ​ແມັດ​. ອ້າຍ​ໃຫ້​ຮູ້​ວ່າ:

        “ປີ​ນີ້​ແມ່ນ​ປີທີ 3 ທີ່​ຂ້າພະ​ເຈົ້າ​ໄດ​້​ເຮັດ​ວຽກ​ໃນ​ເຮືອນ​ແກ້ວ. ​ເຫັນ​ວ່າ​ປູກ​ດອກ​ໄມ້​ລາຍ​ຮັບ​ກໍ່​ເປັນ​ປົກກະຕິ​ກວ່າ. ປະຈຸ​ບັນ​ມີ​ຫຼາຍ​ຄົນ​ພວມ​ປ່ຽນ​ໃໝ່​ການ​ຜະລິດ, ກໍ່ສ້າງ​ເຮືອນ​ແກ້ວ​ເພື່ອ​ປູກ​ຕົ້ນ​ໄມ້​ທີ່​ໃຫ້​ສະມັດ​ຕະພາບ​ສູງ​ກວ່າ​ຄື​ຕົ້ນ​ຝ້າຍ, ຕົ້ນ​ໝາກ​ເຜັດ “.

ເມືອງເດີນເຢືອງ, ເລິມດົ່ງກໍ່ສ້າງຊົນນະບົດໃໝ່ - ảnh 4

ການປູກດອກໄມ່ຢູ່ເດີນເຢືອງຕາມເຕັກໂນໂລຢີໃໝ່

(ພາບ: ອິນເຕີແນດ)

        ​ໃນ​ຊຸມ​ປີ​ຕໍ່ໜ້າ, ​ເມືອງ​ເດີນ​ເຢືອງ ສືບ​ຕໍ່​ສົ່ງ​ເສີມ​ຊາວ​ກະ​ສີກ​ອນ​ເປີດ​ກວ້າງ, ພັດທະນາ​ຮູບ​ແບບ​ເສດຖະກິດ​ໃໝ່. ​ເດີນ​ເຢືອງກໍ່​ພວມ​ຫັນປ່ຽນ​ຜົນລະປູກ​ທີ່​ໃຫ້​ສະມັດ​ຕະພາບ, ຄຸນ​ນະພາ​ບສູງ ​ເພື່ອ​ຮັບ​ໃຊ້​ການ​ຜະລິດ, ​​ເພີ່ມ​ທະວີ​ການຖ່າຍ​ທອດ​ເຕັກນິກການ​ຜະລິດ​ຕາມ​ທິດ​ອຸດສາຫະກຳ​ສູງ, ​ແລະ ​ມາດຖານ VietGap, ​ເຊິ່ງ​ແມ່ນມາດຖານ​ສາກົນ​ຢູ່​ຫວຽດນາມ. ​ເມືອງ​ເດີນ​ເຢືອງ ຍັງ​ດຶງ​ດູດ​ແຫຼ່ງທຶນ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ໃນ​ເຂດ​ຜະລິດ​ຜັກ, ຍົກ​ສູງ​ຄຸນ​ນະພາ​ບຜັກ, ຕອບ​ສະໜອງ​ຄວາມ​ຕ້ອງການ​ພາຍ​ໃນ​ປະ​ເທດ ​ແລະ ສົ່ງອອກ. ຍ້ອນ​ເຫດ​ນັ້ນ, ປະຊາຊົນ​ຈຶ່ງ​ຫັນປ່ຽນ​ຜົນລະປູກ ​ເພື່ອ​ພ້ອມ​ກັນ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ, ກໍ່ສ້າງ​ຊົນນະບົດ​ໃໝ່​ຢ່າງ​ມີ​ປະສິດທິ​ຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