ເຮັກວຽກງານຂົນຂວາຍປະຊາຊົນເປັນຢ່າງດີເພື່ອໃຫ້ປະຊາຊົນ ຮ່ວມຈິດຮ່ວມໃຈກໍ່ສ້າງຊົນນະບົດໃໝ່


(vovworld) - ການ​ກໍ່​ສ້າງ​ຊົນນະບົດ​ໃໝ່​ແມ່ນ​ໜຶ່ງ​ໃນ​ບັນດາ​ແຜນ​ນະ​ໂຍບາຍ​ໃຫຍ່​ຂອງ​ພັກ ​ແລະ ລັດ ​ເຊິ່ງພວມ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ກວ້າງຂວາງ​ຢູ່​ທ້ອງ​ຖີ່​ນຕ່າງໆ​ຂອງຫວຽດນາມ, ​ເຖິງ​ວ່າ​ແຕ່ລະ​ແຫ່ງ​ຈະ​ມີ​ວິທີ​ເຮັດ​ແຕກ​ຕ່າງ​ກັນກໍ່ຕາມ, ​ແຕ່​ສິ່ງ​ທີ່​​ເຄີຍເຫັນ​ຢູ່​ບັນດາຕາ​ແສງ​ທີ່​ບັນລຸ​ມາດຖານ​ຊົນນະບົດ​ໃໝ່, ນັ້ນ​ແມ່ນ​ການ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ໃນ​ໝູ່​ປະຊາຊົນ​, ​ໃນ​ນັ້ນ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​ມີ​ບົດບາດ​ສຳຄັນ. ບົດ​ຂຽນ​ “​ເຮັກ​ວຽກ​ງານ​ຂົນ​ຂວາ​ຍປະຊາຊົນ​​ເປັນ​ຢ່າງ​ດີ​ເພື່ອ​ໃຫ້​ປະຊາຊົນ​ຮ່ວມ​ຈິດ​ຮ່ວມ​ໃຈ​ກໍ່ສ້າງ​ຊົນນະບົດ​ໃໝ່“ ຂອງ​ ຫງວຽນ​ຮ່ຽນ ​ແລະ ​ເລ​ເທີມ, ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ.

​ໃນ​ຊຸມ​ມື້​ນີ້, ປະຊາຊົນ​ຕາ​ແສງ ຮ່ວາງ​ອານ, ​ເມືອງ​ຫຽບຮ່ວາ, ​ແຂວງ​ບັກ​ຢາງ, ມີ​ຄວາມ​ພາກພູມ​ໃຈ​ທີ່​ສຸດ, ​​ເພາະຕາ​ແສງ​ຫາ​ກໍ່​ໄດ້​ຮັບ​ການ​ຮັບຮອງ​ວ່າ​ເປັນຕາ​ແສງ​ບັນລຸມາດຖານ​ຊົນນະບົດ​ໃໝ່. ປີ 2011, ຕາ​ແສງ ຮ່ວາງ​ອານ ​ໄດ້​ຮັບ​ການ​ເລືອກ​ເຟັ້ນ​ເປັນຕາ​ແສງ​ປະຕິບັດ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ໃນ​ເບື້ອງ​ຕົ້ນ​​ແຫ່ງ​ການ​ຜັນ​ຂະຫຍາຍ, ​ເຖິງ​ວ່າ​ເງື່ອນ​ໄຂ​ເສດຖະກິດ​ຂອງ​ຕາ​ແສງ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ກໍ່ຕາມ, ​ແຕ່​ອຳນາດ​ການ​ປົກຄອງ ​ແລະ ປະຊາຊົນ​ຕາ​ແສງ ຮ່ວາງ​ອານ ​ໄດ້​ມີ​ຄວາມ​ຕັດສິນ​ໃຈ​ສູງ ​ເພື່ອ​ປະຕິບັດ​ສຳ​ເລັດ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ທຳ​ອິດ​ແມ່ນ​ຜັນ​ຂະຫຍາຍ​ການ​ບຸກ​ເບີກ​ໜ້າ​ພຽງ​ເພື່ອ​ກໍ່ສ້າງ​ທາງ​ເບ​ຕົງ​ລະຫວ່າງ​ຕາ​ແສງ. ​ເພື່ອ​ເຮັດ​ວຽກ​ງານ​ນີ້​ໃຫ້​ໄດ້, ພະນັກງານ​ບ້ານ, ຕາ​ແສງ ​ໄດ້​​ລົງໄປ​​ແຕ່​ລະ​ບ້ານ, ​ແຕ່​ລະ​ຄອບຄົວ ​ເພື່ອ​ຂົນຂວາຍ​ປະຊາຊົນ, ​ໂຄສະນາ​ໃຫ້​ເຂົາ​ເຈົ້າ​ຮູ້​ແຜນ​ນະ​​ໂຍບາຍ​ຂອງ​ພັກ ​ແລະ ລັດ. ອ້າຍ ​ໂງ​ວັນ​ຮຸ່ງ, ຢູ່​ບ້ານ ​ເຕິ​ນ​ເລິບ, ຕາ​ແສງ ຮ່ວາງ​ອານ, ​ແມ່ນ​ໜຶ່ງ​ໃນ​ບັນດາ​ຜູ້​ທຳ​ອິດ​ທີ່​ໄດ້​ສະໝັກ​ໃຈບໍລິຈາກ​ທີ່​ດິນ​ເພື່ອ​ກໍ່ສ້າງ​ທາງ ​ແລະ ປະກອບ​​ແຮງ​ງານ​​ເຂົ້າ​ໃນການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ແບ່ງ​ປັນ​ວ່າ:

“ຂ້າພະ​ເຈົ້າ​ຄິດ​ວ່າ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ເມື່ອ​ມີ​ທາງ​ກວ້າງ​ເຮົາ​ຈະ​ໄດ້​ຊົມ​ໃຊ້ຜົນ​ປະ​ໂຫຍ​ດ​ຫຼາຍ, ດັ່ງ​ນັ້ນ​ຄອບຄົວ​ຂ້າພະ​ເຈົ້າ​ຈຶ່ງ​ບໍລິຈາກ​ທີ່​ດິນ, ຮັບ​ໃຊ້​ໃຫ້​ແກ່​ການ​ເປີດ​ກວ້າງ​ທາງ. ມີ​ເສັ້ນທາງ​ກວ້າງຂວາງ, ສະອາດ, ສວຍ​ງາມ​ຄື​ແນວ​ນີ້, ການ​ໄປ​ມາ​ກໍ່​ສະດວກ​ສະບາຍ. ຂ້າພະ​ເຈົ້າ​ຫວັງ​ວ່າ ຢູ່​ບ່ອນ​ໃດ​ກໍ່​ມີ​ເສັ້ນທາງ​ງາມ​ຄື​ແນວ​ນີ້​ເພື່ອ​ສ້າງ​ຄວາມ​ສະດວກໃຫ້​ແກ່​ປະຊາຊົນ​“.

ເຮັກວຽກງານຂົນຂວາຍປະຊາຊົນເປັນຢ່າງດີເພື່ອໃຫ້ປະຊາຊົນ ຮ່ວມຈິດຮ່ວມໃຈກໍ່ສ້າງຊົນນະບົດໃໝ່ - ảnh 1

