ໝູ່​ບ້ານ​ຫັດ​ຖະ​ກຳ​ຈັກ​ສານ​ເຄື່ອງມື​ຫາ​ປາ​ທີ່​ເປັນ​ມູນ​ເຊື້ອ ຮຶງ​ຮອັກ ຢູ່ ກວ໋າງ​ນິງ

(VOVWORLD) -ເຄີຍມີຊ່ວງເວລາໜຶ່ງ, ບັນດາອຸປະກອນຫາປາຄື ເຮືອ, ສຸ່ມ, ໄຊ, ກະດຸ້ງ... ຂອງໝູ່ບ້ານຫັດຖະກຳຈັກສານເຄື່ອງມືຫາປາ ຮຶງຮອັກ ຢູ່ຕາແສງ ນາມຮວ່າ, ເທດສະບານເມືອງກວ໋າງອຽນ, ແຂວງກວ໋າງນິງ ຫວຽດນາມ ມີຊາວປະມົງຢູ່ຫຼາຍທ້ອງຖິ່ນມາຊອກຊື້ເປັນຈຳນວນຫຼາຍ ຈົນເຮັດບໍ່ທັນ. ປັດຈຸບັນ, ອາຊີບຈັກສານເຄື່່ອງມືຫາປາ ພວມຢືນຢູ່ຕໍ່ໜ້າຄວາມສ່ຽງຖືກສູນຫາຍໄປ ແຕ່ບັນດາຄອບຄົວຢູ່ ຮຶງຮອັກ ພວມມານະພະຍາຍາມຮັກສາອາຊີບທີ່ເປັນມູນເຊື້ອນີ້ໄວ້. 

 

        ເມື່ອມາຢ້ຽມຢາມ ໝູ່ບ້ານ ຮຶງຮອັກ ໃນເດືອນກໍລະກົດ ກໍ່ແມ່ນໄລຍະທີ່ປະຊາຊົນໃນໝູ່ບ້ານຕາກເຮືອທີ່ເຮັດດ້ວຍໄມ້ໄຜ່. ເຮືອທີ່ຂວໍ້າຕາກແດດຢູ່ນັ້ນ ປະຊາຊົນໄດ້ເອົາຢາງໝາກຕອຍມາທາໃສ່ເພື່ອໃຫ້ມັນມີສີດໍາເຫຼື້ອມ ແລະ ເຄື່ອງມືຫາປາປະເພດຕ່າງໆ ກໍ່ໄດ້ສ້າງຄວາມປະທັບໃຈໃຫ້ແກ່ຜູ້ມາຢ້ຽມຢາມຄັ້ງທໍາອິດ.  

        ໝູ່ບ້ານຈັກສານເຄື່ອງມືຫາປາ ຮຶງຮອັກ ມີຊື່ສຽງມານັບຮ້ອຍປີແລ້ວ ດ້ວຍຜະລິດຕະພັນທີ່ເຮັດດ້ວຍໄມ້ໄຜ່, ໄມ້ເຮ້ຍ, ມີຄວາມທົນທານດີ, ງາມຕາ. ພາຍຫຼັງທີ່ໄປເອົາໄມ້ໄຜ່, ໄມ້ເຮ້ຍມາ ແລ້ວຜ່າເປັນເສັ້ນຍາວສາກ່ອນ, ຫຼັງຈາກນັ້ນແມ່ນຂຶ້ນກັບຜະລິດຕະພັນ ແລ້ວຈຶ່ງຕັດໃຫ້ເໝາະສົມ. ເອື້ອຍ ດັ້ງທິທໍ໊າ ໃຫ້ຮູ້ວ່າ  ຄອບຄົວເອື້ອຍເຮັດອາຊີບນີ້ມາໄດ້ 3 ເສັ່ນຄົນແລ້ວ. ເຖິງຢ່າງໃດກໍຕາມ, ເຮັດເຮືອໄມ້ໄຜ່ ແມ່ນຍາກ ແລະ ລໍາບາກທີ່ສຸດ ສ່ວນຄຸນນະພາບນັ້ນກໍ່ຂຶ້ນກັບດິນຟ້າອາກາດ.

