ແຂວງເຮົ້າຢາງສູ້ຊົນໃຫ້ມີຄອບຄົວຊາວກະສິກອນຜະລິດ,ດຳເນີນທຸລະກິດເກັ່ງກວມປະມານ 70%

(vovworld) - ​ໜູນ​ຊ່ວຍ​ຊາວ​ກະ​ສິ​ກອນ​ຫັນ​ປ່ຽນ​ໂຄງ​ປະ​ກອບ​​ຜົນ​ລະ​ປູກ​, ສັດລ້ຽງ​ ແລະ ຂະ​ຫຍາຍ​ບັນ​ດາ​ຮູບ​ແບບ​ທຳ​ມາ​ຫາ​ກິນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ນັ້ນ​ແມ່ນ​ຈຸດ​ໝາຍ​ຊຶ່ງ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ແຂວງ ເຮົ້າ​ຢາງ ໄດ້​ວາງ​ອອກ. ແຂວງ ເຮົ້າ​ຢາງ ສຸ້​ຊົນ​ຮອດ​ປີ 2020, ​ອັດ​ຕາຄອບ​ຄົວ​ຊາວ​ກະ​ສິກ​ອນ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ເກັ່ງ​​ໄດ້ 70%, ​ສ້າງ​ລາຍ​ຮັບ​ໄດ້ 100 ລ້ານ​ດົ່ງ/ເຮັກ​ຕາ/ປີ ຂຶ້ນ​ໄປ. ບົດ​ຂຽນ​ຂອງ​ເຕີນ​ຟອງ, ນັກ​ຂ່າວ​ VOV.

        ໃນ​ໄລ​ຍະ​ຜ່ານ​ມາ, ຂະ​ບວນ​ການ​ຊາວ​ກະ​ສິ​ກອນ​ແຂ່ງ​ຂັນ​​ການຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​ເກັ່ງ​ຂອງ​ແຂວງ ເຮົ້າ​ຢາງ ສືບ​ຕໍ່​ເຕີບ​ໂຕ​​ທັງ​ດ້ານ​ຂອບ​​ຂະ​ໜາດ ແລະ ຄຸນ​ນະ​ພາບ. ທົ່ວ​ແຂວງມີ 50.200 ​ຄອບ​ຄົວ​ຊາວ​ກະ​ສິ​ກອນໄດ້​ຮັບ​ນາມ​ມະ​ຍົດ​ຄອບ​ຄົວ​ຊາວ​ກະ​ສິ​ກອນ​ດຳ​ເນີນ​ທຸ​ລະ​ກິດ​ເກັ່ງ, ກວມ 37% ຍອດ​ຈຳ​ນວນ​ຄອບ​ຄົວ​ຊາວ​ກະ​ສິ​ກອນ​ຜະ​ລິດ​ກະ​ສິ​ກຳ​ຂອງ​ແຂວງ.

ແຂວງເຮົ້າຢາງສູ້ຊົນໃຫ້ມີຄອບຄົວຊາວກະສິກອນຜະລິດ,ດຳເນີນທຸລະກິດເກັ່ງກວມປະມານ 70%  - ảnh 1
ສວນ​ປູກ​ໝາກ​ກ້ຽງ​ຂອງ​ຊາວ​ກະ​ສິ​ກອນ​ຢູ່ ເທດ​ສະ​ບານ​ ຫງາ​ໄບ໋, ເຮົ້າ​ຢາງ
(ພາບ: ຟູ່ງວັນ​ຟູ໋/ສື່​ເອ​ເລັກ​ໂຕ​ນິກ ເຍີນ​ເຢີນ)

