ເລື່ອງທິຮ່ວານ ປະທານ ສະຫະພັນແມ່ຍິງ ຕາແສງ ຜູ້ມີຄວາມຂະຫຍັນຂັນເຄື່ອນ

(VOVWORLD) -ເອື້ອຍ ເລື່ອງທິຮ່ວານ ອາຍຸ 28 ປິ ຢູ່ ຕາແສງ ເຫງ໋ຍອານ ເທດສະບານ ເຫງ໋ຍໂລ້ ແຂວງ ອຽນບາຍ ໄດ້ຮູ້ຈັກເຖິງແມ່ນປະທານສະຫະພັນແມ່ຍິງ ຜູ້ມີຄວາມຂະຫຍັນຂັນເຄື່ອນ, ມີຫົວຄິດປະດິດສ້າງໃນວຽກງານຄຸ້ມຄອງ. ເອື້ອຍ ຍັງເປັນແບບຢ່າງໃນການພັດທະນາເສດຖະກິດເຂດພູສູງຢູ່ບ້ານເກີດເມືອງນອນ. 
ເລື່ອງທິຮ່ວານ ປະທານ ສະຫະພັນແມ່ຍິງ ຕາແສງ ຜູ້ມີຄວາມຂະຫຍັນຂັນເຄື່ອນ - ảnh 1ເລື່ອງທິຮ່ວານ ປະທານ ສະຫະພັນແມ່ຍິງ ຕາແສງ ເຫງ໋ຍອານ

ໂດຍແມ່ນຜູ້ມີອາຍຸຫນຸ່ມແຫນ້ນ, ມີຄວາມຂະຫຍັນຂັນເຄື່ອນ ແລະ ມີໄຫວພິບ ນັ້ນແມ່ນຄວາມປະທັບໃຈທຳອິດເມື່ອໄດ້ພົບປະກັບເອື້ອຍ ເລື່ອງທິຮ່ວານ. ເມື່ອຖືກຖາມກ່ຽວກັບສະພາບການພັດທະນາເສດຖະກິດ, ການກໍ່ສ້າງຊີວິດຂອງພວກເອື້ອຍນ້ອງແມ່ຍິງຢູ່ທ້ອງຖິ່ນ, ພະນັກງານຍິງຫນຸ່ມ ທີ່ມາຮັບຫນ້າທີ່ຄຸ້ມຄອງບໍ່ທັນຮອດ 2 ປີ ແຕ່ເອື້ອຍ ກໍ່ກຳແຫນ້ນຫນ້າທີ່ວຽກງານປຽບເຫມືອນຜູ້ເປັນປະທານສະຫະພັນແມ່ຍິງທີ່ມີປະສົບການມາໄດ້ຫລາຍປີແລ້ວ.

ຕາແສງ ເຫງ໋ຍອານ, ເທດສະບານ ເຫງ໋ຍໂລ້ ແມ່ນຕາແສງເຮັດກະສິກຳເປັນສ່ວນໃຫຍ່, ມີສະມາຊິກສະຫະພັນແມ່ຍິງກວ່າ 700 ຄົນ. ສອງສາມປີກ່ອນນີ້ ເມືື່ອຍັງເປັນພະນັກງານສະຫະພັນ, ເອື້ອຍ ຮ່ວານ ເຫັນໄດ້ຄວາມຈຳກັດໃຫຍ່ ຂອງເອື້ອຍນອ້ງແມ່ຍິງ ແມ່ນບໍ່ຢາກປ່ຽນແປງວິທີຄິດວິທີເຮັດ, ບໍ່ກ້າແກ່ນສຳຜັດກັບບັນດາຄວາມຮູ້ໃຫມ່ເພື່ອພັດທະນາເສດຖະກິດຄອບຄົວ. ເພາະສະນັ້ນ ເມື່ອໄດ້ຮັບເລືອກຕັ້ງເປັນປະທານສະຫະພັນແມ່ຍິງຕາແສງປີ 2016, ເອື້ອຍຮ່ວານ ໄດ້ມານະພະຍາຍາມຊອກຮູ້, ກຳແຫນ້ນບັນດາຈຸດເດັ່ນກໍ່ຄືຂໍ້ຈຳກັດຂອງຂະບວນການແມ່ຍິງໃນຕາແສງ, ຈາກນັ້ນສ້າງແຜນການເຄື່ອນໄຫວຕິດແທດກັບສະພາບຕົວຈິງ. ຄວາມຫຍຸ້ງຍາກທີ່ສຸດໃນຈຸດເວລານັ້ນ ແມ່ນເຮັດແນວໃດເພື່ອສ້າງຄວາມເຊື່ອໝັ້ນໃຫ້ສະມາຊິກ. ເອື້ອຍ ເລື່ອງທິຮ່ວານ ແບ່ງປັນວ່າ:

“ຈຸດເດັ່ນຂອງຕົນແມ່ນຍັງຫນຸ່ມແຫນ້ນ ສະນັ້ນຕ້ອງສະຫນິດຕິດພັນກັບເອື້ອຍນ້ອງໃຫ້ຫລາຍກວ່າ. ຈຸດພິເສດຂອງທ້ອງຖິ່ນ ແມ່ນເຂດປະສົບກັບຄວາມຫຍຸ້ງຍາກ, ເອື້ອຍນ້ອງແມ່ຍິງຢູ່ກະແຈກກະຈາຍ ສະນັ້ນ ຂ້າພະເຈົ້າຕ້ອງໄປເຖິງບອ່ນຢູ່ໄກສຸດເພື່ອໂຄສະນາເຜີຍແຜ່”

ພາຍຫລັງຈັດຕັ້ງການໂຄສະນາ, ຍົກສູງຄວາມຮັບຮູ້ໃຫ້ແກ່ສະມາຊິກສະຫະພັນແມ່ຍິງ ດ້ວຍຫລາຍຮູບການ ພ້ອມກັບການຂົນຂວາຍເອື້ອຍນ້ອງນຳເອົາແນວພັນສັດລ້ຽງ, ແນວພັນປູກໃຫມ່ເຂົ້າມາຜະລິດ, ເອື້ອຍຮ່ວານ ຍັງສົ່ງເສີມບັນດາສະມາຊິກສະມາຄົມເຮັດການທ່ອງທ່ຽວວົງຄະນາຍາດ ເພື່ອແນໃສ່ເສີມຂະຫຍາຍທ່າໄດ້ປຽບຂອງທ້ອງຖິ່ນ.

ເອື້ອຍ ຫລໍ່ທິແທງຖູຍ ຢູ່ ບ້ານ ເດວ 4 ແມ່ນສະມາຊິກສະຫະພັນຜູ້ຫນຶ່ງທີ່ເຮັດເສດຖະກິດເກັ່ງຂອງສະຫະພັນແມ່ຍິງ ຕາແສງ ເຫງ໋າຍອານ ໃຫ້ຮູ້ວ່າ: ຍ້ອນໄດ້ຮັບການລະດົມກຳລັງໃຈຂອງປະທານສະຫະພັນແມ່ຍິງ ເລື່ອງທິຮ່ວານ ສະນັ້ນ ນັບແຕ່ເມື່ອເຂົ້າຮ່ວມສະຫະພັນແມ່ຍິງ,ເຂົ້າຮ່ວມບັນດາຊຸດອົບຮົມຖ່າຍທອດວິທະຍາສາດເຕັກນິກ ໂດຍສະຫະພັນແມ່ຍິງທຸກຂັ້ນຈັດຕັ້ງ, ເອື້ອຍ ຈຶ່ງກ້າແກ່ນລົງທຶນລ້ຽງໄກ່ກວ່າ 1000 ໂຕ/ລຸ້ນ ພ້ອມທັງປູກເຫັດນາງລົມ 400  ຖົງ ໄດ້ນຳມາເຊິ່ງປະສິດທິຜົນທາງດ້ານເສດຖະກິດສູງ.

