ແຂວງ ອານຢ່າງ ສ້າງຮູບແບບທົ່ງນາກ້ວາງໃຫຍ່ສຳເລັດຜົນ

ແຂວງ ອານຢ່າງ ສ້າງຮູບແບບທົ່ງນາກ້ວາງໃຫຍ່ສຳເລັດຜົນ - ảnh 1
ການເກັບກ່ຽວຢູ່ທົ່ງ​ນາ​​ກ້ວາງ​ໃຫຍ່ໃນ​​ແຂວງ ອານ​ຢ່າງ
(ພາບ: baoangiang.com)


   ຕາມການສະຖີຕິຈາກກົມປູກຝັງສັງກັດກະຊວງກະສີກຳ ແລະ ພັດທະນາ ຊົນນະບົດຫວຽດນາມແລ້ວ, ລະດູການຜະລິດລະດູຮ້ອນຕໍ່ລະດູໃບໄມ້ຫຼົ່ນປີກາຍ ນີ້, ມີ 12 ​ແຂວງ​ໃນ​ຈຳນວນ 13 ​ແຂວງ ​ແລະ ນະຄອນ​ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ​ຊຶ່ງ​ລວມມີ​ຊາວ​ກະ​ສີກ​ອນ 6.400 ຄົນ​ເຂົ້າຮ່ວມ​ການ​ປະຕິບັດ “ ຮູບ​ແບບ​ທົ່ງ​ນາ​​ກ້ວາງ​ໃຫຍ່ ” ​ເພື່ອ​ຜະລິດ​ເຂົ້າ​ໃນ​ເນື້ອ​ທີ່ 7.800 ​ແຮັກ​ຕາ, ​ໃນ​ນັ້ນ ​ແຂວງ ອານ​ຢ່າງ ​ແມ່ນ​ທ້ອງ​ຖິ່ນ​ນຳ​ໜ້າ​ດ້ວຍ​ເນື້ອ​ທີ່​ເກື​ອບ 4.000 ​ແຮັກ​ຕາ. ບັນດາ​ຜົນສຳ​ເລັດ​ຂອງ​ແຂວງ ອານຢ່າງ ​ແລະ ບັນດາ​ແຂວງ ຢູ່​ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ - ອູ່​ເຂົ້າ​ໃຫຍ່​ຂອງ​ຫວຽດນາມ, ​ໄດ້​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນການ​ຄ້ຳປະກັນ​ດ້ານ​ສະບຽງອາຫານ​ແຫ່ງ​ຊາດ ​ແລະ ປະກອບ​ສ່ວນ​ເຂົ້າ​ໃນ 90% ປະລິ​ມານ​ເຂົ້າສານ​ສົ່ງ​ອອກ​ຂອງ​ຫວຽດນາມ​ໃນ​ຊຸ​ມປີ​ທີ່​ຜ່ານ​ມາ.

