ເມືອງແມ່ວວາກ, ແຂວງຮ່າຢາງ, ຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່


(vovworld) - ​ໂດຍ​ແມ່ນ​ເມືອງ​ຢູ່​ເຂດ​ພູ​ສູງ​ຂອງ​ແຂວງ​ຮ່າ​ຢາງ, ​ເມືອງ ​ແມ່ວວາກ ​ເລີ່​ມຕົ້ນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ດ້ວຍ​ຄວາມ​ຫຍຸ້ງຍາກ: ການ​ທ້າ​ທາຍ​ຫຼາຍ​ຢ່າງ, ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ດ້ວຍ​ຄວາມ​​ເຫັນ​ດີ​ເຫັນ​ພ້ອມ, ຄວາມ​ຕັດສິນ​ໃຈ​ຂອງ​ການ​ນຳ ​ແລະ ປະຊາຊົນ, ພ້ອມ​ກັບ​ບັນດາວິທີ​ເຮັດຢ່າງ​ເໝາະ​ສົມ… ​ເມືອງ​ສາມາດ​ບັນລຸ​ໄດ້ຜົນ​ງານ​​ທີ່​ໜ້າ​ສົ່ງ​ເສີມໃນ​ເບື້ອງ​ຕົນ, ສ້າງ​ພື້ນຖານ​ໃຫ້​ແກ່​ກາ​ນກໍ່ສ້າງ​ຊົນນະບົດ​ໃໝ່.

ເມືອງແມ່ວວາກ, ແຂວງຮ່າຢາງ, ຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່ - ảnh 1

ຊາວເຜົ່າແຂວງຮ່າຢາງຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່

(ພາບ: ອິນເຕີແນດ)

        ພວກ​ເຮົາ​ມາ​ຕາ​ແສງຕາ​ລຸ່ງ, ​ເຊິ່ງ​ແມ່ນ​ຕາ​ແສງ​ທີ່​ເປັນ​ແບບຢ່າງ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ເມືອງ​ ແມ່​ວວາກ. ບົນ​ເສັ້ນທາງ​ເບ​ຕົງ​ກວ້າງຂວາງ​ຕາມ​ເນີນ​ພູ​ຫີນ. ​ເຖິງ​ວ່າ​ມື້​ນີ້​ບໍ່​​ແມ່ນມື້​ຕະຫຼາດນັດກໍ່ຕາມ, ​ແຕ່​ບົນ​ເສັ້ນທາງພັດ​ມີຄົນ ​ແລະ ລົດ​ໄປມາ​ຢ່າງ​ຄຶກ​ໂຄມ​ໜ້າ​ແໜ້ນ​ … ອ້າຍ ວື່​ມີ໋ກ໋າຍ, ບ້ານ ຕາ​ລຸ່ງບີ, ຕາ​ແສງ ຕາ​ຫຼຸ​ງ, ​ໃຫ້​ຮູ້​ວ່າ: ​ເສັ້ນທາງ​ເບ​ຕົງ​ລະຫວ່າງ​ບ້ານ​ໄດ້​ກໍ່ສ້າງ​ສຳ​ເລັດ​ກ່ອນ​ນີ້​ເກືອບ 3 ປີ. ນັບ​ແຕ່​ວັນ​ມີ​ເສັ້ນທາງ, ການ​ໄປມາ​ພົວພັນ​ຄ້າຂາຍກໍ່​ສະດວກ​ສະບາຍ. ຈາກ​ນັ້ນ​ລາຍ​ຮັບ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ກໍ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ. ບ້ານ​ຫາ​ກໍ່​ເປີດ​ສະຫຼອງ​ຫໍ​ວັດທະນະທຳ, ນີ້ຈະ​ແມ່ນ​ແຫ່ງ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ​ດຳ​ເນີນ​ຊີວິດ, ​ແນະນຳ​ວັດທະນະທຳ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ໃນ​ທ້ອງ​ຖີ່​ນ. ນັບ​ແຕ່ປະຕິບັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່, ມາ​ຮອດ​ປະຈຸ​ບັນ, ຕາ​ແສງ ຕາ​ຫຼຸ​ງ ສາມາດ​ບັນລຸ​ໄດ້ 8/19 ມາດຖານ. ທ່ານ ຮົ່ວ​ມີ໋ຊິງ, ຫົວໜ້າ​ຄະນະ​ຄຸ້ມ​ຄອງ​ກໍ່ສ້າງ​ຊົນນະບົດ​ໃໝ່ຕາ​ແສງ ຕາ​ຫຼຸ​ງ, ​ໃຫ້​ຮູ້​ວ່າ: ປະຊາຊົນ​ບັນດາ​ເຜົ່າ​ໃນ​ຕາ​ແສງ​ ສະໜັບສະໜູນ​ການ​ກໍ​ສ້າງ​ຊົນນະບົດ​ໃໝ່​ທີ່​ສຸດ. ປະຈຸ​ບັນ, ຕາ​ແສງ ຕາ​ຫຼຸ​ງ ພວມ​ຜັນ​ຂະຫຍາຍ​ຫຼາຍ​ຮູບ​ແບບ​ເຊັ່ນ: ປູກ​ຫຍ້າ​ລ້ຽງງົວ, ປູກ​ສາລີ; ລ້ຽງ​ໝູ, ລ້ຽງ​ນົກກາງ​ແກ… ຊ່ວຍ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ຂຶ້ນ​ຕື່ມ. ລາຍ​ຮັບ​ສະ​ເລ່ຍຂອງ​ປະຊາຊົນ​ໃນ​ປີ 2014 ບັນລຸ​ກວ່າ 6 ລ້ານ​ດົ່ງ/ຄົນ/ປີ ​ແລະ ປີ 2015 ຈະ​ຍົກ​ຂຶ້ນ 8 ລ້ານ​ດົ່ງ. ຈາກ​ນັ້ນ​ປະຊາຊົນ​​ໄດ້​ເຫັນ​ດີ​ສະໜັບສະໜູນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່.

