ໝູ່ບ້ານປັ້ນຕໍ່ແຮທີ່ເປັນເອກະລັກສະເພາະຢູ່ຊວນລາ

(VOVWORLD) -ນັບແຕ່ດົນນານມາແລ້ວ, ໝູ່ບ້ານ ຊວນລາ, ຕາແສງ ເຟື້ອງຢືກ, ເມືອງ ຟູ໋ຊວຽນ ໄດ້ມີຊື່ສຽງດ້ວຍອາຊີບປັ້ນຕໍ່ແຮ. ນີ້ແມ່ນໝູ່ບ້ານອາຊີບປັ້ນຕໍ່ແຮໜຶ່ງດຽວຢູ່ ຫວຽດນາມ. ບໍ່ພຽງແຕ່ແມ່ນອາຊີບເພື່ອຫາເງິນລ້ຽງຊີບເທົ່ານັ້ນ, ຫາກອາຊີບປັ້ນຕໍ່ແຮຢູ່ໝູ່ບ້ານ ຊວນລາ ຍັງກາຍເປັນວັດທະນະທຳພື້ນເມືອງອັນດີງາມ, ປະກອບສ່ວນສຶກສາລຸ້ນໜຸ່ມກ່ຽວກັບປະຫວັດສາດ, ສີສັນວັດທະນະທຳ ແລະ ກົກເຄົ້າເຫງົ້າກໍຂອງຊາດ ຫວຽດນາມ ອີກດ້ວຍ.
ໝູ່ບ້ານປັ້ນຕໍ່ແຮທີ່ເປັນເອກະລັກສະເພາະຢູ່ຊວນລາ - ảnh 1ຕໍ່ແຮ

 ຕໍ່ແຮແມ່ນເຄື່ອງຫຼິ້ນພື້ນເມືອງຂອງເດັກນ້ອຍ ຫວຽດນາມ ທີ່ເຮັດດ້ວຍແປ້ງເຂົ້າໜຽວປົນກັບນ້ຳຕານ, ທີ່ສາມາດກິນໄດ້. ໃນເບື້ອງຕົ້ນ, ຕໍ່ແຮແມ່່ນຜະລິດຕະພັນໃຊ້ເພື່ອບູຊາສະນັ້ນມັນເຄີຍເປັນຮູບສັດປະເພດຕ່າງໆຄື: ໂຕໄກ່, ໂຕງົວ, ໂຕຄວາຍ, ໂຕໝູ, ໂຕປາ, ນົກຍຸງ…ສະນັ້ນເຂົາເຈົ້າຈຶ່ງເອີ້ນຜະລິດຕະພັນນີ້ແມ່ນ “ເຄື່ອງຫຼິ້ນສັດ“. ມີບາງທ້ອງຖິ່ນ, ເຂົາເຈົ້າຍັງເອີ້ນວ່າ “ເຂົ້າໜົນສັດ“ ເພາະວ່ານອກຈາກທີ່ເປັນຮູບສັດແລ້ວ, ເຂົາເຈົ້າຍັງປັ້ນແປ້ງເປັນຮູບຫວີກ້ວຍ, ໜ່ວຍໝາກ, ຈານເຂົ້າໜຽວ…ສ້າງເປັນພາເຄື່ອງຂອງບູຊາເພື່ອໄປນະມັດສະການ. ຕໍ່ມາ ຜະລິດຕະພັນເຫຼົ່ານັ້ນຖືກຕິດແກໃສ່, ເມື່ອເປົ່າແກມັນຈະອອກເປັນສຽງ “ຕໍ່ແຕ“, ສະນັ້ນເຂົ້າເຈົ້າຈຶ່ງເອີ້ນວ່າ “ຕໍ່ແຕ“, ຕໍ່ມາກໍ່ເອີ້ນວ່າ “ຕໍ່ແຮ“.

