ໝູ່ບ້ານຜະລິດເຄື່ອງເຄືອບດິນເຜົາຈູເດົ້າ

(vovworld)-ຢູ່​ຫວຽດນາມ, ​ເມື່ອ​ເວົ້າ​ເຖິງໝູ່​ບ້ານ​ຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາ​, ​ເຂົາ​ເຈົ້າ​ເຄີຍ​ເຕື້ອງ​ເຖິງ​ໝູ່​ບ້ານ​ບາດ​ຈ່າງ​ (ຮ່າ​ໂນ້ຍ). ​ແຕ່​​ໃນ​ຊຸມ​ປີ 80 ຂອງ​ສະຕະວັດ​ກ່ອນ, ​ເຂົາ​ເຈົ້າ​ຍັງ​ຮູ້ຈັກ​ຕື່ມ​ອີກເຖິງໝູ່​ບ້ານ​ຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາ​ທີ່​ມີ​ມາ​ແຕ່​ບູຮານ ​ແລະ ​ເຄີຍ​ມີ​ຊື່​ສຽງ​ຢູ່ໃນ​ໂລກ, ນັ້ນ​ແມ່ນໝູ່​ບ້ານ​ ຈູ​ເດົ້າ, ຢູ່​ເມືອງ​ນາມ​ແຊກ, ​ແຂວງ​ຫາຍ​ເຢືອງ. ປະຈຸ​ບັນ, ອາຊີບຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາ​ພວມ​ໄດ້​ຮັບ​ການ​ຟື້ນ​ຟູຄືນ​ໃໝ່, ກາຍ​ເປັນ​ໝູ່​ບ້ານຜະລິດ​​ສິນຄ້າ​ສົ່ງ​ອອກ​ທີ່​ມີ​ມູນ​ຄ່າ ​ແລະ ສ້າງ​ຄວາມ​ສາມາດ​ບົ່ມ​ຊ້ອນ​ໃນ​ການ​ພັດທະນາ​ການທ່ອງທ່ຽວ​ໝູ່​ບ້ານ​ອາຊີບ​ໃຫ້​​ແກ່ທ້ອງ​ຖີ່​ນ.

ໝູ່ບ້ານຜະລິດເຄື່ອງເຄືອບດິນເຜົາຈູເດົ້າ - ảnh 1
(ພາບອິນເຕີແນດ)