    ນັ່ງ​​ແຄມ​ທົ່ງນາ​ຂອງ​ຕົນ, ອ້າ​ຍ Nguyen Van Cuong ຢູ່​ຕາ​ແສງ ວິ້ງ​ບິງ ​ເມືອງ ​ເຈົາ​ແທ່ງ ​ແຂວງ ​ອານ​ຢ່າງ​ໃຫ້​ຮູ້​ວ່າ ຮູບ​ແບບ​ທົ່ງ​ນາ​​ກ້ວາງ​ໃຫຍ່ຖືກ​ນຳ​ເຂົ້າ​ປະຕິບັດ​ຢູ່​ທ້ອງ​ຖິ່ນ​ນັ້ນ ປຽບ​ເໝືອນ​ສາຍ​ລົມ​ໃໝ່​ພັດ​ເຂົ້າ​ເຂດ​ຊົນນະບົດ. ອ້າຍ​ໃຫ້​ຮູ້​ວ່າ ​ໄດ້​ເອົ​າ​ເນື້ອ​ທີ່​ດິນ​ກວ່າ 1 ​ແຮັກ​ຕາ​ຂອງ​ຕົນ​ໂຮມ​ເຂົ້າ​ກັບ​ທົ່ງ​ນາ​ໃຫຍ່​ກ່ວາ 1000 ​ແຮັກ​ຕາຂອງບໍລິສັດຫຸ້ນສ່ວນປ້ອງກັນພືດອານຢ່າງ. ຮູບແບບນີ້ ໄດ້ສະ​ແດງ​ໃຫ້​ເຫັນ​ຜົນສຳ​ເລັດ​ເບື້ອງ​ຕົ້ນຂອງ​ການ​ສ້າງສາຍ​ຮ່ວມ​ສຳພັນ​ແບບ​ຍືນ​ຍົງ​ລະຫວ່າງ​ວິ​ສາ​ຫະກິດ​ກັບ​ຊາວກະ​ສີກ​ອນຕາມ​ບັນດາ​ຂັ້ນ​ຕອນ​ຄົບວົງ​ຈອນ​ ຂະນະ​ທີ່ຢູ່​ບັນດາເນື້ອທີ່ນາກໍ​ພ້ອມ​ກັນ​ຫວ່ານກ້າ​ໃນ​ມື້​ດຽວ, ບົວລະບັດ​ຕົ້ນ​ເຂົ້າ​ຕາມ​ມາດຖານ VietGAP. ຊາວ​ກະ​ສີກ​ອນ​ເມື່ອ​ຈົດ​ຊື່​ເຂົ້າຮ່ວມ​ຮູບ​ແບບ​ນີ້​ຈະ​​ໄດ້​ເຕົ້າ​ໂຮມ​ກັນ​ເປັນ​ໜ່ວຍ, ກຸ່ມຜະລິດ, ທັງໝົດລ້ວນແຕ່ມີການບັນທຶກຕິດຕາມ ຂະບວນວິວັດ​ແຫ່ງ​ການ​ຜະລິດ. ນີ້​ແມ່ນ​ພື້ນຖານ​ເພື່ອ​ຊ່ວຍ​ຊາວ​ກະ​ສີກ​ອນຕີ​ລາຄາ​ຮັບ​ຮູ້​ຄຸນ​ນະພາ​ບ​ເຂົ້າ​ບັນລຸ​ມາດຕະຖານ​ເມື່ອ​ມີ​ຄວາມ​ຕ້ອງການ. ນອກຈາກ​ນັ້ນ, ດ້ວຍບັນດາ​ທົ່ງ​ນາ​ແບບຢ່າງ​ທີ່​ກ້ວາງ​ໃຫຍ່ນີ້, ຊາວ​ກະ​ສີກ​ອນຈະ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ດ້ານ​ແນວ​ພັນ, ຝຸ່ນ, ຢາປາບ​ສັດຕູ​ພືດ ​ແລະ ​ແຕ່ງ​ຕັ້ງ​ພະນັກງານ​ດ້ານ​ເຕັກນິກ​ລົງ​ຊີ້​ນຳ​​ໂດຍ​ກົງ​ຢູ່​ຕາມ​ທົ່ງ​ນາ​ເພື່ອຊວ່ຍຊາວ​  ກະ​ສີກ​ອນ ຜະລິດ​ເຂົ້າ.  ອ້າ​ຍ Nguyen Van Cuong ​ເປີດ​ເຜີຍ​ວ່າ

     “ ​ເຮັດ​ໄດ້​ເຊັ່ນ​ນັ້ນ, ຊາວ​ກະ​ສີກ​ອນຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໃນ 3 ບັນຫາ. ຄ່າ​ໃຊ້​ຈາ​ຍຫຼຸດ​ລົງ. ຖ້າ​ຫາກ​ປະຕິບັດ​ໃນ​ເຂດ​ປູກ​ເຂົ້າ ​ແມ່ນ​​ໃນ​ເນື້ອ​ທີ່ 1 ​ແຮັກ​ຕາ​ກໍ່ສາມາດ​ຫຼຸດເງິນ 3 ລ້ານດົງເມື່ອທຽບໃສ່ເຂດນອກ. ທີ່ 2 ແມ່ນໄດ້ຮູ້ຈັກກ່ຽວກັບ ບັນດາຂັ້ນ​ຕອນ​ດ້ານ​ເຕັກນິກ​ທີ່​ມີ​ລັກສະນະ​ໝັ້ນຄົງ. ທີ່ 3 ຫຼີກ​ລ້ຽງ​ສະພາບ​ລະດູ​ການ​ຜະລິດ​ຖືກ​ຕົກ​ລາຄາ. ​ເພາະວ່າ ຖ້າ​ຫາກ​​ລາຄາ​ຕ່ຳ ​ແມ່ນ​ຈະ​ບໍ່​ຂາຍ ​ແລະ ສົ່ງ​ໄປ​ອົບຢູ່ສາງ ​ແລະ ລໍ່​ຖ້າ​ລາຄາ​ຂຶ້ນ​ຈຶ່ງ​ຂາຍ ”

