ໝູ່ບ້ານຫວູດ້າຍ ມີຄວາມເອກອ້າງທະນົງໃຈແມ່ນບ້ານເກີດເມືອງນອນຂອງນັກປະພັນວັນນະຄະດີ ນາມກາວ

(VOVWORLD) -ໝູ່ບ້ານ ຫວູດ້າຍ (ຫລືເອີ້ນວ່າໝູ່ບ້ານ ດ້າຍຮ່ວາງ), ຢູ່ ຕາແສງ ຮ່ວາເຫົ້າ ເມືອງ ລີເຍີນ ຂແຂວງ ຮ່ານາມ ຫ່າງໄກຈາກນະຄອນຫລວງຮ່າໂນ້ຍໄປທາງທິດໃຕ້ ເກືອບ 100 ກິໂລແມັດ. ຢູ່ທີ່ນີ້ ບໍ່ພຽງແຕ່ພົ້ນເດັ່ນດ້ວຍບັນດາຜະລິດຕະພັນພິເສດຄື: ປາຕົ້ມເຄັມ, ກວ້ຍຫອມ  ມີອາຊີບຕ່ຳແຜ່ນແພພື້ນເມືອງ ເທົ່ານັ້ນ ຫາກຍັງເປັນທີ່ຮູ້ຈັກກັນດີແມ່ນບ້ານເກີດເມືອງນອນຂອງນັກປະພັນວັນນະຄະດີ, ນັກຮົບເສຍສະຫລະຊີວິດເພື່ອຊາດ ນາມກາວອີກດ້ວຍ. ບົດຂຽນຂອງນັກຂ່າວ ງອກແອງ ທີ່ມີຫົວຂໍ້ວ່າ: ໝູ່ບ້ານຫວູດ້າຍ ມີຄວາມເອກອ້າງທະນົງໃຈແມ່ນບ້ານເກີດເມືອງນອນຂອງນັກປະພັນວັນນະຄະດີ ນາມກາວ.

ໝູ່ບ້ານຫວູດ້າຍ ມີຄວາມເອກອ້າງທະນົງໃຈແມ່ນບ້ານເກີດເມືອງນອນຂອງນັກປະພັນວັນນະຄະດີ ນາມກາວ - ảnh 1 ເຮືອນບູຮານ ຢູ່ ໝູ່ບ້ານ ຫວູດ້າຍ

ພາບ:ອິນເຕີແນັດ

ໝູ່ບ້ານ ຫວູດ້າຍ ແມ່ນສະຖານທີ່ມີຊື່ສຽງຕິດພັນກັບເລື່ອງສັ້ນ “ຈີແຟ່ວ” ຂອງນັກປະພັນວັນນະຄະດີ ນາມກາວ. ໝູ່ບ້ານແຫ່ງນີ້ ຍັງໄດ້ແນະນຳຜ່ານຮູບເງົາຂອງຫວຽດນາມ. ຮູບເງົາເລື່ອງ “ໝູ່ບ້ານຫວູດ້າຍຄາວນັ້ນ” ແມ່ນຜະລິດຕະພັນຮູບເງົາຂອງພື້ນຖານຮູບເງົາ ຫວຽດນາມ ໃນສະຕະວັດທີ XX. ຮູບເງົາເລື່ອງນີ້ໄດ້ຮັບການຜະລິດເມື່ອປີ 1982 ໂດຍຜູ້ກຳກັບການສະແດງ, ນັກສິລະປິນປະຊາຊົນ ຟ້າມວັນຄວາ ປະຕິບັດ. ພ້ອມກັບຮູບເງົາ ເລື່ອງ “ເອື້ອຍເຢົ້າ” ຜະລິດເມື່ອປີ 1980 ໂດຍຜູ້ກຳກັບການສະແດງ ນັກສິລະປິນປະຊາຊົນ ຟ້າມວັນຄວາມປະຕິບັດ, ຮູບເງົາເລື່ອງ “ໝູ່ບ້ານ ຫວູດ້າຍໃນຄາວນັ້ນ” ໄດ້ຮັບການຕີລາຄາວ່າ ແມ່ນ 2 ໃນຈຳນວນຫນ້ອຍຜະລິດຕະພັນຮູບເງົາ ບັນລຸໄດ້ຜົນສຳເລັດໃຫຍ່ກ່ຽວກັບຫລາຍດ້ານເມື່ອສອ່ງແສງເຖິງການດຳລົງຊີວິດຢູ່ເຂດຊົນນະບົດກໍ່ຄືປະຊາຊົນທຸກຊັ້ນຄົນໃນສັງຄົມລ່າເມືອງຂຶ້ນເຄິ່ງສັກດີນາຂອງຫວຽດນາມ ກ່ອນການປະຕິວັດເດືອນສິງຫາປີ 1945.  ແລະ ຈາກໝູ່ບ້ານ ຫວູດ້າຍ ນາມກາວ ຍັງປະດິດແຕ່ງບົດປະພັນວັນນະຄະດີອື່ນຫລາຍບົດ ສະນັ້ນ ໝູ່ບ້ານນີ້ມີຊື່ສຽງຢູ່ຫວຽດນາມ.

