ໂຄງປະກອບພິເສດສະເພາະຂອງໝູ່ບ້ານທີ່ເປັນມູນເຊື້ອຫວຽດນາມ

(vovworld) – ຈາກ​ພື້ນ​ຖານ​ອະ​ລິ​ຍະ​ທຳ​ແຫ່ງ​ການປູກ​ເຂົ້າ​ນາ​ທາມ, ບັນ​ດາ​ໝູ່​ບ້ານ​ວັດ​ທະ​ນະ​ທຳ​ຢູ່ ຫວຽດ​ນາມ ພິ​ເສດສະ​ເພາະຂອງ​ໝູ່​ບ້ານ​ກະ​ສິ​ກຳ. ໂຄງ​ປະ​ກອ​ບ​ຂອງ​ບັນ​ດາ​ໝູ່​ບ້າ​ນ​​ເຄີຍ​ສ້າງຄວາມ​ສະ​ດວກ​ໃຫ້​ແກ່​​ການ​ປູກ​ເຂົ້າ ແລະ ສ້າງ​ເປັນ​ເຂດ​ຊົນ​ນະ​ບົດ​ທີ່​ເປັນ​ແບບ​ຢ່າງ, ທ​ີ່​ເຂັ້ມ​ຄົ້ນ​ໄປ​ດ້ວຍ​ສີ​ສັນວັດ​ທະ​ນະ​ທຳ​ຂອງ​ຊາວ ຫວຽດ​ນາມ. ໂຕ​ຕວນ, ນັກ​ຂ່າວ VOV, ມີບົດ​ຂຽນ​ກ່ຽວ​ກັບ “ໂຄງ​ປະ​ກອບ​​ພິ​ເສດສະ​ເພາະ​​ຂອງ​ໝູ່​ບ້ານທີ່​ເປັນ​ມູນ​ເຊື້ອ​ ຫວຽດ​ນາມ”.

