ແຂວງນີງທ້ວນຫັນປ່ຽນຜົນລະປູກເພື່ອຮັບມືກັບໄພແຫ້ງແລ້ງ

​ແຂວງ​ນີງທ້ວນ, ​​​ແມ່ນ​ແຂວງ​ແຄມ​ທະ​ເລ​ທາງ​ທິດ​​ໃຕ້ພາກ​ກາງ ຫວຽດນາມ, ​​ແມ່ນ​ທ້ອງ​ຖິ່ນ​ຖືກ​ຜົນ​ສະທ້ອນ​ຈາກ​ໄພ​ແຫ້ງ​ແລ້ງ​ໜັກໜ່ວງ​ທີ່​ສຸດ​ໃນ​ທົ່ວ​ປະ​ເທດ. ​ໃນ​ຊຸມ​ປີ​ມໍ່​ໆມາ​ນີ້, ຍ້ອນ​ຜົນ​ສະທ້ອນ​ຂອງ​ວິວັດ​ການ​ຫັນປ່ຽນ​ຈາກດິນ​ຟ້າ​ອາກາດ, ສະພາບ​ໄພ​ແຫ້ງ​ແລ້ງ​ນັບ​ມື້​ນັບ​ຮ້າຍ​ແຮງ​ກ່ວາ, ສົ່ງ​ຜົນ​ສະທ້ອ​ນ​ເຖິງ​ການ​ຜະລິດ​ກະສິກ​ຳ ​ແລະ ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ກະສິກອນ. ​ເພື່ອ​ສະກັດກັ້ນບັນດາ​ຜົນ​ກະທົບ​ທີ່ຫຍໍ້​ທໍ້ຈາກ​ໄພພິບັດ​ທຳ​ມະ​ຊາດ, ຂະ​ແໜງ​ກະສິກ​ຳ​ແຂວງ ນີງທ້ວນ ພວມ​ຊີ້​ນຳ​ພໍ່​ແມ່​ປະຊາຊົນ​ຊາວ​ກະສິກອນ​ຫັນປ່ຽນ​ຜົນ​ລະ​ປູກ​ໃຫ້​ເໝາະ​ສົມ, ​ເພື່ອ​ບັນລຸ​ປະສິດທິ​ຜົນ​ເສດຖະກິດ​ສູງ. ບົດ​ຂຽນ​ຂອງ​ ກາວ​ທວາ, ນັກ​ຂ່າວ VOV.

ແຂວງນີງທ້ວນຫັນປ່ຽນຜົນລະປູກເພື່ອຮັບມືກັບໄພແຫ້ງແລ້ງ - ảnh 1
ຮູບແບບປູກໝາກຖົ່ວຂຽວຢູ່ນີງທ້ວນ
(ພາບ: Việt Quốc)

        ​ໂດຍ​ນອນ​ໃນ​ເຂດ​​ໄດ້​ຮັບ​ຜົນ​ປ​ະ​ໂຫຍ​ດຈາກ​ອ່າງ​ເກັບ​ນ້ຳ ​ເຟື໋ອກຈູງ, ​ແຕ່​​ເຫັນ​ວ່າ​ປູກ​ເຂົ້າ​ຈະ​ບໍ່​ນຳ​ມາ​ເຊິ່ງໝາກຜົນ​ໃນ​ເງື່ອນ​ໄຂ​ຖືກ​ແຫ້ງ​ແລ້ງ, ​ລະດູ​ໜາວ​ຕໍ່​ລະດູບານ​ໃໝ່​ປີ 2016, ອ້າຍ ກາວ​ບັກ, ຢູ່​ບ້ານ ໝີ​ຮຽບ, ຕາ​ແສງ ໝີ​ເຊີນ, ​ເມືອງ ນີງ​ເຊ​ີນ, ​ໄດ້​ຫັນປ່ຽນ​ເນື້ອທີ່​ປູກ​ເຂົ້າ 3 ​ໄລ່​ມາ​ປູກຖົ່ວຂຽວ​ຕາມ​ຮູບ​ການ​ກະ​ເສດ​ສຸ​ມ. ​ໃນ​ລະດູ​ການ​ທຳ​ອິດ​​ຂອງ​ຄອບຄົວ​ອ້າຍ​ວັກ ​​ເກັບ​ກ່ຽວ​ໝາກຖົ່ວຂຽວ​ໄດ້ 600 ກ່ວາກີ​ໂລກຼາມ. ປະຈຸ​ບັນ, ຄອບຄົວ​ອ້າຍ ວັກ ພວມ​​​ເກັບ​ກ່ຽວ​ລະດູ​ການ​ທີ 2. ອ້າຍ ກາວ​ວັກ, ​ໃຫ້​ຮູ້​ວ່າ:

        “ປີ​ນີ້, ຍ້ອນ​ຂາດ​ນຳ້​ດັ່ງ​ນັ້ນ​ໃນ​ເນື້ອ​ທີ່​ດິນ​ໄລ່ໜຶ່ງ​ກໍ​່ສາມາດເກັບ​ກ່ຽວ​ໝາກຖົ່ວຂຽວ​ໄດ້ 150 ກີ​ໂລກຼາມ. ຖ້າ​ຫາກ​ມີ​ນຳ້​ຫົດ​ຢ່າງ​ພຽງພໍ​​ແມ່ນຈະ​ເກັບ​ໄດ້ 200 ກີ​ໂລກຼາມ. ​ເວົ້າ​ລວມ​ແລ້ວ, ຖ້າ​ຫາກ​ປູກ​ເຂົ້າ​ຈະ​ບໍ່​ໄດ້​ຮັບ​ຜົນ​ຄື​ປູກ​ຖົ່ວຂຽວ.”