        “ຄວາມ​ສະດວກ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ​​ແມ່ນ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ປະຊາຊົນ. ດັ່ງນັ້ນ​ການ​ຜັນ​ຂະ​ຫຍາ​ຍບໍ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ປານ​ໃດ. ດ້ວຍ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ການ​ສະໜັບສະໜູນ​ຂອງ​ປະຊາຊົນ, ການ​ຂົນຂວາຍ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາ​ຍຢ່າງ​ໄວ. ມີ​ຫຼາຍ​ຄອບຄົວ​ໄດ້​ປະກອບ​ວັດຖຸ, ​ແຮງ​ງານ ຫຼື​ບໍລິຈາກ​ທີ່​ດິນ​ເພື່ອ​ກໍ່ສ້າງ​ບັນດາ​ກິດຈະກຳ​ສະຫວັດດີ​ໃຫ້​ແກ່​ປະຊາ​ຄົມ. ​ເພື່ອ​ບັນລຸ​ໄດ້ຜົນ​ງານ​ຄື​ປະຈຸ​ບັນ, ພວກ​ຂ້າພະ​ເຈົ້າ​ໄດ້​ຈັດການ​ປະຊຸມ​ຫຼາຍ​ຄັ້ງ​ເພື່ອແບ່ງ​ງານ​ຢ່າງ​ລະອຽດໃຫ້​ແຕ່​ລະ​ບ້ານ ​ແລະ ອະ​ທິບາຍ​ຢ່າງ​ຈະ​ແຈ້ງ​ໃຫ້​ປະຊາຊົນ“.

ເມືອງແມ່ວວາກ, ແຂວງຮ່າຢາງ, ຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່ - ảnh 2

(ພາບປະກອບ)

        ຜ່ານ 4 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ເມືອງ​ແມ່​ວວາກ ​ໄດ້​ກໍ່ສ້າງ​ສຳ​ເລັດ​ທາງ​ເບ​ຕົງ​ທີ່​ຍາວນັບ​ສິບ​ກິ​ໂລ​ແມດ; ພື້ນຖານ​ດ້ານ​ວັດຖຸ, ​ໂຄງ​ລ່າງ​ໄດ້​ຮັບ​ການ​ລົງທຶນ​ກໍ່ສ້າງ​ໃໝ່. ມາ​ຮອດ​ປະຈຸ​ບັນ​ໄດ້​ມີ 1 ຕາ​ແສງ​ບັນລຸ​ໄດ້ 12 ມາດຖານ, 2 ຕາ​ແສງ​ບັນລຸ​ໄດ້ 10 ມາດຖານ ​ແລະ 14 ຕາ​ແສງ​ບັນລຸ​ໄດ້ 6 ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ ​ເຫົ່າ​ມິ​ງ​ເລີ້​ຍ, ​ເລຂາ​ຄະນະ​ພັກ​ເມືອງ​ ແມ່​ວວາກ, ຫົວໜ້າ​ຄະນະ​ຊີ້​ນຳ​ກໍ່ສ້າງ​ຊົນນະບົດ​ໃໝ່​ເມືອງ ​ແມ່​ວວາກ, ​ໃຫ້​ຮູ້​ວ່າ: ການ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ເມືອງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ນັ້ນ​ແມ່ນ​ເງື່ອນ​ໄຂ​ເສດຖະກິດ, ຊີວິດ​ຂອງ​ປະຊາຊົນ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​; ພື້ນຖານ​ໂຄງ​ລ່າງ​ຍັງ​ອ່ອນ​ດ້ອຍ ​ແລະ ຂາດ​ເຂີນ, ນອກ​ນັ້ນ​ປະຊາຊົນ​ຍັງ​ບໍ່​ທັນ​ເຂົ້າ​ໃຈແຈ້ງ​ຜົນ​ປະ​ໂຫຍ​ດຈາກ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່.