ໂຄງປະກອບພິເສດສະເພາະຂອງໝູ່ບ້ານທີ່ເປັນມູນເຊື້ອຫວຽດນາມ - ảnh 1
ສຸກ​ສາ​ລາ


       
ໝູ່​ບ້ານ ທີ່​ເປັນ​ມູນ​ເຊື້ອ ຫວຽດ​ນາມ ​ມີ​ໂຄງ​ປະ​ກອບບໍ່​ໃຫຍ່​ປານ​ໃດ. ໝູ່​ບ້ານ​ເຄີຍ​ຕັ້ງຢ​ູ່​ໃກ້​ກັບ​ແມ່​ນ້ຳ​ສາຍ​ໜຶ່ງ ຫຼື ບັນ​ດາ​ແຫ່ງ​ທີ່​ມີ​ແຫຼ່ງ​ນ້ຳ. ອ້ອມ​ໝູ່​ບ້ານ​ມີ​ທົ່ງ​ນາ, ກໍ່​ແມ່ນ​​ເຂດ​ທີ່​ດິນ​ທຳ​ການ​ຜະ​ລິດ​ຂອງ​ປະ​ຊາ​ຊົນ​ໃນ​ໝູ່​ບ້ານ. ໝູ່​ບ້ານນີ້​ຫ່າງ​ຈາກ​ກັບ​ໝູ່​ບ້ານ​ອື່ນ​ຍ້ອນ​ເຂດ​ທົ່ງ​ນາຂອງ​ບ້ານ. ​ໃນ​ເມື່ອ​ກ່ອນ, ຢູ່​ເຂດ​ທົ່ງ​ພຽງ​ພາກ​ເໜືອ, ເກືອບ​ຄື​ວ່າ ໝູ່​ບ້ານ​ໃດ​ກໍ່​ມີ​ສຸມ​​ໄມ້ໄຜ່​ທີ່​ຂຽວ​ອຸ່ມ​​ທູ່ມ​ຢູ້​ອ້ອ​ມ​ໝູ່​ບ້ານ, ເຖິງວ່າ​ໝູ່​ບ້ານນອນ​ຢູ່​ໃນ ຫຼື ຢູ່ນອກ​ຄັນ​ຄູ. ສຸມ​ໄມ້​ໄຜ່​​ທີ່​ໜາ​ແໜ້ນ​ໄດ້​ອ້ອມ​ຮອບ​ໝູ່​ບ້ານ ຄື​ດັ່ງ​ກຳ​ແພງ​ປົກ​ປ້ອງ​ໃຫ້​ໝູ່ບ້ານ​ຕ້ານ​ສັດ​ຕູ​ຜູ້​ຮຸກ​ຮານ. ສຸມ​ໄມ້​ໄຜ່​ກໍ່​ແມ່​ນ​​ແຫ່ງ​ສະ​ໜອ​ງວັດ​ສະ​ດຸ​ປຸກສ​້າງ​ເຮືອນ, ​ເຮັດກິດ​ຈະ​ກຳ​ສະ​ທາ​ລະ​ນະ​ຂອງ​​ໝູ່ບ້ານ. ເມື່ອ​ຢາກ​ເຂົ້າ​​ໝູ່​ບ້ານ​​ແມ່ນຕ້ອງ​​ຜ່ານ​ປະ​ຕູ​ໂຂງ​. ເມື່ອ​ກ່ອນນີ້, ປະ​ຕູ​ໂຂງ​ຂອງ​ໝູ່​ບ້ານໄດ້​ຮັບ​ການກໍ່​ສ້າງ​ດ້ວຍ​ດິນ​ຈີ່ ແລະ ມີ​​ບານປະ​ຕູ​​ເຮັດດ້ວຍ​ໄມ້​ແດງຢ່າງ​​ໜາ​ແໜ້ນ. ປະ​ຕູ​ໂຂງ​ທັງ​​ເປັ​ນ​ການຢັ້ງ​ຢືນ​​​ບໍ​ລິ​ເວນ​​ຂອງ​ໝູ່​ບ້ານ​, ທັງ​ເປັນ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍາ​ກຳ​ທີ່​ພົ້ນ​ເດັ່ນ​ຂອງໝູ່​ບ້ານ. ເມື່ອ​ສັງ​ເກດ​​ປະ​ຕູ​ໂຂງ​ເຂົ້າ​ບ້ານ, ເຂົາ​ເຈົ້າ​ອາດ​ສາ​ມາດ​ຮູ້​ຊື່​ຂອງ​ໝູ່​ບ້ານ, ທີ່​ຕັ້ງ​ບົດ​ບາດ, ກຳ​ລັງ​ແຮງ ຫຼື ຄວາມ​ງາມ​ດ້ານ​ວັດ​ທ​ະ​ນະ​ທຳ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ໝູ່​ບ້ານ. ປອ ດິງ​ຮົ່ງ​ຫາຍ, ຢູ່​ມະ​ຫາ​ວິ​ທະ​ຍາ​ໄລ ຮ່າ​ໂນ້ຍ, ໃຫ້​ຮູ້​ວ່າ:

        “ຕາມ​ປ​ົກ​ກະ​ຕິ​ແລ້ວ, ໝູ່​ບ້ານ​ໜຶ່ງ​ເຄີຍ​ມີ​ປະ​ຕູ​ໂຂງ 2 ແຫ່ງ. ປະ​ຕູ​ໂຂງ​ຕົ້ນ​ຕໍ​ມີ​ສະ​ຖາ​ປັດ​ຕະ​ຍາ​ກຳ​​ຢ່າງ​ລະ​ອຽດ​ລະ​ອໍ, ໄດ້​ຮັບ​ການ​​ປະ​ດັບ​ປະ​ດາ​ຢ່າງສວຍ​ງາມ, ​ມີຊື່​ໝູ່​ບ້ານ, ມີ​ຄຳ​ຜະ​ຫ​ຍາ, ສ່ວນປະ​ຕູ​ແຫ່ງ​ທີ່​ສ​ອງ​ແມ່ນ​ຢູ່​ທາງຫຼັງ​ໝູ່​ບ້ານເພື່ອ​ທຳ​ພິ​ທີ​ສົ່ງ​ສະ​ການ. ຢູ່​ປະ​ຕູ​ແຫ່ງນີ້​ຍັງ​ມີ​ບັນ​ດາ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍາ​ກຳ​ທີ່​ມີ​ລັກ​ສະ​ນະ​ຈິດ​ວິນ​ຍານ. ​ແຕ່​ຕາ​ມ​ປົກ​ກະ​ຕິ​ແລ້ວ, ໝູ່​ບ້ານ​ໃດ​ກໍ່​ມີ ປະ​ຕູ​ໂຂງ 2 ແຫ່ງ​ດ້ວຍ​ບົດ​ບາດ​ຄື​ແນວນັ້ນ”