        ຢູ່​ຕາ​ແສງ ຍີ້ຮ່າ, ​ເມືອງ ທ້ວນນາມ, ​ເລື່ອງ​ຫັນປ່ຽນ​ເນື້ອ​ທ່ີ​ດິນ​ປູກ​ເຂົ້າ​ກ່ວາ 40 ha ​ມາ​ປູກ​ຖົ່ວຂຽວ​​ໃນລະດູ​ໜາວ​ຕໍ່​ລະດູບານ​ໃໝ່​ ​ໄດ້​ນຳ​​ເອົາລາຍ​ຮັບ​ພໍ​ສົມ​ຄວນ​ມາໃຫ້​ຊາວ​ກະສິກອນ. ນີ້​ແມ່ນ​ຄັ້ງ​ທຳ​ອິດ​ປະຕິບັດ​ການ​ປູກ​ຖົ່ວຂຽວ ດັ່ງ​ນັ້ນ​ພໍ່​ແມ່​ປະຊາຊົນ​ບໍ​່ທັນ​​ເອົາ​ໃຈ​ໃສ່​​ເຖິງ​ການ​ໝູນ​​ໃຊ້​ວິທະຍາ​ສາດ​ເຕັກ​ໂນ​ໂລ​ຢີ, ​ແຕ່​ສະມັດ​ຕະພາບຍັງ​ບັນລຸ​ລະດັບ​ສູງກ່ວາ​ແມ່ນ 150 ກີ​ໂລກາມ/​​ໄລ່. ທ່ານ​ນາງ ຫວໍ​ຍື​ເຊີນ, ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ຍິຮ່າ, ​ເມືອງ ທ້ວນນາມ, ​ແຂວງ ນີງທ້ວນ, ​ໃຫ້​ຮູ້​ວ່າ:

        “ຮອດ​ຈຸດ​ເວລາ​ນີ້​​ໃນເຂດ​​ຫັນປ່ຽນ​ຜົນ​ລະ​ປູກຍັງ​ບໍ່​ທັນ​ບັນລຸ​ສະມັດ​ຕະພາບ​​ສູງ​ປານ​ໃດ, ​ແຕ່​ສາມາດ​ແກ້​ໄຂ​​ດ້ານເສດຖະກິດ​​ຊົ່ວຄາວ​​ໄດ້ສ່ວນ​ໃດ​ສ່ວນ​ໜຶ່ງໃນ​ໄລຍະ​ຖືກ​ແຫ້ງ​ແລ້ງ. ​ຫວັງ​ວ່າ, ​ໄລຍະ​ຈະ​ມາ​ເຖິງ, ຂະ​ແໜງ​ກະສິກ​ຳຈະ​ຊ່ວຍ​ເຫຼືອ​ທ້ອງ​ຖິ່ນ​ດ້ານ​ເຕັກນິກ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ​ບົວລະບັດ, ປູກ​ຖົ່ວຂຽວ​ນຳ​ມາ​ເຊິ່ງປະສິດທິ​ຜົນ​ດ້ານ​ເສດຖະກິດ​ສູງ, ສືບ​ຕໍ່​ຂະຫຍາຍຮູບ​ແບບ​​ປູກ​ໝາກ​ຖົ່ວ​ຂຽວ​ໃນ​​ເນື້​ອ​ໃນດິນ​ປູກ​ເຂົ້າ”

