ໝູ່ບ້ານຜະລິດເຄື່ອງເຄືອບດິນເຜົາ ລືເກິມ


    ​​ໂດຍ​ຕັ້ງ​ຢູ່​ເຂດ​ບ້ານ​ນາ​ທີ່​ມີ​ຄວາມ​ສະຫງົບ​ສຸກ ມໍ່​ກັບນະຄອນ​ ຍ່າ​ຈ່າງ, ​ເຊິ່ງ​ແມ່ນ​ນະຄອນທ່ອງ​ທ່ຽວ​​ທີ່​​ລື​ຊື່​ຢູ່​ພາກ​ກາງ​ຫວຽດນາມ  ມີ​ໝູ່​ບ້ານ​ບູຮານ​​ແຫ່ງ​ໜຶ່ງທີ່​ມີ​ມາ​ກ່ອນ​ນີ້ 300 ປີ, ນັ້ນ​ແມ່ນ​ໝູ່​ບ້ານຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາ.

    ລື​​ເກິມ ໝາຍ​ຄວາມ​ວ່າ ​ເຕົາ​ອົບ​ເຄື່ອງ​ເຄືອບ​ດິນ​ເຜົາ, ​ເຊິ່ງ​ແມ່ນ​ອາຊີບ​ທີ່​ມີ​ມາ​ນັບ​ແຕ່​ບູຮານນະ​ການ​ຂອງ​ປະຊາຊົນ​ແຫ່ງ​ນີ້. ພໍ່​ຕູ້ ​ເຈິ່ນວັນ​ບີ່​ງ ຜູ້​ທີ່​ເຮັດ​ອາຊີບຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາຢູ່​ໝູ່​ບ້ານ ລື​​ເກິມ, ​ໄດ້​ເລົ່າ​ສູ່​ຟັງ​ວ່າ:

    ”ອາຊີບ​ຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາ ​​ໂດຍ​ບັນດາລູກສິດ​ຂອງບັນພະບຸລຸດ​ຜູ້ສ້າງອາຊີບ​ແມ່ນທ່ານ ດ່າວລື​ເງ໋ ນຳ​ມາຈາກ​ພາກ​ເໜືອ ​ແລະ​ ສອນ​ໃຫ້​ຊາວບ້ານ​ກ່ອນ​ນີ້​ປະມານ 250 ປີ. ​ໃນ​ເມື່ອ​ກ່ອນ, ອາຊີບນີ້​ພັດທະນາ​ຢາງ​ແຂງ​ແຮງ, ອັນ​ໄດ້​ເຮັດ​ໃຫ້​ປະຊາຊົນ​ມີຊີວິດອີ່ມ​ໜຳ​ສຳລານ ​ແລະ ມີ​ຄວາມ​ຜາ​ສຸກ.”

ໝູ່ບ້ານຜະລິດເຄື່ອງເຄືອບດິນເຜົາ ລືເກິມ - ảnh 1
(ພາບ:http://yume.vn)