ໃນ​ປະຫວັດສາດ, ຈູ​ເດົ້າ ​ແມ່ນ​ເຂດ​ບ້ານ​ນາ​ທີ່​ສັນຕິ​ສຸກ ​ເຊິ່ງຕັ້ງຢູ່​ຝັ່ງຊ້າຍ​ແມ່​ນ້ຳທ້າຍ​ບິ່ງ, ດິນ​ສັນ​ດອນ​ຢູ່​ທີ່​ນີ້​ອຸດົມສົມ​​ບູນ, ດັ່ງ​ນັ້ນ​ອາຊີບ​ກະ​ສີກຳ​ຈຶ່ງ​ພັດທະນາ​ທີ່​ສຸດ. ຕາມ​ພົງສາວະດານ​ແລ້ວ, ”ຈູ​ເດົ້າ” ມີ​ຄວາມໝາຍ​​ວ່າ ”ທ່າ​ເຮືອ”, ດັ່ງ​ນັ້ນຈູ​ເດົ້າ ​ເຄີຍ​ແມ່ນ​ແຫ່ງ​ທີ່​ມີ​ກ່ຳ​ປັ່ນ, ​ເຮືອ​​ແພ​ໄປ​ມາ​ຄ້າຂາຍ​ຢ່າງ​ຄຶກ​ໂຄມ​ໜາ​ແໜ້ນ, ຊີວິດ​ຂອງ​ຊາວຈູ​ເດົ້າ ​ກໍ່​ສົມບູນ​ພູນ​ສຸກ​ພໍ​ສົມຄວນ. ຈົນ​ຮອດ​ເດືອນ 4 ປີ 1986, ຢູ່​ໝູ່​ບ້ານ​ຈູ​ເດົ້າ, ບັນດາ​ນັກ​ຄົ້ນ​ຄ້ວາ​ໄດ້​ຊອກ​ເຫັນບັນດາ​ວັດຖຸ​ພັນ, ​ເຕົາ​ເຜົາ​ເຄື່ອງ​ເຄືອບ​​ບູຮານ, ​ທີ່​ສະ​ແດງໃຫ້​ເຫັນ​ວ່າ​ ນີ້​ແມ່ນ​ແຫ່ງ​ຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາ​ທີ່​ບັນລຸ​ມາດຕະຖານ​ສູງ. ​ການຄົ້ນ​ພົບອາຊີບ​ຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາ​ບູຮານ​ຢູ່ຈູ​ເດົ້າ ບໍ່​ພຽງ​ແຕ່​ເຮັດ​ໃຫ້​ວົງ​ການ​ນັກວິຊາການ​ຮູ້ສຶກ​ແປກ​ປະຫຼາດ​ໃຈ​ເທົ່າ​ນັ້ນ, ຫາກ​ຍັງ​ຊ່ວຍ​ໃຫ້​ປະຊາຊົນ​ທ້ອງ​ຖີ່​ນຊອກ​ຮູ້​ອະດີດຕະການ​ທີ່​​ຮຸ່ງ​ເຮືອງ​ເຫຼືອງ​ເຫຼື້ອມ​ຂອງ​ບັນພະບຸລຸດ​ໃນ​ໝູ່​ບ້ານ​ຂອງ​ຕົນ​ອີກ​ດ້ວຍ. ທ່ານ​ຫງວຽນ​ມິນ​ຕື່, ຜູ້​ມີອາຍຸ​ສູງ​ໃນ​ໝູ່​ບ້ານ​ຈູ​ເດົ້າ, ​ເລົ່າ​ສູ່​ຟັງ​ວ່າ:

”ນັບ​ແຕ່​ກ່ອນ​ມາ​ນີ້​ຂ້າພະ​ເຈົ້າ​ບໍ່​ຮູ້​ຈັກ​ໄດ້ວ່າ​ ໃນ​ໝູ່​ບ້ານ​ມີ​ເຕົາ​ເຜົາ​ເຄື່ອງ​ເຄືອບ​ດິນ​ເຜົາ. ພຽງ​ແຕ່​ເຫັນ​ດິນ​​ເຜົາບາງ​ປ່ຽງ​ໃນ​ສວນ​ຄອບຄົວ​ເທົ່າ​ນັ້ນ, ​ແຕ່​ເມື່ອ​ພະນັກງານ​ວັດທະນະທຳ, ຫໍພິພິດທະພັນ​ແຂວງ​ຫາຍ​ເຢືອງ ມາ​ຂຸດ​ຄົ້ນ.. ຂ້າພະ​ເຈົ້າ​ຈຶ່ງ​ຮູ້​​ໄດ້ວ່າ​ນັ້ນ​ແມ່ນ​​ປ່ຽງເຄື່ອງ​ເຄືອ​ບ, ​ເຊິ່ງ​ແມ່ນ​ຊັບ​ສົມບັດ​ອັນ​ລ້ຳ​ຄ່າ​ຂອງ​ຊາດ. ສິ່ງ​ດັ່ງກ່າວ​ໄດ້​​ເຮັດໃຫ້​ຂ້າພະ​ເຈົ້າ​ແລະ​ປະຊາຊົນ​ໃນ​ໝູ່​ບ້ານ​ພາກພູມ​ໃຈ​ທີ່​ສຸດ”.

ໝູ່ບ້ານຜະລິດເຄື່ອງເຄືອບດິນເຜົາຈູເດົ້າ - ảnh 2

(ພາບອິນເຕີແນດ)

