ໝູ່​ບ້ານ​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາ ກວຽດ​ແທ່ງ

(VOVWORLD) -ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ກວຽດແທ່ງ ຢູ່ ເທດສະບານ ເກ໊ ເມືອງ ກີມບ໋າງ ແຂວງ ຮ່ານາມ ແມ່ນໝູ່ບ້ານຫັດຖະກຳທີ່ເປັນມູນເຊື້ອ ມີປະຫວັດຄວາມເປັນມາປະມານ 500 ປີ. ນີ້ແມ່ນໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາແຫ່ງຫນຶ່ງດຽວ ຢູ່ ແຂວງ ຮ່ານາມ. ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ກວຽດແທ່ງ (ຍັງເອີ້ນວ່າ ໝູ່ບ້ານດິນເຜົາເກ໊) ໄດ້ພັດທະນາຢ່າງແຮງນັບແຕ່ຊຸມປີ 60, ຄອບຄົວໃດກໍ່ຜະລິດເຄື່ອງປັ້ນດິນເຜົາ ສະນັ້ນ ຈຶ່ງມີເລື່ອງລາວເລົ່າກ່ຽວກັບພໍ່ຄ້າຊາວຂາຍຢູ່ແມ່ນ້ຳ ໄດ໊ ທີ່ມີຄວາມຫວັງຢາກໄປຜ່ານເຂດດິນແດນແຫ່ງນີ້ເພື່ອຊູບເອົາກິ່ນຫອມຂອງເຄື່ອງປັ້ນດິນເຜົາ.

ໂດຍຕັ້ງຢູ່ຫ່າງຈາກນະຄອນ ຟູ໋ລີ໊ ໄປທາງທິດຕາເວັນຕົກສ່ຽງເຫນືອ ປະມານ 6 ກິໂລແມັດ, ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ກວຽດແທ່ງ ໄດ້ຜ່ານຜ່າການຜັນແປຂອງໄລຍະປະຫວັດສາດ ແລະ ບາງໄລຍະໝູ່ບ້ານແຫ່ງນີ້ເກືອບຄືວ່າອາຊີບຜະລິດເຄື່ອງປັ້ນດິນເຜົາຖືກສູນຫາຍໄປແລ້ວ. ແຕ່ມາຮອດປີ 2004 ໝູ່ບ້ານແຫ່ງນີ້ໄດ້ຮັບການຮັບຮອງຈາກອົງການປົກຄອງແຂວງ ຮ່ານາມ ວ່າ ແມ່ນໝູ່ບ້ານຫັດຖະກຳທີ່ເປັນມູນເຊື້ອ. ທ່ານ ຫງວຽນດຶກຝູ ຫົວຫນ້າສະຫະກອນ ຕາແສງ ກວຽດແທ່ງ ເລົ່າສູ່ຟັງວ່າ:

 “ຊຸມປີ 60 ທັງໝູ່ບ້ານມີເຕົາຜະລິດເຄື່ອງປັ້ນດິນເຜົາປະມານ 10 ເຕົາ. ໃນໄລຍະນັ້ນ ການແລກປ່ຽນຄ້າຂາຍສິນຄ້າ ສ່ວນຫລາຍແມ່ນຜ່ານທາງທະເລ, ກຳປັ່ນເຂົ້າທຽບທ່າເປັນຈຳນວນຫລວງຫລາຍ, ບັນຍາກາດຄ້າຂາຍແມ່ນຟົດຟື້ນທີ່ສຸດ. ບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາແມ່ນບໍ່ໄດ້ນຳໃຊ້ທາດເຄມີ. ຈຸດພິເສດຂອງເຄື່ອງປັ້ນດິນເຜົາຢູ່ທີ່ນີ້ ແມ່ນມີເງົາເຫຼື້ຶ້ອມ, ກ້ຽງງາມດີ ແລະ ເປັນທຳມະຊາດ”

ໝູ່​ບ້ານ​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາ ກວຽດ​ແທ່ງ - ảnh 1ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ກວຽດແທ່ງ ແມ່ນໝູ່ບ້ານຫັດຖະກຳທີ່ເປັນມູນເຊື້ອ ມີປະຫວັດຄວາມເປັນມາປະມານ 500 ປີ (ພາບ: dangcongsan.vn)