        ​ຜ່ານ​ປະ​ຕູ​ໂຂງ​ແມ່ນ​ເສັ້ນ​ທາງ​ປູ​ດິ​ນ​ຈີ່ງ່​ຽງຄື​ດັ່ງ​ຮູບກະ​ດູກ​ປາ ທີ່​ພາ​ໄປຍັງ​ບ້ານ​ຕ່າງໆ. ເສັ້​ນ​ທາງ​ຕົ້ນ​ຕໍ​ໃນ​ໝູ່​ບ້ານ​ເຄີຍ​ພາ​ໄປ​ເຖິງ​ສາ​ລາ​ບ້ານ. ຕາມ​ການ​ເຫຼື້ອມ​ໃສ​ແລ້ວ, ສາ​ລາ​ບ້າ​ນ​ແມ່ນ​ບ່ອນ​ສັກ​ກະ​ລະ​ບູ​ຊາ​ທີ່​ສຸດ, ດັ່ງ​ນັ້ນ ປະ​ຊາ​ຊົນ​ເຄີຍ​ເລືອກ​ເຟັ້​ນ​ບ່ອນ​ທີ່​ມີຫຼັ​ກ​ຫວາງ​​ຈຸ້ຍດີ​ທີ່​ສຸດ​ເພື່ອກໍ່​ສ້າງ.  ສາ​ລາ​ບ້ານ​ແມ່ນ​​ກິດ​​ຈະ​ກຳສະ​ຖາ​ປັດ​ຕະ​ຍາ​ກຳ​ທີ່​ພົ້​ນ​ເດັ່ນ, ​ມີ​ຄວາມ​ໝາຍ​ດ້ານ​ຈິ​ດ​ວີນ​ຍານ. ສາລາ​ບ້ານ​ແມ່ນ​ບ່ອນ​ບູ​ຊ​າ​ຜູ້ກໍ່​ຕັ້ງ​ໝູ່​ບ້ານ, ບັນ​ດາ​ນັກ​ວິ​ລະ​ຊົນ​ມີ​ຄຸນ​ງາມ​ຄວາມ​ດີ​ຕໍ່​ປະ​ຊາ​ຊົນ, ຕໍ່​ປະ​ເທດ​ຊາດ. ສາ​ລ​າ​ບ້ານ​ແມ່ນ​ສູນ​ດຳ​ເນີນ​ຊີ​ວິດ​ຂອງວົງ​ຄະ​ນະ​ຍາດ,  ແມ່ນ​ບ່ອນ​ດຳ​ເນີນ​ບັນ​ດາ​ເຫດ​ການ​ສຳ​ຄັນ, ບັນ​ດາ​ງານ​ບຸນ, ການ​​ເຄື່ອນ​ໄຫວ​ວັດ​ທະ​ນະ​ທຳ​ຂອງ​ທັງ​ໝູ່​ບ້ານ. ນັກ​ສະ​ຖາ​ປາ​ນິກ ເລກວາງງອກ, ໃຫ້​ຮູ້​ວ່າ:

        “ສາ​ລາ​ບ້ານ​ເຄີຍ​ໄດ້​ຮັບ​ການ​ກໍ່​ສ້າງ​ຢ່າງ​ໃຫ​ຍ່​ໂຕ ແລະ ໃນ​​ບໍ​ລິ​ເວນ​ສັກ​ສິດ, ທາງ​ຄົມ​ມະ​ນາ​ຄົມ​ບໍ່​​ໄດ້ໄປ​ຜ່ານ​ຍ້ອນ​ວ່ານີ້​ແມ່ນ​ບ່ອນ​ເຕົ້າ​ໂຮມ​ຂອງ​​ປະ​ຊາ​ຊົນ​ໃນໝູ່​ບ້ານ. ບັນ​ດາ​ໝູ່​ບ້ານ​ຮັ່ງ​ມ​ີ, ທຳ​ມາ​ຫາ​ກິ​ນ​​ໄດ້ດີ​ເຄີຍ​ມີ​ສາ​ລາ​ໃຫ​ຍ່​ໂຕ​ໂອ​ໂຖງ, ສ່ວນ​ບັນ​ດາ​ໝູ່​ບ້ານ​ທ​ຸກ​ຍາກ​​ສາ​ລາບ​້ານ​ກໍ່ນ້ອຍ​ກ່​ວາ.”

