ໝູ່ບ້ານປູກດອກໄມ້ຟູ່ເວີນພັດທະນາອາຊີບປູກດອກໄມ້ຕິດພັນກັບການທ່ອງທ່ຽວ

(VOVWORLD) -ໝູ່ບ້ານປູກດອກໄມ້ ຟູເວີນ ຕາແສງ ຟູເວີນ ນະຄອນ ຝູລີ ມີຊື່ສຽງດ້ວຍອາຊີບປູກດອກໄມ້, ຕົ້ນໄມ້ປະດັບທີ່ເປັນມູນເຊື້ອ. ຢູ່ທີ່ນີ້ ກໍ່ແມ່ນອູ່ດອກໄມ້ໃຫຍ່ກວ່າໝູ່ຢູ່ແຂວງຮ່ານາມ. ແຂວງ ຮ່ານາມ ໄດ້ຈັດສັນ ໝູ່ບ້ານປູກດອກໄມ້ ຟູ່ເວີນ ໃຫ້ກາຍເປັນເຂດທ່ອງທ່ຽວຊີວະພາບ, ສ້າງຈຸດເດັ່ນໃຫ້ການທ່ອງທ່ຽວຢູ່ທ້ອງຖິ່ນ. ບົດຂຽນຂອງນັກຂ່າວ ງອກແອງ ທີ່ມີຊື່ວ່າ “ໝູ່ບ້ານປູກດອກໄມ້ຟູ່ເວີນພັດທະນາອາຊີບປູກດອກໄມ້ຕິດພັນກັບການທ່ອງທ່ຽວ”

ໝູ່ບ້ານປູກດອກໄມ້ຟູ່ເວີນພັດທະນາອາຊີບປູກດອກໄມ້ຕິດພັນກັບການທ່ອງທ່ຽວ - ảnh 1 ໝູ່ບ້ານປູກດອກໄມ້ຟູ່ເວີນ

ຕາແສງ ຟູ່ເວີນ ຕັ້ງຢູ່ລະຫວ່າງແມ່ນ້ຳ ໄດ ແລະ ແມ່ນ້ຳ ເຍ້ວ ທີ່ມີດິນສັນດອນອຸດົມສົມບູນ ສະນັ້ນ ມີຄວາມສະດວກໃນການປູກດອກໄມ້. ຕາແສງຟູ່ເວີນ ມີ 5 ບ້ານ, ແລະ ດອກໄມ້ສ່ວນຫລາຍແມ່ນຖືກປູກຢູ່ ບ້ານ 5. ແຕ່ລະປີ ໝູ່ບ້ານປູກດອກໄມ້ ຟູ່ເວີນ ສົ່ງດອກໄມ້ ແລະ ຕົ້ນໄມ້ປະດັບໄປຂາຍຢູ່ຕະຫລາດ ແຂວງຮ່ານາມ, ນາມດີ້ງ, ທາຍບີງ, ນີງບີງ … ເປັນຈຳນວນຫລວງຫລາຍ.

        ພ້ອມກັບການພັດທະນາອາຊີບ ປູກດອກໄມ້, ຕົ້ນໄມ້ປະດັບ, ແຂວງ ຮ່ານາມ ພວມຄົ້ນຄ້ວາ, ສຳຫລວດການສ້າງບັນດາ tour ທ່ອງທ່ຽວ, ພາແຂກທ່ອງທ່ຽວໄປຢ້ຽມຊົມໝູ່ບ້ານປູກດອກໄມ້ ຟູ່ເວີນ  ແລະ ສົມທົບກັບການໄປທັດສະນະສຶກສາບັນດາສະຖານທີ່ທ່ອງທ່ຽວທີີ່ມີຊື່ສຽງຢູ່ ທ້ອງຖິ່ນຄື: ເຂດທ່ອງທ່ຽວ ຕາມຈຸກ, ບາຊາວ, ບາດແກ໋ງເຊີນ, ຖ້ຳລ່ວນ, ວັດເຟີດຕິກ, ວັດບ່າແດງ.. Tour ທ່ອງທ່ຽວນີ້ ຫວັງວ່າຈະນຳມາບັນດາປະສົບການຈັບອົກຈັບໃຈ ແລະ ດູດດື່ມໃຫ້ແຂກທ່ອງທ່ຽວ. ທ່ານ ເລດືກເອີນ, ເລຂາຫນ່ວຍພັກ 5, ຄະນະພັກ ຕາແສງ ຟູ່ເວີນ ໃຫ້ຮູ້ວ່າ:

        “ຄວາມສາມາດບົ່ມຊ້ອນທ່ອງທ່ຽວແມ່ນໃຫຍ່ຫລວງ, ຟູ່ເວີນ ຕັ້ງຢູ່ລະຫວ່າງ ແມ່ນ້ຳໄດ ແລະ ແມ່ນ້ຳ ເຍ້ວ ສະນັ້ນ ອາດຈະເຮັດໃຫ້ເຂດນີ້ກາຍເປັນເຂດດອນ,ຢູ່ໃຕ້ນ້ຳອ້ອມບ້ານອາດຈະປູກດອກບົວ, ດອກບົວທອງ, ສ່ວນຢູ່ເທິງບົກອາດຈະປູກດອກໄມ້. ແຂກມາພັກຜ່ອນ ຫລື ຢ້ຽມຊົມທິວທັດທຳມະຊາດສວຍງາມ, ໃກ້ຊິດສະຫນິດຕິດພັນກັບທຳມະຊາດ, ອາກາດປອດໂປ່ງ. ຕາມການວາງແຜນຜັງ ຊື່ງໄດ້ຮັບການອະນຸມັດຈາກອຳນາດການປົກຄອງນະຄອນ ຟູລີ ນັບແຕ່ນີ້ຮອດທ້າຍປີ 2030, ໝູ່ບ້ານປູກດອກໄມ້ ຟູ່ເວີນ ເປັນໝູ່ບ້ານອາຊີບຊີວະພາບ, ເຂດທ່ອງທ່ຽວຊີວະພາບ. ຕາມນັ້ນແລ້ວ, ທັງປູກດອກໄມ້ ແລະ ເຮັດທຸລະກິດທ່ອງທ່ຽວ, ສ້າງບັນດາຮູບແບບທັງຜະລິດ  ທັງຈັດຕັ້ງການທ່ອງທ່ຽວຮັບໃຊ້ແຂກທ່ອງທ່ຽວຢູ່ພາຍໃນ ແລະ ຕ່າງປະເທດ.”

        ອຳນາດການປົກຄອງທ້ອງຖິ່ນ ສົ່ງເສີມບັນດາຄອບຄົວຮ່ວມສຳພັນໃນການລົງທຶນກໍ່ສ້າງໝູ່ບ້ານປູກດອກໄມ້ ແລະ ຕົ້ນໄມ້ປະດັບ ຕາມທິດຈັດຕັ້ງການຜະລິດຕາມລະບົບສິນຄ້າຕິດພັນກັບການພັດທະນາການທ່ອງທ່ຽວ. ເພື່ອສ້າງເປັນຈຸດເດັ່ນ, ດຶງດູດນັກທ່ອງທ່ຽວ, ບັນດານັກສິລະປະການ, ເຈົ້າຂອງສວນປູກດອກໄມ້ ຢູ່ ຟູ່ເວີນ ໄດ້ນຳເອົາບັນດາຜະລິດຕະພັນທີ່ເປັນເອກະລັກສະເພາະ, ຟື້ນຟູຜະລິດຕະພັນທີ່ເປັນມູນເຊື້ອກ່ອນນີ້ ແມ່ນດອກໄມ້ບູຊາຫໍ່ດ້ວຍໃບຕອງກ້ວຍ. ພ້ອມທັງເປີດກວ້າງເຂດວາງສະແດງຜະລິດຕະພັນ, ກໍ່ສ້າງສວນປູກດອກໄມ້, ສວນຊີວະພາບຕື່ມອີກ, ເປີດການບໍລິການ homestay. ທ່ານ ຫງວຽນວັນບັ່ງ, ນາຍບ້ານ 5 ຕາແສງ ຟູ່ເວີນ ໃຫ້ຮູ້ວ່າ:

        “ຕາມປົກກະຕິໃນທ້າຍອາທິດ ມີນັກທ່ອງທ່ຽວຫລາຍຄົນ ມາຢ້ຽມຢາມ ໝູ່ບ້ານ ຟູ່ເວີນ ເພື່ອໄປທັດສະນະສຶກສາ ແລະ ຖ່າຍຮູບເປັນທີ່ລະນຶກ. Tour ທ່ອງທ່ຽວບໍ່ພຽງແຕ່ເພື່ອໃຫ້ນັກທ່ອງທ່ຽວຊົມດອກໄມ້ເທົ່ານັ້ນ ຫາກຍັງໂຄສະນາຄວາມງາມຂອງໝູ່ບ້ານປູກດອກໄມ້ ຟູ່ເວີນ ອີກດ້ວຍ. ຢູ່ທີ່ນີ້ ໄດ້ປູກດອກໄມ້ ແລະ ຕົ້ນໄມ້ປະດັບຫລາຍຊະນິດ. ໄລຍະຈະມາເຖິງ ພວກຂ້າພະເຈົ້າຈະຫັນປ່ຽນບັນດາເຂດປູກເຂົ້າ, ປູກຜັກທີ່ບໍ່ບັນລຸປະສິດທິຜົນສູງມາປູກດອກໄມ້ແທນ.”

