ແມ່ຍິງເມືອງຟອງດ່ຽນ, ເກິ່ນເທີປະກອບສ່ວນກໍ່ສ້າງຊົນນະບົດໃໝ່


(vovworld) - ​ໃນຊຸມ​ປີ​ມໍ່ໆ​ມາ​ນີ້, ຍາມ​ໃດ​ຟອງດ່ຽນກໍ່​ແມ່ນ​ຫົວໜ່ວຍ​ນຳ​ໜ້າ​ກ່ຽວ​ກັບ​ປະສິດທິ​ຜົນຂອງ​ຮູບ​ແບບ​ຂົນຂວາຍ​​ແມ່ຍິງ​ເຮັດ​ເສດຖະກິດ, ຈາກ​ນັ້ນ​ປັບປຸງ ​ແລະ ຍົກ​ສູງ​ຊີວິດ​ການ​ເປັນ​ຢູ່​ຂອງ​ເອື້ອຍ​ນ້ອງ​ແມ່ຍິງ​ເທື່ອ​ລະ​ກ້າວ.
ແມ່ຍິງເມືອງຟອງດ່ຽນ, ເກິ່ນເທີປະກອບສ່ວນກໍ່ສ້າງຊົນນະບົດໃໝ່ - ảnh 1

ແມ່ຍິງເມືອງຟອງດ່ຽນບົວລະບັດຕົ້ນໝາກນາວ

​ເດືອນ​ລະ​ເທື່ອ​, ເອື້​ອຍນ້ອງ​​ແມ່ຍິງ​ໃນ​ສະມາຄົມແມ່ຍິງບ້ານ ​ເຈື່ອງ​ຮ່ວາ, ຕາ​ແສງ​ເຈື່ອງ​ລອງ, ​ເມືອງ​ຟອງ​ດ່ຽນ ກໍ່​ປະຊຸມ​ກັນ​ຢູ່​ເຮືອນ​ເອື້ອຍ ຫງວຽນ​ທິ​ເຮ້, ຫົວໜ້າ​ສາຂາ​ສະມາຄົມ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ແຜນການ​ເຄື່ອນ​ໄຫວ, ​ແບ່ງປັນ​ບົດຮຽນ, ຊ່ວຍ​ເຫຼືອ​ກັນ​ເຮັດ​ເສດຖະກິດ​ຄອບຄົວ. ​ໃນ​ການ​ປະຊຸມ​ຄື​ແນວ​ນັ້ນ, ​ເອື້ອຍ​ນ້ອງ​ຍັງ​ໄດ້​ຮັບ​ຟັງ​ການເຜີຍ​ແຜ່​ນະ​ໂຍບາຍ​ກົດໝາຍ ​ແລະ ຂ່າວ​ໃໝ່​ສຸດ​ໃນ​ທ້ອງ​ຖີ່​ນ, ຫຼື​ປຶກສາ​ຫາລື​ກ່ຽວ​ກັບ​ເລື່ອງ​ປະກອບ​ທຶນ​ໝູນ​ວຽນ​ເພື່ອ​ເປີດ​ກວ້າງ​ການ​ຜະລິດ, ລ້ຽງ​ລູກ… ບັນດາ​ການ​ປະຊຸມ​ເປັນ​ປະ​ຈຳ​ຄື​ແນວນີ້​ນັບ​ມື້​ນັບ​ແທດ​ຈິງ, ດັ່ງ​ນັ້ນ​ໄດ້​ດຶງ​ດູດ​ທັງ​ຜູ້​ຊາຍ​ເຂົ້າ​ຮ່ວມ. ພິ​ເສດ, ບັນດາ​ການ​ປະຊຸມ​ຫວ່າງ​ແລ້ວ​ນີ້​ຍັງ​ມີ​ເນື້ອ​ໃນ​ກ່ຽວ​ກັບ​ແຜ​ນການ, ​ເຕັກນິກ​ບົວລະບັດ, ການຈຳໜ່າຍ​ໝາກ​ນາວບໍ່​ມີ​ແກ່ນ​ອີກ. ກ່ອນ​ນີ້, ບັນດາ​ຄອບຄົວ​ຢູ່​ເຈື່ອງ​ຮ່ວາ​ ປູກ​ຜັກ ​ແລະ ໝາກ​ໄມ້​ຫຼາຍ​ຊະນິດ, ການ​ເກັບ​ກ່ຽວ​ກະ​ແຈກ​ກະຈາຍ, ດັ່ງ​ນັ້ນການຈຳໜ່າຍ​, ​ການ​ແລກປ່ຽນ​ດ້ານ​ເຕັກນິກ, ​ແນວ​ພັນປູກ, ທຶນ​ທຳ​ການ​ຜະລິດກໍ່ປະສົບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ … ລາຍ​ຮັບ​ພຽງ​ແຕ່​ພໍ​​ໃຊ້​ປະຈຳ​ວັນ​ເທົ່າ​ນັ້ນ, ຫາກ​ບໍ່​​ມີ​ເງິນເຫຼືອ​ເພື່ອ​ປັບປຸງ​ເງື່ອນ​ໄຂ​ດຳລົງ​ຊີວິດ​ອີກ. ນັບ​ແຕ່​ສ້າງ​ຕັ້ງ​ສະຫະກອນ, ຫັນປ່ຽນ​ຮູບ​ແບບ​ປູກ​ຕົ້ນ​ໝາກ​ນາວ​ບໍ່​ມີ​ແກ່ນ, ຊີວິດ​ການ​ເປັນ​ຢູ່​ຂອງ​ສະມາຊິກ​ສະຫະກອນນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ, ເຮັດ​ໃຫ້​ເອື້ອຍ​ນ້ອງຮູ້ສຶກ​ເບີກບານ​ມ່ວນ​ຊື່ນ​ຫຼາຍ. ປ້າ ດັ້ງ​ທິທູ, ສະມາຊິກ​ສະຫະກອນ, ຫາ​ກໍ່ປູກ​ຕົ້ນ​ໝາກ​ນາວ​ບໍ່​ມີ​ແກ່ນ​ມາ​ເປັນ​ເວລາ​ເກືອບ 2 ປີ​ເທົ່າ​ນັ້ນ, ​ແຕ່​ສາມາດ​ເກັບ​ກ່ຽວ​ໜາ​ກນາວ​ລະດູ​ການ​ທຳ​ອິດ​​ໄດ້ແລ້ວ, ປ້າ ທູ ​ໃຫ້​ຮູ້​ວ່າ:

“​​ໝາກ​ນາວ​ທີ່​ເກັບ​ກ່ຽວ​ໄດ້ໃນ​ລະດູ​ການ​ໜຶ່ງ​ແມ່ນ 300 – 400 ກິ​ໂລກຼາມ. ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະຈຸ​ບັນ​ສາມາດ​ຫາ​ເງິນ​ໄດ້ 55 ລ້ານ​ດົ່ງຈາ​ກການຂາຍ​ໝາກ​ນາວ. ການ​ລົງທຶນ​ກໍ່​ບໍ່​ຫຼາຍ. ຂ້າພະ​ເຈົ້າ​ເຫັນ​ວ່າ​ເຂົ້າ​ຮ່ວມ​ສະຫະກອນ​ຄື​ແນວ​ນີ້​ແມ່ນ​ດີກ​ວ່າ. ​​ສະຫະກອນ​ພັດທະນາ​ເຮົາ​ກໍ່​ອຸ່ນ​ອ່ຽນ​ໃຈ​ກວ່າ“.

​ເອື້ອຍ ຫງວຽນ​ທິ​ເຮ້, ຫົວໜ້າ​ສາຂາ​ສະມາຄົມ​ບ້ານ​ເຈື່ອງ​ຮ່ວາ ກໍ່​​ແມ່ນ​ໜຶ່ງ​ໃນ​ບັນດາ​ຄອບຄົວ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຍ້ອນ​ມີ​ລູກ​ຫຼາຍ​ຄົນ, ທີ່​ດິນ​ໜ້ອຍ ​ແລະ ຂາດ​ວຽກ​ເຮັດ​ງານ​ທຳ. ປີ 2012, ​ເອື້ອຍ ​ເຮ້ ​ເລີ່​ມປູກ​ຕົ້ນ​ໝາກ​ນາວ​ບໍ່​ມີ​ແກ່ນ​ທົດ​ລອງ​ໃນ​ເນື້ອ​ທີ່ 3.000 ຕາ​ແມັດ, ພາຍຫຼັງ 18 ​ເດືອນ​ກໍ່​ສາມາດ​ເກັບ​ກ່ຽວ​ໝາກ​ນາວ​ໄດ້, ອັນ​ໄດ້​ຊ່ວຍ​ໃຫ້​ຄອບຄົວ​ເອື້ອຍ​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ ນັບ​ແຕ່​ລະດູ​ການ​ເກັບ​ກ່ຽວ​ໝາກ​ນາວ​ທຳ​ອິດ. ຈາກ​ຜົນງານ​ໃນ​ເບື້ອງ​ຕົ້ນ, ​ເອື້ອຍ​ໄດ້​ແບ່ງປັນ​ບົດຮຽນ ​ແລະ ​ປຶກ​ສາ​​ກັບ​ສະມາຄົມ​ຂັ້ນ​ເທິງ ​ເພື່ອ​ສ້າງ​ເງື່ອນ​ໄຂ, ​ໃຫ້​​ເອື້ອຍ​ນ້ອງກູ້​ຢືມ​ທຶນ, ສ້າງ​ກອງ​ທຶນ​ທີ່​ດິນ, ຊ່ວຍ​ໃຫ້​ເອື້ອຍ​ນ້ອງຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກຄື​ຕົນ:

“ຂ້າພະ​ເຈົ້າ​ເຮັດ​ວຽກ​ງານ​ຂະ​ບວນການ​ແມ່ຍິງ, ຖ້າ​​ເຮັດໄດ້​ກໍ່​ຂົນຂວາຍ​ໃຫ້​ເອື້ອຍ​ນ້ອງ​ພ້ອມ​ກັນ​ເຮັດ​ເພື່ອ​ສ້າງ​ລາຍ​ຮັບ​, ສ້າງວຽກ​ເຮັດ​ງານ​ທຳ​ເປັນ​ປົກກະຕິ​ໃຫ້​ຄອບຄົວ. ​ຮອດ​ຍາມ​ເກັບ​ກ່ຽວ​ໝາກ​ນາວ, ຂ້າພະ​ເຈົ້າກໍ່​ເຊັນ​ສັນຍາຊື້​ຂາຍກັບ​ບໍລິສັດ​ເພື່ອ​ຮັບປະກັນ​ລາຄາ​ເປັນ​ປົກກະຕິ​ໃຫ້​ແກ່​ຊາວ​ກະສິກອນ“.

