ແກ້ໄຂຂໍ້ຕິດຂັດເພື່ອໃຫ້ບັນດາໝູ່ບ້ານອາຊີບພັດທະນາ

(VOVWORLD) -ປະຈຸບັນ ນະຄອນ ເກີນເທີ ມີໝູ່ບ້ານອາຊີບ 4 ແຫ່ງ ໄດ້ຮັບການຮັບຮອງ ນັ້ນແມ່ນ: ໝູ່ບ້ານຜະລິດເຂົ້າໂຄບ ທ້ວນຮືງ, ໝູ່ບ້ານສານມອງ ເທີມເຣີມ, ໝູ່ບ້ານປູກດອກໄມ້ປະດັບ ຟໍທໍ້ - ບາໂບ້ ແລະ ໝູ່ບ້ານຜະລິດເຂົ້າຫນົມ ບາຣິກ. ບັນດາໝູ່ບ້ານອາຊີບເຫລົ່ານີ້ໄດ້ດຶງດູດຊາວກະສິກອນເກືອບ 1000 ຄອບຄົວເຂົ້າຮ່ວມ ດ້ວຍຜູ້ອອກແຮງງານກວ່າ 3000 ຄົນ ສ້າງລາຍຮັບໃນແຕ່ລະປີກວ່າ 100 ຕື້ດົງ ປະກອບສ່ວນປົວແປງຊີວິດການເປັນຢູ່ໃຫ້ແກ່ຜູ້ອອກແຮງງານໃນບໍລິເວນແຂວງ.

ແກ້ໄຂຂໍ້ຕິດຂັດເພື່ອໃຫ້ບັນດາໝູ່ບ້ານອາຊີບພັດທະນາ - ảnh 1 ປະຕູເຂົ້າໝູ່ບ້ານປູກດອກໄມ້ປະດັບ ຟໍທໍ້ - ບາໂບ້

ຕິດພັນກັບອາຊີບສານມອງມາເປັນເວລາຫລາຍປີ ແຕ່ຍາມໃດ ທ່ານ ໂຮ່ດັກກູຍ ສັງກັດຮາກຖານສານມອງ ຢູ່ຕາແສງ ເຕີນຮຶງ ເມືອງ ທົດນົດ ກໍ່ມີຄວາມເປັນຫ່ວງວ່າ ເຮັດແນວໃດເພື່ອໃຫ້ອາຊີບສານມອງຢູ່ເຂດນີ້ພັດທະນາ ແລະ ມີທີ່ຕັ້ງໃນຕະຫລາດ, ຜະລິດຕະພັນທີ່ຜະລິດອອກນັ້ນມີບ່ອນຈຳຫນ່າຍເປັນປົກກະຕິ, ຈາກນັ້ນ ຊີວິດການເປັນຢູ່ຂອງບັນດາກຳມະກອນຈະມີຄວາມເປັນປົກກະຕິກວ່າເພື່ອໃຫ້ເຂົາເຈົ້າມີຄວາມອຸ່ນອ່ຽນໃຈ, ຕິດພັນກັບອາຊີບກວ່າ. ເຖິງຢ່າງໃດກໍຕາມ, ເລື່ອງຂາດຂໍ້ມູນກ່ຽວກັບຕະຫລາດຈຳຫນ່າຍ ແລະ ເລື່ອງສຳຜັດກັບແຫລ່ງທຶນຮອນ ແມ່ນສິ່ງທີ່ເຮັດໃຫ້ການຜະລິດ, ດຳເນີນທຸລະກິດຢູ່ຮາກຖານຂອງທ່ານ ຍາມໃດກໍ່ປະສົບກັບຄວາມຫຍຸ້ງຍາກ. ໃນຂະນະນັ້ນ   ຄວາມຕ້ອງການຂອງຜູ້ໃຊ້ສອຍຍາມໃດກໍ່ຢາກຜະລິດຕະພັນມີການປ່ຽນແປງກ່ຽວກັບຮູບແບບ, ເພາະສະນັ້ນ ຜະລິດຕະພັນທີ່ຜະລິດອອກມານັ້ນ ຍັງບໍ່ທັນມີລັກສະນະເປັນປົກກະຕິ ແລະ ໝັ້ນຄົງເທື່ອ. ທ່ານ ໂຮ່ດັກກູຍ ມີຄວາມເປັນຫວ່ງວ່າ:

“ເມື່ອສົ່ງອອກສິນຄ້າ ກໍ່ຢາກໄດ້ຮັບການຊ່ວຍເຫລືອສ່ວນໃດຫນຶ່ງຈາກລັດ, ຕົວຢ່າງຄື ຊ່ວຍເຫລືອກ່ຽວກັບການຈົດທະບຽນກາໝາຍສິນຄ້າ, ຫນັງສືເດີນທາງເພື່ອໃຫ້ຮາກຖານການຜະລິດໄປສົ່ງສິນຄ້າຢ່າງສະດວກກວ່າ.”