        “​ເມືອງ​ ແມ່​ວວາກ ກຳນົດ​ກໍ່ສ້າງ​ຊົນນະບົດ​ໃໝ່ ​ແມ່ນ​ແຜນ​ນະ​ໂຍບາຍ​ທີ່​ຖືກຕ້ອງ​ເພື່ອ​ຊ່ວຍ​ປະຊາຊົນ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ຍົກ​ສູງ​ລາຍ​ຮັບ ​ແລະ ​ເຮັດ​ໃຫ້​ໂສມ​ໜ້າ​ຊົນນະບົດ​ມີ​ການ​ປ່ຽນ​ແປງ, ພິ​ເສດ​ແມ່ນ​ຢູ່​ເຂດ​ພູດ​ອຍ. ​ເມືອງ, ບ້ານ​ໄດ້​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ໂຄສະນາ, ຂົນຂວາຍ​ປະຊາຊົນ​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ການ​ນຳ​ໃຊ້​ບັນດາ​ແຫຼ່ງກຳລັງ​ຈາກ​ງົບປະມານ​ແຫ່ງ​ລັດ​, ​ແຫຼ່ງສັງຄົມ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ຕັ້ງໜ້າ ​ແລະ ​ມີ​ປະສິດທິ​ຜົນ.“

ເມືອງແມ່ວວາກ, ແຂວງຮ່າຢາງ, ຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່ - ảnh 3

(ພາບປະກອບ)

        ການ​ເຮັດ​ວຽກ​ງານ​ໂຄສະນາ​ເປັນ​ຢ່າງ​ດີ, ​ແລະ ຜ່ານ​ການ​ພົບ​ປະ, ຮັບ​ຟັງ​ຄວາມ​ເຫັນ​ຈາກປະຊາຊົນ, ພະນັງານ​ເມືອງ​ ແມ່ວວາກ ​ໄດ້​ຮັບ​ການ​ສະໜັບສະໜູນ, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະຊາຊົນ. ຈາກ​ນັ້ນ, ​ເມືອງ​ໄດ້​ຜັນ​ຂະຫຍາຍ​ສຳ​ເລັດ​ບັນດາ​ໂຄງການ​ພັດທະນາ​ຜົນລະປູກ, ສັດລ້ຽງ​ໃຫ້​ແກ່​ປະຊາຊົນ; ບັນດາ​ນະ​ໂຍບາຍ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ໜູນ​ຊ່ວຍ​ຄອບຄົວ​ທຸ​ກຍາກ ​ເພື່ອ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ແກ່​ປະຊາຊົນ. ທ່ານ ​ເຫົ່າ​ມິ​ງ​ເລີ້​ຍ, ​ໃຫ້​ຮູ້​ວ່າ:

        “​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ຄວາມ​ໝາຍ​ຂອງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ພະນັກງານ​​ເມືອງ​ແຕ່ລະຄົນ​ ລ້ວນ​ແຕ່​ເຂົ້າ​ໃຈແຈ້ງຄວາມ​ໝາຍ, ​ເນື້ອ​ໃນ ​ແລະ ບັນດາ​ຄາດໝາຍ​ຂອງ​ລາຍການ. ຈາກ​ນັ້ນ​ຜ່ານ​ພະນັກງານ​ຕາ​ແສງ, ບ້ານ ​ໂຄສະນາ​ໃຫ້​ປະຊາຊົນ​ຊາບ​ຊືມທັດສະນະ, ​ແຜນ​ນະ​ໂຍບາຍ, ຄວາມ​ໝາຍ​ຂອງ​ລາຍການ. ​ເພື່ອ​ກໍ່ສ້າງ​ຊົນນະບົດ​ໃໝ່, ການ​ນຳ​ຕ້ອງ​ໄປ​ກ່ອນ, ​ເປັນ​ແບບຢ່າງ ​ເພື່ອ​ໃຫ້​ປະຊາຊົນ​ປະຕິບັດ​ຕາມ“

        ບົນ​ພື້ນຖານ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ​ເມືອງ​ ແມ່ວວາກ ​ໄດ້​ວາງ​ຄາດໝາຍ​ສູ້​ຊົນ, ​ແຕ່​ລະ​ຕາ​ແສງ​ຕ້ອງ​ມີ​ແຕ່ 1-2 ບ້ານ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່. ພ້ອມ​ທັງ​ສືບ​ຕໍ່​ຍູ້​ແຮງ​ວຽກ​ງານ​ໂຄສະນາ ​ເພື່ອ​ໃຫ້​ປະຊາຊົນ​ບັນດາ​ເຜົ່າ​ເປັນ​ຈຳນວນ​ຫຼວງ​ຫຼາຍ​ເຂົ້າ​ໃຈ​ໄດ້​ຄວາມ​ໝາຍ, ຜົນ​ປະ​ໂຫຍ​ດ ຂອງ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ຈາກ​ນັ້ນ​ກໍ່ສ້າງ, ພັດທະນາ​ຊີວິດ​ທາງ​ດ້ານ​ເສດຖະກິດ, ວັດທະນະທຳ, ສ້າງ​ໂສມ​ໜ້າ​ໃໝ່​ໃຫ້​ເມືອງ​ເຂດ​ພູດ​ອຍ​ແມ່ວວາກ.

ຕອບກັບ

ຂ່າວ/ບົດ​ອື່ນ