ສະຫະພັນແມ່ຍິງ ໄດ້ສົມທົບກັບໂຮງຮຽນສອນອາຊີບຊັ້ນກາງສອນໃຫ້ຂ້າພະເຈົ້າ, ຂ້າພະເຈົ້າຈຶ່ງນຳເອົາຄວາມຮູ້ນັ້ນມາໝູນໃຊ້ເພື່ອພັດທະນາເສດຖະກິດໃນຄອບຄົວ. ຂ້າພະເຈົ້າຍັງຍາດແຍ່ງແຫລ່ງວັດຖຸດິບຈາກຕົ້ນເຂົ້າເພື່ອພັດທະນາເສດຖະກິດຄອບຄົວນຳອີກ.”

ບໍ່ພຽງແຕ່ມີຄວາມຕັ້ງຫນ້າໃນວຽກງານສະຫະພັນເທົ່ານັ້ນ ຫາກດ້ວຍຈິດໃຈເປັນແບບຢ່າງ, ເອື້ອຍ ເລື່ອງທິຮ່ວານ ຍາມໃດກໍ່ນຳຫນ້າໃນການພັດທະນາເສດຖະກິດຄອບຄົວອີກດ້ວຍ. ແຕ່ລະປີ ຄອບຄົວເອື້ອຍຜະລິດຊີ້ນຢ້າງສະເລ່ຍໄດ້ຫລາຍກວ່າ 2 ໂຕນ  ຊື່ງເປັນອາຫານພິເສດຂອງທ້ອງຖິ່ນສົ່ງໄປຂາຍຢູ່ທ້ອງຕະຫລາດ, ສ້າງລາຍຮັບມາໄດ້ນັບລ້ານໆດົງ. ເອື້ອຍ ຫລໍ່ທິເຕືອຍ ສະມາຊິກສະຫະພັນແມ່ຍິງ ຕາແສງ ເຫງ໋ຍອານ ໃຫ້ຮູ້ວ່າ:

“ເອື້ອຍເລື່ອງທິຮ່ວານ ໃນຫນ້າທີ່ວຽກງານ ແມ່ນຜູ້ມີຫົວຄິດປະດິດສ້າງ ແລະ ໃກ້ຊິດຕິດແທດກັບເອື້ອຍນ້ອງສະມາຊິກທີ່ສຸດ. ເມື່ອກັບເມືອບ້ານ ເອື້ອຍກໍ່ເປັນແມ່ຍິງຜູ້ທີ່ມີຄວາມດຸໝັ່ນຂະຫຍັນພຽນໃນວຽກບ້ານການເຮືອນ.

ມາຮອດປະຈຸບັນ ຕາແສງ ເຫງ໋ຍອານ ໄດ້ມີເກືອບ 30 ຮູບແບບການສ້າງເສດຖະກິດຄອບຄົວ ໂດຍແມ່ຍິງເປັນເຈົ້າຂອງ ຊື່ງສ້າງລາຍຮັບມາໄດ້ກວ່າ 100 ລ້ານດົງ. ບໍ່ພຽງແຕ່ພັດທະນາເສດຖະກິດເທົ່ານັ້ນ ຫາກບັນດາສະມາຊິກສະຫະພັນຍັງມານະພະຍາຍາມຮັກສາບັນດາຄຸນຄ່າວັດທະນະທຳພື້ນເມືອງ, ສ້າງບັນດາຮູບແບບຄອບຄົວມີຄວາມຜາສຸກ, ກອງສິລະປະຮັກສາວາດຟ້ອນແຊ, ສະໂມສອນຂັບລຳຂອງຊາວເຜົ່າຜູ້ໄທ. ດ້ວຍກຳລັງແຮງຂອງໄວຫນຸ່ມ ແລະ ຄວາມສຸດຈິດສຸດໃຈຂອງປະທານສະຫະພັນແມ່ຍິງ ເລື່ອງທິຮ່ວານ ເປັນແບບຢ່າງໃຫ້ແກ່ຈິດໃຈບືນຕົວຂຶ້ນໃນຊີວິດຂອງສະມາຊິກສະຫະພັນແມ່ຍິງ ຕາແສງ ເຫງ໋ຍອານ.

ຕອບກັບ

ຂ່າວ/ບົດ​ອື່ນ