ແກ້ໄຂຂໍ້ຕິດຂັດເພື່ອໃຫ້ບັນດາໝູ່ບ້ານອາຊີບພັດທະນາ - ảnh 2 ຄວນມີນະໂຍບາຍຫນູນຊ່ວຍເພື່ອປ່ຽນໃຫມ່ເຕັກໂນໂລຊີ, ຍົກສູງຄຸນຄ່າຜະລິດຕະພັນ

ແຕ່ລະປີ ໝູ່ບ້ານປູກດອກໄມ້ປະດັບ ຟໍທໍ້ - ບາໂບ້ ຢູ່ຕາແສງ ລອງຮ່ວາ ເມືອງ ບີງຖູຍ ນະຄອນ ເກີນເທີ ໄດ້ສົ່ງໂຖດອກໄມ້ຊະນິດຕ່າງໆນັບຮ້ອຍໂຖອອກສູ່ຕະຫລາດ, ມີຫລາຍຄອບຄົວໄດ້ບືນຕົວຂຶ້ນຫລຸດພົ້ນອອກຈາກຄວາມທຸກຍາກ ແລະ ສ້າງຄວາມຮັ່ງມີເທື່ອລະກ້າວຈາກເຂດດິນແດນຂອງຕົນ. ຍ້ອນຄວາມຕ້ອງການຂອງຕະຫລາດ ແລະ ຄວາມນິຍົມຂອງຜູ້ໃຊ້ສອຍ, ເຮັດໃຫ້ບັນດາຄອບຄົວຕ້ອງປ່ຽນແປງວິທີການຜະລິດຈາກແບບເກົ່າຫັນມາໝູນໃຊ້ເຕັກໂນໂລຊີສູງເພື່ອສ້າງບັນດາຜະລິດຕະພັນເປັນຫລາຍຮູບຫລາຍແບບ ແລະ ມີຄຸນຄ່າເສດຖະກິດສູງ. ທ່ານ ດວ່ານຫືວບົນ, ຮອງນາຍບ້ານໝູ່ບ້ານປູກດອກໄມ້ ຟໍທໍ້ - ບາໂບ້ ໃຫ້ຮູ້ວ່າ: ເມື່ອໝູນໃຊ້ເຕັກໂນໂລຊີສູງເຂົ້າໃນການຜະລິດ ຕ້ອງການແຫລ່ງລາຍຈ່າຍໃຫຍ່ຫລາຍທີ່ສຸດນັບແຕ່ການລົງທຶນປຸກສ້າງເຮືອນຮົ່ມ, ລະບົບຫົດນ້ຳແບບອັດຕະໂນມັດ ແລະ ເວລານັ້ນ ປະຊາຊົນຈະເປັນເຈົ້າການໃນການແກ້ໄຂດອກໄມ້ຕາມຄວາມຕ້ອງການ, ບໍ່ຕ້ອງອີງໃສ່ດິນຟ້າອາກາດຄືກ່ອນນີ້. ເຖິງຢ່າງໃດກໍຕາມ, ຄວາມຫຍຸ້ງຍາກໃຫຍ່ສຸດຊື່ງບັນດາຄອບຄົວຊາວກະສິກອນປະສົບນັ້ນແມ່ນແຫລ່ງລາຍຈ່າຍເພື່ອປະຕິບັດ, ເພາະສ່ວນຫລາຍລາຍຮັບຂອງບັນດາຄອບຄົວພຽງແຕ່ 5-6 ລ້ານດົງ/ເດືອນເທົ່ານັ້ນ ໃນຂະນະນັ້ນ ລາຍຈ່າຍລົງທຶນອາດຈະຂຶ້ນເຖິງ 200-300 ລ້ານດົງ. ທ່ານ ດວ່ານຫືວບົນ ສະເຫນີວ່າ:

“ລັດຄວນຫນູນຊ່ວຍສ່ວນໃດຫນຶ່ງເພື່ອປຸກສ້າງເຮືອນຮົ່ມຕາມເຕັກໂນໂລຊີສູງ. ເນືື້ອທີ່ແມ່ນຮັດແຄບ ແຕ່ຕ້ອງມີຜະລິດຕະພັນຫລາຍກວ່າ, ບັນລຸຄຸນນະພາບສູງກວ່າ,  ຈາກນັ້ນ ບັນດາສະຫະກອນເວົ້າສະເພາະ ແລະ ໝູ່ບ້ານອາຊີບເວົ້າລວມຈຶ່ງຄົງຕົວໄດ້.”

