ໝູ່ບ້ານດອກໄມ້ຟູ່ເວິນກ້າວເຂົ້າສູ່ຍາມເກັບກ່ຽວ

(VOVWORLD) -ແຕ່ລະເທື່ອເມື່ອຮອດບຸນເຕັດ, ລະດູບານໃໝ່ວຽນມາ, ກໍ່ເຊັ່ນດຽວກັບໝູ່ບ້ານດອກໄມ້ອື່ນໆ, ໝູ່ບ້ານດອກໄມ້ ຟູ່ຮວາ ເລີ່ມກ້າວເຂົ້າສູ່ຍາມເກັບກ່ຽວ, ສະໜອງດອກໄມ້ ແລະ ຕົ້ນໄມ້ປະດັບໃຫ້ຕະຫຼາດຢູ່ບັນດາແຂວງ ຮ່ານາມ, ນາມດິ້ງ, ທ໋າຍບິ່ນ, ນິງບິ່ງ…ດ້ວຍຈຳນວນຫຼາຍ.
ໝູ່ບ້ານດອກໄມ້ຟູ່ເວິນກ້າວເຂົ້າສູ່ຍາມເກັບກ່ຽວ - ảnh 1 ພາບປະກອບ

ບຸນປີໃໝ່ປະຈຳຊາດ (ບຸນເຕັດ) ປີຈໍ 2018 ໃກ້ຈະມາຮອດແລ້ວ, ໃນຊຸມມື້ນີ້, ບັນຍາກາດອອກແຮງງານຢູ່ໝູ່ບ້ານດອກໄມ້ ຟູ່ເວິນ ມີຄວາມຫ້າວຫັນ, ດ້ວຍຜູ້ໄປມາຊື້ຂາຍຢ່າງຄຶກໂຄມໜາແໜ້ນ.

ນັບແຕ່ດົນນານມາແລ້ວໝູ່ບ້ານດອກໄມ້ ຟູ່ເວິນ, ນະຄອນ ຝູລີ໋ ໄດ້ມີຊື່ສຽງດ້ວຍອາຊີບປູກດອກໄມ້, ຕົ້ນໄມ້ປະດັບທີ່ເປັນມູນເຊື້ອ. ນີ້ກໍ່ແມ່ນໝູ່ບ້ານດອກໄມ້ໃຫຍ່ທີ່ສຸດຂອງແຂວງ ຮ່ານາມ. ມັນຕ່າງກັບບັນດາໝູ່ບ້ານດອກໄມ້ອື່ນໆຢູ່ໃນແຂວງ, ໝູ່ບ້ານ ຟູ່ເວິນ ມີຊື່ສຽງດ້ວຍກະຖຸ້ງດອກໄມ້, ກະຕ່າດອກໄມ້, ຜືນດອກໄມ້ ນັບເປັນສິບປະເພດທີ່ແຕກຕ່າງກັນ, ໃນນັ້ນມີຫຼາຍປະເພດຫາຍາກ, ແປກປະຫຼາດທີ່ສຸດ, ສະນັນຈຶ່ງຕອບສະໜອງໄດ້ຄວາມນິຍົມຂອງລູກຄ້າ.

ຕາແສງ ຟູ່ເວິນມີ 5 ບ້ານ, ດ້ວຍເນື້ອທີ່ປູກດອກໄມ້, ຕົ້ນໄມ້ປະດັບ 50 ໄລ່. ແຕ່ຫົວບ້ານຕະຫຼອດຮອດທ້າຍບ້ານ, ຢູ່ບ່ອນໃດກໍ່ເຫັນດອກໄມ້, ດອກໄມ້ປົກຄຸມໄປທົ່ວບ້ານ: ດອກໄມ້ນອກທົ່ງນາ, ດອກໄມ້ໃນສວນ, ດອກໄມ້ຕໍ່ໜ້າບ້ານ, ດອກໄມ້ປະດັບໃນເຮືອນ… ທ່ານ ເລດຶກເອິນ, ເລຂາໜ່ວຍພັກ 5, ຄະນະພັກຕາແສງ ຟູ່ເວິນ, ໃຫ້ຮູ້ວ່າ:

ຕາແສງ ຟູ່ເວິນ ນອນຢູ່ລະຫວ່າງແມ່ນ້ຳໄດ໋ ແລະ ແມ່ນ້ຳ ເຍ້, ສະນັ້ນໄດ້ມີມູນເຊື້ອປູກດອກໄມ້, ຕົ້ນໄມ້ປະດັບ, ຜັກ, ພືດທຸກປະເພດມາແຕ່ດົນນານແລ້ວ. ປັດຈຸບັນ ຟູ່ເວິນປູກດອກເປັນຈະມາດ, ດອກກຸຫຼາບເປັນຕົ້ນ. ນອກຈາກນັ້ນ, ໄລຍະຜ່ານມາ, ຟູ່ເວິນ ຍັງປູກຕົ້ນໝາກແປ້ນ, ດອກຄາຍ, ຕົ້ນໄມ້ປະດັບ… ຕື່ມອີກ. ຕາແສງ ຟູ່ເວິນ ມີນັກສິລະປະການຂັ້ນນະຄອນ 15 ຄົນ, ຂັ້ນສູນກາງ 4 ຄົນ. ພວກຂ້າພະເຈົ້າມີ 10 ຮູບແບບປູກດອກໄມ້ຂະໜາດໃຫຍ່, ກ່ອນນີ້ສ່ວນຫຼາຍແມ່ນປູກແບບກະແຈກກະຈາຍ, ຂະໜາດນ້ອຍ. ບັນດາໜ່ວຍສະຫະກອນ ໄດ້ວາງແຜນປູກດອກໄມ້ຄືນໃໝ່ເພື່ອມີປະສິດທິຜົນດ້ານເສດຖະກິດສູງກວ່າ“.

ດ້ວຍການເບິ່ງແຍງບົວລະບັດຢ່າງລະອຽດ, ແລະ ຄ້ອງແຄ້ວຈາກບັນດານັກສິລະປະການ, ເຈົ້າຂອງສວນດອກໄມ້, ດອກໄມ້ ແລະ ຕົ້ນໄມ້ປະດັບທຸກປະເພດຢູ່ຕາແສງ ຟູ່ເວິນ ໄດ້ພັດທະນາຢ່າງໄວ, ແລະ ສວຍສົດງົດງາມ. ທ່ານ ຫງວຽນວັນບັ່ງ, ເຈົ້າບ້ານ 5 , ຕາແສງ ຟູ່ເວິນ, ເລົ່າສູ່ຟັງວ່າ:

 ບ້ານ 5 ມີທັງໝົດ 400 ຄອບຄົວ, ໃນນັ້ນມີ 300 ຄອບຄົວແມ່ນປູກດອກໄມ້. ປັດຈຸບັນ, ບັນດາຄອບຄົວປູກດອກໄມ້ພວມກະກຽມເກັບກ່ຽວດອກໄມ້ໃນໂອກາດບຸນເຕັດປີຈໍ 2018. ບັນດາສວນດອກໄມ້ເກືອບທັງໝົດຢູ່ທີ່ນີ້ໄດ້ມີຜູ້ຈ່ອງຊື້ໝົດແລ້ວ. ຕົ້ນໝາກກ້ຽງແກງມີບາງຕົ້ນໃຫ້ໝາກແຕ່ 100- 200 kg/ຕົ້ນ. ຕົ້ນໝາກແປ້ນກໍ່ເຊັ່ນດຽວກັນ. ຖ້າຫາກອາກາດອຸ່ນລາຄາຈະສູງຂຶ້ນ, ລາຍຮັບຂອງປະຊາຊົນກໍ່ສູງກວ່າ. ເຂົາເຈົ້າພາກພຸມໃຈທີ່ສຸດຕໍ່ລະດູການປູກດອກໄມ້ໃນໂອກາດບຸນເຕັດປີຈໍນີ້“.