        “ເພື່ອສາມາດເຮັດເຮືອລໍາໜຶ່ງ ໄດ້ແມ່ນຕ້ອງຜ່ານຫຼາຍຂັ້ນຕອນ ຄື ເລືອກໄມ້ໄຜ່, ເຫຼົາດີ້ວໄມ້ໄຜ່, ສານໃຫ້ເປັນແຜ່ນ ແລ້ວເຮັດເປັນຂອບເຮືອ, ຫຼັງຈາກນັ້ນຈຶ່ງມັດໃສ່ກັນ, ເອົາຢາງໝາກຕອຍທາໃສ່ ແລ້ວຕາກແດດໃຫ້ແຫ້ງດີ. ເມື່ອກ່ອນ ພໍ່ແມ່ປະຊາຊົນເຮັດນາ ກໍໃຊ້ເຮືອຊະນິດນີ້ໄປກ່ຽວເຂົ້າ, ແຕ່ມາໃນປັດຈຸບັນ ເສັ້ນທາງໄປມາສະດວກສະບາຍແລ້ວ, ເຮືອຊະນິດນີ້ຂາຍໃຫ້ແຕ່ສະເພາະຜູ້ໄປຫາປາຢູ່ຕາມແມ່ນໍ້າ ຫຼື ທະເລ ເທົ່ານັ້ນ”.

ໝູ່​ບ້ານ​ຫັດ​ຖະ​ກຳ​ຈັກ​ສານ​ເຄື່ອງມື​ຫາ​ປາ​ທີ່​ເປັນ​ມູນ​ເຊື້ອ ຮຶງ​ຮອັກ ຢູ່ ກວ໋າງ​ນິງ - ảnh 1 ໝູ່ບ້ານຈັກສານອຸປະກອນຫາປາ ຮຶງຮອັກ ມີຊື່ສຽງມານັບຮ້ອຍປີແລ້ວ 

        ອ້າຍ ຫວູວັນຮຸ່ງ ຜູກພັນກັບ ອາຊີບນີ້ມາໄດ້ເກືອບ 30 ປີ ແລ້ວ. ການເຮັດສຸ່ມ, ເຮັດກະດຸ້ງ... ເຖິງວ່າວັດຖຸດິບທີ່ເອົາມາເຮັດນັ້ນບໍ່ໝົດຫຼາຍ ແລະບໍ່ມີຄວາມລະອຽດປານໃດກໍຕາມ ແຕ່ກໍເສຍເວລາຫຼາຍ, ລາຄາກໍໄດ້ພຽງແຕ່ກວ່າ 10 ພັນດົ່ງຕໍ່ອັນ ສະນັ້ນ ກໍບໍ່ໄດ້ກໍາໄລພໍເທົ່າໃດ. ດ້ວຍຄວາມຕັດສິນໃຈຮັກສາອາຊີບໄວ້, ຜົວເມຍ ອ້າຍຮຸ່ງ ໄດ້ແບ່ງເວລາເຮັດເຮືອ ບວກກັບການໝູນໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດ, ເຕັກໂນໂລຢີ ເພື່ອແນໃສ່່ເພີ່ມຄວາມທົນທານຂອງຜະລິດຕະພັນ. ອ້າຍ ຮຸ່່ງແບ່ງປັນວ່າ ເຖິງວ່າລາຍຮັບບໍ່ຫຼາຍກໍຕາມ ແຕ່ກໍ່ພະຍາຍາມຮັກສາໄວ້ ເພາະວ່ານີ້ແມ່ນ ອາຊີບທີ່ເປັນມູນເຊື້ອຂອງຄອບຄົວ.