 ບັນດາໝູ່ບ້ານອາຊີບ ພາຍຫລັງໄດ້ຮັບການຮັບຮອງຈະມີຫລາຍນະໂຍບາຍບຸລິມະສິດ ແລະ ມີການຫນູນຊ່ວຍພັດທະນາຕາມດຳລັດຂອງລັດຖະບານ ແລະ ຂໍ້ຕົກລົງຂອງນະຄອນ. ເຖິງຢ່າງໃດກໍຕາມ ໄລຍະຜ່ານມາ ເລື່ອງສຳຜັດກັບແຫລ່ງທຶນເພື່ອປ່ຽນໃຫມ່ເຕັກໂນໂລຊີຍັງຄົງປະສົບກັບຄວາມຫຍຸ້ງຍາກຢູ່ ຍັງບໍ່ທັນສ້າງບາດກ້າວບຸກທະລຸໃຫ້ແກ່ບັນດາໝູ່ບ້ານອາຊີບພັດທະນາໄດ້ເທື່ອ.

ທ່ານ ດວານງອກຮ່ວາງເລີມ ຮອງຜູ້ອຳນວຍການສູນສົ່ງເສີມອຸດສາຫະກຳ, ພະແນກອຸດສາຫະກຳການຄ້າ ນະຄອນເກີນເທີ ໃຫ້ຮູ້ວ່າ: ນະຄອນ ກໍ່ໄດ້ວາງແຜນກຳນົດເພື່ອພັດທະນາບັນດາໝູ່ບ້ານອາຊີບ ແລະ ໄດ້ມີບັນດານະໂຍບາຍບຸລິມະສິດ, ຫນູນຊ່ວຍພັດທະນາບັນດາໝູ່ບ້ານອາຊີບ ເພື່ອສ້າງບັນດາຜະລິດຕະພັນເປັນຫລາຍຮູບຫລາຍແບບ, ອຸດົມສົມບູນ, ຕອບສະຫນອງຄວາມຕ້ອງການຂອງຜູ້ໃຊ້ສອຍ. ທ່ານ ດວ່ານງອກຮ່ວາງເລີມໃຫ້ຮູ້ວ່າ:

“ພວກຂ້າພະເຈົ້າຈະສົມທົບກັບສູນພັດທະນາຊົນນະບົດ ແນະນຳຜະລິດຕະພັນຂອງໝູ່ບ້ານອາຊີບ, ກ່ອນອື່ນໝົດແມ່ນເຂົ້າຮ່ວມບັນດາງານຕະຫລາດນັດຢູ່ພາຍໃນແຂວງ ແລະ ຕ່າງແຂວງ, ສົ່ງເສີມດ້ານການຄ້າ. ຄຽງຄູ່ກັນນັ້ນ ຈະເຮັດວຽກກັບບັນດາທະນາຄານນະໂຍບາຍສັງຄົມເພື່ອຫນູນຊ່ວຍລະດັບສິນເຊື່ອ, ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາໝູ່ບ້ານອາຊີບໃນການກູ້ຢືມທຶນຮອນເພື່ອພັດທະນາໝູ່ບ້ານອາຊີບຢູ່ທ້ອງຖິ່ນຂອງຕົນ.”

ບັນດາໝູ່ບ້ານອາຊີບ ບໍ່ພຽງແຕ່ເປັນການແກ້ໄຂວຽກເຮັດງານທຳໃຫ້ແກ່ຊາວກະສິກອນຢູ່ເຂດຊົນນະບົດເທົ່ານັ້ນ ຫາກຍັງຮັກສາສີສັນຂອງທ້ອງຖິ່ນອີກດ້ວຍ ເພາະນີ້ກໍ່ແມ່ນທ່າແຮງເພື່ອພັດທະນາການທ່ອງທ່ຽວວົງຄະນາຍາດ. ສະນັ້ນ ຄວນມີບັນດາກົນໄກ, ນະໂຍບາຍເໝາະສົມເພື່ອໃຫ້ປະຊາຊົນສຳຜັດກັບທຶນຮອນ, ປ່ຽນແປງເຕັກໂນໂລຊີ, ຮ່ວມສຳພັນເພື່ອເປີດກວ້າງເນື້ອທີ່, ເວລານັ້ນບັນດາໝູ່ບ້ານອາຊີບ ຈຶ່ງພັດທະນາແບບຍືນຍົງຢ່າງແທ້ຈິງໄດ້.

 

ຕອບກັບ

ຂ່າວ/ບົດ​ອື່ນ