ໝູ່ບ້ານດອກໄມ້ຟູ່ເວິນກ້າວເຂົ້າສູ່ຍາມເກັບກ່ຽວ - ảnh 2 ສວນປູກດອກໄມ້

ໃນຊຸມມື້ນີ້, ຊາວກະສິກອນໝູ່ບ້ານດອກໄມ້ ຟູ່ເວິນ ພວມສຸມຈິດສຸມໃຈເຂົ້າໃນການບົວລະບັດດອກໄມ້ຢ່າງລະອຽດລະອໍ ເພື່ອຮັບປະກັນໃຫ້ດອກໄມ້ບານກົງກັບໂອກາດບຸນເຕັດ. ປີນີ້, ປະຊາຊົນມີທ່າອ່ຽງຫຼິ້ນດອກໄມ້ນັບແຕ່ກ່ອນບຸນເຕັດ, ສະນັ້ນດອກໄມ້ ແລະ ຕົ້ນໄມ້ປະດັບທີ່ຂາຍອອກໃນໄລຍະນີ້ກໍ່ຫຼາຍກວ່າໃນຊຸມປີກ່ອນ. ທ່ານ ເຈິ່ນວັນກວາງ, ຢູ່ບ້ານ 5, ຕາແສງ ຟູ່ວັນ, ເວົ້າວ່າ:

ຄອບຄົວຂ້າພະເຈ້າມີເນື້ອທີ່ປູກຕົ້ນໝາກກ້ຽງ, ຕົ້ນໝາກແປ້ນ ແລະ ຕົ້ນດອກຄາຍ 2 ໄລ່. ຕົ້ນດອກຄາຍ ແລະ ຕົ້ນໝາກກ້ຽງ, ໝາກແປ້ນທັງໝົດໃນສວນຂອງຂ້າພະເຈົ້າລ້ວນແຕ່ມີແຂກມາຈອງຊື້ໝົດແລ້ວ. ເຂົາເຈົ້າມາຊື້ໂດຍກົງຢູ່ກັບສວນ, ຫາກຄອບຄົວຂ້າພະເຈົ້າບໍ່ນຳໄປຂາຍຢູ່ຕະຫຼາດ. ຕົ້ນດອກຄາຍຂ້າພະເຈົ້າປູກປະເພດນ້ອຍ, ຂາຍດ້ວຍລາຄາ 300.000-500.000 ດົ່ງ/ຕົ້ນ, ສ່ວນຕົ້ນໝາກແປ້ນຂາຍໄດ້ 200.000-300.000 ດົ່ງ/ຕົ້ນ. ສະເພາະຕົ້ນໝາກກ້ຽງຂາຍດ້ວຍລາຄາແຕ່ລ້ານດົ່ງ/ຕົ້ນຂຶ້ນໄປ, ມີບາງຕົ້ນຂາຍໄດ້ກວ່າ 10 ລ້ານດົ່ງ. ປີກາຍນີ້ຄອບຄົວຂ້າພະເຈົ້າຫາເງິນໄດ້ປະມານ 700 ລ້ານດົ່ງ“.

ໝູ່ບ້ານດອກໄມ້ ຟູ່ເວິນໃນຊຸມມື້ນີ້ຍາມໃດກໍ່ຄຶກໂຄມໜາແໜ້ນ, ດ້ວຍແຂກມາຊົມ, ເລືອກຊື້, ພໍ່ຄ້າຊາວຂາຍມາຈ່ອງຊື້ດອກໄມ້ໃນໂອກາດບຸນເຕັດ. ຊາວໝູ່ບ້ານດອກໄມ້ຟູ່ເວິນຈະໄດ້ຕ້ອນຮັບບຸນເຕັດດ້ວຍຄວາມເບີກບານມ່ວນຊື່ນ ແລະ ອົບອຸ່ນກວ່າທຸກປີ, ເພາະວ່າປີນີ້ການປູກດອກໄມ້ບຸນເຕັດໄດ້ຮັບຜົນດີ.

ຕອບກັບ

ຂ່າວ/ບົດ​ອື່ນ