      ການ​ໂຮມ​ບັນດາ​ເນື້ອ​ທີ່​ນາ​ຂອງ​ບັນ​ດາຄອບຄົວ​ຊາວ​ກະ​ສີກ​ອນ​ເຂົ້າກັນ ຫຼືກັບ​ບັນດາ​ວິ​ສາ​ຫະກິດ​ແມ່ນ​ແຜນ​ນະ​ໂຍບາຍໜຶ່ງ​ທີ່​ໃໝ່​ອຽມ ​ແລະ ​ໄດ້​ຮັບປະສິດທິ​ຜົນ​ສູງຈາກ ຮູບ​ແບບ​ທົ່ງ​ນາ​​ກ້ວາງ​ໃຫຍ່ ​ເພາະວ່າ​ທີ່​ດິນ​ຍັງ​ຂຶ້ນ​ກັບ​ການ​ຄອບ​ຄອງ​ຂອງ​ຊາວ​ກະ​ສີກ​ອນ​ແຕ່ລະຄົນ. ​ເມື່ອ​ເຂົ້າ​ຮ່ວມ​ຮູບ​ແບບ​ນີ້, ຊາວ​ກະ​ສີກ​ອນນຳ​ເອົາ​ເນື້ອ​ທີ່​ດິນ​ຂອງ​ຕົນຄວບ​ເຂົ້າກັນ​ເປັນ​ທົ່ງ​ນາ​ທີ່ກ້ວາງ​ໃຫຍ່ ​ເພື່ອ​ພ້ອມ​ກັນ​ຜະລິດ​ເຂົ້າ​ດ້ວຍ​ເຕັກນິກ​ທີ່​ກ້າວໜ້າ, ທັນ​ສະ​ໄໝ, ນຳ​ມາ​ເຊິ່ງລາຍ​ຮັບ​ສູງ, ຈຳກັດ​ຄວາ​ມສ່ຽງ​ໃຫ້​ຊາວ​ກະ​ສີກ​ອນຜູ້​ປູກ​ເຂົ້າ, ສາມາດ​ສ້າງ​ແຫຼ່ງ​ເຂົ້າສານ​ໃຫຍ່ ມີ​ຄຸນ​ນະພາ​ບສະໝ່ຳສະ​ເໝີ ​ແລະ ມຸນ​ຄ່າ​ເພີ່ມ​ສູງ. ທ່ານ Huynh The Nang ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ອານ​ຢ່າງ​ໃຫ້​ຮູ້​ວ່າ

    “ ເປັນຫຍັງທົ່ງນາມີເນື້ອທີ່ 2, 3 ພັນແຮັກຕານັ້ນ, ເຮົາພັດມີຄວາມເອົາໃຈໃສ່. ຍ້ອນວ່າ ທົ່ງນານີ້ມີບາດກ້າວບຸກທະລຸຂອງວິສາຫະກິດ, ຊຶ່ງໃນນັ້ນໄດ້ສ້າງ ກຸ່ມບໍລິການກ່ຽວກັບເຂົ້າສານ. ແລະ ມີລັກສະນະຕັດສິນຊີ້ຂາດ, ເປັນພື້ນຖານ ໃຫ້ແກ່ທົ່ງນາແຫ່ງນັ້ນ, ພ້ອມກັນນັ້ນ ກໍສາມາດແກ້ໄຂ ແລະ ໃຫ້ຄຳຕອບຊຶ່ງແຕ່ ດົນນານມາ​ແລ້ວ​ຂະ​ແໜງ​ກະ​ສີ​ກຳ​ຍັງ​ບໍ່​ສາມາດ​ຕອບ​ໄດ້, ນັ້ນ​ຄື​ ເຮັດ​ແນວ​ໃດ​ຊ່ວຍ​ໃຫ້​ຊາວ​ກະ​ສີກ​ອນ​ໃນ​ການສະໜອງວັດຖຸ​ສົ້ນ​ເຂົ້າ​ສຳລັບ​ການ​ຜະລິດ​ເຂົ້າ​ເວົ້າ​ສະ​ເພາະ​ ຫຼື ​ການ​ຜະລິດ​ກະ​ສີ​ກຳ​ເວົ້າ​ລວມດ້ວຍ​ລາຄາ​ເປັນ​ປົກກະຕິ ​ແລະ ຮັບປະກັນຄຸນ​ນະພາ​ບ. ພ້ອມ​ກັນ​ນັ້ນ ​ແມ່ນ​ສິດ​ຂອງ​ຜູ້​ຜະລິດ, ຂາຍ​ຜະລິດ​ຕະພັນ. ວຽກ​ງານ​ນີ້, ​ແຕ່​ດົນ​ນານ​ມາ​ແລ້ວ ບໍ່​ເຄີຍ​ເຮັດ​ຈັກ​ເທື່ອ ”.