  ເພື່ອ​ບັນ​ລຸ​ໝາກ​ຜົນ​ນີ້, ໃນ​ຊຸມ​ປີມໍ່​ໆ​ມານີ້, ແຂວງ ເຮົ້າ​ຢາງ ໄດ້​ຍູ້​ແຮງ​ການ​ສ້າງ​ໂຄງ​ປະ​ກອບ​ການ​ຜະ​ລິດ​ກະ​ສິ​ກຳ, ຫັນ​ປ່ຽນ​ຜົນ​ລະ​ປູກ, ສັດ​ລ້ຽງ​ເພື່ອ​ແນ​ໃສ່​ຫລຸດ​ຜ່ອນ​ບັນ​ດາ​ຜົນ​ກະ​ທົບ​​ຈາກ​ໄພ​ພິ​ບັດ​ທຳ​ມະ​ຊາດ, ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ແຂວງ ໄດ້​ຍູ້​ແຮງວຽກ​ງານ​ໂຄ​ສະ​ນາ, ແນະ​ນຳ​ໃຫ້​ພໍ່​ແມ່​ປະ​ຊາ​ຊົນ​ຊາວ​ກະ​ສິ​ກອນ​ເສີມ​ຂະ​ຫຍາຍ​ທ່າ​ແຮງ​ຂອງ​ແຕ່​ລະ​ເຂດ​ຫັນ​ປ່ຽນ​ຜົນ​ລະ​ປູກ, ສັດ​ລ້ຽງ, ສຸມ​ໃສ່​ເຂົ້າ​ໃນ​ການ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຕາມ​ທິດ​ພັດ​ທະ​ນາ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ຍືນ​ຍົງ.

        ດ້ວຍ​ການຊີ້​ນຳ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ການ​ຜະ​ລິດນັ້ນ, ໃນຫຼາຍປີ​ມານີ້, ຊາວ​ກະ​ສິ​ກອນ​ຕາ​ແສງ ຮ່​ວາ​ໝີ, ເມືອງ ຟູ້ງ​ຮຽບ ໄດ້​ຫັນ​​ມາ​ປູກ​ຕົ້ນ​ອ້ອຍ​ແທນ​ທີ່​ປູກ​ເຂົ້າ. ລະ​ດູ​​ການປູກ​ຕົ້ນ​ອ້ອຍ​ປີນີ້​​ໄດ້​ຮັບ​ຜົນ​​ດີ, ລາ​ຄາ​ຂາຍ​ອ້ອຍ​ສູງ​ພໍ​ສົມ​ຄວນ. ປ້າ ຫງວຽ​ນ​ທິ​ໄບ໋, ຢູ່​ບ້ານ​ລອງ​​ເຈື່ອງມີ​ຄວາມ​ປິ​ຕິ​ຊົມ​ຊື່ນ​ໂດຍ​ໃຫ້​ຮູ້​ວ່າ: ​ໃນ​ໄລ​ຍະ​ຜ່ານ​ມາ, ພໍ່​ຄ້າ​ຊາວ​ຂາຍ​ໄດ​້​ຈຳ​ເງິນເພື່ອ​ຊື້​ອ້ອຍ​​ຂອງ​ຄອບ​ຄົວ​ປ້າ​ໃນ​ເນື້ອ​ທີເກືອບ 1 ເຮັກ​ຕ​າ​ດ້ວຍ​ລາ​ຄາ​ເກັບ​ຊື້​ແມ່ນ 1.100 ດົ່ງ/ກິ​ໂລ​ກາມ. ລາ​ຄາ​ເກັບ​ຊື້​ອ້ອຍ​ໃນ​ລະ​ດູ​ການນີ້​ໄດ້​ຮັບ​ຖື​ວ່າ​ສູງ​ສຸດ​ໃນ​ເວ​ລາ​ປະ​ມານ 5 ປີຄືນຫຼັງ:

        “ປີນີ້, ​ລະ​ດູປູກອ້ອຍ​ໄດ້​ຮັບ​ຜົນ​​ດີ, ຂາຍ​ໄດ້ລາ​ຄາ​​ສູງ ດັ່ງ​ນັ້ນ ພ​ວກ​ຂ້າ​ພະ​ເຈົ້າ​ມີ​ຄວາມ​​ພາກ​ພູມ​ໃຈ​ທີ່​ສຸດ. ພໍ່​ຄ້າ​​ຊາວ​ຂາຍ​ໄດ້​​ເອົາ​ເງິນມາ​​ມັດຈ​ຳ​​ໄວ້ກ່ອນ, ​ແລ້ວ​ນັດ 2, 3 ວັນ​​ອີກຈະ​ມາເກັບ​ກ່ຽວ.”