        ນັກປະພັນວັນນະຄະດີ ນາມກາວ ມີຊື່ແທ້ວ່າ ເຈີນຫືວຈີ, ມີເອກະສານຖືວ່າ ທ່ານໄດ້ກຳເນີດເມື່ອປີ 1915 ແຕ່ຕາມໃບແຈ້ງເກີດແລ້ວ ທ່ານນາມກາວເກີດວັນທີ 29 ຕຸລາ ປີ 1917, ທ່ານເສຍສະຫລະຊີວິດເມື່ອວັນທີ 28 ພະຈິກ ປີ 1951. ທ່ານແມ່ນຫນຶ່ງໃນບັນດານັກປະພັນວັນນະຄະດີໃຫຍ່ສຸດຂອງພື້ນຖານວັນນະຄະດີສ່ອງແສງຄວາມຈິງເວົ້າສະເພາະ ແລະ ຂອງວັນນະຄະດີຫວຽດນາມ ເວົ້າລວມໃນສະຕະວັດທີ XX , ທ່ານໄດ້ຮັບຫລຽນໄຊຕໍ່ຕ້ານຕ້ານຝລັ່ງຊັ້ນຫນຶ່ງ ໂດຍ ພັກ, ລັດ ມອບໃຫ້ ແລະ ໄດ້ຮັບລາງວັນ ໂຮ່ຈິມີນ ກ່ຽວກັບວັນນະຄະດີ ສິລະປະ ເທື່ອທີ 1 ປີ 1996. ທ່ານນາງ ເຈີນທິເງິນ, ຊາວບ້ານ ຫວູດ້າຍ ແບ່ງປັນວ່າ:

        “ຂ້າພະເຈົ້າມີຄວາມເປັນກຽດໄດ້ດຳລົງຊີວິດຢູ່ບ້ານເກີດເມືອງນອນຂອງນັກປະພັນວັນນະຄະດີ, ນັກຮົບເສຍສະຫລະຊີວິດເພື່ອຊາດ ນາມກາວ. ຕາແສງ ຮວ່າເຫົ້າ ກໍ່ແມ່ນຕາແສງວິລະຊົນ. ພວກຂ້າພະເຈົ້າຍາມໃດກໍ່ລະດົມກຳລັງໃຈເຊິ່ງກັນ ແລະ ກັນ ຮັກສາມູນເຊື້ອຕາແສງຮວ່າເຫົ້າວິລະຊົນ ແມ່ນບ້ານເກີດເມືອງນອນຂອງຕົນ ແລະ ກໍ່ແມ່ນຂອງນັກປະພັນວັນນະຄະດີ. ລຸ້ນລູກລຸ້ນຫລານຍາມໃດກໍ່ຮັກສາມູນເຊື້ອນັ້ນໄວ້.”

         ການປະດິດແຕ່ງບົດປະພັນວັນນະຄະດີ ຂອງ ນັກປະພັນ ວັນກາວ ແມ່ນເລິກເຊິ່ງ ແຕ່ເຕັມໄປດ້ວຍຄວາມຮັກແພງຕໍ່ປະຊາຊົນທຸກຍາກ. ພຽງໃນໄລຍະເປັນນັກວັນນະຄະດີມາເປັນເວລາ 10 ປີ ເທົ່ານັ້ນ ແຕ່ ນັກປະພັນວັນນະຄະດີ ນາມກາວ ໄດ້ປະດິດແຕ່ງບົດປະພັນຫລາຍບົດ ຊື່ງສະແດງໃຫ້ເຫັນລັກສະນະວັດທະນະທຳມະນຸດຢ່າງເລິກເຊິ່ງ ແລະ ມີຄຸນຄ່າຍຸກສະໄຫມໃຫຍ່ຄື: ຈີແຟ່ວ, ຫລາວຫາກ, ເດີຍເທື່ອ, …..