ແບ່ງໜ້າທີ່ໃຫ້ສະມາຊິກພັກຢູ່ເມືອງ ຫຽບຮ່ວາເຮັດວຽກງານໂຄສະນາຂົນຂວາຍປະຊາຊົນ

​ໂດຍ​ມີ​ຄວາມ​​ເປັນ​ເອກະ​ພາບ​ສູງ​ໃນ​ຖັນ​ແຖວ​ການ​ນຳ​ຕາ​ແສງ ​ແລະ ຄວາມເຫັນ​ດີ​ເຫັນ​ພ້ອມ​ສູງ​ໃນ​ໝູ່​ປະຊາຊົນ, ເລື່ອງ​ຜັນ​ຂະຫຍາຍ​ການ​ກໍ່ສ້າງ​ທາງ​ຈຶ່ງ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ໄວ, ຖືກ​ກັບ​ຄວາມ​ຄືບ​ໜ້າ​ທີ່​ໄດ້​ວາງ​ອອກ. ທາງ​ຕາ​ແສງ​ໄດ້​ເລືອກ​ຕັ້ງ​ຄະນະ​ຕິດຕາມ​ກວດກາ​ປະຊາ​ຄົມ, ຄະນະ​ກວດກາ​ປະຊາຊົນ ​ເພື່ອ​ຕິດຕາມ​ກວດກາຈາກ​ຂອດ​ວາງ​ແຜນ​ກຳນົດ​ເຖິງ​ການ​ລົງທຶນ​ກໍ່ສ້າງ​ໂຄງ​ລ່າງ​ເສດຖະກິດ, ສັງຄົມຢ່າງ​ແໜ້ນ​ແຟ້ນ. ​ເມື່ອ​ຈັດ​ຕັ້ງ​ການປະຕິບັດ, ຖ້າ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຄ້າງ​ຄາ, ການ​ນຳ​ທ້ອງ​ຖີ່​ນຈະ​​​ແລກປ່ຽນ​ກັບ​ປະຊາຊົນ​ໂດຍ​ກົງ, ​ເພື່ອ​ພ້ອມ​ກັນ​ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​. ຍ້ອນ​ເຫດ​ນັ້ນ, ປະຊາຊົນ​ຈຶ່ງ​ຮັບ​ຮູ້​ແຈ້ງຄວາມ​ຮັບຜິດຊອບ, ສິດຜົນປະ​ໂຫຍ​ດ ​ແລະ ພັນທະ​ຂອງ​ຕົນໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ ຫງວຽນ​ຊວນ​ເຈື່ອງ, ປະທານ​ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ຕາ​ແສງ​ ຮ່ວາງ​ອານ, ​ໃຫ້​ຮູ້​ວ່າ:

“​ແນວ​ໂຮມ​ປະ​ເທດ​ຊາດ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ເຮັດ​ວຽກ​ງານ​ທັງ​ໝົດ​ຢ່າງ​ປະຊາທິປະ​​ໄຕ, ​​ທຸກແຜນ​ນະ​ໂຍບາຍ, ​ໂຄງການ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ເຖິງ​ປະຊາຊົນ ​​ເພື່ອ​ໃຫ້ປະຊາຊົນ​​ຮູ້, ​​ປຶກສາ​ຫາລື, ​​ປະກອບ​ຄວາມ​ເຫັນ ​ແລະ ຕົກລົງນຳກັນ​, ​ດັ່ງ​ນັ້ນ​ການ​ຜັນ​ຂະຫຍາຍວຽກ​ງານ​ກໍ່ສ້າງ​ຊົນນະບົດ​ໃໝ່​ຈຶ່ງ​​​ສະດວກສະບາຍ​.

ເຮັກວຽກງານຂົນຂວາຍປະຊາຊົນເປັນຢ່າງດີເພື່ອໃຫ້ປະຊາຊົນ ຮ່ວມຈິດຮ່ວມໃຈກໍ່ສ້າງຊົນນະບົດໃໝ່ - ảnh 2

