ໂຄສະນາກ່ຽວກັບການກໍ່ສ້າງຊົນນະບົດໃໝ່ຢູ່ແຂວງນິງບິ່ງ

(vovworld) - ປີ​ນີ້, ພາຍຫຼັງ 2 ປີ ​ແຫ່ງ​ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ​ແຂວງນິງບິ່ງ ພວມສູ້​ຊົນ​ເພື່ອ​​ເຮັດໃຫ້ 100% ​ຈຳນວນຕາ​ແສງວາງ​ແຜນ​ ກຳນົດ​ຊົນນະ​ນະ​ບົ​ດ​ໃໝ່​​ສຳ​ເລັດ ​ແລະ​ ເຖິງ​ປີ 2015 ຈະ​ມີ 25 ຕາ​ແສງ​ບັນລຸ​ມາດຕະຖານ​ຊົນນະບົດ​ໃໝ່. ​ເພື່ອ​ປະຕິບັດ​ສຳ​ເລັດ​ຈຸດໝາຍ​ນີ້, ຄະນະ​ກຳມະການ​ປະຊາຊົນ​ແຂວງນິງບິ່ງ ​ໄດ້​ກຳນົດ​ວ່າ ໜຶ່ງ​ໃນ​ບັນດາ​ໜ້າ​ທີ່​ສຳຄັນ​ແມ່ນ​ວຽກ​ງານ​ໂຄສະນາ ​ເພື່ອ​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ໝູ່​ປະຊາຊົນ.

ໂຄສະນາກ່ຽວກັບການກໍ່ສ້າງຊົນນະບົດໃໝ່ຢູ່ແຂວງນິງບິ່ງ - ảnh 1

ກອງປະຊຸມຕີລາຄາກ່ຽວກັບການກໍ່ສ້າງຊົນນະບົດໃໝ່ຢູ່ແຂວງນິງບິ່ງ

(ພາບ: google.com.vn)

ໂຄງການ​ຈຸດໝາຍ​ແຫ່ງ​ຊາດ ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໄດ້ ​ແລະ ພວມ​ກາຍ​ເປັນ​ຂະ​ບວນການ​ແຂ່ງຂັນ​ຢ່າງ​ຟົດ​ຟື້ນ​ຢູ່​ຫຼາຍ​ທ້ອງ​ຖີ່​ນ​ໃນແຂວງ​ນິງບິ່ງ. ພ້ອມ​ກັບ​ການ​ຜັນ​ຂະຫຍາຍ​ການ​ລົງທຶນ​ກໍ່ສ້າງ​ບັນດາ​ກິດຈະກຳ​ພື້ນຖານ​ໂຄງ​ລ່າງ, ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ​ໄດ້​ຈັດ​ຕັ້ງ​ການ​ໂຄສະນາ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່ ດ້ວຍ​ຫຼາຍ​ຮູບ​ການ​ທີ່​ອຸດົມສົມ​ບຸນ​ຄື: ຜ່ານ​ນັກ​ປາຖະກະຖາ, ຈັດ​ຕັ້ງ​ຊຸດ​ອົບຮົມ​ກໍ່ສ້າງ​ຖັນ​ແຖວ​ພະນັກງານ​ທີ່​ເຮັດ​ງຽກງານ​ໂຄສະນາ, ຜ່ານ​ລະບົບ​ສື່ສານ​ໄປ​ສູ່​ບັນດາ​ບ້ານຕາ​ແສງ. ຈາກ​ນັ້ນ​ປະຊາຊົນຈະ​ມີ​ຄວາມ​ເຂົ້າ​ໃຈ​ແຈ້ງ​ກ່ຽວ​ກັບ​ໜ້າ​ທີ່​ຮັບ​ຜິດ​ຊອບ​ຂອງ​ຕົນ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ພ້ອມ​ກັບ​ການ​ໂຄສະນາ, ວຽກ​ງານ​ກໍ່ສ້າງ​ບັນດາ​ກິດຈະກຳ​ໂຄງ​ລ່າງ​ຄື​ໂຮງຮຽນ, ຫໍ​ວັດທະນະທຳ, ທາງ​ເບ​ຕົງ… ​ໄດ້​ເຮັດ​ໃຫ້​ໂສມ​ໜ້າ​ຊົນນະບົດ​ຢູ່​ແຂວງ​ນິງບິ່ງຈຶ່ງ​ມີ​ການ​ປ່ຽນ​ແປງ. ທ່ານ Le Ngoc Oanh, ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ຄະນະ​ພັກ​​ເມືອງຮວາ​ລື. ​ໃຫ້​ຂໍ້​ສັງ​ເກດ​ວ່າ:

”ໃນເບື້ອງຕົ້ນວຽກງານໂຄສະນາໄດ້ສ້າງບັນຍາກາດອັນຟົດຟື້ນມ່ວນຊື່ນ, ກໍ່ຄືຄວາມເຊື່ອໝັ້ນ​ຕໍ່ປະຊາຊົນໃນການຜັນຂະຫຍາຍປະຕິບັດ ການ​ກໍ່ສ້າງຊົນນະບົ​ດ​ໃໝ່. ປະຈຸ​ບັນ, ບັນດາ​ຕາ​ແສງ​ໃນ​ເມືອງ​ໄດ້ ​ແລະ ພວມ​ສ້າງ​ແຜນ​ສັງ​ລວມ​ ​ແລະ ​ແຜນ​ຮ່າງ​ກໍ່ສ້າງ​ຊົນນະບົດ​ໃໝ່ໃຫ້​ສົມບູນ ຕາມ​ການ​ຊີ້​ນຳ​ຂອງ​ສູນ​ກາງ ​ແລະ ຂອງ​ແຂວງ, ອັນ​ໄດ້​ບັນລຸ​ໝາກຜົນ​ໃນ​ເບື້ອງ​ຕົ້ນ”.

​ແຂວງ​ນິງບິ່ງ ​ໄດ້​ຕັ້ງໜ້າ​ໂຄສະນາ ດ້ວຍ​ຫຼາຍ​ຮູບ​ການ​ເຊັ່ນ: ​ໂຄສະນາ​ຜ່ານບັນດາ​ພາຫະນະ​ສື່​ມ່ວນ​ຊົນ, ​ແຈກ​ຢາຍ​ເອກະສານ​ໂຄສະນາ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ໃນ​ບໍລິ​ເວນ​ແຂວງ; ນຳ​ເອົາ​ເນື້ອ​ໃນ​ກໍ່ສ້າງ​ຊົນນະບົດ​ໃໝ່​ເຂົ້າ​ກອງ​ປະຊຸມ​ຕ່າງໆ​ຂອງ​ອົງຄະນະ​ພັກ, ອຳນາດ​ການ​ປົກຄອງ, ອົງການ​ຈັດ​ຕັ້ງ​ມະຫາຊົນ​ທຸກ​ຂັ້ນ ​ເພື່ອ​ແນ​ໃສ່​ຂົນຂວາຍ, ​ໂຄສະນາ​ກ່ຽວ​ກັບ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ຈັດ​ຕັ້ງ​ກວ່າ 700 ກອງ​ປະຊຸມ​ ຈາກ​ຂັ້ນ​ແຂວງ​ຕະຫຼອດ​ຮອດ​ຂັ້ນ​ເມືອງ, ຕາ​ແສງ ​ເພື່ອ ໂຄສະນາ, ​ເຜີຍ​ແຜ່, ຊີ້​ນຳ, ​ແນະນຳ​ການ​ປະຕິບັດ… ​ທ່ານ ​ເຈືອງ​ກົ໋ງຮ່ວາ (Truong Cong Hoa), ປະທານ​ຄະນະ​ກຳມະການ​ປະຊາຊົນ​ເມືອງ​ຢາ​ວຽນ (Gia Vien), ຖື​ວ່າ ຕ້ອງ​ມີຄວາມ​ຮັບ​ຮູ້ຢ່າງ​ຄົບ​ຖ້ວນຈາກ​ອຳນາດ​ການ​ປົກຄອງ​ເຖິງ​ໝູ່​ມະຫາຊົນ ກ່ຽວ​ກັບ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​. ​ເພື່ອ​ປະຕິບັດ​ສິ່ງ​ດັ່ງກ່າວ​ໃຫ້​ໄດ້​ນັ້ນ, ວຽກ​ງານ​ໂຄສະນາ​ຕ້ອງ​ດຳ​ເນີນ​ກ່ອນ​ບາດກ້າວ​ໜຶ່ງ, ດ້ວຍ​ວິທີ​ການ​ທີ່​ເໝາະ​ສົມ​ກັບ​​ແນວ​ຄິດ​ຈິດ​ໃຈ ​ແລະ ຜົນ​ປະ​ໂຫຍ​ດຂອງ​ຊາວ​ທ້ອງ​ຖີ່​ນ, ​ໃນ​ນັ້ນ, ບັນດາ​ຂະ​ບວນການ​ແຂ່ງຂັນ​ຄວນ​ວາງ​ອອກ​ຈຸດໝາຍ ​ແລະ ວຽກ​ງານ​ອັນ​ລະອຽດ. ທ່ານ ​ເຈືອງ​ກົ໋ງຮ່ວາ (Truong Cong Hoa) ​ແບ່ງປັນ​ວ່າ:

”ຕ້ອງ​ໂຄສະນາ​ເປັນ​ປະຈຳ ​ເພື່ອ​ໃຫ້​ປະຊາຊົນ​ເຂົ້າ​ໃຈ​ໄດ້​ວ່າ ຕົນ​ເອງ​ຕ້ອງ​ເຮັດ​ຫຍັງ​ຄື ປະກອບ​ກຳລັງ​ເຫື່ອ​ແຮງ, ປະກອບ​ທຶນ, ທີ່​ດິນ… ​ແລະ ​ເຂົາ​ເຈົ້າ​ຕ້ອງ​ມີຄວາມ​ຮັບຜິດຊອບ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​​ໂດຍ​ມີ​ການ​ໜູນ​ຊ່ວຍ​ຂອງ​ລັດ”

ໂຄສະນາກ່ຽວກັບການກໍ່ສ້າງຊົນນະບົດໃໝ່ຢູ່ແຂວງນິງບິ່ງ - ảnh 2

(ພາບປະກອບ: google.com.vn)

ທ່ານ ຟານຕ໋ຽນຢຸງ (Phan Tien Dung), ຫົວໜ້າ​ຄະນະ​ໂຄສະນາ​ສຶກສາ​ຄະນະ​ພັກ​ແຂວງ ນິງບິ່ງ ​ໃຫ້​ຮູ້​ວ່າ, ​ໃນ​ປີຜ່ານມາ ມີ​ນັກ​ປາຖະ​ກະຖາ 2000 ຄົນ​ໄດ້​ຮັບ​ການ​ອົບຮົມ​ກ່ຽວ​ກັບ 19 ມາດຕະຖານ​ອັນ​ລະອຽດຂອງ​ໂຄງການ​ກໍ່ສ້າງ​ຊົນະ​ບົດ​ໃໝ່. ສຳ​ຫຼັບ​ແຂວງ​ນິງບິ່ງ, ຍາມ​ໃດ​ກໍ່​​ເປັນ​ເຈົ້າ​ການ​ໃນວຽກ​ງານ​ໂຄສະນາ​ ດ້ວຍ​ເນື້ອ​ໃນ​ທີ່​ມີ​ຫົວຄິດ​ປະ​ດິດສ້າງ ​ເພື່ອ​ໃຫ້​ປະຊາຊົນ​ເຂົ້າ​ໃຈງ່າຍ, ຈື່​ງ່າຍ ບັນດາ​ມາດຕະຖານ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ ແລະ ​​ປະກອບກຳລັງ​ເຫື່ອ​ແຮງ, ປະກອບ​ທີ່​ດິນ​​ເພື່ອ​ກໍ່ສ້າງ​ບັນດາ​ກິດຈະກຳ​ພື້ນຖານ​ໂຄງ​ລ່າງ. ທ່ານ ຟານ​ຕ໋ຽນຢຸງ (Phan Tien Dung), ຖື​ວ່າ:

”ບັນຫາ​ທີ່​ພວກ​ຂ້າພະ​ເຈົ້າ​ຖອດ​ຖອນ​ມາ​ໄດ້​ນັ້ນ​ແມ່ນ ວຽກ​ງານ​ໂຄສະນາ​ຕ້ອງ​ເຮັດ​ຄື​ແນວ​ໃດ​ໃຫ້​ສັ້ນ, ກະທັດ​ລັດ, ​ເຂົ້າ​​ໃຈງ່າຍ, ຈື່​ງ່າຍ ​ເພື່ອ​ໃຫ້​ປະຊາຊົນ​ສາມາດ​ສຳ​ພັດ​ກັບ​ເນື້ອ​ໃນ​ໂຄສະນາ​ໃນ​ບໍ່​ວ່າ​ເວລາ​ໃດ, ​ເມື່ອ​ຮັບ​ຮູ້​ໄດ້​​ແລ້ວ, ​ເຂົາ​ເຈົ້າ​ຈະ​ມີ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ສູງ​ກວ່າ ​ເພື່ອ​ປະຕິບັດ​​ໂຄງການຈຸດໝາຍນີ້​​ໃຫ້ດີ​”.

ຍ້ອນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ໂຄສະນາ, ມາ​ຮອດ​ປະຈຸ​ບັນ, ນິງບິ່ງ​ ມີ 12/120 ຕາ​ແສງ​ບັນລຸ​ໄດ້​ແຕ່ 3 ​ເຖິງ 5 ມາດຕະຖານ; 65/120 ຕາ​ແສງ​ບັນລຸ​ໄດ້ 9 ມາດ​ຕະຖານ; 45/120 ຕາ​ແສງ ບັນລຸ​ໄດ້​ແຕ່ 10 ​ເຖິງ 15 ມາດຕະຖານ ​ໃນ​ຈຳນວນ 19 ມາດຕະຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່. ນອກ​ນັ້ນ, ທົ່ວ​ແຂວງ​​ມີ 40 ຕາ​ແສງ ດ້ວຍ 3000 ຄອບຄົວ ​ໄດ້​ມອບ​ທີດິນ​ກວ່າ 14 ​ເຮັກຕາ ດ້ວຍ​ມູນ​ຄ່າ​ເກືອບ 15 ຕື້​ດົ່ງ ​ແລະ ​ເກືອບ 10.000 ຄອບຄົວ​ຢູ່ 26 ​ຕາ​ແສງປະກອບ​ເງິນ, ​ວັດຖຸອຸປະກອນ, ກຳລັງ​ເຫື່ອ​ແຮງ ດ້ວຍ​ມູນ​ຄ່າ​ເກືອບ 12 ຕຶ້ດົ່ງ ​ເພື່ອ​ກໍ່ສ້າງ​ບັນດາ​ກິດຈະກຳ​ຊົນນະບົດ​ໃໝ່. ​ແຂວງ​ນິງບິ່ງ​ ສູ້​ຊົນ​ເພື່ອ​ເຮັດ​ໃຫ້​ທຸກ​ຕາ​ແສງປະຕິບັດ​ສຳ​ເລັດ​ແຜນ​ຮ່າງ​ວາງ​ແຜນ​ກຳນົດ​ຊົນນະບົດ​ໃໝ່​ໃນ​ໄຕ​ມາດ​ທີ 2 ປີ​ນີ້. ​ໃນ​ເບື້ອງ​ຕົ້ນວຽກ​ງານ​ໂຄສະນາ​ໄດ້​ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ໃນ​ໝູ່​ປະຊາຊົນ, ນີ້​ແມ່ນ​ບາດກ້າວ​ທຳ​ອິດ​ເພື່ອ​ໃຫ້​ແຂວງ​ນິງບິ່ງ​ ບັນລຸ​ໄດ້ຜົນ​ງານ​ໃນ​ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