ເສີມຂະຫຍາຍເສດຖະກິດສວນຜ່ານການປູກໝາກລຳໄຍຊ່ວາງເກີມວ່າງຕາມທິດ VietGap


(vovworld) - ແຂວງ​ບ່າ​ເຮ້ຍ​ວຸງ​ເຕົ່າ​ ແມ່ນ​ເຂດ​ດິນ​ທີ່​ມີ​ຊື່​ສຽງ​ດ້ວຍ​ຕົ້ນ​ໄມ້​​ກິນໝາກຫຼາຍ​ປະ​ເພດຄື: ໝາກ​ລຳ​ໄຍຊ່ວງ​ເກີ​ມວ່າງ, ໝາກມັງກອນແດງ​ໃນ (ຕະບອງ​ເພັດ), ໝາກ​ຂຽບ , ໝາກ​ສົ້ມ​ໂອ​ເປືອກ​ຂຽວ… ໃນ​ຊຸມ​ປີ​ມໍ່ໆ​ມານີ້, ດ້ວຍ​ການ​ຜະ​ລິດ​ຕາມ​ທິດປອດສານພິດ “ປະ​ຕິ​ບັດ​ການ​ຜະ​ລິດ​ກະ​ສີ​ກຳ​ທີ່​ດີ​ໃຫ້​ແກ່ຜັກ ແລະ ໝາກ​ໄມ້​ສົດ​ຂອງ​ຫວຽດ​ນາມ (VietGap)”​ໄດ້​ເປີດ​ທິດ​ທາງ​ໃໝ່​ໃ​ນການ​ເສີມ​ຂະ​ຫ​ຍາຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ດ້ານ​ເສດ​ຖະ​ກິດ​ສວນ​, ກໍ່​ຄື​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ - ສັງ​ຄົມ​ຢ່າງ​ໝັ້ນ​ຄົງ.

ເສີມຂະຫຍາຍເສດຖະກິດສວນຜ່ານການປູກໝາກລຳໄຍຊ່ວາງເກີມວ່າງຕາມທິດ VietGap - ảnh 1

ການປູກໝາກລຳໄຍຊ່ວາງເກີມວ່າງຕາມທິດ VietGap
(ພາບ: ອິນເຕີແນດ)

        ທ່ານ​ເລ​ວັນ​ເຕື່ອງ ຢູ່​ບ້ານ​ຟູ໋​ເລິມ, ຕາ​ແສງ​ຮ່​ວາ​ຮຽບ, ເມືອງ​ຊວຽນ​ໂມກ, ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຜູ້​ປູກ​ໝາກ​ລຳ​ໄຍຊ່ວງ​ເກີ​ມວ່າງ​ຕາມ​ທິດ VietGap ສຳ​ເລັດ​ຜົນ.ນັບ​ແຕ່​ປະ​ຕິ​ບັດ​ຕາມ​ມາດ​ຕະ​ຖານ VietGap, ສ່ວນ​ໝາກ​ລຳ​ໄຍຊ່ວງ​ເກີ​ມວ່າງ​ຂອງ​ທ່ານ ເຕື່ອງ​ໄດ້​ໃຫ້​ສະ​ມັດ​ຕະ​ພາບ​ສູງ​ພໍ​ສົມ​ຄວນ, ຄິດ​ສະ​ເລ່ຍ​ແມ່ນບັນລຸ 7 ໂຕນ/ເຮັກ​ຕາ/ລະ​ດູ. ດ້ວຍ​ລາ​ຄ​າ​ແຕ່ 20 – 25.000 ດົ່ງ/kg. ທ່ານ ເຕື່ອງ ໃຫ້​ຮູ້​ວ່າ: ກ່ອນນີ້, ຄອບ​ຄົວ​ທ່ານປະສົບ​ຄວາມ​ຫ​ຍຸ້ງ​ຍາກ​ທີ່​ສຸດ, ຄອບ​ຄົວ​ມີ​​ເນື້ອທີ່​ດິນພຽງ 3 ເຮັກ​ຕາທີ່ປູກ​ໝາກມວງ​ຫິມ​ມະ​ພານ ແລະ ສາ​ລີ​​ເທົ່າ​ນັ້ນ, ລາຍ​ຮັບ​ບໍ່​ພໍ​ຢູ່​ພໍ​ກິນ. ພາຍຫຼັງ​ໄດ້​ຮັບ​ການ​ແນະ​ນຳ ແລະ ​ໃຫ້ຄຳ​ປຶກ​ສາ​ດ້ານ​ເຕັກ​ນິກ​ຈາກ​ສູນ​ສົ່ງ​ເສີມ​ກະ​ສີ​ກຳ, ​ການ​ປະ​ມົງ​ຂອງ​ແຂວງ, ນັບ​ແຕ່​ປີ 2007, ທ່ານ​ໄດ້​ປູກ​ໝາກ​ລຳ​ໄຍ​ຊ່ວງ​ເກີ​ມວ່າງຕາມ​ມາດ​ຖານ VietGap ໃນ​ເນື້ອ​ທີ່ 2 ເຮັກ​ຕາ. ປີ 2011, ທ່ານ​ເລີ່ມ​ເກັບ​ກ່ຽວ​ລະ​ດູ​ທຳ​ອິດ ດ້ວຍສະ​ມັດ​ຕະ​ພາບ 7 ໂຕນ/ເຮັກ​ຕາ/ລະ​ດູ, ເພີ່ມ 20%, ເມື່ອ​ທຽບ​ໃສ່​​ວິ​ທີ​ປູກ​ໝາກ​ລຳ​ໄຍ​ຊ່ວງ​ເກີ​ມວ່າງຕາມ​ແບບ​ເກົ່າ. ທ່ານ ເຕື່ອງ​ໃຫ້​ຮູ້​ວ່າ:

        ”​ເຮັດ​ຕາມ​ຮູບ​ແບບ Vietgap ​ແມ່ນ​ມີ​ຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ສຸຂະພາບ, ພິ​ເສດ​​ແມ່ນສຳລັບຜູ້​ປູກ​ຕ້ົນໝາກ​ລຳ​ໄຍຊ່ວງ​ເກີ​ມວ່າງ ​ແລະ ຜູ້​ຊົມໃຊ້​ອີກ, ​ເພາະວ່າ​ນີ້​ແມ່ນ​ຜະລິດ​ຕະພັນ​ປອດສານພິດ. ປະຈຸ​ບັນ, ​ເຮັດ​ຕາມ​ຮູບ​ແບບ Vietgap ກໍ່​ບໍ່​ຫຍຸ້ງຍາກ​ປານ​ໃດ, ຍ້ອນ​ໄດ້​ຮັບ​ການ​ສະໜັບສະໜູນ​ຈາກ​ຂະ​ແໜງ​ກະ​ສີ​ກຳ, ​ແຕ່​ເມື່ອ​ເຮັດ​ຕາມ​ຮູບ​ແບບ​ນີ້​ຕ້ອງ​ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ຈຶ່ງ​ເຮັດ​ໄດ້”.

ເສີມຂະຫຍາຍເສດຖະກິດສວນຜ່ານການປູກໝາກລຳໄຍຊ່ວາງເກີມວ່າງຕາມທິດ VietGap - ảnh 2

ປູກໝາກລຳໄຍຊ່ວາງເກີມວ່າງຕາມທິດ VietGap
(ພາບ: ອິນເຕີແນດ)

        ຍ້ອນ​​ປູກຢູ່​ເຂດ​ດິນ​ແຄມ​ທະ​ເລ, ໝາກ​ລຳ​ໄຍຊ່ວງ​ເກີ​ມວ່າງຢູ່​ທີ່​ນີ້​ໄດ້​ຮັບ​ການ​ຮູ້ຈັກ​ຈາກ​ຜູ້​ຊົມ​ໃຊ້​ໃນ​ທົ່ວ​ປະ​ເທດ, ຍ້ອນ​ມີ​ລົດ​ຫວານ, ​ແຊບ, ມີ​ສີ​ເຫຼືອງ​ທີ່​ເປັນ​ເອກະລັກ​ສະ​ເພາະ​​ເຊິ່ງບໍ່​ເຄີຍ​ມີ​ຢູ່​ບ່ອນ​ອື່ນ. ຍ້ອນ​ບັນລຸ​ຄູນ​ນະພາ​ບສູງ​ຄື​ແນວ​ນັ້ນ, ໝາກ​ລຳ​ໄຍຊ່ວງ​ເກີ​ມວ່າງຂອງ​ບ່າ​ເຮ້ຍ - ວຸງ​ເຕົ່າ ຈຶ່ງ​ຄ່ອຍໆ​ກວມ​ອັດຕາ​ສ່ວນ​ຫຼາຍ​ຢູ່​ຮ້ານ​ຊັບ​ພະ​ສິນຄ້າ ​ແລະ ພັດ​ຕະຄານ​ໃຫຍ່​ຕ່າງໆ. ທ່ານ ດ່າວວັນ​ຮ໋ຽວ, ຫົວໜ້າ​ສະຫະກອນ​ເຍິນ​ເຕີມ, ​ເມືອງ​ຊວຽນ​ໂມກ, ​ໃຫ້​ຮູ້​ວ່າ, ປະຈຸ​ບັນ​ຕາ​ແສງ​ຮ່ວາ​ຮຽບ ​ໄດ້​ປູກ​ຕົ້ນ​ໝາກ​ລຳ​ໄຍຊ່ວງ​ເກີ​ມວ່າງຕາມ​ຮູບ​ແບບ Vietgap. ​ແລະ ​ແຕ່​ລະ​ເດືອນ​ສະຫະກອນ ​ເຍິນ​ເຕິ​ມ ກໍ່​ຂາຍ​ໝາກ​ລຳ​ໄຍ​ຊ່ວງ​ເກີ​ມວ່າງໃຫ້​ບັນດາ​ຮ້ານ​ຊັບ​ພະ​ສິນຄ້າ​ຕ່າງຄື: Co.op, Mart, Metro, Maximax…​ໄດ້​ແຕ່ 7 – 8 ​ໂຕນ. ​ເຖິງ​ວ່າ​ໝາກ​ລຳ​ໄຍຊ່ວງ​ເກີ​ມວ່າງຂອງ​ບ່າ​ເຮ້ຍ - ວຸງ​ເຕົ່າ ຍາມ​ໃດ​ກໍ່​ຂາຍດ້ວຍ​ລາ​ຄ່າ​ສູງ​ກວ່າ​ໝາກ​ລຳ​ໄຍຊ່ວງ​ເກີ​ມວ່າງທີ່​ປູກ​ຢູ່​ບ່ອນ​ອື່ນ​ແຕ່ 5000 – 7000 ດົ່ງ/kg ກໍ່ຕາມ,  ​ແຕ່​ລູກ​ຄ້າ​ຍັງ​ນິຍົມ​ຢູ່. ​ເດືອນ 12/2012, ​ໝາກ​ລຳ​ໄຍຊ່ວງ​ເກີ​ມວ່າງບ່າ​ເຮ້ຍ - ວຸງ​ເຕົ່າ​ໄດ້​ຮັບ​ການ​ຮັບຮອງ​ວ່າ​ແມ່ນ​ໜຶ່ງ​ໃນ​ຈຳນວນ ໝາກ​ໄມ້​ພິ​ເສດ 50 ປະ​ເພດຂອງ​ຫວຽດນາມ. ທ່ານ ດ່າວວັນ​ຮ໋ຽວ, ຫົວໜ້າ​ສະຫະກອນ ​ເຍິນ​ເຕິ​ມ, ​ເມືອງ​ຊວຽນ​ໂມກ, ​ໃຫ້​ຮູ້​ວ່າ:

        “​​ປະຈຸ​ບັນ, ​​ເມື່ອ​ມີໃບ​ຢັ້ງຢືນ VietGap , ສະຫະກອນສາມາດ​ເຊັນ​ສັນຍາ​ສົ່ງ​ອອກໝາກ​ລຳ​ໄຍຊ່ວງ​ເກີ​ມວ່າງ​ໄດ້ ​ແລະ ນີ້​ກໍ່​ແມ່ນ​ບາດກ້າວ​ທີ່​ສຳຄັນ​ໃນ​ການ​ປູກ​ຕົ້ນ​ໝາກ​ລຳ​ໄຍຊ່ວງ​ເກີ​ມວ່າງ. ຂ້າພະ​ເຈົ້າ​ຫວັງ​ວ່າ, ຂະ​ແໜງ​ກະ​ສີ​ກຳ ​ແລະ ການ​ນຳ​ແຂວງ​ບ່າ​ເຮ້ຍ - ວຸງ​ເຕົ່າ​ຈະ​ເປີດ​ກວ້າງຮູບ​ແບບ​ນີ້​ກວ່າ​ອີກ“.

ເສີມຂະຫຍາຍເສດຖະກິດສວນຜ່ານການປູກໝາກລຳໄຍຊ່ວາງເກີມວ່າງຕາມທິດ VietGap - ảnh 3
ເກັບກຽວໝາກລຳໄຍຊ່ວາງເກີມວ່າງຕາມທິດ VietGap
(ພາບ: ອິນເຕີແນດ)
        ​ເລື່ອງ​ນຳ​ໃຊ້​ຮູບ​ແບບ​ຜະລິດ VietGap ​ເຂົ້າ​ໃນ​ການ​ປູກ​ຕົ້ນ​ໝາກ​ໄມ້​ເວົ້າ​ລວມ ​ແລະ ໝາກ​ລຳ​ໄຍຊ່ວງ​ເກີ​ມວ່າງ ​ເວົ້າ​ສະ​ເພາະ, ຈະ​ຊ່ວຍ​ຫຼຸດຜ່ອນ​ຄວາມ​ເສຍ​ຫາຍ​ໂດຍ​ສັດຕູ​ພືດ​ກໍ່​ຂຶ້ນ, ຈຳກັດ​ການ​ນຳ​ໃຊ້​ຢາ​ປ້ອງ​ກັນ​ພືດ ​ແລະ ຍົກ​ສູງ​ຄູນ​ນະພາ​ບຂອງ​ໝາ​ກ​ໄມ້. ​ເມື່ອເຂົ້າ​ຮ່ວມ​ລາຍການ​ຜະລິດ​ຕາມ​ມາດຖານ Gap ລະດັບ​ຄວາມ​ຮູ້​ຂອງຊາວ​ກະ​ສີກ​ອນໃນ​ການ​ຜະລິດ​ ກໍ່​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ ຈາກ​ນັ້ນ​ມີ​ຈີນ​ຕະນາ​ການ​​ເຮັດ​ເສດຖະກິດ, ສ້າງ​ຄວາມ​ຮັ່ງມີ ​ແລະ ພ້ອມ​ກັບ​ທ້ອງ​ຖີ່​ນປະຕິບັດ​ລາຍການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ສຳ​ເລັດ​

ຕອບກັບ

ຂ່າວ/ບົດ​ອື່ນ