ເຄື່ອງປັ້ນດິນເຜົາ ກວຽດແທ່ງ ປະຈຸບັນ ມີຫລາຍຊະນິດ ແລະ ຫລາຍຮູບຫລາຍແບບ, ຈາກບັນດາຜະລິດຕະພັນເຄື່ອງປັ້ນດິນເຜົາ ຄື: ໄຫ, ແອ່ງນ້ຳ, ໝໍ້ແຫກແຕກໂປະ ຕະຫລອດຮອດເຄື່ອງສີລະປະຫັດຖະກຳ ຫລື ເຄື່ອງໃຊ້ໃນຄອບຄົວຄື: ເຕົ້ານ້ຳຊາ, ຈອກ, ຈານ,  ຮູບປັ້ນເພື່ອບູຊາ, ສັດມຸງຄຸນ,… ແລະ ພິເສດແມ່ນຜະລິດຕະພັນເຄື່ອງປັ້ນດິນເຜົາປະເພດເຄືອບຄຳປະສົມທີ່ເປັນເອກະລັກສະເພາະ ມີພຽງແຕ່ຢູ່ທີ່ນີ້ ບ່ອນອື່ນແມ່ນບໍ່ມີ ແລະ ພວມແມ່ນຜະລິດຕະພັນໄດ້ຮັບຄວາມນິຍົມຈາກຕະຫລາດ.

 ຈາກວັດຖຸດິບທີ່ເປັນດິນດາກ ຜ່ານສີມືຄ່ອງແຄ້ວຂອງນັກສິລະປະການ ໄດ້ສ້າງເປັນບັນດາຜະລິດຕະພັນທີ່ມີຄວາມສວຍງາມລະອຽດທີ່ສຸດ. ຜ່ານໄລຍະນັບສິບໆປີ ບັນດາຜະລິດຕະພັນນີ້ໄດ້ສົ່ງໄປຂາຍຢູ່ຫລາຍປະເທດໃນໂລກ ຄື: ສ.ເກົາຫລີ, ຍີ່ປຸ່ນ, ອາເມລິກາ.. ນັກສິລະປະການ ລ້າຍວັນຕ໊ຽນ, ຢູ່ໝູ່ບ້ານຜະລິດເຄື່ອງປັ້ນດິນເຜົາ ກວຽດແທ່ງ ໃຫ້ຮູ້ວ່າ:

“ດິນແມ່ນຂຸດຄົ້ນຢູ່ກັບທີ່ ແລະ ດິນດາກທີ່ເປັນສີເຫລືອງນີ້ ກໍ່ມີຢູ່ແຕ່ໝູ່ບ້ານ ກວຽດແທ່ງ ເທົ່ານັ້ນ. ດິນຫນຽວດີ ແລະ ມີສີແດງປົນ. ສະນັ້ນ ເມື່ອຈັບຜະລິດຕະພັນຂຶ້ນມາເບິ່ງ ຜູ້ຄົນທັງຫລາຍຈະຮູ້ໄດ້ເລີຍວ່າ ນີ້ແມ່ນເຄື່ອງປັ້ນດິນເຜົາ ກວຽດແທ່ງ.  ທຸກຂັ້ນຕອນການຜະລິດແມ່ນເຮັດແນວໃດເພື່ອຮັກສາຄວາມງາມແບບທຳມະຊາດຂອງມັນໄວ້ ສະນັ້ນ ຜະລິດຕະພັນເຄື່ອງປັ້ນດິນເຜົາ ກວຽດແທ່ງ ຈຶ່ງມີຄວາມດຶງດູດໃຈທີ່ສຸດ. ໃນການຜະລິດ ພວກຂ້າພະເຈົ້າໄປຕາມທິດຜະລິດເຄື່ອງປັ້ນດິນເຜົ່າແບບພື້ນເມືອງ”

ໝູ່​ບ້ານ​ຜະ​ລິດ​ເຄື່ອງ​ປັ້ນ​ດິນ​ເຜົາ ກວຽດ​ແທ່ງ - ảnh 2ຜະລິດຕະພັນເຄື່ອງປັ້ນດິນເຜົາ  ກວຽດແທ່ງ (ພາບ: dangcongsan.vn)

