ເມື່ອວິສາຫະກິດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່


(vovworld) - ​ໃນ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຫວຽດນາມ, ​ເລື່ອງ​ຮ່ວມ​ສຳພັນ​ລະຫວ່າງ​ລັດ, ນັກວິ​ທະ​ສາດ, ນັກທຸລະກິດ ​ແລະ ຊາວ​ກະ​ສີກ​ອນ ​ແມ່ນ​ປັດ​ໃຈ​ສຳຄັນ​ເພື່ອ​ໃຫ້​ຂະ​ແໜງກະ​ສີກ​ຳພັດທະນາ​ຢ່າງ​ໝັ້ນຄົງ, ປະກອບສ່ວນ​ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະ​ສີກ​ອນ. ຕາມ​ແຜນ​ນະ​ໂຍບາຍ​ດັ່ງກ່າວ, ​ແຂວງ​ກ່າ​ເມົາ​ ຢູ່​ເຂດ​ທົ່ງພຽງ​ແມ່​ນຳ້ຂອງ​ໄດ້​ປະກົດ​ມີ​ບັນດາ​ຮູບ​ແບບ​ວິ​ສາ​ຫະກິດ​ສົມທົບ​ກັບ​ຊາວ​ກະ​ສີກ​ອນ,ເປີດ​ທິດ​ທາງຜະລິດ​ຢ່າງ​ມີ​ປະສິດທິ​ຜົນ, ປະກອບສ່ວນ​ຍູ້​ແຮງ​ວິວັດ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່.

ເມື່ອວິສາຫະກິດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່ - ảnh 1

ເຂົ້າປອດສານພິດຂອງກ່າເມົາ

        ​ໂດຍ​ແມ່ນ​ຜູ້​ໜຶ່ງ​ທີ່​ມັກ​ຊອກ​ຫາ, ຄົ້ນ​ຄ້ວາ, ທ່ານ ຫວູມິ​ງຂາຍ, ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ຫຸ້ນ​ສ່ວນ​ການ​ຄ້າ ​ແລະ ຜະລິດ​ຫວິ້ງ​ຟູ໋,​ແຂວງ​ກ່າ​ເມົາ ​ມີ​ໂອກາດ​ໄປ​ຫຼາຍ​ປະ​ເທດ ​ແລະ ​ເຫັນ​ວ່າ​ຜະລິດ​ຕະພັນ​ຫຼາຍ​ປະ​ເພດ​ຂອງ​ຫວຽດນາມ​ ບໍ່​ທັນ​ມີ​ເຄື່ອງໝາຍ​ການ​ຄ້າ​ໃນ​ຕະຫຼາດ​ສາກົນ, ພິ​ເສດ​ແມ່ນ​ເຂົ້າສານ. ຍ້ອນ​ເຫດ​ນັ້ນ, ທ່ານ​ຈຶ່ງ​ປາຖະໜາ​ຢາກ​ຜະລິດ​ເຂົ້າປອດ​ສານພິດ​ທີ່​ມີ​ເຄື່ອງໝາຍ​ການ​ຄ້າ​ຢູ່​ໂລກ. ​ດ້ວຍການ​ນຳ​ໃຊ້​ກົນ​ຈັກ​ອັດຕະ​ໂນ​ມັດ​ເຖິງ​ເກືອບ 90%, ບໍ່​ໃສ່​ຟຸ່ນ​ເຄມີ, ຢາ​ຂ້າສັດຕູ​ພືດ.. ​ໃນ​ການ​ປູກຝັງ. ທ່ານ ຫວໍ​ມິ​ງຂາຍ, ​ໃຫ້​ຮູ້​ວ່າ:

        “ກ່ອນ​ນີ້, ຜະລິດ​ຕະພັນ​ກະ​ເສດ​ຂອງ​ຫວຽດນາມ ​ບໍ່​ມີ​ເຄື່ອງໝາຍ​ການ​ຄ້າ. ຂ້າພະ​ເຈົ້າ​ຜະລິດ​ກະ​ສີ​ກຳ​ຕາມມາດຕະຖານ​ຂອງ​ອາ​ເມ​ລິ​ກາ ​ແລະ ​ເອີ​ລົບ, ສ້າງ​ເຄື່ອງໝາຍ​ເຂົ້າສານ​ປອດ​ສານພິດຕາມ​ມາດຕະຖານ​ສາກົນ ​ແລະ ​ໄດ້​ຮັບ​ການ​ຢັ້ງຢືນ​ຈາກ​ອົງການ​ສາກົນ. ຈາກ​ນັ້ນ​ຈຶ່ງ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ​ສ້າງເຄື່ອງໝາຍ​ການ​ຄ້າ​ໃຫ້​ເຂົ້າສານ​ຫວຽດນາມ​​ ໃນ​ຕະຫຼາດ​ສາກົນ“.

ເມື່ອວິສາຫະກິດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່ - ảnh 2

ເຂົ້າປອດສານພິດສີດຳ

        ຕາມ​ທ່ານ ຫວໍ​ວັນ​ຂາຍ, ຜະລິດ​ຕະພັນ​ເຂົ້າ​ປອດ​ສານພິດ​ເຕົ້າ​ໂຮມ​ທາດ​ຊີວະ​ສາດ​ທຳ​ມະ​ຊາດ​ຫຼາຍ​ຢ່າງ​ທີ່​ມີ​ປະ​ໂຫຍ​ດ​ໃຫ້​ແກ່​ສຸຂະພາບ ​ແລະ ປິ່ນປົວ​ພະຍາດ. ຍ້ອນ​ເຫດ​ນັ້ນ, ​ເພື່ອ​ຜະລິດ​ເຂົ້າປອດ​ສານພິດ, ທ່ານ​ໄດ້​ເລືອກ​ເອົາ​​ເຂດ​ດິນອູ​ມິ​ງຫ້າ, ຕາ​ແສງ​ແຄ໋ງອານ, ​ເມືອງ​ອູ​ມິ​ງ, ​ແຂວງ​ກ່າ​ເມົາ ​ເພື່ອ​ປູກ​ເຂົ້າ. ຍ້ອນ​ນີ້​ແມ່ນ​ເຂດ​ດິນ​ເປົ່າ​ຫວ່າງ, ບໍ່​ມີ​ໃຜ​ປູກຝັງ, ປອດ​ສານພິດ. ດັ່ງ​ນັ້ນ​ມັນ​ສະດວກ​ທີ່​ສຸດ​ໃຫ້​ແກ່​ການ​ຜະລິດ​ເຂົ້າ​ປອດ​ສານພິ​ດຕາມ​ມາດຕະຖານ​ຂອງ​ກະຊວງ​ກະ​ສີ​ກຳ​ອາ​ເມ​ລິ​ກາ ​ແລະ ​ເອີ​ລົບ.

        ວິວັດ​ການ​ຜະລິດ​ເຂົ້າ​ປອດ​ສານພິດ​ຈາກ​ການ​ປູກຝັງ, ບົວລະບັດ​ເຖິງ​ການ​ເກັບ​ກ່ຽວ​ລ້ວນ​ແຕ່​ຕາມ​ມາດຕະຖານ​ກະ​ສີ​ກຳ​ຂຽວ​ຂອງ​ສາກົນ​ທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ​ອາ​ເມ​ລິ​ກາ ​ແລະ ​ເອີ​ລົບ. ຍ້ອນ​ເຫດ​ນັ້ນ, ວິວັດ​ການ​ເລືອກ​ເຟັ້ນ​ແນວ​ພັນ​ເຂົ້າ​ໃນ​ສະພາບ​ແວດ​ລ້ອມ​ທຳ​ມະ​ຊາດ​ແມ່ນ​ເຄັ່ງ​ຄັດ​ທີ່​ສຸດ, ​ໂດຍ​ບໍ່​ຜ່ານ​ການ​ຫັນປ່ຽນ​​ແຊນ. ການ​ບົວລະບັດ​ຕົ້ນ​ເຂ້ົາ​ກໍ່​ລະອຽດ​ລະ​ອໍ​ທີ່​ສຸດ. ທ່ານ ຫວໍ​ມິ​ງຂາຍ, ​ໃຫ້​ຮູ້​ວ່າ, ປະຈຸ​ບັນ​ຟາ​ມຂອງ​ທ່ານ​ມີ​ເນື້ອ​ທີ່ 320 ກວ່າ​ເຮັກຕາ, ຜະລິດ​ເຂົ້າ 3 ປະ​ເພດ​ຕາມ​ມະຕະ​ຖານ​ສາກົນ, ​ແລະ ​ໄດ້​ຮັບ​ການ​ຮັບ​ຮອງ​ຈາກ​ອົງການ​ຮອນ​ລັງ:

        “ຟາ​ມນີ້​ຜະລິດ​ເຂົ້າ​ສາມ​ປະ​ເພດ, ທີ​ໜຶ່ງ​ແມ່ນ​ເຂົ້າ​ສຳລັບ​ຄົນ​ເບົາຫວານ, ອ້ວຍ​ພີ, ​ໂລກ​ມະ​ເຮັງ ​ແລະ ຜູ້​ເປັນ​ໂລກຫົວ​ໃຈ ​ແລະ ​ເສັ້ນ​ເລືອດ ຍ້ອນ​ມັນ​ມີ​ທາດ​ຊີວະ​ສາດ​ຫຼາຍ​. ທີ​ສອງ​ແມ່ນສິນ​ໃນ​ນຳ້​ທີ່​ສົ່ງ​ອອກ​ເອີ​ລົບ; ທີ​ສາມ​ແມ່ນ​ຜັກ ​ແລະ ໝາກ​ໄມ້​ຮັບ​ໃຊ້​ພາຍ​ໃນ​ປະ​ເທດ. ຜະລິດ​ຕະພັນ​ທັງ​ສາມ​ປະ​ເພດນີ້​ລ້ວນ​ແຕ່​ໄດ້​ຮັບ​ການ​ຮັບຮອງ​ຈາກ​ອົງການ​ຮອນ​ລັງ​ຕາມ​ມາດຕະຖານ​ອາ​ເມ​ລິ​ກາ ​ແລະ ​ເອີ​ລົບ“.

ເມື່ອວິສາຫະກິດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່ - ảnh 3


ເຂົ້າປອດສານພິດສີແດງ

        ປີ 2013, ຜະລິດ​ຕະພັນ​ເຂົ້າ​ປອດ​ສານພິດ​ຂອງ​ທ່ານ ຫວໍ​ມິ​ງຂາຍ ​ໄດ້​ຈຳໜ່າຍຢູ່​ພາຍ​ໃນ​ປະ​ເທດ ​ແລະ ສົ່ງ​ອອກປະ​ເທດຕ່າງໆ​ຢ່າງ​ເປັນ​ທາງ​ການຄື: ອາ​ເມ​ລິ​ກາ, ​ເອີ​ລົບ, ສິງ​ຄະ​ໂປ ​ແລະ ສ​ເກົາຫຼີ. ພ້ອມ​ກັບ​ເນື້ອ​ທີ່​ປູກ​ເຂົ້າ​ປອດ​ສານພິດ, ທ່ານ ຫວໍ​ມິ​ງຂາຍ ຍັງ​ປູກ​ພືດ​ປະ​ເພດ​ຕ່າງໆ​ທີ່​ສາມາດ​ລ້ຽງ​ສິນ​ໃນ​ນຳ້​ໄດ້. ຈາກ​ນັ້ນ, ສະມັດ​ຕະພາບ​ເຂົ້າ​ຈຶ່ງ​ເພີ່ມ​ຂຶ້ນ​ສູງ, ບັນລຸ​ແຕ່ 2,5 – 3 ​ໂຕນ/​ເຮັກຕາ. ​ໄລ່​ສະ​ເພາະ​ໃນ​ປີ 2014, ຟາ​ມຂອງ​ທ່ານ ຫວໍ​ມິ​ງຂາຍ ​ໄດ້​ສະໜອງ​​ເຂົ້າ​ປອດ​ສານພິດ, ພ້ອມ​ກັບ​ຜະລິດ​ຕະພັນ​ອື່ນ​ຈາກ​ເຂົ້າ, ຜັກ, ສິນ​ໃນ​ນຳ້ໃຫ້​ຕະຫຼາດ 1.000 ກວ່າ​ໂຕນ. ທ່ານ ​ໂງ​ແທງ​ຟອງ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ​ອານ​ແຄ໋ງ, ​ໃຫ້​ຮູ້​ວ່າ:

        “ຮູບ​ແບບ​ຜະລິດ​ເຂົ້າ​ປອດ​ສານພິດຂອງ​ອ້າຍ​ຂາຍ, ​ໄດ້ຮັບປະກັນ​ສຸຂະພາບ​ໃຫ້​ຜູ້​ບໍລິ​ໂພ​ກ, ກໍ່​ຄື​ປະກອບສ່ວນ​ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະຊາຊົນ​ໃນ​ທ້ອງ​ຖີ່​ນ.“

ເມື່ອວິສາຫະກິດຮ່ວມແຮງຮ່ວມໃຈກໍ່ສ້າງຊົນນະບົດໃໝ່ - ảnh 4


ເຂົ້າປອດສານພິດຊະນິດຕ່າງໆ

        ຕາມ​ທ່ານ ​​ໂງແທງ​ຟອງ ​ແລ້ວ, ​ແຜນ​ນະ​ໂຍບາຍ​ຮ່ວມ​ສຳພັນ​ລະຫວ່າງ​ລັດ, ນັກວິທະຍາສາດ, ນັກທຸລະກິດ ​ແລະ ຊາວ​ກະ​ສີກ​ອນ​ເພື່ອ​ສ້າງ​ເປັນ​ຜະລິດ​ຕະພັນ​ກະ​ເສດ​ໃໝ່​ນັ້ນ​ແມ່ນ​ບາດກ້າວ​ບຸກທະລຸ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຕາມ​ແຜນການ, ຮອດ​ປີ 2015, ກ່າ​ເມົາ ສູ້​ຊົນ​ມີ 14 ຕາ​ແສງ​ຂຶ້ນ​ໄປ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່​ໃຫ້​ໄດ້. ​ໃນ​ຂະນະ​ທີ່​ມີ​ຫຼາຍ​ຕາ​ແສງ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ພວມ​ຊອກ​ຫາ​ທິດ​ທາງ​ພັດທະນາ​ໃໝ່, ຮູບ​ແບບ​ຜະລິດ​ເຂົ້າ​ປອດ​ສານພິດ​ຂອງ​ທ່ານ ຫວໍ​ມິ​ງຂາຍ​ນັ້ນ ​ແມ່ນ​ຮູບ​ແບບ​ເພື່ອ​ສ້າງ​ບັນດາ​ຜະລິດ​ຕະພັນ​ກະ​ເສດ​ທີ່​ມີ​ເຄື່ອງໝາຍ​ການ​ຄ້າ, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຢ່າງ​ໃຫຍ່​ຫຼວງ​ໃຫ້​ແກ່​ປະຊາຊົນ ​ແລະ ສ້າງ​ມູນ​ຄ່າ​ເສດຖະກິດ​ສູງ. ຮູບ​ແບບ​ນີ້​ພວມ​ໄດ້​ຮັບ​ການ​ຂະຫຍາຍ​ອອກ​ຢ່າງ​ກວ້າງຂວາງ, ປະກອບສ່ວນ​ແທດ​ຈິງ​ເຂົ້າ​ໃນ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ບໍ່​ພຽງ​ແຕ່​ຢູ່​ແຂວງ​ກ່າ​ເມົາ​ ເທົ່າ​ນັ້ນ, ຫາກ​ຍັງ​ຢູ່​ຫຼາຍ​ທ້ອງ​ຖີ່​ນອີກ​ດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