ໄວໜຸ່ມແຂວງລາຍເຈົາຮ່ວມແຮງກໍ່ສ້າງຊົນນະບົດໃໝ່

ໄວໜຸ່ມແຂວງລາຍເຈົາຮ່ວມແຮງກໍ່ສ້າງຊົນນະບົດໃໝ່ - ảnh 1
(ພາບປະກອບ)

(vovworld) - ການນຳ​ໜ້າ, ຄວາມສຸດ​ຈິດ​ສຸດ​ໃຈ ​ແລະ ຫົວຄິດ​ປະດິດ​ສ້າງ,. ກຳລັງ​ສະມາຊິກຊາວ​ໜຸ່ມ, ຊາວ​ໜຸ່ມ​ແຂວງ​ລາຍ​ເຈົາ ​ໄດ້​ສ້າງ​ຂີດ​ໝາຍ​ຜ່ານ​ບັນດາ​ກິດຈະກຳ, ຮູບ​ແບບ, ວຽກ​ງານ​ທີ່​ຫຍຸ້ງຍາກ​ໃນ​ການ​ປະຕິບັດ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່. ດ້ວຍ​ຜົນງານ​ຂອງ​ຕົນ, ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ໃນ​ແຂວງ​ໄດ້​ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​ໃນ​ການ​ປັບປຸງ​ບັນດາ​ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່.

ຕາ​ແສງ​ຊານ​ທ່າ​ງ, ນະຄອນ​ລາຍ​ເຈົາ ​ແມ່ນ​ໜຶ່ງ​ໃນສອງ​ນະຄອນ​ທ້ອງ​ຖີ່​ນທຳ​ອິດ​ຂອງ​ແຂວງ​ລາຍ​ເຈົາ​ໄດ້​ຮັບ​ການ​ຮັບຮອງ​ວ່າ​ ແມ່ນ​ຕາ​ແສງ​ຊົນນະ

ບົດ​ໃໝ່. ​ໄດ້​ຮັບ​ຜົນງານ​ດັ່ງກ່າວ, ບໍ່​ພຽງ​ແຕ່​ມີ​ການ​ເຂົ້າ​ຮ່ວມ​ຢ່າງ​ຕັ້ງໜ້າ​ຂອງ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນ​, ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ປະຊາຊົນ​ບັນດາ​ເຜົ່າ​ໃນ​ບໍລິ​ເວນເທົ່າ​ນັ້ນ,  ຫາກ​ຍັງ​ມີ​ການ​ປະກອບສ່ວນ​ບໍ່​ໜ້ອຍ​ຂອງ​ກຳລັງ​ໄວ​ໜຸ່ມ​ອີກ​ດ້ວຍ. ດ້ວຍ 11 ບ້ານ, 5 ຊົນ​ເຜົ່າ. ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ຮ່ວມ​ແຮງ​ຮ່ວມ​ໃຈ, ​ໃນ​ຊຸມ​ມື້​ທຳ​ອິດ​ແຫ່ງ​ການ​ຜັນ​ຂະຫຍາຍ​ໂຄງການ, ກຳລັງ​ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມຕາ​ແສງ ​ໄດ້​ນຳ​ໜ້າ​ໃນ​ການ​ໂຄສະນາ, ຂົນຂວາຍ​ປະຊາຊົນ​ໃຫ້​ເຂົ້າ​ໃຈ​ແຜນ​ນະ​ໂຍບາຍ, ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດກ່ຽວ​ກັບ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່. ​ໃນ 4 ປີ ​ແຫ່ງ​ການ​ຜັນ​ຂະຫຍາຍ, ມີສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ 200 ກວ່າ​ເທື່ອ​ຄົນ​ໃນ​ຕາ​ແສງ ​ໄດ້​ເຂົ້າ​ຮ່ວມ​ການ​ສ້ອມ​ແປງ, ກໍ່ສ້າງ​ທາງ​ຄົມມະນາຄົມ​ຊົນນະບົດ, ຄອງ​ເໝືອງ, ​ເຮັດອະນາ​ໄມ ​ແລະ ປະຕິບັດ​ບັນດາ​ຮູບ​ແບບ​ພັດທະນາ​ເສດຖະກິດ ​ເພື່ອ​ໃຫ້​ປະຊາຊົນ​ປະຕິບັດ​ຕາມ. ທ່ານ ​ໂດ​ວັນ​ແທ່ງ, ​ເລຂາ​ຄະນະ​ຊາວ​ໜຸ່ມ​ຕາ​ແສງ​ຊານ​ທ່າ​ງ, ​ແບ່ງປັນ​ວ່າ:

ພວກ​ຂ້າພະ​ເຈົ້າ​ລະດົມ​ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ເຂົ້າ​ຮ່ວມ​ການ​ພັດທະນາ​ເສດຖະກິດ, ສັງຄົມ, ກໍ່ສ້າງ​ທາງ​ຄົມມະນາຄົມ​ຊົນນະບົດ, ປັບປຸງ​ມາດຖານທາງ​ຄົມມະນາຄົມ​ຊົນນະບົດ. ປີ 2015, ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ຕາ​ແສງ​ລະດົມ​ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ສືບ​ຕໍ່​ຮັກສາ​ບັນດາ​ມາດຖານ​ທີ່​ບັນລຸ​ໄດ້​ແລ້ວ, ພະຍາຍາມ​ສູ້​ຊົນ​ເພື່ອ​ປະຕິບັດ​ສຳ​ເລັດ​ບັນດາມາດຖານ​ທີ່​ບໍ່​ທັນ​ບັນລຸ​ໄດ້, ​ເພື່ອ​ສຳ​ເລັດ 19 ມາດຖານ​ກໍ່ສ້າງ​ຊົນນະບົດ​ໃໝ່​ຂອງ​ຕາ​ແສງ​ຊານ​ທ່າ​ງ“.

​ເມືອງສິ່ນ​ໂຮ່ ​ເຊິ່ງ​ແມ່ນໜຶ່ງ​ໃນ​ບັນດາ​ທ້ອງ​ຖີ່​ນປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ​ຂອງ​ແຂວງ​ລາຍ​ເຈົາ. ປະຈຸ​ບັນ​ບໍ່​ທັນ​ມີ​ຕາ​ແສງ​ໃດ​ໃນ​ເມືອງ​ບັນລຸ​ມາດຖານ​ກໍ່ສ້າງ​ຊົນນະບົດ​​ໃໝ່ໄດ້​ເທື່ອ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, 21 ຕາ​ແສງ​ໃນ​ເມືອງ​ບັນລຸ​ໄດ້ 9/19 ມາດຖານ​ກ່ຽວ​ກັບ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່​ແລ້ວ. ​ເພື່ອ​ປະກອບສ່ວນ​ພ້ອມ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖີ່​ນຍູ້​ແຮງ​ຄວາມ​ຄືບ​ໜ້າ​ໃນ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ກຳລັງ ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ເມືອງ​ສິ່ນ​ໂຮ່ ​ໄດ້​ລົງ​ບັນດາ​ຕາ​ແສງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ເປັນ​ພິ​ເສດ, ສົມທົບ​ກັບ​ປະຊາຊົນ​ບັນດາ​ເຜົ່າ​ໃນ​ທ້ອງ​ຖີ່​ນສຸມ​ໃສ່​ເຂົ້າ​ໃນ​ການ​ສ້ອມ​ແປງ, ຍົກ​ລະດັບ, ທາງ​ຄົມມະນາຄົມ. ​ໃນ 4 ປີ​ແຫ່ງ​ການ​ຜັນ​ຂະຫຍາຍ, ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ໃນ​ເມືອງ​ກໍ່ສ້າງ​ທາງ​ໄດ້​ເກືອບ 100 ກມ, ສ້າງ​ຄວາມ​ສະດວກ​ໃຫ້​ປະຊາຊົນ​ໄປ-ມາ, ​ແລກປ່ຽນ​ສິນຄ້າ, ພັດທະນາ​ເສດຖະກິດ, ​​ເພີ່ມ​ລາຍ​ຮັບ​ໃຫ້​ປະຊາຊົນ, ຍູ້ຄວາມທຸກ​ຍາກ​ອຶດ​ຫິວ​ໃຫ້​ຖອຍ​ໄປ. ພິ​ເສດ, ປະຈຸ​ບັນ​ໄດ້​ມີ ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ 3000 ກວ່າ​ຄົນ​ພວມ​ລົງ​ຮາກ​ຖານ, ​ເພີ່ມ​ທະວີ​ການ​ໂຄສະນາ​ຈຸດປະສົງ, ຄວາມ​ໝາຍ​ຂອງ​ໂຄງການ​ຈຸດໝາຍ​ແຫ່ງ​ຊາດ​ກໍ່ສ້າງ​ຊົນນະບົດ​ໃໝ່. ອ້າຍ ດົ່ງ​ມິ​ງທັ໋ງ, ຮອງ​​ເລຂາ​ຄະນະ​ຊາວ​ໜຸ່ມເມືອງ ສິ່ນ​ໂຮ່, ​ໃຫ້​ຮູ້​ວ່າ:

ນອກຈາກ​ສ້ອມ​ແປງ​ທາງ​ໃນ​ເຂດ​ຊົນນະບົດ​ແລ້ວ, ພວກ​ຂ້າພະ​ເຈົ້າ​ຍັງ​ຂົນຂວາຍ​ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ຊ່ວຍ​ກໍ່ສ້າງ​ເຮືອນ​ຢູ່​ໃຫ້​ຄອບຄົວ​ທຸກ​ຍາກ​ຕາມ​​ໂຄງການ 167 ຂອງ​ລັດຖະບານ ​ແລະ ສົມທົບ​ກັບ​ທະນາຄານ​ນະ​ໂຍບາຍ​ຍູ້​ແຮງ​ແຫຼ່ງທຶນ​​ໃຫ້​ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມກູ້​ຢືມ, ດ້ວຍ​ຈຳນວນ​ທຶນ 41 ຕື້​ດົ່ງ. ​ໄລຍະ​ຈະ​ມາ​ເຖິງ, ຊາວ​ໜຸ່ມສືບ​ຕໍ່​ກໍ່ສ້າງ​ທາງ​ຊົນນະບົດ​ໃໝ່, ​ແລະ ສົມທົບ​ກັບ​ທະນາຄານ​ນະ​ໂຍບາຍ​ສັງຄົມ​ເພື່ອ​ປ່ອຍ​ເງິນ​ໃຫ້​ຊາວ​ໜຸ່ມ​ກູ້​ຢືມ“.

​ໄລຍະ​ຜ່ານ​ມາ, ກຳລັງ ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ແຂວງ​ລາຍ​ເຈົາຍັງ​ຈັດ​ຕັ້ງ​ການກວດ ​ແລະ ປິ່ນປົວ​ພະຍາດ​ໂດຍ​ບໍ່​ເສຍ​ຄ່າ​ໃຫ້​ແກ່​ຊາວ​ຊົນ​ເຜົ່າ​ຢູ່​ເຂດ​ຫ່າງ​ໄກ​ສອກຫຼີກ, ​ເຂດ​ຊາຍ​ແດນ​ນັບ​ຮ້ອຍ​ຄັ້ງ. ນອກ​ນັ້ນ, ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ໃນ​ແຂວງ​ຍັງ​ບູລະນະ​ສ້ອມ​ແປງ ​ແລະ ກໍ່ສ້າງ​ເຮືອນ​ເຄິ່ງກິນນອນ, ຫໍ​ວັດທະນະທຳ​ບ້ານ, ​ເຮືອນ​ຢູ່​ໃຫ້​ບັນດາ​ຄອບຄົວ​ນະ​ໂຍບາຍ​​ເກືອບ 150 ຫຼັງ​ອີກ. ອ້າຍ ຫງວຽນ​ດິ່ງ​ຕ໋ວານ, ຮອງ​ຫົວໜ້າ​ຄະນະ​ຊາວ​ໜຸ່ມ​ແຂວງ​ລາຍ​ເຈົາ, ​ໃຫ້​ຮູ້​ວ່າ:

ດ້ວຍການ​ຮ່ວມ​ແຮງ​ຮ່ວມ​ໃຈ​ຂອງ​ຄະນະ​ຊາວ​ໜຸ່ມ ​ໄດ້ເຮັດ​ໃຫ້​ການຜັນ​ຂະຫຍາຍໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່​ຢູ່​ຕາ​ແສງ​ບິ່ງ​ລື, ​ເມືອງ​ຕາມ​ເດື່ອງ; ຕາ​ແສງ​ຊານ​ທ່າ​ງ, ນະຄອນ​ລາຍ​ເຈົາ; ຕາ​ແສງ​ເມື່ອ​ງທານ, ​ເມືອງ​ທານ​ອວຽນໄດ້​ຮັບ​ຜົນ​ດີ. ພວກ​ຂ້າພະ​ເຈົ້າ​ກໍ່​ເຂົ້າ​ຮ່ວມ​ການ​ກໍ່ສ້າງ​ຊົນນະບົດ​ໃໝ່, ດ້ວຍ​ທິດ​ນຳ​ທີ່​ວ່າ, ສະມາຊິກ​ຊາວ​ໜຸ່ມ​ແຕ່ລະຄົນ​ມີ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ຢ່າງ​ໜຶ່ງ ​ເພື່ອ​ຂໍ່າ​ນັບຊົມ​ເຊ​ີຍກອງ​ປະຊຸມ​ໃຫຍ່​ພັກ​ທຸກ​ຂັ້ນ“.

ກໍ່ສ້າງ​ຊົນນະ​ບົດ​ໃໝ່​ແມ່ນ​ແຜນ​ນະ​ໂຍບາຍ​ທີ່​ມີລະດັບ​ຍຸດ​ທະ​ສາດ​ສຳຄັນ​ພິ​ເສດຂອງ​ພັກ ​ແລະ ລັດ ​ແນ​ໃສ່​ຫັນ​ການ​ປະຕິບັ​ດມະຕິ​ກ່ຽວ​ກັບ​ກະສິກຳ, ກະສິກອນ, ຊົນນະບົດ​ເປັນອັນ​ລະອຽດ. ດ້ວຍ​ເຫດ​ນັ້ນ ການ​ກໍ່ສ້າງ​ຊົນນະ​ບົດ​ໃໝ່​ແມ່ນ​ໜ້າ​ທີ່​ຂອງ​ທັງ​ລະບົບ​ການ​ເມືອງ ​ແລະ ທົ່ວ​ສັງຄົມ, ​ໃນ​ນັ້ນ​ສະມາຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ແມ່ນ​ກຳລັງ​ປະຈັນ​ບານ​ນຳ​ໜ້າ. ດ້ວຍ​ການ​ນຳ​ໜ້າ​​ເຂົ້າ​ຮ່ວມ​ການ​ເຄື່ອນກໍ່ສ້າງ​ຊົນນະບົດ​ໃໝ່, ກຳລັງ​ສະມາ​ຊິກ​ຊາວ​ໜຸ່ມ, ຊາວ​ໜຸ່ມ​ແຂວງ​ລາຍ​ເຈົາ​ ໄດ້ ​ແລະ ພວມ​ຢັ້ງຢືນ​ບົດບາດ​ຂອງ​ຕົນ​ປະກອບ​ສ່ວນ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ແຂວງ.

ຕອບກັບ

ຂ່າວ/ບົດ​ອື່ນ