ສະຫະພັນແມ່ຍິງເມືອງຫຽບຮ່ວາປະຕິບັດການຕິດຕາມກວດກາຢູ່ຕາແສງຮ່ວາງອານ

ຕາມ​ທ່ານ ມາຍ​ເຊີນ, ຫົວໜ້າ​ຄະນະ​ຊີ້​ນຳ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ເມືອງ ຫຽບຮ່ວາ​ແລ້ວ, ຫຼາຍ​ຕາ​ແສງ​ໃນ​ເມືອງ​ໄດ້​ຮຳ່ຮຽນ ​ແລະ ນຳ​ໃຊ້​ວິທີ​ເຮັດ​​ທີ່ດີ ກໍ່​ຄືບັນດາ​ຜົນງານ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ຕາ​ແສງ ຮ່ວາງ​ອານ. ​ໃນ​ປີ 2015, ທົ່ວ​ເມືອງ​ມີ 25 ຫົວໜ່ວຍ​ຈົດ​ຊື່​ບັນລຸ​ມາດຖານ​ຊົນນະບົດ​ໃໝ່. ປະຈຸ​ບັນ​ມີ 2 ຕາ​ແສງ​ແມ່ນ ດວານ​ບ໋າ​ຍ ​ແລະ ຮ່ວາງ​ອານ ​ໄດ້​ຮັບ​ການ​ຮັບຮອງ​ວ່າ​ບັນລຸ​ມາດຖານ​ຊົນນະບົດ​ໃໝ່, ສ່ວນ​ຕາ​ແສງ ຮ່ວາງ​ເລືອ​ງ ​ແລະ ຊວນ​ເກີ​ມ ພວມ​ພະຍາຍາມ​ປະຕິບັດ​ໃຫ້​ສຳ​ເລັດ​ມາດຖານ​ທັງ​ໝົດ ​ເພື່ອ​ໄດ້​ຮັບ​ການ​ຮັບຮອງ​ເປັນຕາ​ແສງ​ຊົນນະບົດ​ໃໝ່​ໃນ​ທ້າຍ​ປີ​ນີ້. ທ່ານ ມາຍ​ເຊີນ ​ໃຫ້​ຮູ້​ວ່າ:

“ບົດ​ຮຽນ​ທຳ​ອິດ​​ເຊິ່ງພວກ​ເຮົາ​ຖອດ​ຖອນ​ມາ​ໄດ້​​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ນັ້ນ​ແມ່ນ​ ຕ້ອງ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ ​ແລະ ພູມ​ປັນຍາ​ລວມໝູ່​ຂອງ​ປະຊາຊົນ. ທີ​ສອງ​ແມ່ນ​ຖັນ​ແຖວ​ການ​ນຳ​ຈາກ​ຂັ້ນ​ບ້ານ​ເຖິງຂັ້​ນຕະ​ແສງ​​ຕ້ອງ​ມີ​ຄວາມ​ສາມາດ​, ມີ​ຄວາມ​ສຸດ​ຈິດ​ສຸດ​ໃຈ​ກັບ​ວຽກ​ງານ, ມີ​ຄວາມ​ຮັບຜິດຊອບ ​ແລະ ​ເປັນ​ແບບຢ່າງ​ໃນ​ການ​ປະຕິບັດ“.

ຜົນສຳ​ເລັດ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ເມືອງ ຫຽບຮ່ວາ, ​ແຂວງ​ບັກ​ຢາງ​ສະ​ແດງ​ໃຫ້​ເຫັນ​ວ່າ, ຖ້າ​ລະດົມກຳລັງ​ແຮງ​ຂອງ​ປະຊາຊົນ​ໄດ້, ​ເຖິງ​ວ່າການ​ກໍ່ສ້າງ​ຊົນນະບົດ​ຈະ​ຍາກ​ຄື​ແນວ​ໃດ​ກໍ່​ສາມາດ​ຜ່ານ​ຜ່າ​ໄດ້. ​ເຮັດ​ວຽກ​ງານ​ຂົນຂວາຍ​ປະຊາຊົນ​​ເປັນ​ຢ່າງ​ດີ ​ເພື່ອ​ໃຫ້​ປະຊາຊົນ​ຮັບ​ຮູ້​ແຈ້ງ​ບັນຫາ ​ແລະ ຖື​ຕົນ​ເປັນ​ເຈົ້າ​ໃນ​ການ​ກໍ່​ສ້າງ​ຊົນນະບົດ​ໃໝ່ ​ແມ່ນ​ຈະ​ເສີມ​ຂະຫຍາຍ​ບົດບາດ​ເປ​ັນ​ເຈົ້າ​ຂອງ​ປະຊາຊົນ​ໄດ້. ນັ້ນ​ແມ່ນໜຶ່ງ​ໃນ​ບັນດາ​ເຄັດ​ລັບ​ເພື່ອ​ໃຫ້​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ສຳ​ເລັດ​ຜົນ.

ຕອບກັບ

ຂ່າວ/ບົດ​ອື່ນ