NEPCON 2022 ມຸ່ງໄປເຖິງການຜະລິດຢ່າງກະທັດລັດ 4.0 ແລະ ພັດທະນາແບບຍືນຍົງ

(VOVWORLD) - ພາຍຫລັງໂລກລະບາດໂຄວິດ 19, ຂະແຫນງເອເລັກໂຕນິກ ຫວຽດນາມ ໄດ້ມີການປ່ຽນແປງວ່ອງໄວ ດ້ວຍຄວາມຕ້ອງການນັບມື້ນັບສູງກ່ຽວກັບການຜະລິດ ແລະ ເຄື່ອນໄຫວຢ່າງກະທັດລັດ ເພື່ອຫລຸດຜ່ອນລາຍຈ່າຍ, ປະຢັດພະລັງງານ ແລະ ຫັນເປັນການເຄື່ອນໄຫວຜະລິດທີ່ມີປະສິດທິຜົນສູງສຸດ. ພ້ອມກັບບັນດາໝາກຜົນຂອງອຸດສາຫະກຳ 4.0, ວິສາຫະກິດ ຫວຽດນາມ ໄດ້ມານະພະຍາຍາມລົງທຶນ, ຊອກທິດພັດທະນາຢ່າງມີປະສິດທິຜົນເພື່ອເປີດກວ້າງຕະຫລາດ ແລະ ເຂົ້າເຖິງກາລະໂອກາດດຳເນີນທຸລະກິດສາກົນ ເຂົ້າຮ່ວມລະບົບສະຫນອງທົ່ວໂລກ.
NEPCON 2022 ມຸ່ງໄປເຖິງການຜະລິດຢ່າງກະທັດລັດ 4.0 ແລະ ພັດທະນາແບບຍືນຍົງ - ảnh 1ທ່ານ ຫວູຈ້ອງຕ່າຍ ຜູ້ອຳນວຍການໃຫຍ່ RX Tradex. (ພາບ: nguonluc.com.vn)

ຕາມກົມລົງທຶນຕ່າງປະເທດ, ກະຊວງແຜນການ ແລະ ການລົງທຶນ ແລ້ວ, ນັບແຕ່ຕົ້ນປີ ມາຮອດປະຈຸບັນ ໄດ້ມີກວ່າ 578 ໂຄງການໃຫມ່ໄດ້ຮັບຫນັງສືອະນຸຍາດໃຫ້ລົງທຶນ, ບັນດານັກລົງທຶນຕ່າງປະເທດໄດ້ລົງທຶນເຂົ້າໃນ 18 ຂະແຫນງການໃນຈຳນວນ 21 ຂະແຫນງເສດຖະກິດແຫ່ງຊາດ. ໃນນັ້ນ ມີຫລາຍໂຄງການຂອງຂະແຫນງອຸດສາຫະກຳເອເລັກໂຕນິກ. ບັນດາກຸ່ມບໍລິສັດໃຫຍ່ຄື: FOXCONN, Samsung, Apple ເລີ່ມຜະລິດ Ipad ຢູ່ ຫວຽດນາມ. ຈາກສິ່ງນັ້ນ ກໍສະແດງໃຫ້ເຫັນວ່າ ເມື່ອບັນດາຮົ້ວກີດຂວາງຈາກໂລກລະບາດໂຄວິດ 19 ຄ່ອຍໆໄດ້ຮັບການຄວບຄຸມ ແລະ ຄວາມຕ້ອງການການພົວພັນດ້ານການຄ້າ, ການຟື້ນຟູການຜະລິດນັບມື້ນັບເພີ່ມຂຶ້ນ... ຂະແຫນງອຸດສາຫະກຳເອເລັກໂຕນິກ ຂອງຫວຽດນາມ ພວມຢືນຢູ່ກາລະໂອກາດດີສຸດເພື່ອພັດທະນາ ແລະ ເຂົ້າຮ່ວມລະບົບສະຫນອງທົ່ວໂລກເລິກເຊິ່ງກວ່າ. ແຕ່ວັນທີ 14 – 16 ກັນຍາ ຢູ່ ຮ່າໂນ້ຍ, ໃນຂອບເຂດງານວາງສະແດງເອເລັກໂຕນິກສາກົນ NEPCON ຫວຽດນາມປີ 2022, ບໍລິສັດ RX Tradex ພ້ອມກັບສະຫະສະມາຄົມວິສາຫະກິດ ເອເລັກໂຕນິກ ຫວຽດນາມ ແລະ ສະຫະສະມາຄົມເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ສື່ສານ ສິງກະໂປ ໄດ້ຈັດຕັ້ງເວທີປາໄສເອເລັກໂຕນິກ ຫວຽດນາມ ປີ 2022 ດ້ວຍຫົວຂໍ້ ຜະລິດຢ່າງກະທັດລັດ 4.0 ແລະ ພັດທະນາແບບຍືນຍົງ