ການຜະລິດເຄື່ອງປັ້ນດິນເຜົາ ຕ້ອງຜ່ານຫລາຍຂັ້ນຕອນ ນັບແຕ່ການແຊ່ດິນດາກ ຕະຫລອດຮອດຂັ້ນຕອນຢຽບດິນ ຫລື ໃຊ້ເຄື່ອງຈັກ ເພື່ອເຮັດໃຫ້ດິນຫນຽວ. ເມື່ອດິນຫນຽວໄດ້ທີ່ແລ້ວ ກໍ່ເອົາມາວາງຢູ່ເທິງໂຕະ ແລ້ວກໍ່ປິ່ນເພື່ອສ້າງເປັນຜະລິດຕະພັນ. ພາຍຫລັງຕາກໃຫ້ແຫ້ງແລ້ວ ກໍ່ຈະຂຶ້ນລວດລາຍ, ຂັດໃຫ້ເປັນເງົາ, ເຄືອບເຫຼື້ອມ ແລະ ຂັ້ນຕອນສຸດທ້າຍແມ່ນເອົາໄປເຜົາ.

ທາດເຄືອບເຫຼື້ອມຂອງເຄື່ອງປັ້ນດິນເຜົາ ກໍ່ແມ່ນສິ່ງພິເສດ ເພາະວ່າໄດ້ຮັບການຂຸດຄົ້ນຢູ່ໃຕ້ດິນ ສະນັ້ນ ຈຶ່ງບໍ່ມີທາດເຄມີເປັນພິດ. ຈຸດພິເສດຂອງຜະລິດຕະພັນເຄື່ອງປັ້ນດິນເຜົາ ນັ້ນແມ່ນ ບໍ່ຕົກສີ. ເຄື່ອງປັ້ນດິນເຜົາຢູ່ໝູ່ບ້ານເກ໊ ພາຍຫລັງເຜົາສຳເລັດແລ້ວ ເວລາເອົາເຄື່ອງປັ້ນດິນເຜົາມາ ຕຳໃສ່ກັນຈະມີສຽງແຂງດັງອອກມາ ຄືກັບສຽງເຄື່ອງທີ່ເຮັດດ້ວຍໂລຫະ ຍ້ອນວ່າໄດ້ຜະລິດດ້ວຍດິນດາກທຳມະຊາດ ສະນັ້ນ ບັນດາຜະລິດຕະພັນທີ່ນຳໃຊ້ເພື່ອບັນຈຸເຫລົ້າ ຫລື ຊົງຊາ ລ້ວນແຕ່ສາມາດຮັກສາໄດ້ກິ່ນຫອມ, ແຊບ ແລະ ສາມາດແກ້ພິດໄດ້.

ຕາມທ່ານ ລ້າຍວັນກ໋ຽມ ຊ່າງຜະລິດເຄື່ອງປັ້ນດິນເຜົາມາເປັນເວລາຫລາຍປີໃນໝູ່ບ້ານແລ້ວ, ເຄື່ອງປັ້ນດິນເຜົາຂອງໝູ່ບ້ານເກ໊ ຖ້າຫາກເຜົາດ້ວຍຖ່ານ ຫລື ຟືນນັ້ນ ຕ້ອງເສຍເວລາ 15 ວັນຈຶ່ງສຳເລັດ. ແຕ່ລະເຕົາຕ້ອງໃຊ້ຟືນປະມານ 10 ໂຕນ.

ພາຍຫລັງໄດ້ຮັບການຮັບຮອງແມ່ນໝູ່ບ້ານຫັດຖະກຳທີ່ເປັນມູນເຊື້ອປີ 2004, 2010, ຜະລິດຕະພັນຂອງໝູ່ບ້ານເຄື່ອງປັ້ນດິນເຜົາ ກວຽດແທ່ງ ສືບຕໍ່ໄດ້ຮັບການຮັບຮອງຈາກພະແນກວິທະຍາສາດ ແລະ ເຕັກໂນໂລຊີແຂວງ ຮ່ານາມ ວ່າເປັນ “ເຄື່ອງປັ້ນດິນເຜົາ ສິລະປະຫັດຖະກຳເຄືອບຄຳປະສົມກວຽດແທ່ງ”. ດ້ວຍປະຫວັດຄວາມເປັນມາຫລາຍປີ, ຜະລິດຕະພັນເຄື່ອງປັ້ນດິນເຜົາ ກວຽດແທ່ງ ຈະສືບຕໍ່ພັດທະນາ, ຢືນຢັນທີ່ຕັ້ງໃນຕະຫລາດຢູ່ພາຍໃນ ແລະ ຕ່າງປະເທດ.

 

 

 

 

 

 

 

 

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