ໂມກເຈົາ ຮັກສາອາຊີບຕ່ຳແຜ່ນແພພື້ນເມືອງ

(VOVWORLD) -ເມືອງ ໂມກເຈົາ, ແຂວງ ເຊີນລາ ບໍ່ພຽງແຕ່ມີຄວາມດູດດື່ມຍ້ອນທິວທັດທຳມະຊາດທີ່ສວຍສົດງົດງາມເທົ່ານັ້ນ, ຫາກຍັງສ້າງຄວາມປະທັບໃຈຕໍ່ແຂກທ່ອງທ່ຽວອີກດ້ວຍ ຍ້ອນຄວາມງາມວັດທະນະທຳທີ່ເປັນເອກະລັກສະເພາະຂອງພໍ່ແມ່ປະຊາຊົນບັນດາເຜົ່າ.

ໃນນັ້ນ ຕ້ອງເວົ້າເຖິງອາຊີບຕ່ຳແຜ່ນແພພື້ນເມືອງ. ປັດຈຸບັນ, ບັນດາຜະລິດຕະພັນຈາກແຜ່ນແພພື້ນເມືອງຄື: ຜ້າພັນຄໍ, ເສື້ອ, ກະເປົາ, ຜ້າກັ້ງ…ໂດຍບັນດານັກສິລະປະການຊົນເຜົ່າຜູ້ໄທຢູ່ ໂມກເຈົາ ຜະລິດ ດ້ວຍຫລາກຫລາຍຮູບແບບ, ມີລວດລາຍງາມຕາ ພວມສ້າງເປັນເຄື່ອງໝາຍການຄ້າສະເພາະເທື່ອລະກ້າວ ແລະ ໄດ້ຮັບຄວາມນິຍົມຈາກແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫລວງຫລາຍ.

ໂມກເຈົາ ຮັກສາອາຊີບຕ່ຳແຜ່ນແພພື້ນເມືອງ - ảnh 1 ໂມກເຈົາ ຮັກສາອາຊີບຕ່ຳແຜ່ນແພພື້ນເມືອງ

ດ້ວຍຄວາມຮັກຕໍ່ອາຊີບຕ່ຳແຜ່ນແພພື້ນເມືອງ, ພ້ອມກັບຄວາມປາດຖະໜາຢາກຮັກສາບັນດາຄວາມງາມທີ່ເປັນມູນເຊື້ອຂອງຊາວເຜົ່າຜູ້ໄທໃນຫລາຍສິບໆປີຜ່ານມາ, ແມ່ເຖົ້າ ເລື່ອງທິແຊນ, ຢູ່ບ້ານ ອ໊າງ, ຕາແສງ ດົງຊາງ, ເມືອງ ໂມກເຈົາ ໄດ້ຖ່າຍທອດອາຊີບໃຫ້ລຸ້ນໜຸ່ມໃນບ້ານຢ່າງສຸດອົກສຸດໃຈ. ແຕ່ລະປີ, ແມ່ເຖົ້າຍັງແນະນຳໂຄສະນາໃຫ້ແຂກທ່ອງທ່ຽວມາຢ້ຽມຢາມ ໂມກເຈົາ ເພື່ອໃຫ້ເຂົາເຈົ້າໄດ້ເຫັນປະຈັກຕາ ແລະ ເຮັດທົດລອງໃນຂັ້ນຕອນຕ່ຳແຜ່ນແພພື້ນເມືອງຄື: ການສ້າງລວດລາຍ, ຕ່ຳແຜ່ນແພ, ຍ້ອມສີ. ແມ່ເຖົ້າ ເລື່ອງທິແຊນ ເລົ່າສູ່ຟັງວ່າ:

ແຕ່ກ່ອນເຮົາປູກຕົ້ນຝ້າຍ, ແລ້ວເອົາມາເຮັດນຸ່ນ, ຫລັງຈາກນັ້ນກໍ່ເຂົ້າກັນ ແລ້ວຈຶ່ງເອົາໄປເຂັນເປັນເສັ້ນ, ຍ້ອມດ້ວຍນ້ຳເຂົ້າສານ, ຈາກນັ້ນເອົາໄປຕາກໃຫ້ແຫ້ງ ແລ້ວຈຶ່ງຍ້ອມດ້ວຍໃບສີມ່ວງ, ສີຂຽວ, ສີແດງ. ໃນເມື່ອກ່ອນບໍ່ມີໃບສີແດງ ເຮົາຕ້ອງເອົາສີໝາກຄໍ້ແກ່ຈາກຕົ້ນບານ.