ໂຄງປະກອບພິເສດສະເພາະຂອງໝູ່ບ້ານທີ່ເປັນມູນເຊື້ອຫວຽດນາມ - ảnh 2
ເຮືອນ​ມູນ​ເຊື້ອ​ຂອງ​ປະ​ຊາ​ຊົນ​ພາກ​ເໜືອ


       
ໃນ​ໂຄງ​ປະ​ກອບ​ໝູ່​ບ້ານ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ປະ​ຊາ​ຊົນ ຫວຽດ​ນາມ ຍັງ​ມ​ີ​ບັນ​ດາ​ກິດ​ຈະ​ກຳ​ສະ​ຖາ​ປັດ​ຕະ​ຍາ​ກຳ​ອື່ນໆ​ອີກ, ​ສະ​ແດງ​​ໃຫ​້​ເຫັນຄວາມ​ງາມ​​ທີ່​ກົມ​ກຽວ​ກັບ​ເຂດ​ບ້ານ​ນາ. ຄຽງ​ຂ້າງ​ປະ​ຕູ​ໂຂງ​ເຄີຍ​ມີ​ຕົ້ນ​ໄຮ​ ແມ່ນ​ບ່ອນ​ທີ່​ຊາວ​ກະ​ສິ​ກອນ​ໃນ​ບ​້ານ​ນັ່ງ​ຜັກ​ຜ່ອນຢ່ອນ​ອາ​ລົມ​ໃຕ້ຫົ່ມ​ເຢັນ​ຂອງ​ຕົ້ນ​ໄມ້​ໄຮພາຍຫຼັງ​ການ​ເຮັດ​ໄຮ່​ໄຖ​ນາ, ອອກ​ແຮງ​ງານ​ທຳ​ການ​ຜະ​ລິດ​ຢ່າງ​ອິດ​ເມື່ອຍ. ອ່າງ​ນ້ຳ​ສ້າງ​ຢູ່​ໝູ່​ບ້ານ​ທັງ​ເປັນ​ແຫຼ່ງ​ນ້ຳ​ໃຊ້​​ລວມ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​​ໝູ່​ບ້ານທັງ​ມີ​ຄວາມ​ໝ​າຍ​ດ້ານ​ຈິດ​ວີນ​ຍານ​ຄື​ດັ່ງດວງ​ຕາ​ຂອງ​ໝູ່​ບ້ານ ​ເຊິ່ງ​ໄດ້​ຕິດ​ຕາມ​ການ​ດຳ​ລົງ​ຊີ​ວິດ​ຂອງ​ລຸ້ນ​ຄົນ​ຕ່າງໆ​ໃນ​ໝູ່​ບ້ານ. ບັນ​ດາ​ກິດ​ຈະ​ກຳ​ເຫຼື້ອມ​​ໃສ​ສາ​ສະ​ໜາ​ຄື: ວັດ​​ວາ​ອາ​ຮາມ, ວິ​ຫານ, ຫ​ໍ​ບູ​ຊາ, ບັນ​ດາ​ຫໍ​ບູ​ຊາ​ຂອງວົງ​ຕະ​ກຸນ​ໃນ​ໝູ່​ບ້ານ… ຫຼັງ​ຄາເຄີຍ​ໄດ້​​ມຸງ​ດິນ​ຂໍ​ມີ​ຮູບ​ໂຄ​້ງ, ​ສະ​ແດງ​ໃຫ້​ເຫັນ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາ​ຂອ​ງ​ປະ​ຊາ​ຊົນ​ໃນ​ໝູ່​ບ້ານ.