          ອາຊີບປັ້ນຕໍ່ແຮມີຢູ່ບັນດາເຂດບ້ານນາຂອງ ຫວຽດນາມ, ແຕ່ຢູ່ໝູ່ບ້ານປັ້ນຕໍ່ແຮທີ່ເປັນມູນເຊື້ອ ຊວນລາ, ເກືອບຄືວ່າຜູ້ໃດກໍ່ສາມາດປັ້ນໄດ້. ບັນດານາຍຊ່າງທີ່ມີສີມືແຮງງານຢູ່ໝູ່ບ້ານ ຊວນລາ ໄດ້ປັ້ນເປັນເຄື່ອງຫຼິ້ນ, ໂຕສັດທີ່ມີຊີວິດຊີວາ, ແປກປະຫຼາດ, ພາໃຫ້ເດັກນ້ອຍນິຍົມຊົມຊອບທີ່ສຸດ. ທ່ານ ດັ້ງວັນເຄືອງ, ນັກສິລະປະການປັ້ນຕໍ່ແຮຢູ່ໝູ່ບ້ານຊວນລາ, ເລົ່າສູ່ຟັງວ່າ:

        ໝູ່ບ້ານປັ້ນຕໍ່ແຮຂອງພວກຂ້າພະເຈົ້າແມ່ນມີມາກ່ອນນີ້ປະມານ 300 ປີ. ແຕ່ມາຮອດປັດຈຸບັນ, ພວກຂ້າພະເຈົ້າຍັງຄົງຮັກສາອາຊີບທີ່ເປັນມູນເຊື້ອເຊິ່ງບັນພະບຸລຸດໄດ້ສ້າງໄວ້ຢູ່. ໃນວັນບຸນຂອງໝູ່ບ້ານ, ວັນເພງເດືອນຈຽງປີໃດ, ຊາວບ້ານກໍ່ຈັດຕັ້ງການເສັງປັ້ນຕໍ່ແຮໃຫ້ບັນດານັກສິລະປະການ, ນາຍຊ່າງເກັ່ງ . ປັດຈຸບັນສະໂມສອນປັ້ນຕໍ່ແຮຂອງພວກຂ້າພະເຈົ້າມີສະມາຊິກ 120 ຄົນ ແລະ ເຄີຍຈັດການດຳເນີນຊີວິດປະຈຳເດືອນໃຫ້ສະມາຊິກສະໂມສອນ. ຜ່ານນັ້ນພວກຂ້າພະເຈົ້າຈະແລກປ່ຽນບົດຮຽນກ່ຽວກັບອາຊີບ, ຄົວຄິດປະດິດສ້າງ, ຈຸດຍອດຢ້ຽມຂອງອາຊີບທີ່ເປັນມູນເຊື້ອ. ພວກຂ້າພະເຈົ້າໄດ້ໄປສະແດງ, ແລກປ່ຽນວັດທະນະທຳກັບຫຼາຍປະເທດອາຊຽນ, ຍີ່ປຸ່ນ, ສເກົາຫຼີ, ຈີນ, ອາເມລິກາ.“

ໝູ່ບ້ານປັ້ນຕໍ່ແຮທີ່ເປັນເອກະລັກສະເພາະຢູ່ຊວນລາ - ảnh 2 ປັ້ນຕໍ່ແຮ

ເບິ່ງທາງນອກມີຫຼາຍຄົນຄິດວ່າການປັ້ນຕໍ່ແຮບໍ່ແມ່ນເລື່ອງຍາກ, ແຕ່ຄວາມຈິ່ງພັດບໍ່ຄືແນວນັ້ນ. ການປັ້ນຕໍ່ແຮຄືດັ່ງສິລະປະ ປະເພດໜຶ່ງ, ຮຽກຮ້ອງໃຫ້ຜູ້ປັ້ນຕ້ອງມີຄວາມຄ່ອງແຄ້ວ, ມີຫົວຄິດປະດິດສ້າງ, ທິຄວາມເຊັດເຈນໃນແຕ່ລະລາຍລະອຽດຈຶ່ງສ້າງເປັນຜະລິດຕະພັນທີ່ສວຍງາມໄດ້. ອ້າຍ ດັ້ງວັນເຫົ້າ, ນັກສິລະປະການປັ້ນຕໍ່ແຮຢູ່ໝູ່ບ້ານຊວນລາ, ເລົ່າສູ່ຟັງວ່າ:

 “ຂັ້ນຕອນສຳຄັນທີ່ສຸດໃນການປັ້ນຕໍ່ແຮ, ນັ້ນແມ່ນເຕັກນິກຕົ້ນແປ້ງ. ໃນລະດູໜາວແມ່ນຕ້ອງເຮັດແປ້ງໃຫ້ໜຽວກວ່າລະດູຮ້ອນ. ໃນເມື່ອກ່ອນ, ເຂົາເຈົ້າໃຊ້ສີຈາກທຳມະຊາດເຊັ່ນ: ສີແດງແມ່ນເອົາມາຈາກໝາກເຂົ້າ, ສີເຫຼືອງຈາກຂີ້ໝິ້ນ, ສີຂຽວຈາກຜັກຫວານ… ແຕ່ປັດຈຸບັນ, ບັນດານັກສິລະປະການໄດ້ນຳເອົາສີຈາກສະບຽງອາຫານ, ສະນັ້ນມີຄວາມສະດວກກວ່າ ແລະ ສີສັນກໍ່ສົດໃສ ແລະ ງາມກວ່າຫຼາຍ“

ປັດຈຸບັນ, ຜູ້ປັ້ນຕໍ່ແຮກໍ່ມີຄວາມຂະຫຍັນຂັນແຂງກວ່າຫຼາຍ. ຖ້າຫາກວ່າກ່ອນນີ້ເຂົາເຈົ້າປັ້ນຕໍ່ແຮສ່ວນຫຼາຍແມ່ນເປັນຮູບໝາກໄມ້, ສັດຫຼາຍປະເພດ… ແຕ່ປັດຈຸບັນ, ບັນດານັກສິລະປະການຍັງປັ້ນເປັນຫຼາຍຮູບທີ່ອຸດົມສົມບຸນຄື: Aladin, Doreamon, Pokemon, …ຕະຫຼອດຮອດບັນດາຮູບນັກວິລະຊົນຂອງຊາດ, ຫຼືໂຄມໄຟດວງດາວ, ຮູບພາບວັນເກັບກ່ຽວ, ຮູບພາບໝູ່ບ້ານທີ່ເປັນມູນເຊື້ອ. ເມື່ອເດືອນຕຸລາ 2010, ເນື່ອງໃນໂອກາດສະເຫຼີມສະຫຼອງວັນບຸນໃຫຍ່ 1000 ປີແຫ່ງ ທັງລອງ - ຮ່າໂນ້ຍ, ຢູ່ສູນວາງສະແດງ ເວິນໂຮ່, ຊາວບ້ານຊວນລາ ໄດ້ນຳເອົາຜະລິດຕະພັນຕໍ່ແຮ 3 ຢ່າງ ເຊິ່ງໄດ້ຮັບການຮັບຮອງວ່າເປັນສະຖິຕິ ຫວຽດນາມ. ນັ້ນແມ່ນມັງກອນສະໄໝລາຊະວົງ ຫຼີ, ໜັກ 300 kg, ເຕົ່າໜັກ 250 kg ແລະ ພາໝາກໄມ້ 5 ຊະນິດໜັກ 25 kg ເພື່ອໂຄສະນາເຄື່ອງໝາຍການຄ້າໝູ່ບ້ານອາຊີບທີ່ເປັນມູນເຊື້ອ ຊວນລາ ເຖິງນັກທ່ອງທ່ຽວທັງໃກ້ ແລະ ໄກ. ທ່ານ ຈູວັນຈ໋ຽນ, ຜູ້ປັ້ນຕໍ່ແຮໃນໝູ່ບ້ານ ຊວນລາ, ໃຫ້ຮູ້ວ່າ:

 ຕໍ່ແຮໃນປັດຈຸບັນໄດ້ຮັບການດັດແປງຫຼາຍເມື່ອທຽບໃສ່ກ່ອນນີ້. ຜູ້ເຮັດອາຊີບປັ້ນຕໍ່ແຮ ຕ້ອງມີສີມືແຮງງານ ແລະ ມີຈິດສຳນຶກຢ່າງອຸດົມສົມບຸນ. ຖ້າຫາກເດັກນ້ອຍມັກຮູບຫຍັງ, ນັກສິລະປະການຕ້ອງຄິດໄດ້ເລີຍວ່າຕ້ອງປັ້ນຮູບຫຍັງ ແລະ ຕ້ອງປັ້ນເປັນຮູບນັ້ນໃຫ້ໄດ້ໃນທັນທີ. ຕໍ່ແຮ ຊວນລາ ມີຊື່ສຽງໂດ່ງດັງດ້ວຍສີສົດໃສ, ຮູບງາມ, ອຸດົມສົມບຸນ, ແລະມີ ຫຼາຍຮູບຫຼາຍແບບ“.

ໝູ່ບ້ານປັ້ນຕໍ່ແຮທີ່ເປັນເອກະລັກສະເພາະຢູ່ຊວນລາ - ảnh 3 ອາຊີບປັ້ນຕໍ່ແຮ

ອາຊີບປັ້ນຕໍ່ແຮຢູ່ໝູ່ບ້ານ ຊວນລາ ແມ່ນຄວາມເມົາມົວຂອງປະຊາຊົນຢູ່ທີ່ນີ້. ບັນດານັກສິລະປະການ, ນາຍຊ່າງເຄີຍໄປຍັງຕະຫຼາດນັດເຂດບ້ານນາ, ບັນດາໝູ່ບ້ານ, ຖະໜົນຫົນທາງທີ່ໄກຈາກຄອບຄົວເພື່ອປັ້ນ ແລະ ຂາຍຕໍ່ແຮຕາມທາງ,ເປັນຕົ້ນແມ່ນໃນໂອກາດວັນບຸນໄຫວ້ພະຈັນເດືອນແປດ, ຫຼືຢູ່ແຫ່ງໃດທີ່ມີພິທີງານບຸນ. ຜ່ານການເວລາ, ຊາວບ້ານ ຊວນລາ ໄດ້ນຳອາຊີບນີ້ໄປຍັງທຸກແຫ່ງຫົນຈາກເໜືອລົງໃຕ້. ຜະລິດຕະພັນຕໍ່ແຮແມ່ນເຄື່ອງຫຼິ້ນທີ່ຈັບອົກຈັບໃຈ, ສ້າງຄວາມອຶງດູດໃຫ້ແກ່ເດັກນ້ອຍ, ທັງແມ່ນຂອງຂວນເປັນທີ່ລະນຶກທີ່ລຽບງ່າຍ, ເຂັ້ມຂຸ້ນໄປດ້ວຍສີສັນເຂດບ້ານນາ ຫວຽດນາມ. ດ້ວຍຈຸດທີ່ເປັນເອກະລັກສະເພາະ ແລະ ຄວາມຊຳນານໃນການປັ້ນເປັນເຄື່ອງຫຼິ້ນໃຫ້ເດັກນ້ອຍ, ຜະລິດຕະພັນຕໍ່ແຮຂອງໝູ່ບ້ານ ຊວນລາ ຈຶ່ງໄດ້ຮັບການແນະນຳ, ໂຄສະນາຢູ່ຫຼາຍປະເທດໃນໂລກ ແລະ ໄດ້ສ້າງຄວາມະທັບໃຈໃຫ້ແກ່ເພື່ອນມິດສາກົນ

ຕອບກັບ

ຂ່າວ/ບົດ​ອື່ນ