ຢູ່ຕາແສງ ດົງຊາງ, ກີ່ຕ່ຳຫູກນັບສິບໆອັນ ພວມໄດ້ຮັກສາຈາກໜ່ວຍສະຫະພັນແມ່ຍິງ. ເອື້ອຍນ້ອງແມ່ຍິງຫລາຍຄົນໄດ້ເຂົ້າຮ່ວມການຮຽນວິທີຕ່ຳແຜ່ນແພ ແລະ ປາດຖະໜາຢາກຮັກສາ, ພັດທະນາບັນດາສິ່ງຍອດຢ້ຽມວັດທະນະທຳຂອງຊົນເຜົ່າຕົນ. ຜະລິດຕະພັນຜ້າພັນຄໍ, ກະເປົາ, ຜ້າປູບ່ອນ, ໝອນ, ເສື່ອ ຜະລິດອອກໄດ້ນຳໄປວາງສະແດງ ແລະ ຂາຍໃຫ້ແຂກທ່ອງທ່ຽວ, ພ້ອມທັງກໍ່ໄດ້ນຳໃຊ້ໃນບັນດາເຮືອນພັກເພື່ອຮັບໃຊ້ແຂກທ່ອງທ່ຽວ. ເລື່ອງຜະລິດຕ່ຳແພພື້ນເມືອງໄດ້ສ້າງລາຍຮັບໃຫ້ແຕ່ລະຄົນຈຳເປັນເງິນເກືອບ 200 USD/ເດືອນ ແລະ ໄດ້ກາຍເປັນຮູບການທ່ອງທ່ຽວລົງຕົວຈິງທີ່ເປັນໜ້າຈັບໃຈ. ນາງ ດ່າວອ໊ຽນຍີ, ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ແບ່ງປັນຄວາມໃນໃຈວ່າ:

ນ້ອງຄິດວ່າ ການຕ່ຳແຜ່ນແພພື້ນເມືອງມີຄວາມຈັບໃຈທີ່ສຸດ, ສ້າງສີສັນເປັນເອກະລັກສະເພາະຂອງພໍ່ແມ່ຊົນເຜົ່າຜູ້ໄທ. ຕ່ຳແຜ່ນແພຈາກເສັ້ນຝ້າຍທຳມະຊາດ, ຈາກຕົ້ນຝ້າຍ, ນ້ອງມັກທີ່ສຸດເມື່ອໄດ້ເຮັດທົດລອງວຽກນີ້.

ໂມກເຈົາ ຮັກສາອາຊີບຕ່ຳແຜ່ນແພພື້ນເມືອງ - ảnh 2 ໂມກເຈົາ ຮັກສາອາຊີບຕ່ຳແຜ່ນແພພື້ນເມືອງ (ພາບ:  baosonla.org.vn)

ແຕ່ລະມື້, ພາຍຫລັງສິ້ນສຸດວຽກໄຮ່ການນາແລ້ວ, ເອື້ອຍນ້ອງແມ່ຍິງໃນບ້ານພາກັນຮຽນອາຊີບຕ່ຳແຜ່ນແພພື້ນເມືອງ ໄດ້ມາເຕົ້າໂຮມກັນຢູ່ຫໍວັດທະນະທຳປະຊາຄົມ ເພື່ອພ້ອມກັນແລກປ່ຽນເຕັກນິກການປັກແສ່ວ, ຕ່ຳແຜ່ນ, ວິທີການເພື່ອສາມາດຍ້ອມໄດ້ແຜ່ນແພທີ່ມີສີງາມຕາ ແລະ ໃຊ້ໄດ້ດົນ. ເມືອງ ໂມກເຈົາ ໄດ້ສົ່ງເສີມພໍ່ແມ່ປະຊາຊົນອະນຸລັກຮັກສາອາຊີບຕ່ຳແຜ່ນແພພື້ນເມືອງ, ໜູນຊ່ວຍພໍ່ແມ່ປະຊາຊົນທຳການຜະລິດດ້ວຍບັນດາການເຄື່ອນໄຫວຢ່າງແທດຈິງ. ທ່ານນາງ ດິງທິເຮື່ອງ, ຫົວໜ້າຂະແໜງວັດທະນະທຳຖະແຫຼງຂ່າວເມືອງ ໂມກເຈົາ ໃຫ້ຮູ້ວ່າ:

ແຕ່ລະຄອບຄົວຈະໄດ້ຮັບການໜູນຊ່ວຍບ້ວງເງິນໜຶ່ງ ເພື່ອໃຫ້ເຂົາເຈົ້າສ້ອມແປງກີ່ຕຳຫູກຂອງເຂົາເຈົ້າ, ຕູ້ວາງສະແດງຂາຍຜະລິດຕະພັນ. ນອກນັ້ນ ມີ 7 ຄອບຄົວຮ່ວມສຳພັນກັນກາຍເປັນສະຫະກອນໜຶ່ງ ຈະໄດ້ຮັບການໜູນຊ່ວຍຈຳນວນເງິນ 7 ລ້ານດົ່ງ.

ອາຊີບຕ່ຳແຜ່ນແພພື້ນເມືອງຢູ່ ໂມກເຈົາ ບໍ່ພຽງແຕ່ໄດ້ຮັບການອະນຸລັກຮັກສາສີສັນວັດທະນະທຳຂອງຊົນເຜົ່າເທົ່ານັ້ນ ຫາກຍັງແມ່ນ “ອາຊີບ” ຊ່ວຍໃຫ້ປະຊາຊົນພັດທະນາເສດຖະກິດອີກດ້ວຍ, ສ້າງໃຫ້ມີຜະລິດຕະພັນຫລາຍຢ່າງເພື່ອແນະນຳໃຫ້ແຂກທ່ອງທ່ຽວມາຈາກທຸກສາລະທິດ./.

ຕອບກັບ

ຂ່າວ/ບົດ​ອື່ນ