ແມ່ຍິງເມືອງຟອງດ່ຽນ, ເກິ່ນເທີປະກອບສ່ວນກໍ່ສ້າງຊົນນະບົດໃໝ່ - ảnh 2

ໝາກນາວບໍ່ມີແກ່ນໂດຍເອື້ອຍນ້ອງແມ່ຍິງບ້ານເຈື່ອງຮ່ວາປູກ

​ເຂົ້າ​ຮ່ວມ​ຮູບ​ແບບ​ປູກ​ຕົ້ນ​ໝາກ​ນາວ​ບໍ່​ມີ​ແກ່ນ, ​ເອື້ອຍ​ນ້ອງ​ຍັງ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ດ້ານ​ບົດຮຽນ​ໃນ​ການ​ຜະລິດ, ​ໄດ້​ກູ້​ຢືມ​ທຶນ​ເພື່ອ​ຊື້​ຝຸ່ນ, ອຸປະກອນ, ກໍ່​ຄື​ໄດ້​ຮັບ​ການ​ໜູນ​ຊ່ວຍ​ເບ້​ຍ​​ໄມ້, ​ເຕັກນິກຈາກ​ຫ້ອງການ​ກະສິກຳອີກ​ດ້ວຍ. ຖ້າ​ຫາກ​ວ່າ​ປີ 2012, ສະຫະກອນ​ມີ​ສະມາຊິກ​ພຽງ 10 ຄົນ, ດ້ວຍ​ເນື້ອ​ທີ່ 3 ກວ່າ​ເຮັກຕາ, ຮອດ​ປີ 2013, ​​ມີ​ສະມາຊິກ 14 ຄົນ ​ແລະ ຮອດ​ປະຈຸ​ບັນ​​ໄດ້ມີ​ສະມາຊິກ​​ເຖິງ 30 ຄົນ, ດ້ວຍ​ເນື້ອ​ທີ່ດິນ 15 ​ເຮັກຕາ, ​ປູກ​ຕົ້ນ​ໝາກ​ນາວ​ບໍ່​ມີ​ແກ່ນ 13.600 ຕົ້ນ. ມີ​ຫຼາຍ​ຄອບຄົວ​ຍັງ​ປູກຜັກ​ ​ແລະ ພືດ​ໄລຍະ​ສັ້ນ​ຕື່ມ​ອີກ​ເພື່ອ​ເພີ່ມ​ລາຍ​ຮັບ, ຫຼຸດຜ່ອນ​ຄ່າ​ໃຊ້​ຈ່າຍ.

ການ​ປ່ຽນ​ແປງ​ຮູບ​ແບບ​ການ​ຜະລິດ​ຈາກຮູບ​ແບບ​ເສດຖະກິດ​ຄອບຄົວຫັນ​ເປັນຮູບ​ແບບ​ເສດຖະກິດ​ລວມໝູ່ ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ມາດຖານ​ສຳຄັນ​ຂອງ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ທ່ານ​ນາງ ຫວໍ​ທິທວາ, ຮອງ​ປະທານ​ຜູ້​ປະຈຳການ​ສະຫະພັນ​ແມ່ຍິງ​ນະຄອນ ​ເກິ່ນ​ເທີ, ​ໃຫ້​ຮູ້​ວ່າ:

“​ໄລຍະ​ຜ່ານ​ມາ, ສະມາຄົມ​ສ້າງ​ໄດ້​ຫຼາຍ​ຮູບ​ແບບຄື: ຮູບ​ແບບ​ໜ່ວຍ​ສະຫະກອນ, ໜ່ວຍ​ປະສົມ​​…​ໃນ​ຕໍ່ໜ້າ​ຈະ​ພັດທະນາ​ເປັນ​ສະຫະກອນ. ຄາດ​ວ່າ​ຮອດ​ປີ 2016 ຈະ​ມີ​ສະຫະກອນ​ຕື່ມ​ອີກ​ແຕ່ 1-2 ​ແຫ່ງ“.

ບັນດາ​ຮູບ​ແບບ​ເສດຖະກິດ​ລວມໝູ່​ໂດຍ​ແມ່ຍິງ​ເປັນ​ເຈົ້າ​ຂອງ, ຂອງ​ສະມາຄົມ​ແມ່ຍິງ​ນະຄອນ​ເກິ່ນ​ເທີ ທຸກ​ຂັ້ນ ນັບ​ມື້​ນັບ​​ເປັນ​ການຢືນຢັນ​ໃຫ້​ເຫັນ​ວ່າ ​ນີ້​ແມ່ນ​ທິດ​ທາງ​ທີ່​ເໝາະ​ສົມ. ຮູບ​ແບບ​ນີ້​ທັງ​ມຸ່ງ​ໄປ​ເຖິງ​ຈຸດປະສົງ​ຊ່ວຍ​ເຫຼືອ​ເອື້ອຍ​ນ້ອງ​ສະມາຊິກ​ສະມາຄົມ​ແມ່​ຍິງໃຫ້​ຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ຢ່າງ​ໝັ້ນຄົງ, ທັງ​ປະກອບສ່ວນ​ຢ່າງ​ຕັ້ງໜ້າ ພ້ອມ​ກັບ​ທ້ອງ​ຖີ່​ນປະຕິບັດ​ສຳ​ເລັດ​ບັນາ​ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່.

 

ຕອບກັບ

ຂ່າວ/ບົດ​ອື່ນ