ໂຄງການ EDE ກັບລາຍການກໍ່ສ້າງຊົນນະບົດໃໝ່ຢູ່ກືມກາ, ແຂວງດັກລັກ


(vovworld) - ​ໂຄງການ​ຜະລິດ​ກາ​ເຟຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ຂອງ​ສະ​ຖາ​ບັນ EDE ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢູ່​ແຂວງ​ດັກ​ລັກ ​ແລະ ບາງ​ແຂວງ​​ໃນ​ເຂດ​ໄຕ​ງວຽນ​ ເປັນ​ເວລາ 2 ປີ​ແລ້ວ​. ຈຸດປະສົງ​ຕົ້ນຕໍ​ຂອງ​ໂຄງການ​ແມ່ນ​ໜູນ​ຊ່ວຍ​ຊາວ​ກະ​ສີກ​ອນ​  ໃນ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອາ

ໂຄງການ EDE ກັບລາຍການກໍ່ສ້າງຊົນນະບົດໃໝ່ຢູ່ກືມກາ, ແຂວງດັກລັກ - ảnh 1

ຜູ້ອຳນວຍການໂຄງການ EDEໂດແທ່ງຈູງໃນການຟຶກອົມຮົມ ໃຫ້ຊາວກະສີກອນ

ຢູ່ຕາແສງກວາງຕ໋ຽນ, ເມືອງກືມກາ, ແຂວງດັກລັກ

ກາດ ດ້ວຍ​ເລື່ອງ​ເພີ່ມ​ທະວີ​ການຖ່າຍ​ທອດ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກນິກ, ຈາກ​ນັ້ນ​ຍົກ​ສູງ​ປະສິດທິ​ຜົນ​ການ​ຜະລິດ​ກາ​ເຟຕາມ​ທິດ​ພັດທະນາ​ແບບ​ຍືນ​ຍົງ. ຜ່ານ​ວິວັດ​ແຫ່ງ​ການ​ຜັນ​ຂະຫຍາຍ, ​ໂຄງການປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​​ລາຍການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ແຂວງ​ດັກ​ລັກ.

        ​ເມືອງ ກື​ມກາ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເຂດ​ປູກ​ສະ​ເພາະ​ຕົ້ນ​ໄມ້​ອຸດສາຫະກຳ ​ແລະ ກາ​ເຟທີ່​ສຳຄັນ​ຂອງ​ທັງ​ເຂດ​ໄຕ​ງວຽນ. ນີ້​ກໍ່​ແມ່ນ​ແຫ່ງ​ດຳລົງ​ຊີວິດ​ຂອງ​ຊາວ​ຊົນ​ເຜົ່າ​ຕ່າງໆ​ຄື: ຊົນ​ເຜົ່າ​ເອ​ເດ, ​ມນົງ... ທີ່​ມີ​ລະດັບ​ການ​ຜະລິດ​ບໍ່​ທັນ​ສູງ. ​ກ່ອນ​ນີ້​ຫຼາຍ​ປີ, ຊີວິດ​ຂອງ​ປະຊາຊົນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ. ​ເມື່ອ​ທ້ອງ​ຖີ່​ນນີ້​ຜັນ​ຂະຫຍາຍ​ລາຍການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່​ສ້າງ​ຊົນນະບົດ​ໃໝ່, ​ໂຄງການ EDE ​ໄດ້​​​ໃຫ້​ຄຳ​ປຶກສາ​ແກ່ປະຊາຊົນ​  ໃນ​ການ​ຖ່າຍ​ທອດຄວາມ​ກ້າວໜ້າ​ດ້ານ​ວິທະຍາ

ສາດ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ​ກາ​ເຟ. ​ເປົ້າ​ໝາຍ​ຊົມ​ໃຊ້​ຜົນ​ປະ​ໂຫຍ​ດຂອງ​ໂຄງ

ການ​ແມ່ນ 900 ກວ່າຄອບຄົວ​ຊາວ​ກະ​ສີກ​ອນ​ໃນ​ເຂດ​ປູກກາ​ເຟຂອງ​ໂຄງການ, ​ເຊິ່ງລວມມີ 5 ຕາ​ແສງ​ຄື: ກວາງຕ໋ຽນ, ກື​ມກາ, ຈື​ເຊ, ​ແອ​ອາກປາມ ​ແລະ ​ແອ​ອາ​ດິງ. ທ່ານ ​ໂດ​ແທ່ງ​ຈູງ, ຜູ້ອຳນວຍການ​ໂຄງການ EDE, ​ໃຫ້​ຮູ້​ວ່າ: ຄາດໝາຍ​ຂອງ​ໂຄງການ​ແມ່ນ​ເໝາະ​ສົມ​ກັບ​ນະ​ໂຍບາຍ​ຂອງ​ພັກ, ລັດ ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ດັ່ງ​ນັ້ນ​ໄດ້​ປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ​ການ​ເຄື່ອນ​ໄຫວ​ຜະລິດ​ດຳ​ເນີນ​ທຸລະ​ກິດ​ຕາມ​ທິດ​ພັດທະນາ​ແບບ​ຍືນ​ຍົງ, ​ເໝາະ​ສົມ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ທີ່​ນັບ​ມື້​ນັບ​ກະທົບ​ຢ່າງ​ແຮງ​ເຖິງ​ເຂດ​ນີ້.

ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ໄດ້​ກາຍ​ເປັນຫົວ​ເລື່ອງ​ທີ່​ເຄັ່ງຮ້ອນ, ມັນ​ໄດ້​ກະທົບ​ເຖິງ​ແຕ່​ລະ​ຄອບຄົວ, ​ເຖິງ​ບັນດາ​ຄອບຄົວ​ຜະລິດ​ຢູ່​ໄຕ​ງວຽນ. ດັກ​ລັກ​ແມ່ນ​ທ້ອງ​ຖີ່​ນປູກ​ກາ​ເຟ​ເປັນ​ຕົ້ນ​ຕໍຂອງ​ທົ່ວ​ປະ​ເທດ, ​ແຕ່​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້​ໄດ້​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢ່າງ​ລຽນຕິດ. ປີ​ກາຍ​ນີ້, ດັກ​ລັກ​ປະສົບ​ກັບ​ໄພ​ແຫ້ງ​ແລ້ງ​ຢ່າງ​ແຮງ, ​ໃນ​ຂອບ​ເຂດ​ໂຄງການ, ພວກ​ຂ້າພະ​ເຈົ້າ​ແກ້​ໄຂ​ບາງ​ບັນຫາ, ​ໂດຍ​ສະ​ເພາະ​ແມ່ນ​ສະພາບ​ນຳ​ໃຊ້​ຊັບພະຍາກອນ​ນ້ຳ, ຝຸ່ນ, ຢາຂ້າ​ສັດຕູ​ພືດ​ທີ່​ບໍ່​ທັນ​ເໝາະ​ສົມ,​​ເຊິ່ງສາມາດ​ກະທົບ​ເຖິງ​ສິ່ງ​ແວດ​ລ້ອມ“.

ກ່ອນ​ອື່ນ​ໝົດ, ​ໂຄງການ EDE ໜູນ​ຊ່ວຍ​ຊາວ​ກະ​ສີກ​ອນ​ໃນ​ການ​ກໍ່ສ້າງ​ຮູບ​

ແບບ​ສະຫະກອນ​ຕາມ​ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່. ດ້ວຍ​ການ​ໜູນ​ຊ່ວຍ​ນີ້, ຄະນະ​ຄຸ້ມ​ຄອງ​ສະຫະກອນ​ໄດ້​ຮັບ​ການ​ຍົກ​ສູງ​ ​ຄວາມ​ສາມາດດ້ານ​ຄຸ້ມ​ຄອງ, ການ​ເງິນ ​ແລະ ການ​ເຄື່ອນ​ໄ​ຫວລວມໝູ່, ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດຢ່າງ​ແທ້​ຈິງ​ໃຫ້​ບັນດາ​ສະມາຊິກ​ສະຫະກອນ. ​ໂຄງການ​ກໍ່​ໜູນ​ຊ່ວຍ​ຊາວ​ກະ​ສີກ​ອນ​ເຕົ້າ​ໂຮມ​ໃນ​ສະຫະກອນ, ພ້ອມ​ກັນ​ເຮັດ​ສວນ​ກ້າ​ເບ້ຍ, ຈັດ​ຕັ້ງ​ການ​ຊື້​-ຂາຍ ​ຢາ​​ປ້ອງກັນ​ພື​ດ, ຝຸ່ນ, ກາ​ເຟ. ຍ້ອນ​ເຫດ​ນັ້ນ​ປະກອບສ່ວນ​ຫຼຸດຜ່ອນ​ຄ່າ​ສົ້ນ​ເຂົ້າ, ຍົກ​ສູງ​ປະສິດທິ​ຜົນ​ການ​ຜະລິດ​ກາ​ເຟ, ປັບປຸງ​ຊີວິດ​ການ​ເປັນ​ຢູ່​ໃຫ້​ດີຂຶ້ນ. ທ່ານ ​ໂດ​ແທ່ງ​ຈູງ, ​ໃຫ້​ຮູ້​ຕື່ມ​ອີກ​ວ່າ:

        “​ມາ​ຮອດ​ປະຈຸ​ບັນ, ໃນ 5 ຕາ​ແສງ​ທີ່​​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ໂຄງການ​ໄດ້​ຮັບ​ຜົນງານ​ຢ່າງ​ຕັ້ງໜ້າ. ສະ​ເພາະ​ຕາ​ແສງ​ກວາງຕ໋ຽນ, ​ເຊິ່ງ​ແມ່ນ​ຕາ​ແສງ​ທຳ​ອິດ​ທີ່​ຜັນ​ຂະຫຍາຍ​ໂຄງການ​ໄດ້​ສ້າງ​ໃຫ້​ມີ​ສະຫະກອນ​ໂດຍ​ປະຊາຊົນ​ເປັນ​ເຈົ້າ ​ແລະ ປະຊາຊົນ​ຄຸ້ມ​ຄອງ​ເອງ. ນອກ​ນັ້ນ​ໂຄງການ​ຍັງ​ປະສົບ​ຜົນສຳ​ເລັດ​ໃນ​ການ​ແນະນຳ​ຊາວ​ກະ​ສີກ​ອນລົງທຶນ​ຄື​ແນວ​ໃດ​ໃຫ້​ເໝາະ​ສົມ, ປະຢັດ​ແຕ່​ຍັງ​ນຳ​ມາ​ເຊິ່ງປະສິດທິ​ຜົນ​ສູງ​ສຸດ“.

        ​ໂຄງການ EDE ກໍ່​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ກະທົບ​ຂອງ​ສັງຄົມ​ໃນ​ການ​ພັດທະນາ​ຊົນນະບົດ​ຢ່າງ​ໝັ້ນຄົງ. ພິ​ເສດ​, ເມື່ອ​ເປົ້າ​ໝາຍ​ຂອງ​ໂຄງການ​ແມ່ນ​ຊາວ​ເຜົ່າ​ ມນົງ, ​ເອ​ເດ... ​ເຂົ້າ​ຮ່ວມຊຸດ​ຝຶກອົບຮົມ​ເຂົາ​ເຈົ້າຈະ​ມີ​ໂອກາດ​ສຳຜັດ​ກັບ​ວິທະຍາສາດ​ເຕັກນິກ, ທຳ​ຄວາມ​ຊິນ​ເຄີຍ​ກັບ​ວິທີ​ການ​ຄຸ້ມ​ຄອງ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ເອື້ອຍ ​ເຮ​ມາຍ​ເນຍ, ຊົນ​ເຜົ່າ​ເອ​ເດ ຢູ່​ຕາ​ແສງ​ກວາງຕ໋ຽນ, ຜູ້​ທີ່​ໄດ້​ເຂົ້າ​ຮ່ວມ​ຊຸດ​ຝຶກອົບຮົມ, ​ແບ່ງປັນ​ວ່າ:

        “ປະຊາຊົນ​ມັກ​ບັນດາ​ລາຍການ​ຄື​ແນວ​ນີ້​ທີ່​ສຸດ. ພິ​ເສດ​ຜູ້​ອາຍຸ​ສູງ​ກໍ່​ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ລາຍການ. ນ້ອງ​ເຂົ້າ​ຮ່ວມ​ຊຸດ​ຝຶກອົບຮົມ​ເພື່ອ​ແນ​ໃສ່​ຊ່ວຍ​ເຫຼືອ​ພໍ່​ແມ່​ປະຊາຊົນ, ມີ​ບັນຫາ​ໃດ​ເຂົາ​ເຈົ້າ​ບໍ່​ທັນ​ເຂົ້າ​ໃຈ, ບໍ່​ທັນ​ຮູ້​ນ້ອງ​ກໍ່​ແນະນຳ​ຢ່າງ​ລະອຽດ​ເພື່ອໃຫ້​ເຂົາ​ເຈົ້າ​ນຳ​ໃຊ້​ວິທະຍາສາດ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ. ​

        ​ໂຄງການ EDE ກໍ່​ໄດ້​ແນະນຳ​​ປະຊາຊົນຜັນ​ຂະຫຍາຍ​ບັນດາ​ມາດ​ຕະການ​ປະຢັດ​ນຳ້, ປູກ​ຕົ້ນ​ກາ​ເຟສະຫຼັບ​ກັບ​ຕົ້ນ​ໄມ້​ກິນ​ໝາກ, ຈາກ​ນັ້ນ​ຍົກ​ສູງ​ປະສິດທິ​ຜົນ​ເສດຖະກິດ​ໃນ​ເນື້ອ​ທີ່​ດຽວ​ກັນ. ພາຍຫຼັງ 2 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ, ມາ​ຮອດ​ປະຈຸ​ບັນມີ​ບາງ​ຕາ​ແສງ​ຂອງ​ເມືອງ ກື​ມກາ, ​ໄດ້ມີ 5 ຕາ​ແສງ​ບັນລຸ​ໄດ້​ແຕ່ 9-15 ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່. ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຂອບ​ເຂດ​ໂຄງການ EDE ກໍ່​ໄດ້​ຕັ້ງໜ້າ​ຖ່າຍ​ທອດ​ຄວາມ​ກ້າວໜ້າ​ດ້ານ​ວິທະຍາສາດ​ເຕັກນິກ, ປະກອບສ່ວນ​ເຂົ້າ​ໃນ​ລາຍການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ແຂວງ​ດັກ​ລັກ.

ຕອບກັບ

ຂ່າວ/ບົດ​ອື່ນ