ນະທີ່ນີ້ ມີຫລາຍໂຄງການເຊື່ອມຕໍ່ການດຳເນີນທຸລະກິດ, ເຄື່ອນໄຫວຢ່າງແທດຈິງເພື່ອຫນູນຊ່ວຍວິສາຫະກິດເອເລັກໂຕນິກຜະລິດຄືນໃຫມ່, ເປີດກວ້າງຕະຫລາດ ແລະ ເຂົ້າເຖິງກາລະໂອກາດການດຳເນີນທຸລະກິດສາກົນ, ເຂົ້າຮ່ວມລະບົບສະຫນອງທົ່ວໂລກ. ທ່ານ ຫວູຈ້ອງຕ່າຍ, ຜູ້ອຳນວຍການໃຫຍ່ RX Tradex  ໃຫ້ຮູ້ວ່າ:

ງານວາງສະແດງ Nepcon  2022 ນອນໃນລະບົບງານວາງສະແດງທົ່ວໂລກທີ່ກ່ຽວຂ້ອງເຖິງຂະແຫນງຜະລິດເອເລັກໂຕນິກ ແລະ ນຳມາໃຫ້ບັນດາວິສາຫະກິດເຂົ້າຮ່ວມ ແລະ ບໍລິສັດຜະລິດເອເລັກໂຕນິກມີການສັງເກດໂດຍສັງເຂບກ່ຽວກັບອຸປະກອນເຕັກໂນໂລຊີ ແລະ ເຕັກໂນໂລຊີໃຫມ່ສຸດ ກໍ່ຄືບັນດາທ່າອ່ຽງໃຫມ່ສຸດ. ສະນັ້ນ ນີ້ແມ່ນເວທີປາໄສ ແລະ ກໍ່ແມ່ນບ່ອນຊື່ງຜູ້ຂາຍ ຜູ້ຊື້ ໄດ້ພົບປະກັນກໍ່ຄືແລກປ່ຽນຂໍ້ມູນຂ່າວສານ, ອັບເດດເຕັກໂນໂລຊີ, ທ່າອ່ຽງຂອງຕະຫລາດໂລກ.

ຕາມບັນດານັກຊ່ຽວຊານແລ້ວ, ພາຍຫລັງໂລກລະບາດ, ຂະແຫນງເອເລັກໂຕນິກ ຫວຽດນາມ ຄວນມີບັນດາບາດກ້າວກະໂດດຂັ້ນເພື່ອຮັບມືກັບການປ່ຽນແປງທີ່ວ່ອງໄວ ດ້ວຍຄວາມຕ້ອງການນັບມື້ນັບສູງກ່ຽວກັບການຜະລິດ ແລະ ການເຄື່ອນໄຫວຢ່າງກະທັດລັດຂອງຕະຫລາດ ເພື່ອຊ່ວຍວິສາຫະກິດ, ພິເສດ ແມ່ນວິສາຫະກິດຂະຫນາດກາງ ແລະ ນ້ອຍ ສາມາດຫລຸດຜ່ອນລາຍຈ່າຍ ແລະ ຫັນການເຄື່ອນໄຫວຜະລິດໃຫ້ມີປະສິດທິຜົນສູງສຸດ. ມີວິສາຫະກິດຂະຫນາດໃຫຍ່ຫລາຍແຫ່ງໄດ້ຍ້າຍມາເຄື່ອນໄຫວຢູ່ ຫວຽດນາມ ແລະ ຜ່ານກະແສທຶນຍ້າຍມານີ້ ວິສາຫະກິດຫວຽດນາມ ມີຫລາຍກາລະໂອກາດເພື່ອເປີດກວ້າງການຜະລິດ, ຊອກຫາຄູ່ຄ້າໃຫມ່. ທ່ານນາງ ໂດ໋ທິຖູຍເຮື່ອງ, ກຳມະການຄະນະບໍລິຫານງານ ສະຫະສະມາຄົມວິສາຫະກິດເອເລັກໂຕນິກ ຫວຽດນາມ ແບ່ງປັນວ່າ:

 “ວິສາຫະກິດ ຫວຽດນາມ ບັນດານັກຜະລິດສ່ວນຫລາຍໃນລະບົບສະຫນອງຂອງວິສາຫະກິດເອເລັກໂຕນິກ ຫວຽດນາມ ແມ່ນວິສາຫະກິດຂະຫນາດກາງ ແລະ ນ້ອຍ, ເຊິ່ງຈຳເປັນຕ້ອງມີການຫນູນຊ່ວຍຂອງອົງການລັດ, ລັດຖະບານ, ບັນດາອົງການທີ່ກ່ຽວຂ້ອງເພື່ອຊ່ວຍໃຫ້ເຂົາເຈົ້າໄດ້ເຂົ້າເຖິງແຫລ່ງທຶນກູ້ຢືມຢ່າງເໝາະສົມ ແລະ ສະດວກ. ທີສອງ ວິສາຫະກິດ ກໍ່ຢາກໄດ້ຮັບການຫນູນຊ່ວຍຂອງລັດໃນການປ່ຽນໃຫມ່ເຕັກໂນໂລຊີ ແລະ ກໍ່ຄືແຫລ່ງສິນເຊື່ອເພື່ອປ່ຽນເຕັກໂນໂລຊີໃຫມ່. ຄຽງຂ້າງນັ້ນ ກໍ່ຢາກໄດ້ຮັບການຫນູນຊ່ວຍຈາກລັດຖະບານ ໃນການບຳລຸງສ້າງແຫລ່ງຊັບພະຍາກອນມະນຸດໃຫ້ເໝາະສົມ ດ້ວຍການປະຕິວັດອຸດສາຫະກຳ 4.0 ໃນລະບົບສະຫນອງຂອງບັນດາວິສາຫະກິດຂະແຫນງເອເລັກໂຕນິກ.

NEPCON 2022 ມຸ່ງໄປເຖິງການຜະລິດຢ່າງກະທັດລັດ 4.0 ແລະ ພັດທະນາແບບຍືນຍົງ - ảnh 2ທ່ານນາງ ໂດ໋ທິທູຍເຫື່ອງ, ກຳມະການ ຄະນະບໍລິຫານງານ ສະຫະສະມາຄົມວິສາຫະກິດເອເລກໂຕນິກ ຫວຽດນາມ. (ພາບ:nguonluc.com.vn

ໃນບັນດາໂຄງການລົງທຶນເຂົ້າຫວຽດນາມ ຫວ່າງແລ້ວນີ້ ສ່ວນຫລາຍລ້ວນແຕ່ສຸມໃສ່ເຂົ້າໃນຂົງເຂດເອເລັກໂຕນິກ, ເຕັກໂນໂລຊີຂໍ້ມູນຂ່າວສານ. ສິ່ງນັ້ນໄດ້ຊ່ວຍໃຫ້ວິສາຫະກິດໃນຂະແຫນງເອເລັກໂຕນິກ ຫວຽດນາມ ມີຫລາຍກາລະໂອກາດໄດ້ສຳຜັດ, ຮ່ຳຮຽນກັບທ່າອ່ຽງໃຫມ່ຂອງຕະຫລາດ, ຜົນງານປ່ຽນແປງໃຫມ່ດ້ານເຕັກນິກ, ເຕັກໂນໂລຊີ ກໍຄືໄດ້ພົບປະແລກປ່ຽນກັບບັນດາຄູ່ຮ່ວມມືທີ່ມີຄວາມບົ່ມຊ້ອນທີ່ມາຈາກຫລາຍແຫ່ງໃນທົ່ວໂລກ. ພາຍຫລັງໂລກລະບາດໄດ້ຮັບການຄວບຄຸມ, ຂະແຫນງເອເລັກໂຕນິກ ຫວຽດນາມ ໄດ້ມີບັນດາບາດກ້າວກະໂດດຂັ້ນເພື່ອປັບຕົວໃຫ້ເໝາະກັບການປ່ຽນແປງທີ່ວ່ອງໄວດ້ວຍຄວາມຕ້ອງການນັບມື້ນັບສູງກ່ຽວກັບການຜະລິດ ແລະ ການເຄື່ອນໄຫວຢ່າງກະທັດລັດຂອງຕະຫລາດ ເພື່ອຊ່ວຍວິສາຫະກິດ, ພິເສດແມ່ນວິສາຫະກິຂະຫນາດກາງ ແລະ ນ້ອຍ ສາມາດຫລຸດຜ່ອນລາຍຈ່າຍ ແລະ ຫັນການເຄື່ອນໄຫວຜະລິດໃຫ້ມີປະສິດທິຜົນສູງສຸດ.

ຕອບກັບ

ຂ່າວ/ບົດ​ອື່ນ