ໝູ່ບ້ານຫວູດ້າຍ ມີຄວາມເອກອ້າງທະນົງໃຈແມ່ນບ້ານເກີດເມືອງນອນຂອງນັກປະພັນວັນນະຄະດີ ນາມກາວ - ảnh 2 ໝູ່ບ້ານ ຫວູດ້າຍ

ພາບ: ອິນເຕີແນັດ

        ເຂດອະນຸສອນສະຖານ ນັກປະພັນວັນນະຄະດີ, ນັກຮົບເສຍສະຫະຊີວິດ ນາມກາວ ໄດ້ເປີດສະຫລອງເມື່ອວັນທີ 30 ເດືອນພະຈິກ ປີ 2004 ແລະ ໄດ້ຮັບການກໍ່ສ້າງຢູ່ບ້ານເກີດເມືອງນອນຂອງທ່ານ. ຢູ່ໃນອະນຸສອນສະຖານມີບັນດາວັດຖຸພັນ, ປື້ມ, ເອກະສານ, ຮູບພາບກ່ຽວກັບຊີວິດຂອງນັກປະພັນວັນນະຄະດີ ນາມກາວ. ເມື່ອຖະຫວາຍທູບທຽນອາໄລຫານັກປະພັນວັນນະຄະດີ ນາມກາວ, ທ່ານ ເຈີນຈຽນບີງ ຢູ່ ຕາແສງ ເຍີນຕຽນ ເມືອງ ລີເຍີນ ແຂວງ ຮ່ານາມ ແບ່ງປັນວ່າ:

        “ພໍ່ລູກພວກຂ້າພະເຈົ້າມານີ້ ເພື່ອໄວ້ອາໄລນັກປະພັນວັນນະຄະດີ ນາມກາວ, ຂ້າພະເຈົ້າມີຄວາມຕື້ນຕັນໃຈ ແລະ ອາໄລຫາທ່ານ. ທ່ານແມ່ນຫນຶ່ງໃນບັນດານັກປະພັນວັນນະຄະດີທີ່ມີຊື່ສຽງ, ມີບົດປະພັນຫລາຍບົດທີ່ດີເດັ່ນປະໄວ້ໃຫ້ລູກຫລານ, ເປັນຕົ້ນແມ່ນບົດປະພັນໂດດເດັ່ນ ຈີແຟ່ວ.”

        ປະຈຸບັນ ນັກທ່ອງທ່ຽວມາຢ້ຽມຢາມ ໝູ່ບ້ານ ຫວູດ້າຍ ທັງຫວນຄືນຄວາມຊົງຈຳອັນດີງາມກ່ຽວກັບບັນດາບົດປະພັນວັນນະຄະດີຂອງນັກປະພັນວັນນະຄະດີ ນາມກາວ ທັງໄດ້ຊີມບັນດາເຍື່ອງອາຫານພິເສດທີ່ແຊບນົວຢູ່ທີ່ນີ້. ຮູບພາບຂອງໝູ່ບ້ານກ່ອນນີ້ໄດ້ມີການປ່ຽນແປງຫລາຍແລ້ວ ແຕ່ບັນດາຜູ້ມີຊື່ສຽງຂອງໝູ່ບ້ານ ຫວູດ້າຍ ຍັງຍືນຍົງຄົງຕົວຕະຫລາດການ. ແຕ່ລະປີ ເມື່ອຮອດວັນບູຊານັກປະພັນວັນນະຄະດີ, ນັກຮົບເສຍສະຫລະຊີວິດເພື່ອຊາດ ນາມກາວ  (30 ເດືອນ 10 ໄລ່ຕາມຈັນທະປະຕິທິນ), ປະຊາຊົນ ຫມູ່ບ້ານ ຫວູດ້າຍ ພັດຈັດຕັ້ງພິທີອາໄລຫາທ່ານຢ່າງສົມກຽດ.

ຕອບກັບ

ຂ່າວ/ບົດ​ອື່ນ