        ຂະ​ບວນ​ການ​ຊາວ​ກະ​ສິ​ກອນ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ ພັດ​ທະ​ນາ​ຢ່າງ​ແຮງ​ຢູ່​ແຂວງ​ເຮົ້າ​ຢາງ ໄດ້​ສ້າງ​​ເຂດ​ຜະ​ລິດວັດ​ຖຸ​ດິບ​ເປັນສ​ິນ​ຄ້າ​​ຂະ​ໜາດໃຫຍ່​ເທື່ອ​ລະ​ກ້າວ​ດ້ວຍ​ສະ​ມັດ​ຕະ​ພາບ, ຄຸນ​ນະ​ພາບ, ປະ​ສິດ​ທິ​ຜົນ​ນັບ​ມື້​ນັບ​ສູງ. ຜ່ານນັ້ນ​ ໄດ້​ສ້າງ​ເປັນ​ມູນ​ຄ່າ​ການ​ຜະ​ລິດ​ກະ​ສິ​ກຳ​ອັນ​ໃຫຍ່ຫຼວງ, ​ແກ້​ໄຂວຽກ​​ເຮັດງານ​ທຳ​​ໃຫ້​ແກ່​ຊາວ​ຜູ້​ອອກ​ແຮງ​ງານຫຼາຍ​ພ​ໍ​ສົມ​ຄວນ ແລະ ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາ​ມ​ທຸກ​ຍາ​ກຢູ່​ເຂດ​ຊົນ​ນະ​ບົດ. ທ່ານ​ເຈົາ​ມີງ​ຕ໋ຽ​ນ, ປະ​ທານ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ແຂວງ ເຮົ້າ​ຢາງ, ໃຫ້​ຮູ້​ວ່າ:

        “ເລື່ອງ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ລະ​ດູ​ການ​ຜະ​ລິດ, ໂຄງ​ປະ​ກອບ​ຜົນ​ລະປູກ, ສັດ​ລ້ຽງ​ໃຫ້​ເໝາະ​ສົມ, ກຳ​ນົດ​ທິດ​ຕົ້ນ​ໄມ້, ສັດ​ລ້ຽງບາງ​ປະ​ເພດ​ໃຫ້​ເໝາະ​ສົມ​ກັບ​​​ລະ​ດັບນ້ຳ​ເຄັມ​ກໍ່​​ແມ່ນ​ປັດ​ໄຈ​​ທີ່ສຳ​ຄັນ. ​ໄລ​ຍະຜ່ານ​ມາ, ພວກ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ສົມ​ທົບ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ ເກີນ​ເທີ, ຈາກນັ້ນ ສູນ​ກາງ​ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ບາງ​ຊຸດ​ຝຶກ​ອົບ​ຮົມ​ໃຫ້​ຊາວ​ກະ​ສິ​ກອນ ເພື່ອ​ໃຫ້​ເຂົາ​ເຈົ້າ​ກຳ​ແໜ້ນ, ເຂົ​້າ​ໃຈ​ໄດ້​ຂໍ້​ມ​ູນ​ຂ່າວ​ຄາວ​ເພື່ອ​ໝ​ູນ​ໃຊ້​ເຂົ້າ​ໃນ​ການ​ຜະ​ລິດ​ຂອງ​ຕົນ. ເພື່ອ​ເຮັດ​ແນວ​ໃດ​ໃນ​ເວ​ລາ​ທີ່​ປະ​ສົບ​ກັບ​ໄພ​ແຫ້ງ​ແລ້ງ, ນ້ຳ​ເຄັມ​ຊຶມ​ເຂົ້າ ​ສາ​ມາດ​ບັນ​ລຸ​ປ​ະ​ສິດ​ທິ​ຜົນ​ດ້ານ​ເສດ​ຖະ​ກິດ, ໃນ​ເງື່ອນ​ໄຂ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ ​ແຕ່​ຍັງຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ​​ເກັ່ງ​ໄດ້”