    ອາດ​ຈະ​ເຫັນ​ໄດ້​ວ່າ ດ້ວຍ​ “ຮູບ​ແບບ​ທົ່ງ​ນາ​​ກ້ວາງ​ໃຫຍ່ ”​ໄດ້​ຮັບ​ການ​ປິ​ຕິ​ບັດ​ທົດ​ລອງ​ຄັ້ງ​ທຳ​ອິດ​ຢູ່​ແຂວງ ອານ​ຢ່າງ ດ້ວຍ​ເນື້ອ​ທີ່ 150 ​ແຮັກ​ຕາ(​ໃນ​ເນື້ອ​ທີ່​ຈົດ​ທະບຽນ​ທັງ​ໝົດ 1000 ​ແຮັກ​ຕາ) ຢູ່​ທີ່​ເມືອງ ​ເຈົາ​ແທ່ງ, ຖ້ວາຍ​ເຊີນ ​ແລະ ຕິ້ງ​ບຽນ ​ໃນ​ລະດູ​ການ​ຜະລິດ​ເຂົ້າລະດູ​ໜາວ​ຕໍ່​ລະດູບານ​ໃໝ່​ທີ່​ຜ່ານ​ມາ ​ໄດ້​ເປັນ​ການ​ຢືນຢັນ​ວ່າ ການ​ຄວບ​ເນື້ອ​ທີ່​ດິນ​ຢ່າງ​ພິບ​ໄຫວ​ຂອງ “ຮູບ​ແບບ​ທົ່ງ​ນາ​​ກ້ວາງ​ໃຫຍ່” ​ໄດ້​ປະສົບ​ຜົນສຳ​ເລັດ. ທ່ານ Huynh Van Thon ຜູ້ອຳນວຍການ​ໃຫຍ່​ບໍລິສັດ​ຫຸ້ນ​ສ່ວນ​ປ້ອງ​ກັນ​ພືດ ອານ​ຢ່າງ ຊຶ່ງ​ແມ່ນ​ຫົວໜ່ວຍ​ເຂົ້າ​ຮ່ວມ“ຮູບ​ແບບ​ທົ່ງ​ນາ​​ກ້ວາງ​ໃຫຍ່” ​ໃຫ້​ຮູ້​ວ່າ ດ້ວຍ​ວິທີ​ທຳ​ມາ​ຫາ​ກິນ​ໃໝ່​ນີ້, ​ໄດ້​ນຳ​ມາ​ເຊິ່ງລາຍ​ຮັບ​ສູງ​ໃຫ້​ແກ່​ຜູ້​ປູກ​ເຂົ້າ ​ແລະ ສາມາດ​ສ້າງ​ແຫຼ່ງຜະລິດ​ຕະພັນ​ກະ​ເສດ​ຢ່າງ​ຫຼວງ​ຫຼາຍ, ມີ​ຄຸນ​ນະພາ​ບສະໝ່ຳສະ​ເໝີ ​ແລະ ສ້າງ​ມຸນ​ຄ່າ​ເພີ່ມ​ສູງ. ທ່ານ​ Huynh Van Thon ໃຫ້ຮູ້​ວ່າ:

    “ ການຈຳໜ່າຍ​ເຂົ້າສານ​ໃຫ້​ແກ່​ພໍ່​ແມ່​ປະຊາຊົນ​ໄດ້​ກາ​ຍເປັນຄວາມ​ມຸ່ງຫວັງ​ຂອງ​ພວກ​ເຮົາ.  ​ແລະ ຖ​້າຫາກ​ບໍ່​ສາມາດ​ເຮັດ​ໄດ້ນັ້ນ ກໍ​ເຮັດ​ໃຫ້​ເຮົາ​ເປັນ​ຫ່ວງ​ຫຼາຍ. ​ເພື່ອ​ເຮັດ​ວຽກ​ງານ​ນີ້​ໃຫ້​ໄດ້, ພວກ​ຂ້າພະ​ເຈົ້າມີ​ຄວາມຫວັງ​ຢາກ​ຍົກ​ສູງ​ປະສິດທິ​ຜົນ​ຂອງ​ອາຊີບ​ປູກ​ເຂົ້າ. ​ເຮັດ​ແນວ​ໃດ​ເພື່ອ​ຫຼຸດຜ່ອນ​ຄວາມຫຍຸ້ງຍາກ ​ລຳບາກ​ໃຫ້​ແກ່​ພໍ່​ແມ່​ປະຊາຊ​ົນ, ອີກ​ດ້ານ​ໜຶ່ງ​ແມ່ນ​ເພື່ອ​ຍົກ​ສູງ​ຄຸນຄ່າ​ຂອງ​ເຂົ້າສານ. ສຸດ​ທ້າຍ​ແມ່ນ​ວາງ​ທີ່​ຕັ້ງ​ຂອງ​ຊາວ​ກະ​ສີກ​ອນ​ເປັນ​ເຈົ້າ​ຂອງ​ພື້ນຖານ​ກະ​ສີ​ກຳ, ​ເປັນ​ເຈົ້າ​ຂອງ​ຊົນນະບົດ. ”

    ຜົນສຳ​ເລັດ​ໃນ​ເບື້ອງ​ຕົ້ນ​ຂອງ “ຮູບ​ແບບ​ທົ່ງ​ນາ​​ກ້ວາງ​ໃຫຍ່” ຊຶ່ງ​ໄດ້​ຮັບ​ການ​ປະຕິບັດ​ຢູ່​ແຂວງ ອານ​ຢ່າງ ​ແລະ ບາງ​ທ້ອງ​ຖິ່ນ​​ໃນ ເຂດ​ທົ່ງພຽງ​ແມ່​ນ້ຳຂອງ​ທາງ​ພາກ​ໃຕ້​ຫວຽດນາມ​ ​ໄດ້​ເປັນ​ບົດຮຽນທີ່​ດີ. ກ່ອນ​ອື່ນ​ໝົດ​ແມ່ນ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ ມີ​ຄວາມ​ຖືກຕ້ອງ, ສອດຄ່ອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ປ່ຽນ​ແປງ​ໃໝ່, ການ​ນຳພາ, ຄຸ້ມ​ຄອງ​ບໍລິຫານ​ຂອງ​ຄະນະ​ພັກ ​ແລະ ອຳ​ນາດ​ການ​ປົກຄອງ​ທ້ອງ​ຖິ່ນ ທັງ​ແໜ້ນ​ແຟ້ນ ທັງ​ມີ​ໄຫວ​ພິບ, ມີ​ສະຕິ​ຮັບ​ຜີ​ດຊອບ, ຄວາມ​ເຊື່ອ​ໝັ້ນ ​ແລະ ການ​ຮ່ວມ​ມື​ຂອງ​ຊາວ​ກະ​ສີກ​ອນສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ທີ່​ສຸດ. ພິ​ເສດ ການ​ຮ່ວມ​ສຳພັນ​ລະຫວ່າງ ລັດ​ກັບ​ຊາວ​ກະ​ສີກ​ອນ, ນັກວິ​ທະຍາ​ສາດ, ນັກທຸລະກິດ ​ຖືກ​ຮັດ​ແໜ້ນ ​ແລ​ະ ມີ​ປະສິດທິ​ຜົນ. ​ເຖິງ​ເວລາ​ແລ້ວ​ທີ່​ຊາວ​ກະ​ສີກ​ອນບໍ່​ອາດ​ທຳ​ມາ​ຫາ​ກິນ​​ຕາມ​ແບບ​ເກົ່າ​, ຫາກ​ຕ້ອງ​ມີ​ການ​ຮ່ວມ​ມື, ຮ່ວມ​ສຳພັນ​ຢ່າງ​ແໜ້ນ​ແຟ້ນ​ເພື່ອ​ສ້າງ​ຄວາມ​ຮັ່ງ​ມີ ​ແລະ ຍົກ​ສູງ​ຄຸນ​ນະພາ​ບ​ເຂົ້າສານ​ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