ແຂວງນີງທ້ວນຫັນປ່ຽນຜົນລະປູກເພື່ອຮັບມືກັບໄພແຫ້ງແລ້ງ - ảnh 2

ພາບປະກອບ

        ຜົນງານ​​ໃນ​ເບື້ອງ​ຕົ້ນ​ຂອງ​ການ​ຫັນປ່ຽນ​ເນື້​ອທີ່ປູກ​ເຂົ້າ​ມາ​ປູກ​ຖົ່ວຂຽວ​ຢູ່​ທ້ອງ​ຖິ່ນ​ຕ່າງໆ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ນີ້​ແມ່ນ​ແນວ​ພັນ​ປູກ​ທີ່ມີ​ຄວາມ​ສາມາດ​ທົນ​ທານ​ກັບ​ໄພ​ແຫ້ງ​ແລ້ງ​ໄດ້​ດີ ​ແລະ ບົວ​ລະ​ບັດ​ໄດ້​ຢ່າງ​ງ່າຍ​ດາຍ. ຖ້າ​ຫາກ​ໝູນ​ໃຊ້​ວິທະຍາສາດ​ເຕັກ​ນິກ​ເຂົ້າ​ໃນ​ການ​ປູກ​ຝັງນັ້ນ, ໝາກ​ຖົ່ວຂຽວ​ສາມາດ​ບັນລຸ​ສະມັດ​ຕະພາບ​ໄດ້ 280 ກີ​ໂລກາມ/​​ໄລ່. ພ້ອມ​ກັນ​ນັ້ນ, ໝາກ​ຖົ່ວຂຽວ​ກໍ່ມີ​ຕະຫຼາດ​ບໍລິ​ໂພ​ກ​ເປັນ​ປົກກະ​ຕິ. ດັ່ງ​ນັ້ນ, ​ເລື່ອງ​ຫັນປ່ຽນ​ເນື້ອ​ທີ​ດິນ​ປູກ​ເຂົ້າ ມາ​ປູກ​​ຖົ່ວຂຽວ​​ໃນ​ລະດູ​ໜາວ​ຕໍ່​ລະດູ​ບານ​ໃໝ່​ໄດ້​ຮັບ​ຖື​ວ່າ​​ເໝາະ​ສົມ​ກັບ​ລະດູ​ການ ​ແລະ ຕະຫຼາດ. ທ່ານ ​ເຈີ່ນ​ກວກ​ນາມ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ແຂວງ ນີງທ້ວນ, ​ໃຫ້​ຮູ້​ວ່າ:

        “ນີ້​ແມ່ນ​ລະ​ດູ​ການ​ທຳ​ອິດ​ທີ່ພໍ່​ແມ່​ປະຊາຊົນ​ຊາວກະສິກອນ​ປະຕິບັດ​ການ​ຫັນປ່ຽນ​ຜົນລະປູກ​ຕາມ​ທິດ​ຮັບ​ມື​ກັບ​ໄພ​ແຫ້ງ​ແລ້ງ, ປະ​ຢັດ​ນຳ້ ​ແລະ ​​ໃນ​ເບື້ອງ​ຕົ້ນ​ໄດ້​ປ່ຽນ​ແປງ​ສະຕິ​ຄວາມ​ຮູ້​ຂອງ​ພໍ່​ແມ່​ປະຊາຊົນ. ດ້ວຍ​ຜົນງານ​ໃນ​ເບື້ອງ​ຕົ້ນ​ຄື​ແນວ​ນັ້ນ​, ​ໃນ​ລະດູ​ການ​ຕໍ່​ໄປ​ພວກ​ຂ​້າພະ​ເຈົ້າ​ຈະ​ສືບ​ຕໍ່​ສຸມ​ໃສ່​ຊີ້​ນຳ​ພໍ່​ແມ່​ປະຊາຊົນ​ຕອບ​ສະໜອງ ​ແລະ ຫັນປ່ຽນ​ຜົນ​ລະ​ປູກ​ເພື່ອ​ຮັບ​ມື​ກັບ​ໄພ​ແຫ້ງ​ແລ້ງ, ມີ​ປະສິດທິ​ຜົນ, ​ແນ່​ນອນ​ວ່າສະມັດ​ຕະພາບຈະ​ເພີ່ມ​ຂຶ້ນ.”

        ​ໃນລະດູ​ໜາວ​ຕໍ່​ລະດູບານ​ໃໝ່ປີ​ນີ້, ຊາວ​ກະສິກອນ​ແຂວງ ນີງທ້ວນ ຜັນ​ຂະຫຍາຍ​ການ​ປູກ 3 ປະ​ເພດ​ຜົນລະປູກ​ຕົ້ນ​ຕໍນັ້ນ​ແມ່ນ: ສາລີ, ຖົ່ວຂຽວ ​ແລະ ຫຍ້າ​ຮັບ​ໃຊ້​ການ​ລ້ຽງ​ສັດ, ​ໃນ​ນັ້ນ, ​ຖົ່ວ​ຂຽວ​ກວມ​ເນື້ອ​ທີ່​ດິນ​ສ່ວນ​ຫຼາຍ. ​ໄພ​ແຫ້ງ​​ແລ້ງນັບ​ມື້​ນັບ​ຮ້າຍ​ແຮງ, ດັ່ງ​ນັ້ນ​, ບັນດາ​ທ້ອງ​ຖິ່ນ​ຂອງ​ແຂວງ ນີງທ້ວນ ພວມ​ຄິດ​ໄລ່​ຊັ່ງຊາ​ເຖິງ​ຄວາມ​ສາມາດ​ສະໜອງ​ນຳ້​ຫົດ​ສຳລັບ​ແຕ່ລະ​ເຂດ ​ແລະ ດຳ​ເນີນ​ການວາງ​ແຜນ​​ກຳ​ນົດ​ເນື້ອ​ທີ່​ດິນ​ປູກ​ພືດ​ແຕ່ລະ​ປະ​ເພດ​ເພື່ອ​ສະກັດ​ກັ້ນ​ສະພາບ​ການປະປ່ອຍ​ດິນ​​ເປົ່າ​ວ່າງ​.

ຕອບກັບ

ຂ່າວ/ບົດ​ອື່ນ