        ຍ້ອນ​​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ໄດ້​ສົ່ງ​ຜ​ົນສະ​ທ້ອນ​ເຖິງ​ສະ​ມັດ​ຕະ​ພາບ​ຂອງ​ເຂົ້າ​ສານ, ຫຼາຍ​ຄອບ​ຄົວ​ຊາວ​ກະ​ສິ​ກອນ​ຢູ່​ແຂວງ ເຮົ້າ​ຢາງ ໄດ້​ຫັນ​​ມາ​ພັດ​ທະ​ນາ​ການ​ລ້ຽງ​ປູກ​ສິນ​ໃນ​ນຳ​້. ປະ​ຈຸ​ບັນ, ​ການລ້ຽງ​ສິນ​ໃນ​ນ້ຳ​ໄດ້​ພັດ​ທະ​ນາ​ໃນ​ເນື້ອ​ທີ່ 10.700 ເຮັກ​ຕາ, ​ປະ​ລິ​ມານກາ​ນ​ຜະ​ລິດ​ບັນ​ລຸ 74.400 ໂຕນ, ເພີ່ມ​ຂຶ້ນ 56% ເມື່ອ​ທຽບ​ໃສ່​ປີ 2010, ໃນ​ນັ້ນ, ປະ​ລິ​ມານ​​ການ​ລ້ຽງສິນ​ໃນ​ນ້ຳ​​ໄດ້​ເພີ່ມ​ຂຶ້ນ 17,2%/ປີ. ມີຫຼາຍ​ຮູບ​ແບບ​ການ​ລ້​ຽງ​ສິນ​ໃນ​ນ້ຳ​ປອດ​ສານ​ພິດ, ມີ​ຄຸນ​ນະ​ພາບ​ຕາມ​ທິດ​ປະ​ຕິ​ບັດ​ກ​ະ​ສິກ​ຳ​ທີ່​ດີ (GAP) ຢູ່​ບັນ​ດາ​ເຂດ​ລ້ຽງ​ສິນ​ໃນ​ນ້ຳ​ຈຸດ​ສຸມ​ຄື: ປາ​ຈາ​ຢູ່ ເຈົາ​ແທ່ງ, ເທດ​ສະ​ບານ ຫງາ​ໄບ໋, ປາ​ນາ​ຢູ່ ວິ​ຖູຍ, ລອງ​ໝີ້. ບັນ​ດາ​ປະ​ເພດ​ສິນ​ໃນ​ນ້ຳ​ຂອງ ເຮົ້າ​ຢາງ ໄດ້​ຈົດ​ທະ​ບຽນ​ເຄື່ອງ​ໝາຍ​ການ​ຄ້າ ແລະ ໄດ້​ຮັບ​ການ​ຮູ້​ຈັກ​ຈາກ​ຕະຫຼາດ​ຄື ປາ​ທາດ​ລາດເຮົ້າ​ຢາງ, ປາເຂັງ ຢູ່ ເຮົ້າ​ຢາງ… ຢ​ູ່ຫຼາຍ​ທ້ອງ​ຖິ່ນໄດ້​ປະ​ກົດ​ມ​ີ​ຫຼາຍ​ຮູບ​ແບບ​ການ​ລ້ຽງ​ສິນ​ໃນ​ນ້ຳ​ບາງ​ປະ​ເພດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ, ໄດ້​ນຳ​ມາ​ເຊິ່ງ​ປະ​ສິ​ດ​ທ​ິ​ຜົນ​ດ້ານ​ເສດ​ຖະ​ກິດ​ສູງ​ໃຫ້​ແກ່​ຊາວ​ກະ​ສິ​ກອນ​ຄື: ຮູບ​ແບບ​ການ​ລ​້ຽງປາ​ຝາ, ປູ, ລ້ຽງ​ອ່ຽນ​ໃນ​ອ່າງ…

        ໃນ​ໄລ​ຍະ​ແຕ່​ປີ 2016 – 2020, ສະ​ມາ​ຄົມ​ຊາວ​ກະ​ສິ​ກອນ​ແຂວງ ເຮົ້າ​ຢາງ ຈະ​ສ​ືບ​ຕໍ່​ໜູນ​ຊ່ວຍ​ຊາວ​ກະ​ສິ​ກອນ​ຫັນ​ປ່ຽນ​ໂຄງ​ປະ​ກອບ​​ຜົນ​ລະປູກ, ສັດ​ລ້ຽງ, ບັນ​ດາ​ຮູບ​ແບບ​ທຳ​ມາ​ຫາ​ກິນ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ເໝາະ​ສົມ​ກັບ​ສະ​ພາບ​ແຫ້ງ​ແລ້ງ, ນ້ຳ​ເຄ​ັມ​ພວມ​ເກີດ​ຂຶ້ນ​ຢ່າງ​ຮ້າຍ​ແຮງ​ໃນ​ແຕ່​ລະ​ປີ. ສູ້​ຊົນ​ຮອດ​ປີ 2020, ແຂວງ​ເຮົ້າ​ຢາງ ຈະ​ມີ​ຄອບ​ຄົວ​ຊາວ​ກະ​ສິ​ກອນໃນ​ແຂວງ​ ​ບັນ​ລຸ​ນາມ​ມະ​ຍົດ​​ຜະ​ລິດດຳ​ເນີນ​ທຸ​ລະ​ກິດ​ເກັ່ງ​ໃຫ້​ໄດ້ 70%.


ຕອບກັບ

ຂ່າວ/ບົດ​ອື່ນ