ໝູ່ບ້ານຜະລິດຢໍ່, ຢໍ່ຈື່ນເອືອກເລ້

(VOVWORLD) - ໝູ່ບ້ານ ເອືອກເລ້ ຂຶ້ນກັບຕາແສງ ເຕິນເອືອກ, ເມືອງ ແທງອວາຍ, ຫ່າງຈາກ ຮ່າໂນ້ຍ ໄປທາງທິດຕາເວັນຕົກສ່ຽງໃຕ້ປະມານ 30 ກມ ມີຊື່ສຽງດ້ວຍອາຊີບຜະລິດຢໍ່ຈຳ. ຢໍ່, ຢໍ່ຈື່ນ ເອືອກເລ້ ໄດ້ກ້າວເຂົ້າສູ່ຊີວິດທາງດ້ານວັດທະນະທຳອາຫານການກິນຂອງ ຫວຽດນາມ.
ໝູ່ບ້ານຜະລິດຢໍ່, ຢໍ່ຈື່ນເອືອກເລ້ - ảnh 1ປະຕູໂຂງເຂົ້າໝູ່ບ້ານຜະລິດຢໍ, ຢໍຈືນ ເອືອກເລ້

ອາຊີບຜະລິດຢໍ່, ຢໍ່ຈື່ນຢູ່ໝູ່ບ້ານ ເອືອກເລ້ ມີມາກ່ອນນີ້ເກືອບ 500 ປີ. ຍ້ອນຕ້ອງການ ຕະຫຼາດຈຳໜ່າຍຢູ່ບັນດານະຄອນໃຫຍ່, ຊາວ ເອືອກເລ້ ຈຶ່ງໄປທຸກແຫ່ງຫົນເພື່ອທຳມາຫາກິນ. ເມື່ອເຫັນວ່າບ່ອນໃດສາມາດດຳເນີນອາຊີບໄດ້ເຂົາເຈົ້າກໍ່ຊອກມາ. ພໍ່ຕູ້ ຫງວຽນດຶກແຫ້ງ, ຊາວບ້ານ ເອືອກເລ້, ເລົ່າສູ່ຟັງວ່າ:

        “ກ່ອນນີ້ປະຊາຊົນໃນໝູ່ບ້ານ 90% ແມ່ນເຮັດອາຊີບຜະລິດຢໍ່, ຢໍ່ຈື່ນບໍ່ຄ້າຂາຍແມ່ນບໍ່ສາມາດຮັ່ງມີໄດ້, ສະນັ້ນປະຊາຊົນໃນໝູ່ບ້ານຈຶ່ງໄປທຳມາຫາກິນຢູ່ເຂດທີ່ຫ່າງໄກ, ບາງຄົນຍັງໄປຕ່າງປະເທຄື ຝະລັ່ງ, ອາເມລິກາ ແລະ ປະເທດອື່ນໆອີກ“.

ຜະລິດຕະພັນຂອງໝູ່ບ້ານ ເອືອກເລ້ ມີຫຼາຍປະເພດຄື: ຢໍ່ຊີ້ນໝູບໍ່ມີມັນ, ຢໍ່ຊີ້ນງົວ, ຢໍ່ຊີ້ນໝູປົນໜັງ, ຢໍ່ແຄະ, ຢໍ່ຈື່ນ, ສົ້ມໝູ… ແຕ່ ມີຊື່ສຽງກວ່າໝູ່ແມ່ນຢໍ່ຊີ້ນໝູບໍ່ມີມັນຢໍ່ແຄະ. ຢໍ່ຈື່ນເອືອກເລ້ ແມ່ນຕ່າງກັບຢູ່ບ່ອນອື່ນ. ຂັ້ນຕອນຜະລິດຢໍ່, ຢໍ່ຈື່ນແມ່ນລະອຽດລະອໍ ນັບແຕ່ການເລືອກເອົາຊີ້ນໝູ, ເຖິງເຕັກນິກຫໍ່ຢໍ່, ຕົ້ມຢໍ່, ຈືນຢໍ່. ຊີ້ນຕ້ອງສົດ, ຮ້ອນຈຶ່ງແຊບ. ໃນເມື່ອກ່ອນ, ການຕຳຊີ້ນຜະລິດຢໍ່, ຢໍ່ຈື່ນແມ່ນເຮັດດ້ວຍມື, ຊາວບ້ານຍັງຮັກສາບັນດາເຄັດລັບຕຳຊີ້ນຄືແນວໃດໃຫ້ມັນແຫຼກແຫຼວຈົນບໍ່ຕິດໃສ່ສາກຈຶ່ງໄດ້. ແຕ່ປັດຈຸບັນເຂົາເຈົ້າໄດ້ຫັນມາບົດຊີ້ນດ້ວຍເຄື່ອງຈັກເພື່ອປົດປ່ອຍກຳລັງແຮງງານ, ແຕ່ຍັງຄົງຮັກສາວິທີຜະລິດທີ່ເປັນມູນເຊື້ອໄວ້, ນັ້ນແມ່ນຫໍ່ຢໍ່ດ້ວຍໃບຕອງ, ເພື່ອໃຫ້ຢໍ່ຫອມນົວ, ຫາກບໍ່ເຮັດແບບອຸດສາຫະກຳແມ່ນໃຊ້ທໍ່ອາລູມີນຽມແທນໃຫ້ໃບຕອງ. ພາຍຫຼັງຕົ້ມຢໍ່ສຸກແລ້ວຕ້ອງເອົາອອກແລ້ວໃສ່ໃນໝໍ່ນຳ້ເຢັນໃນທັນທີ. ທ່ານ ຫງວຽນດຶກບິ່ງ, ນັກສິລະປະການຜະລິດຢໍ່ , ຢໍ່ຈື່ນເອືອກເລ້, ຄອບຄົວທີ່ມີຮ້ານຂາຍຢໍ່, ຢໍ່ຈື່ນຢູ່ຕະຫຼາດ ເຄືອງດິ່ງ, ຖະໜົນ ໂຕນເທິດຕຸ່ງ, ຮ່າໂນ້ຍ, ໃຫ້ຮູ້ວ່າ:

  ຢາກຜະລິດຢໍ່, ຢໍ່ຈື່ນໃຫ້ແຊບ ແມ່ນຕ້ອງເລືອກເອົາຊີ້ນສົດດີ. ໃນເມື່ອກ່ອນເຂົາເຈົ້າຕຳຊີ້ນຜະລິດຢໍ່. ແຕ່ປັດຈຸບັນໄດ້ຫັນມາບົດດ້ວຍເຄື່ອງຈັກ, ແຕ່ເມື່ອບົດຕ້ອງຮັກສາອຸນຫະພູມບໍ່ໃຫ້ເກີນອຸນຫະພູມຮ່າງກາຍໂຕໝູ ຢໍ່, ຢໍ່ຈື່ນຈຶ່ງແຊບນົວ. ສ່ວນເຄື່ອງປະກອບ 5 ຢ່າງຄື: ນຳ້ປາ, ນ້ຳເຜິ້ງ, ນ້ຳຕານ, ເຄື່ອງເທດ, ເກືອກໍ່ຕ້ອງມີຄວາມສົມສ່ວນກັນຈຶ່ງຜະລິດເປັນຢໍ່, ຢໍ່ຈື່ນແຊບນົວໄດ້. ຢໍ່. ຢໍ່ຈື່ນແຊບເມື່ອຕັດອອກແມ່ນຕ້ອງເຫຼື້ອມດີ, ມີຫຼາຍຮູ, ນັ້ນແມ່ນຮູບັນຈຸນ້ຳຫວານ“.

ຢໍ່ແຄະແຊບແມ່ນຍ້ອນມີກິ່ນຫອມຂອງຊີ້ນປີ້ງ, ກິ່ນເຜັດຂອງແຄະ, ກິ່ນຫວານຂອງນ້ຳເຜິ້ງ… ການຜະລິດ ຢໍ່, ຢໍ່ຈື່ນແມ່ນຄ້າຍຄືກັນ, ແຕ່ຂັ້ນຕອນການຜະລິດ ຢໍ່ຈື່ນພັດຕ່າງກັນນ້ອຍໜຶ່ງ. ອ້າຍ ຫງວຽນດິ່ງເດື່ອງ, ຜູ້ຜະລິດ  ຢໍ່, ຢໍ່ຈື່ນໃນໝູ່ບ້ານ ເອືອກເລ້, ໃຫ້ຮູ້ວ່າ:

“ຜະລິດຢໍ່ຕ້ອງໃຊ້ຊີ້ນບໍ່ມີມັນ, ພາຍຫຼັງບົດຊີ້ນພ້ອມກັບນ້ຳປາ, ນ້ຳເຜິ້ງ, ນ້ຳຕານ, ເຄື່ອງເທດ, ເກືອສຳເລັດແລ້ວ ແມ່ນຫໍ່ດ້ວຍໃບຕອງ ແລະ ໜຶ້ງໃນເວລາ 60 70 ນາທີຈຶ່ງແລ້ວ. ສ່ວນຜະລິດ ຢໍ່ຈື່ນແມ່ນໃຊ້ຊີ້ນມີມັນນ້ອຍໜຶ່ງ, ແຕ່ບໍ່ຕ້ອງຫໍ່ດ້ວຍໃບຕອງ, ຫາກຕ້ອງຖອກໃສ່ພາແລ້ວໜຶ້ງ, ຫຼັງຈາກນັ້ນຈຶ່ງນຳມາຈື່ນ. ການຜະລິດຢໍ່ຈື່ນແມ່ນລະອຽດລະອໍກວ່ານ້ອຍໜຶ່ງ, ເພາະວ່າຕ້ອງຜ່ານຂັ້ນຕອນຈື່ນໃຫ້ສຸກເຫຼືອງຕື່ມອີກຈຶ່ງແລ້ວ, ສ່ວນຢໍ່ພຽງແຕ່ຫໍ່ແລະໜຶ້ງເທົ່ານັ້ນ. ຊີ້ນ 1 kg ແມ່ນຜະລິດຢໍ່ໄດ້1 kg. ສ່ວນຜະລິດຢໍຈືນຊີ້ນ 1 kg ເຮັດໄດ້1,2 kg“.

ໝູ່ບ້ານຜະລິດຢໍ່, ຢໍ່ຈື່ນເອືອກເລ້ - ảnh 2 ອ້າຍ ຫງວຽນດິ່ງເດື່ອງ, ຜູ້ຜະລິດ  ຢໍ່, ຢໍ່ຈື່ນໃນໝູ່ບ້ານ ເອືອກເລ້

ໃນພາເຂົ້າຂອງຊາວ ຫວຽດນາມ, ພິເສດແມ່ນໃນໂອກາດບຸນປີໃໝ່, ງານບຸນຕ່າງໆຍາມໃດກໍ່ມີ ຢໍ່, ຢໍ່ຈື່ນ. ປະຊາຊົນໃນໝູ່ບ້ານ ເອືອກເລ້ ຮູ້ສຶກເອກອ້າງທະນົງໃນໃຈທີ່ສຸດ, ເພາະວ່ານີ້ແມ່ນແຫ່ງທີ່ໄດ້ຜະລິດແຜ່ນຢໍ່ແຄະຂະໜາດໃຫຍ່ລະດັບສະຖິຕິຂອງ ຫວຽດນາມ. ປີ 2003, ມີນັກສິລະປະການກຸ່ມໜຶ່ງໃນໝູ່ບ້ານ ເອືອກເລ້ ໄດ້ຜະລິດເປັນແຜ່ນຢໍ່ແຄະນີ້ເພື່ອເຊີດຊູອາຊີບທີ່ເປັນມູນເຊື້ອຂອງໝູ່ບ້ານ ແລະ ໂຄສະນາຜະລິດຕະພັນຢໍ່, ຢໍ່ຈື່ນ ຂອງຕົນ. ທ່ານ ຫງວຽນດຶກບິ່ີງ, ໜຶ່ງໃນບັນດານັກສິລະປະການທີ່ໄດ້ເຂົ້າຮ່ວມການຜະລິດແຜ່ນຢໍ່ແຄະຂະໜາດໃຫຍ່ລະດັບສະຖິຕິຂອງ ຫວຽດນາມ, ໃຫ້ຮູ້ວ່າ:

“ເພື່ອຜະລິດແຜ່ນຢໍ່ແຄະນັ້ນ ແມ່ນຕ້ອງໃຊ້ຊີ້ນໝູ 170 kg, ມັນ 50 kg, ແປ້ງແຄະ, ເຄື່ອງເທດ… ແຜ່ນຢໍ່ແຄະໜັກປະມານ 200 kg, ຍາວ 4 ມ, ເສັ້ນຜ່າສູນກາງ 50cm. ພາຍຫຼັງຜະລິດແຜ່ນຢໍ່ແຄະດັ່ງກ່າວ, ຂ້າພະເຈົ້າໄດ້ຮັບການຮັບຮອງວ່ານັກສິລະປະການະລິດ ຢໍ່, ຢໍ່ຈື່ນ

ປະຊາຊົນໃນໝູ່ບ້ານ ເອືອກເລ້ ໄດ້ໄປຍັງທຸກສາລະທິດເພື່ອທຳມາຫາກິນ, ຮັກສາ ແລະ ພັດທະນາອາຊີບທີ່ເປັນມູນເຊື້ອຂອງບັນພະບຸລຸດ. ແຕ່ເມື່ອຮອດມື້ວັນເພງເດືອນຈຽງປະຈຳປີ, ເຊິ່ງແມ່ນວັນບຸນຂອງໝູ່ບ້ານ, ເຖິງວ່າຈະຢູ່ທົ່ວທຸກແຫ່ງພາຍໃນປະເທດ, ຫຼືຢູ່ຕ່າງປະເທດເຂົາເຈົ້າກໍ່ກັບມາເຂົ້າຮ່ວມງານບຸນຂອງໝູ່ບ້ານເປັນຈຳນວນຫຼວງຫຼາຍເພື່ອເຊີນຊູອາຊີບທີ່ເປັນມູນເຊື້ອຂອງປູ່ຍ່າຕາຍາຍ.

ຕອບກັບ

ຂ່າວ/ບົດ​ອື່ນ