        ໃນ​ວິ​ວັດ​ແຫ່ງ​ການ​ພັດ​ທະ​ນາ​ຂອງ​ໝູ່​ບ້ານ, ເຮືອນ​ຢູ່​​ຂອງ​ປະ​ຊາ​ຊົນ​ໃນ​ໝູ່​ບ້ານ​ແຫ່​ງ​ຕ່າງໆໄດ້​ຮັບ​ການກໍ່​ສ້າງ​ຢ່າງ​ລຽນ​ຕິດຢູ່ 2 ຟາກ​ທາງ​ຂອງ​ໝູ່​ບ້ານ, ຮ່ອມ​ບ້ານດ​້ວຍ​ຂອບ​ຂະ​ໜາດ​ທີ່​ແຕກ​ຕ່າງ​ກັນ. ຢູ່​​ຕໍ່ໜ້າ​ບ່ອນ​ເຄີຍ​ມີ​​ເດີນສວນ, ​ຄອບ​ຄົວ​ໃດ​ຮັ່ງ​ມີ​ຈະ​ສ້າງ​ເຮືອນ​ໃຫຍ່​ມີ 5, 7 ຫ້ອງ, ​ຄອບ​ຄົວໃດ​ທຸກ​ຍາກ​ຈະ​ສ້າງ​ເຮືອນມີ 3 ຫ້ອງ ແລະ 2 ຫ້ອງ​ນ້ອຍ​ຢູ່ 2 ຂ້າງ​ເຮືອນ. ມີ​ສິ່ງ​ໜຶ່ງ​ທີ່​ຂາດບໍ່​ໄດ້​ໃນ​ເຮືອນ​ຢູ່​ເຂດ​ບ້ານ​ນາ, ນັ້ນ​ແມ່ນ​ແທ່ນ​ບູ​ຊາ​ບັນ​ພະ​ບຸ​ລຸດ, ​ທີ່ໄດ້​ຕັ້ງ​ຢູ່​ຫ້ອງ​ຕົ້ນ​ຕ​ໍ, ຢູ່​ຕໍ່​ໜ້າ​ແທ່ນ​ບູ​ຊາ​​ເຄີຍ​ມີ​ຕຽງ​ໃຫຍ່​ດ້ວຍ​ໄມ້, ​ແມ່ນບ່ອນ​ເພື່ອ​ໃຫ້ເຈົ້າ​ຂອງ​ເຮືອນ​ຕ້ອນ​ຮັບ​ແຂກ,  ສະ​ມາ​ຊິກ​ໃນ​ຄອບ​ຄົວ​ນັ່ງ​ໂອ້​ລົມ​ນຳ​ກັນ.

        ຜ່ານຫຼາຍ​ລຸ້ນ​ຄົນ, ໂຄງ​ປະ​ກອບ​ໝູ່​ບ້ານພ້ອມ​ກັບ​ບັນ​ດາ​ຮີດ​ຄອງ​ປະ​ເພ​ນີ​ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ ໄດ້​ສ້າງ​​ເປັນສີ​ສັນ​ເຂດ​ບ້ານ​ນາ​​ສະ​ຫງົບ​ສ​ຸກ. ຍ້ອນ​ເຫດນັ້ນ, ສຳ​ລັບບັນ​ດາ​​ຜູ້ຢູ່​ຫ່າງ​​ໄກຈາກ​ບ້ານ​ເກີດ​ເມືອງນອນ, ຮູບ​ພາບ​ໝູ່​ບ້ານຍ​າມ​ໃດ​ກໍ່​ໄດ້​ສ້າງ​ຄວາມ​ສະ​ເທືອນ​ໃຈ​, ຄວາມ​ຄິດ​ຮອດ​ຄິດ​ເຖິງ​ກ່ຽວ​ກັບ​ກົກ​ເຄົ້າ​ເຫງົາ​ກ​ໍ, ​ຈິດ​ວີນ​ຍານ ແລະ ຄວາ​ມ​ເອກ​ອ້າງ​ທະ​ນົງ​ໃຈ​ຕໍ່​ມູນ​ເຊື້ອ​ຂອງ​ບ້ານ​ເກີ​ດ​ເມືອງນອນ.


ຕອບກັບ

ຂ່າວ/ບົດ​ອື່ນ