ພາຍຫຼັງ​ຄົ້ນ​ພົບ​ເຄື່ອງ​ເຄືອບດິນ​ເຜົາ​ຢູ່​ຈູ​ເດົ້າ ​ແລ້ວ, ​ເຂົາ​ເຈົ້າ​ຍັງ​ຊອກ​ເຫັນ​ກ່ຳ​ປັ່ນຈົມ​ນ້ຳ 2 ລຳ​​ຢູ່​ເຂດ​ທະ​ເລ Pandanan (ຟີ​ລິບ​ປິນ) ​ແລະ ກູ່​ລາວ​ຈ່າມ (ຫວຽດນາມ) ​​ເມື່ອ​ປີ 1993, 1997. ດ້ວຍ​ເຄື່ອງ​ເຄືອບ​ດິນ​ເຜົາ​ຈູ​ເດົ້າ 340.000 ອັນ​, ສິ່ງ​ດັ່ງກ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ, ນັບ​ແຕ່​ກີ້​ແຕ່​ກ່ອນ, ​ເຄື່ອງ​ເຄືອບ​ດິນ​ເຜົາ​ຈູ​ເດົ້າ​ ໄດ້​ຖືກ​ສົ່ງ​​ໄປ​ຂາຍ​ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ. ຜ່ານໝາກຜົນ​ແຫ່ງ​ການ​ຄົ້ນ​ຄ້ວາ​ສາມາດຢັ້ງຢືນ​​ໄດ້ວ່າ, ອາຊີບ​ຜະລິດເຄື່ອງ​ເຄືອບ​ດິນ​ເຜົາ​ຈູ​ເດົ້າ​ ໄດ້ຮັບ​ການ​ພັດທະນາທີ່​ສຸດ​ນັບແຕ່​ສະຕະວັດ​ທີ 14 ​ເຖິງ​ສະຕະວັດ​ທີ 17. ປະຈຸ​ບັນ, ​ໃນ​ຫໍພິພິດທະພັນ 46 ​ແຫ່ງ​ຢູ່​​ໂລກ​ພວມ​ວາງສະ​ແດງ​ບັນດາ​ວັດຖຸ​ພັນ​​ເຄື່ອງ​ເຄືອບຈູ​ເດົ້າ. ​ໃນ​ນັ້ນ​ມີ​ວັດຖຸ​ພັນບາງ​ຢ່າງ​​ມີ​ມູນ​ຄ່າ​ເຖິງ 1 ລ້ານ​ໂດ​ລາ​ສະຫະລັດ. ຈາກບັນດາ​ໝາກຜົນ​ທີ່​ເກັບ​ກຳມາ​ໄດ້​ຜ່ານ​ການ​ຂຸດ​ຄົ້ນ​ຄັ້ງ​ຕ່າງໆ​ກໍ່​ສາມາດກຳນົດ​ໄດ້​ວ່າ, ຈູ​ເດົ້າ ​ເຄີຍ​ແມ່ນ​​ແຫ່ງ​ຜະລິດ​ສະ​ເພາະ​ເຄື່ອງ​ເຄືອບ​ດິນ​ເຜົາ​ທີ່​ບັນລຸມາດຕະຖານ​ສູງ. ຕາມ​ບັນດາ​ນັກວິທະຍາສາດ​ແລ້ວ, ​ເມື່ອ​ສົງຄາມ ​​ເຈິ​ງ -​ເມືອ ​ເກີດ​ຂຶ້ນ ​ໃນ​ທ້າຍ​ສະຕະວັດ​ທີ 17, ໝູ່​ບ້ານ​ຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາຈູ​ເດົ້າ ​ໄດ້​ຖືກ​ທຳລາຍ. ຜ່ານ​​ໄລຍະ​ເວລານັບ​ຮ້ອຍ​ປີ​, ຄິດ​ວ່າອາຊີບຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາຈູ​ເດົ້າ ​ກໍ່ຖືກສູນຫາຍ​ໄປນຳ. ​ແຕ່​ຕົ້ນ​ປີ 2000, ທ່ານ ຫງວຽນ​ຮື້​ວທັ໋ງ, ຜູ້ອຳນວຍການ​ບໍລິສັດ​ຜະລິດ, ບໍລິການ ​ແລະ ຂາ​ເຂົ້າຂາ​ອອກ ນາມຮ່າ​ໂນ້ຍ (Hapro), ຜູ້​ທີ່​ມີບ້ານ​ເກີດ​ເມືອງ​ນອນ​ຢູ່ນາມ​ແຊກ ​ໄດ້​ມີ​ແນວ​ຄວາ​ມ​ຄິດ​ຟື້ນຟູ​ເຄື່ອງໝາຍ​ການ​ຄ້າ​ໃຫ້​ແກ່​ເຄື່ອງ​ເຄືອບ​ດິນ​ເຜົາ​ທີ່​ມີ​ຊື່​ສຽງ​ຂອງ​ໝູ່​ບ້ານ​ຈູ​ເດົ້າ ຄືນ​ໃໝ່, ​ແລະສົມທົບ​ກັບ​ການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ​ໝູ່​ບ້ານ​ອາຊີບ. ທ່ານ ຫງວຽນ​ວັນ​ລື​ວ, ຜູ້​ທີ່​ໄດ້​ຮັບ​ໜ້າ​ທີ່​ຟື້ນ​ຟູ​ອາຊີບຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາຈູ​ເດົ້າ, ​ເລົ່າ​ສູ່​ຟັງ​ວ່າ:

”​ເມື່ອ​ຮູ້​ວ່າ, ຢູ່​ນາມ​ແຊກ, ຫາຍ​ເຢືອງ ມີ​ໝູ່​ບ້ານ​ຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາທີ່​ມີ​ມາ​ນັບ​ແຕ່​ບູຮານ, ​ແລະ ​ໄດ້​ຮັບ​ການ​ຕີ​ລາຄາ​ສູງ​ຈາກ​ສາກົນ. ພາຍຫຼັງ​ຄົ້ນ​ຄ້ວາ, ສຳ​ຫຼວດ, ພວກ​ຂ້າພະ​ເຈົ້າ​ໄດ້​ກຳນົດ​ວ່ານີ້​ແມ່ນ​ກາລະ​ໂອກາດ​ເພື່ອ​ຟື້ນ​ຟູ​ອາຊີບຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາຈູ​ເດົ້າ ​​ຄືນ​ໃໝ່. ຜ່ານ​​ໄລຍະແຫ່ງ​ການປະຕິບັດ​ວຽກງານ​ສົ່ງ​ອອກ, ພວກ​ຂ້າພະ​ເຈົ້າ​ກໍ່​ຮູ້ຈັກ​ກັນ​ດີໝູ່​ບ້ານ​ອາຊີບ​ຫຼາຍ​ແຫ່ງ​ຢູ່​ຫວຽດນາມ ​ແລະ​ ເຫັນ​ວ່າ​ອາຊີບຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາຈູ​ເດົ້າ ​ແມ່ນ​ສາມາດ​ຟື້ນ​ຟູ​​ໄດ້, ນີ້ບໍ່​ພຽງ​ແຕ່​​ແມ່ນ​ການຮັກສາ​ເຄື່ອງໝາຍ​ການ​ຄ້າ​ເຄື່ອງ​ເຄືອບ​ດິນ​ເຜົາ​ທີ່​ມີ​ຊື່​ສຽງ​ໄວ້​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ໂອກາດ​​ເພື່ອສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​​ແກ່ຄົນ​ງານ​ໃນ​ໝູ່​ບ້ານ​ອາຊີບ​ອີກ​ດ້ວຍ.​