        “ເມື່ອກ່ອນນີ້ ອາຊີບນີ້ກໍມີຫຼາຍຄົນເຮັດ, ແຕ່ມາບັດນີ້, ໄວໜຸ່ມກໍໄປເຮັດວຽກຢູ່ໂຮງຈັກໂຮງງານໝົດແລ້ວ. ສ່ວນຫຼາຍແມ່ນເຫຼືອແຕ່ຜູ້ເຖົ້າຜູ້ແກ່ເຮັດເທົ່ານັ້ນ. ຍ້ອນເປັນອາຊີບທີ່ເປັນມູນເຊື້ອ ສະນັ້ນ ຄອບຄົວຈຶ່ງຮັກສາໄວ້. ເພື່ອຮັບປະກັນໃຫ້ມີລາຍຮັບນັ້ນ, ຂ້າພະເຈົ້າ ຍັງເຮັດເຮືອ, ເຮັດເຄື່ອງມືຫາປາປະເພດຕ່າງໆຂາຍ ສ່ວນເມຍກໍໄປເປັນກໍາມະກອນ”.

        ໂດຍມີຄວາມຜູກພັນກັບການດໍາລົງຊີວິດຂອງພໍ່ແມ່ປະຊາຊົນຢູ່ເຂດແມ່ນໍ້າ ແບັກດັ່ງ ແລະ ແຄມທະເລ ກວ໋າງນິງ ມານັບຮ້ອຍໆປີແລ້ວ ແຕ່ມາໃນປັດຈຸບັນ, ໝູ່ບ້ານເຮັດເຄື່ອງມືຫາປາ ຮຶງຮອັກ ພວມຢືນຢູ່ຕໍ່ໜ້າຄວາມສ່ຽງຖືກສູນຫາຍໄປ. ຈໍານວນຄອບຄົວ ແລະ ຊາວຜູ້ອອກແຮງງານທີ່ເຮັດອາຊີບດັ່ງກ່າວໄດ້ຫຼຸດລົງຢ່າງເຫັນໄດ້ຊັດ. ປີ 2011, ມີ 245 ຄອບຄົວເຂົ້າຮ່ວມການຜະລິດເຄື່ອງມືຫາປາ, ມາບັດນີ້ ຍັງເຫຼືອພຽງແຕ່ 65 ຄອບຄົວເທົ່ານັ້ນ. ກໍຄືກັນກັບໝູ່ບ້ານຫັດຖະກໍາທີ່ເປັນມູນເຊື້ອແຫ່ງອື່ນໆ, ຜະລິດຕະພັນຂອງໝູ່ບ້ານ ຮຶງຮອັກ ພວມເສຍຈຸດຢືນໃນທ້ອງຕະຫຼາດໄປເທື່ອລະໜ້ອຍ ຍ້ອນວ່າບັນດາຜະລິດຕະພັນໄດ້ຜະລິດແບບອຸດສາຫະກໍາ.

ໝູ່​ບ້ານ​ຫັດ​ຖະ​ກຳ​ຈັກ​ສານ​ເຄື່ອງມື​ຫາ​ປາ​ທີ່​ເປັນ​ມູນ​ເຊື້ອ ຮຶງ​ຮອັກ ຢູ່ ກວ໋າງ​ນິງ - ảnh 2 ແຂກທ່ອງທ່ຽວສໍາຜັດກັບການເຮັດເຄື່ອງມືຫາປາຢູ່ໝູ່ບ້ານ 

        ເພື່ອແກ້ໄຂຄວາມຫຍຸ້ງຍາກດັ່ງກ່າວດ້ວຍຕົນເອງ, ເປີດທິດທາງພັດທະນາໃໝ່ໃຫ້ແກ່ໝູ່ບ້ານ, ມີນາຍຊ່າງຈໍານວນໜຶ່ງໄດ້ປະດິດສ້າງບັນດາຜະລິດຕະພັນທີ່ລະນຶກ, ມີຮູບຊົງງາມຕາ, ມີລັກສະນະເປັນເອກະລັກສະເພາະຂອງໝູ່ບ້ານ ເພື່ອຮັບໃຊ້ແຂກທ່ອງທ່ຽວ. ຕາມທ່ານ ເລມິນເກື່ອງ, ຮອງຫົວໜ້າຫ້ອງການຖະແຫຼງຂ່າວ - ວັດທະນະທໍາເທດສະບານເມືອງ ກວ໋າງອຽນ ແລ້ວ, ການອະນຸລັກຮັກສາບັນດາຄຸນຄ່າຂອງໝູ່ບ້ານຫັດຖະກໍາທີ່ເປັນມູນເຊື້ອ ຮຶງຮອັກ, ກໍໄດ້ເອົາເຂົ້າໃນແຜນຮ່າງອະນຸລັກຮັກສາ ແລະ ພັດທະນາໝູ່ບ້ານຫັດຖະກໍາທີ່ເປັນມູນເຊື້ອ ໄລຍະ 2021 – 2025 ຂອງເທດສະບານເມືອງແລ້ວ. 