ປະຈຸ​ບັນ, ປະຊາຊົນ​ໃນ​ໝູ່​ບ້ານ ລື​​ເກິມ ຍັງຄົງບູຊາ​ບັນພະບຸລຸດຜູ້​ສ້າງ​ອາຊີບ ຕະກຸນດ່າວຢູ່. ວິຫານ​ບູຊາບັນພະບຸລຸດ​ຜູ້​ສ້າງ​ອາຊີບ ລື​​ເກິມ ​ໃນ​ເມື່ອ​ກ່ອນ​ພຽງ​ແຕ່​ແມ່ນ​ຫໍ​ບູຊາ​ນ້ອຍໆ​ເທົ່າ​ນັ້ນ, ຕໍ່​ມາ​ປະຊາຊົນ​ໃນ​ໝູ່​ບ້ານ​ໄດ້​ບໍລິຈາກ​ເງິນ​ທອງ ​ແລະ ປະກອບເຫື່ອ​ແຮງ​ເພື່ອ​ກໍ່ສ້າງ​ເປັນ​ວິຫານ. ປີ 1874, ບ້ານ ​ລື​​ເກິມ ​ແຍກ​ອອກ​ຈາກໝູ່​ບ້ານ ງອກ​ວ້ານ, ນັ​ບ​ແຕ່​ນັ້ນ​ມາ ​ວິຫານ​ບູຊາບັນພະບຸລຸດ​ຜູ້​ສ້າງ​ອາຊີບ ລື​​ເກິມ ກໍ່​ໄດ້​ຮັບ​ການ​ກໍ່ສ້າງ​ຢ່າງ​ໃຫຍ່​ໂຕ ​ແລະ ສວຍ​ງາມ​ກວ່າ ກາຍ​ເປັນ​ສາລາ​ບ້ານ ​ແລະ ຄົງ​ຕົວ​ມາ​ຮອດ​ປະຈຸ​ບັນ. ​ແຕ່ລະ​ປີ​ຊາວບ້ານ ລື​​ເກິມ ​ເຄີຍ​ຈັດ​ຕັ້ງ​ພິທີ​ບູຊາ​ຢູ່​ສາລາ​ຂື້ນຢ່າງ​ສົມ​ກຽດ. ນີ້​ກໍ່​ແມ່ນ​ໂອກາດ​ເພື່ອພາວະນາ​ຂໍ​ໃຫ້​ປະ​ເທດ​ຊາດ​ມີ​ຄວາມ​ສະຫງົບ, ປະຊາຊົນ​ມີ​ຊີວິດ​ທີ່ອີ່ມ​ໜຳ​ສຳລານ ​ແລະ ​ມີ​ຄວາມ​ຜາ​ສຸກ. ທັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ລູກ​ຫຼານ​ບູຊາບັນພະບຸລຸດ​ຜູ້​ສ້າງ​ອາຊີບ, ສະ​ແດງ​ໃຫ້​ເຫັນ​ຄວາມ​ຮູ້​ບຸນຄຸນທີ່​ມີ​ຕໍ່​ບັນດາບັນພະບຸລຸດ, ​ເຊິ່ງ​ແມ່ນ​ຜູ້​ທີ່​ໄດ້​ສ້າງ ​ແລະ ຮັກສາອາຊີບ​​ໄວ້ໃຫ້​​ແກ່ໝູ່​ບ້ານ​. ຢູ່ ລື​​ເກິມ ມີ​ໄລຍະ​ໜຶ່ງ​ຄອບຄົວ​ໃດ​ກໍ່​ເຮັດ​ອາຊີບ​ຜະລິດ​ເຄື່ອງ​ປັ້ນດິນ​ເຜົາ. ຈາກ​ລຸ້ນຄົນ​ນີ້​ໄປ​ຍັງ​ລຸ້ນຄົນ​ອື່ນ, ອາຊີບ​ຜະລິດ​ເຄື່ອງ​ປັ້ນດິນ​ເຜົານັບ​ມື້​ນັບ​ມີ​ຊື່​ສຽງ… ຜະລິດ​ຕະພັນ​ຂອງ​ໝູ່​ບ້ານ​ແມ່ນມີ​ຫຼາຍປະ​ເພດ ​ແລະ ​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ປະຊາຊົນ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ຍ້ອນ​ມີ​ສີມື​ການ​ຊ່າງ​ຂອງ​ບັນດາ​ນັກສິລະ​ປະກຳ ​ແລະ ​ຄວາມ​ສາມາດ​ຂອງ​ນາຍຊ່າງ​ຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາ ຈາກດິນ​ໜຽວ, ດິນດາກ ​ໄດ້​ກາຍ​ເປັນເຄື່ອງ​ປັ້ນດິນ​ເຜົາທັງມີ​ລັກສະນະ​ສິລະ​ປະ, ທັງ​ເປັນ​ເຄື່ອງ​ໃຊ້​ສອຍ​ທີ່​ມີ​ປະ​ໂຫຍ​ດ​ໃນ​​ຊີວິດ​ຂອງ​ມະນຸດ. ຮອງ​ສາ​ສະ​ດາ​ຈານ - ປະລິຍາ​ເອກ ຫງວຽນ​ຂັກສື, ສະ​ຖາ​ບັນ​ບູຮານ​ຄະດີ​ຫວຽດນາມ, ​ໃຫ້​ຮູ້​ວ່າ:

    ”​ໃນ​ວົງ​ການ​ນັກ​ສະ​ສົມ​ຮຽບຮຽງເຄື່ອງ​ປັ້ນດິນ​ເຜົາ, ​ເຂົາ​ເຈົ້າ​ຮູ້​ວ່າ ເຄື່ອງ​ປັ້ນດິນ​ເຜົາ ລື​​ເກິມ ​ແມ່ນ​ມີ​ຫຼາຍ​ປະ​ເພດ​ທີ່​ສຸດ ມີ​ທັງ​ເຄື່ອງ​​ເຮັດ​ເປັນວັດ​ສະ​ດຸ​ກໍ່ສ້າງ​ຄື​ດິນ​ຈີ່, ດິນຂໍ, ​ເຄື່ອງ​ໄຊ້​ໄມ້​ສອຍ​ໃນ​ຊີວິດ​ປະຈຳ​ວັນຄື: ​ໂຖ, ກວດ, ໝໍ້, ກາ, ນັບ​ທັງ​ບັນດາ​ເຄື່ອງ​ໃຊ້​ໃນ​ພິທີ​ງານ​ບຸນ… ຜະລິດ​ຕະພັນ​ຢູ່​ທີ່​ນີ້​ບັນລຸ​ມາດຕະຖານ​ດ້ານ​ເຕັກນິກ​ສູງ​ພໍ​ສົມຄວນ ​ແລະ​ເປັນ​ເອກະລັກ​ສະ​ເພາະ​ຂອງ​ໝູ່​ບ້ານ​ອາຊີບ​”.