ໝູ່ບ້ານຜະລິດເຄື່ອງເຄືອບດິນເຜົາຈູເດົ້າ - ảnh 3

​ເຄື່ອງ​ເຄືອບດິນ​ເຜົາ​​ຈູ​ເດົ້າໃນກ່ຳ​ປັ່ນຖືກຈົມ​ນ້ຳຢູ່ກູ່​ລາວ​ຈ່າມ ( ຫວຽດນາມ )
(ພາບອິນເຕີແນດ)
   ເດືອນ 10/2001, ​ໂຮງ​ງານຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາຈູ​ເດົ້າ ​ ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ​ແລະ ທຳ​ການ​ເຄື່ອນ​ໄຫວ. ມີ​ນາຍ​ຊ່າງ​ສີມື​ດີ 20 ກວ່າ​ຄົນ​ທີ່​ມາ​ຈາກ​ຮ່າ​ໂນ້ຍ, ບິ່ງ​ເຢືອງ, ບຽນ​ຮ່ວາ, ຫາຍ​ເຢືອງ... ​ໄດ້​ຮ່ວມ​ມື​ກັນ​ຄົ້ນ​ຄົ້ວ, ຟື້ນ​ຟູ​ຈຸດ​ທີ່​ເປັນ​ເອກະລັກ​ສະ​ເພາະ​ຂອງ​ໝູ່​ບ້ານ​ຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາຈູ​ເດົ້າ, ພ້ອມ​ທັງ​ອອກ​ແບບ​ຜະລິດ​ຕະພັນ​ໃໝ່​ເພື່ອ​ນຳ​ໄປ​ຂາຍ​ຢູ່​ທ້ອງຕະຫຼາດ. ນັບ​ແຕ່​ເດືອນ 5/2003, ​ໂຮງງານຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາຈູ​ເດົ້າ ​​ເລີ່ມສົ່ງ​ອອກສິນຄ້າ​ໄປ​ຍັງ​ຕະຫຼາດ​ແອດ​ສະ​ປາຍ. ນັບ​ແຕ່​ນັ້ນ​ມາ​ຮອດ​ປະຈຸ​ບັນ, ​ໂຮງງານ​ໄດ້​ສົ່ງ​ອອກ​ຜະລິດ​ຕະພັນ​ຂອງ​ຕົນ​ໄປ​ຫຼາຍ​ປະ​ເທດ​ຢູ່​ໃນ​ໂລກ. ພາຍຫຼັງ​ຖືກ​ສູນຫາຍ​ໄປ​ເປັນ​ເວລາ 3 ສະຕະວັດ, ອາຊີບ ຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາຈູ​ເດົ້າ ​​ໄດ້​ຮັບ​ການ​ຟື້ນຕົວ​ຄືນ​ໃໝ່. ບໍ່​ພຽງ​ແຕ່​​ພັດທະນາ​ດ້ານ​ການ​ຄ້າ​ເທົ່າ​ນັ້ນ, ທາງ​ແຂວງ​ຫາຍ​ເຢືອງ ຍັງ​ລົງທຶນ​ເພື່ອ​ໃຫ້​ຈູ​ເດົ້າ ພັດທະນາ​ການທ່ອງທ່ຽວ​ໝູ່​ບ້ານ​ອາຊີບ​ອີກ​ດ້ວຍ. ທາງ​ເຂົ້າ​ໝູ່​ບ້ານ​ໄດ້​ຮັບ​ການບຸລະນະ, ​ຍົກ​ລະດັບ​ຢ່າງ​ກວ້າງຂວາງ. ບັນດາ​ເຕົາ​ເຜົາ​ເຄື່ອງ​ເຄືອບ​ດິນ​ເຜົາບູຮານ, ຫໍພິພິດທະພັນ​ເຄື່ອງ​ເດືອ​ບດິນ​ເຜົາ​ຈູ​ເດົ້າ, ​ເຊິ່ງ​ແມ່ນ​ແຫ່ງ​ຮັກສາ​ເຄື່ອງ​ເຄືອບ​ດິນ​ເຜົາ​ທີ່​ຊອກ​ເຫັນ​ໄດ້​ຜ່ານ​ການ​ຂຸດ​ຄົ້ນ​ຫຼາຍ​ຄັ້ງ​ກໍ່ໄດ້​ຮັບ​ການ​ບຸລະນະ​ສ້ອມ​ແປງ​ຢ່າງ​ຮຽບຮ້ອຍ​ເພື່ອ​ຕ້ອນຮັບ​ແຂກ​ມາ​ທ່ອງ​ທ່ຽວ. ພ້ອມ​ກັບ​ການ​ຂະຫຍາຍ​ອາຊີບຜະລິດ​ເຄື່ອງ​ເຄືອບ​ດິນ​ເຜົາທີ່​ເປັນ​ມູນ​ເຊື້ອ, ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ໃນ​ໝູ່​ບ້ານ​ຈູ​ເດົ້າ​ກໍ່ໄດ້​ຮັບ​ການ​ປັບປຸງ​​ໃຫ້​ດີ​ຂຶ້ນເທື່ອ​ລະ​ກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