        “ພວກຂ້າພະເຈົ້າ ກໍໄດ້ປະເມີນຜົນ ແລະ ນໍາບັນດາຜະລິດຕະພັນໝູ່ບ້ານໃຫ້ກາຍເປັນຂອງຂວັນທີ່ລະນຶກ ແລ້ວເອົາໄປຂາຍໃຫ້ແຂກທ່ອງທ່ຽວ ແລະ ກໍໄດ້ຕິດເຄື່ອງໝາຍຜະລິດຕະພັນ OCOP ຂອງທ້ອງຖິ່ນ. ພ້ອມກັນນັ້ນ, ພວກຂ້າພະເຈົ້າ ກໍ່ໄດ້ສ້າງແຜນຮ່າງພັດທະນາຜະລິດຕະພັນຂອງໝູ່ບ້ານ ໃນນັ້ນ ໄດ້ເອົາໃຈໃສ່ເປັນພິເສດເຖິງບັນດາຜະລິດຕະພັນຮັບໃຊ້ແຂກທ່ອງທ່ຽວ, ສ້ອມແປງ ແລະ ປະດັບປະດາໝູ່ບ້ານຄືນໃໝ່ ເພື່ອໃຫ້ແຂກທ່ອງທ່ຽວມາຢ້ຽມຊົມ. ຈາກນັ້ນ, ສ້າງຄວາມດຶງດູດ ແລະ ເຊື້ອເຊີນບັນດາວິສາຫະກິດເຂົ້າມາລົງທຶນພັດທະນາບັນດາຜະລິດຕະພັນໃໝ່ ໂດຍອີງໃສ່ສີມືອັນຄ່ອງແຄວ້ຂອງນາຍຊ່າງຢູ່ບ້ານນີ້”.

        ການອະນຸລັກຮັກສາບັນດາຄຸນຄ່າຂອງໝູ່ບ້ານຈັກສານເຄື່ອງມືຫາປາ ຮຶງຮອັກ ບໍ່ພຽງແຕ່ແມ່ນຄວາມຮັບຜິດຊອບຂອງພໍ່ແມ່ປະຊາຊົນໃນໝູ່ບ້ານເທົ່ານັ້ນ ຫາກຍັງແມ່ນຄວາມຮັບຜິດຊອບຂອງອໍານາດການປົກຄອງທຸກຂັ້ນ ແລະ ທ້ອງຖິ່ນອີກດ້ວຍ. ໄປຄຽງຄູ່ກັບບັນດາມາດຕະການ, ການກໍານົດທິດພັດທະນາຂອງທ້ອງຖິ່ນແລ້ວ, ນາຍຊ່າງລຸ້ນຕ່າງໆຂອງໝູ່ບ້ານ ພວມມານະພະຍາຍາມໃນແຕ່ລະວັນ, ຖ່າຍທອດປະສົບການ, ທັກສະ ແລະ ປ່ຽນໃໝ່ແບບວິທີການຜະລິດ ເພື່ອໃຫ້ບັນດາຄຸນຄ່າອັນດີງາມ ເຊິ່ງລຸ້ນພໍ່ລຸ້ນອ້າຍປະໄວ້ໃຫ້ ໃຫ້ມີຄວາມຍືນຍົງຄົງຕົວໄປກັບການເວລາ./.

ຕອບກັບ

ຂ່າວ/ບົດ​ອື່ນ