ໝູ່ບ້ານຜະລິດເຄື່ອງເຄືອບດິນເຜົາ ລືເກິມ - ảnh 2
(ພາບ:http://yume.vn)

ຍ້ອນ​ມີ​ຄວາມ​ສະດວກ​ສະບາຍ​ທາງ​ດ້ານ​ຄົມມະນາຄົມ, ເຄື່ອງ​ປັ້ນດິນ​ເຜົາ ລື​​ເກິມ ​ໄດ້​ມີໜ້າ​ຢູ່​ທົ່ວ​ທຸກ​ແຫ່ງຫົນ. ປະຈຸ​ບັນ​ໄດ້​ມີ​ຫຼາຍ​ໝູ່​ບ້ານ​​ເຮັດ​ອາຊີບ​ນີ້, ​ແຕ່​ຜະລິດ​ຕະພັນ​ຂອງ​ໝູ່​ບ້ານ​ອາຊີບ ລື​​ເກິມ ຍາມ​ໃດ​ກໍ່​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ຜູ້​ຊົມ​ໃຊ້ຫຼາຍກວ່າ​ໝູ່. ປະຈຸ​ບັນ, ຍ້ອນ​ວັດຖຸ​ທີ່​ຜະລິດ​ເຄື່ອງ​ໃຊ້​ສອຍ​ມີ​ຫຼາຍ, ດັ່ງ​ນັ້ນ​ມີ​ຫຼາຍ​ຜະລິດ​ຕະພັນ​ຂອງ​ໝູ່​ບ້ານ​ອາຊີບ ລື​​ເກິມ ພຽງ​ແຕ່​ໄດ້​ຮັບ​ການ​ຈາລຶກ​ໄວ້​ໃນ​ຄວາມ​ຊົງ​ຈຳ​ຂອງ​ບັນດາ​ນັກ​ສິລິ​ປະກຳ​ອາຍຸ​ສູງເທົ່າ​ນັ້ນ. ມີ​ຫຼາຍ​ຄອບຄົວ​ໄດ້​ຫັນ​ໄປ​ເຮັດ​ອາຊີບອື່ນ, ດັ່ງ​ນັ້ນ ໝູ່​ບ້ານ​ອາຊີບ​ພວມ​ມີ​ໄພ​ຈະ​ຖືກ​ສູນ​ຫາຍ​ໄປ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ຍັງ​ມີ​ບັນດາ​ຄອບຄົວ​ພວມ​ຮັກສາ​ອາຊີບ​ເຊິ່ງບັນພະບຸລຸດ​ໄດ້​ປະ​ໄວ້​​ໃຫ້ຢູ່. ອ້າຍ ຮວີ່ງ, ຊາວ​ໜຸ່ນຜູ້​ໜຶ່ງ​ໃນ​ໝູ່​ບ້ານ, ​ເວົ້າ​ຄວາມ​ໃນ​ໃຈ​ສູ່​ຟັງ​ວ່າ:

    ”ອາຊີບຜະລິດເຄື່ອງ​ປັ້ນດິນ​ເຜົາ​ແມ່ນ​ໄດ້​ຮັບ​ການ​ສືບ​ທອດ​ຈາກ​ລຸ້ນພໍ່​ລຸ້ນອ້າຍ, ດັ່ງ​ນັ້ນ​ເຮົາ​ຕ້ອງ​ຮັກສາ​ອາຊີບ​ທີ່​ເປັນ​ມູນ​ເຊື້ອ​ໄວ້. ພໍ່​ເຮົາ​ເວົ້າ​ວ່າ ບໍ່​ໃຫ້​ອາຊີບ​ນີ້​ສູນ​ຫາຍໄປ. ປະຈຸ​ບັນ​ເຮັດ​ອາຊີບ​ນີ້​ລຳບາກ​ຫຼາຍ, ​ແຕ່​​ເຮົາ​ຍັງ​ນິຍົມ​ເຮັດ​ຢູ່, ດັ່ງ​ນັ້ນ​ຈຶ່ງ​ພະຍາຍາມ​ປ່ຽນ​ໃໝ່​ເພື່ອ​​ເຮັດ​ໃຫ້​ຜະລິດ​ຕະພັນ​ຂອງ​ຕົນ​ນັບ​ມື້​ນັບ​ດີກ​ວ່າ”.