ໝູ່ບ້ານປູກດອກໄມ້ຟູ່ເວີນພັດທະນາອາຊີບປູກດອກໄມ້ຕິດພັນກັບການທ່ອງທ່ຽວ - ảnh 2

        ມາຢ້ຽມຢາມໝູ່ບ້ານປູກດອກໄມ້ ຟູ່ເວີນ, ນັກທ່ອງທ່ຽວໄດ້ຊົມທິວທັດທຳມະຊາດສວຍງາມ, ບັນຍາກາດສະຫງົບງຽບ ແລະ ດອກໄມ້ມີສີສັນຫລາກຫລາຍ. ດອກໄມ້ໄດ້ປົກຄຸມໄປທົ່ວໝູ່ບ້ານ, ທົ່ງນາ, ໃນສວນ, ຫນ້າບ້ານ, ແລະ ປະດັບປະດາໃນເຮືອນ.

        ນອກຈາກປູກດອກໄມ້ທີ່ເປັນມູນເຊື້ອແລ້ວ, ຕົ້ນໄມ້ຫລາຍຊະນິດທີ່ມີມູນຄ່າດ້ານເສດຖະກິດສູງຄື: ໝາກກ້ຽງ, ໝາກກ້ຽງນ້ອຍ, ໝາກຄາຍ,ຕົ້ນໄມ້ປະດັບກໍ່ ພວມພັດທະນາຢ່າງແຮງຢູ່ຕາແສງ ຟູ່ເວີນ. ທ່ານ ເຈີນວັນກວາງ, ຢູ່ບ້ານ 5 ຕາແສງ ຟູ່ເວີນ ແບ່ງປັນວ່າ:

        “ຂ້າພະເຈົ້າມີເນື້ອທີ່ດິນ ປູກສະເພາະໝາກກ້ຽງ, ໝາກຄາຍ, ໝາກກ້ຽງນ້ອຍ, ຕົ້ນໄມ້ປະດັບກວ່າ 7000 ຕາແມັດ. ລູກຄ້າມາຊື້ຢູ່ສວນໂດຍກົງ, ປີກາຍ ຄອບຄົວຂ້າພະເຈົ້າຂາຍໝາກໄມ້ ແລະ ເກັບລາຍຮັບມາໄດ້ປະມານ 800 ລ້ານດົງ, ຫລາຍກວ່າໝູ່ແມ່ນໝາກກ້ຽງ, ສະເພາະແຕ່ໝາກຂາຍໄດ້ 100 ລ້ານດົງ, ສ່ວນແນວພັນຂາຍໄດ້ກວ່າ 100 ລ້ານ ດົງ.”

        ດ້ວຍຄວາມເອົາໃຈໃສ່, ການລົງທຶນຂອງອຳນາດການປົກຄອງທ້ອງຖິ່ນ ແລະ ຄວາມເຫັນດີເຫັນພ້ອມຈາກປະຊາຊົນ, ໝູ່ບ້ານປູກດອກໄມ້ ຟູ່ເວີນ ຈະພັດທະນາໃຫ້ສົມກັບຄວາມສາມາດບົ່ມຊ້ອນ, ທ່າແຮງທີ່ມີຢູ່ແລ້ວ. ໝູ່ບ້ານປູກດອກໄມ້ ຟູ່ເວີນ ຈະກາຍເປັນສະຖານທີ່ທ່ອງທ່ຽວດຶງດູດນັກທ່ອງທ່ຽວທັງຢູ່ໃກ້ ແລະ ຢູ່ໄກ ມາຢ້ຽມຊົມເປັນຈຳນວນຫລວງຫລາຍ. ພັດທະນາອາຊີບປູກດອກໄມ້ທີ່ເປັນມູນເຊື້ອຕິດແມ່ນພັນກັບການພັດທະນາເສດຖະກິດສັງຄົມຢູ່ທີ່ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