    ປະຈຸ​ບັນ, ຢູ່​ໝູ່​ບ້ານ​ອາຊີບ ລື​​ເກິມ, ​ເຖິງ​ວ່າບໍ່​ມີ​ກ່ຳ​ປັ່ນ​ເຂົ້າ​ມາ​ຂົນ​ສົ່ງເຄື່ອງ​ປັ້ນດິນ​ເຜົາ​ໄປ​ທົ່ວ​ທຸກ​ແຫ່ງ​ຢ່າງ​ຄຶກ​ໂຄມ​ຄື​ໃນ​ເມື່ອ​ກ່ອນ​ອີກ, ​ແຕ່​ເມື່ອ​ມາ​ຢ້ຽມຢາມ​ໝູ່​ບ້ານ ລື​​ເກິມ, ນັກ​ທ່ອງ​ທ່ຽວ​ຍັງ​ຄົງ​ພົບເຫັນດິນ​ເຜົາ​ສີ​ແດງ​ຢູ່​ທົ່ວ​ທຸກ​ແຫ່ງ, ​ບັນດາ​ຜະລິດ​ຕະພັນ​ຂອງ​ໝູ່​ບ້ານ​ອາຊີບ ລື​ກຳ ຍັງ​ຄົງ​ປະກົດ​ຢູ່​ໃນ​ແຕ່​ລະ​ຄອບຄົວ ​ແລະ​ໂຮງ​ແຮມ​ຕ່າງໆ. ບໍລິສັດ​ທ່ອງ​ທ່ຽວ Vinatour ​ໄດ້​ຈັດ​ໝູ່​ບ້ານນີ້​ເຂົ້າ​ໃນ​ລາຍການ​ທ່ອງ​ທ່ຽວ​ລຽບ​ຕາມ​ແມ່​ນ້ຳ ກ້າຍ. ການ​ຢ້ຽມຢາມ​ໝູ່​ບ້ານ​ອາຊີບ​ຫັດຖະກຳ​ທີ່​ເປັນ​ມູນ​ເຊື້ອ ລື​​ເກິມ ​ໄດ້​ສ້າງ​ຄວາມ​ປະ​ທັບ​ໃຈ​ໃຫ້​ແກ່​ນັກ​ທ່ອງ​ທ່ຽວ​ຕ່າງປະ​ເທດ.. ຍ້ອນ​ບັນດາ​ຜະລິດ​ຕະພັນ​ທັງ​ແປກ​ປະຫຼາດ, ທັງ​ງາມ ​ແລະ​ ພິ​ເສດ​ແມ່ນ​ຜະລິດ​ຕະພັນ​ທີ່​ກ່ຽວພັນເຖິງ​ວັດທະນະທຳການ​ກິນ​ດື່ມ​ຂອງ​ຊາວ​ຫວຽດນາມ. ປະຈຸ​ບັນ, ບັນດາ​ນັກວິທະຍາສາດ, ນັກ​ວັດທະນະທຳ​ພວມ​ສືບ​ຕໍ່​ຄົ້ນ​ຄ້ວາ​ກ່ຽວ​ກັບ​ໝູ່​ບ້ານ ລື​​ເກິມ ​ຢູ່, ​ເພາະວ່າ​ຜ່ານ​ນັ້ນ​ເຂົາ​ເຈົ້າ​ສາມາດ​ເຫັນ​ໄດ້​ຄຸນ​ຄ່າ​ດ້ານ​ປະຫວັດສາດ, ວັດທະນະທຳ​ຂອງບ້ານ​ນາ​ແຫ່ງ​ໜຶ່ງ ດ້ວຍ​ອາຊີບ​ທີ່​ມີ​ມາ​ແຕ່​ບູຮານນະ​ການ, ຮູບ​ພາບ​ທີ່​ມີ​ຊີວິດ​ຊີວາ​ໃນ​ເມື່ອ​ກ່ອນ ​ແລະ ທຶນຮອນ​ດ້ານ​ວັດທະນະທຳ​ອັນ​ລ້ຳ​ຄ່າ​ໃນ​ຊີວິດ​ຍຸກ​ທັນ​ສະ​ໄໝ.

                                                                                                                          ​ໂຕ​ຕ໋ວານ

 

ຕອບກັບ

ຂ່າວ/ບົດ​ອື່ນ