ກວ໋າງນິງ ນຳຫນ້າທົ່ວປະເທດກ່ຽວກັບການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ

(VOVWORLD) - ໄລ່ 10 ເດືອນຂອງປີນີ້, ກວ໋າງນິງ ໄດ້ດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ (FDI), ກວ່າ 3 ຕື້  USD ກາຍເປັນແຂວງ ນຳຫນ້າທົ່ວປະເທດກ່ຽວກັບແຫລ່ງທຶນນີ້. ນີ້ແມ່ນໝາກຜົນແຫ່ງຄວາມມານະພະຍາຍາມປະຕິຮູບສະພາບແວດລ້ອມແຫ່ງການລົງທຶນຢ່າງຂ້ຽວຂາດ ຊື່ງແຂວງ ໄດ້ປະຕິບັດໃນຫລາຍປີຜ່ານມາ.

ກວ໋າງນິງ ນຳຫນ້າທົ່ວປະເທດກ່ຽວກັບການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ - ảnh 1ຄະນະຄຸມຄອງເຂດເສດຖະກິດ ແຂວງ ກວ໋າງນິງມອບໃບຢັ້ງຢືນການລົງທຶນໃຫ້ບໍລິສັດ Jinko Solar Hai Ha ຫວຽດນາມ. ພາບ: VOV

ຕາມຂໍ້ມູນຂອງກົມລົງທຶນຕ່າງປະເທດ (ກະຊວງແຜນການ ແລະ ການລົງທຶນ) ປະກາດວ່າ: ໃນເດືອນຕຸລາ ຜ່ານມາ, ໄດ້ມີ 2 ໂຄງການລົງທຶນໃໝ່ໄດ້ຮັບໃບຢັ້ງຢືນຈົດທະບຽນການລົງທຶນຈາກແຂວງ ກວ໋າງນິງ. ນີ້ແມ່ນໂຄງການປະສົມເຕັກໂນໂລຊີ Solar Cell ຂອງບໍລິສັດ Jinko Solar Hai Ha ຫວຽດນາມ ດ້ວຍຍອດຈຳນວນເງິນລົງທຶນ 1,5 ຕື້ USD ແລະ ໂຄງການໂຮງງານ Lite-on ກວ໋າງນິງ ດ້ວຍຍອດຈຳນວນເງິນລົງທຶນ 690 ລ້ານ USD. ທ່ານ ເຈີ່ນກີງຫວີ, ຜູ້ອຳນວຍການໃຫຍ່ປະຕິບັດງານທົ່ວໂລກຂອງກຸ່ມບໍລິສັດ Jinko Solar ກ່າວວ່າ:

ກວ໋າງນິງ ໄດ້ກາຍເປັນທ້ອງຖິ່ນທີ່ມີບົດບາດສຳຄັນທີ່ສຸດໃນຕ່ອງໂສ້ການຜະລິດຂອງພວກຂ້າພະເຈົ້າໃນທົ່ວໂລກ. ປະຈຸບັນ, ບັນດາໂຮງງານຢູ່ ກວ໋າງນິງ ກວມເອົາ 50% ຍອດຜະລິດຕະພັນຂອງພວກຂ້າພະເຈົ້າຢູ່ຕ່າງປະເທດ. ພວກຂ້າພະເຈົ້າຂໍຂອບໃຈຢ່າງຍິ່ງຕໍ່ການໜູນຊ່ວຍຢ່າງມີປະສິດທິຜົນ ແລະ ແທດຈິງຂອງແຂວງ ຕໍ່ກັບກຸ່ບໍລິສັດໃນໄລຍະທີ່ຜ່ານມາ. ນີ້ແມ່ນໜຶ່ງໃນບັນດາປັດໄຈຕັດສິນຊີ້ຂາດເພື່ອໃຫ້ກຸ່ມບໍລິສັດສືບຕໍ່ເລືອກເຟັ້ນ ກວ໋າງນິງ ເປັນຈຸດນັດພົບແຫ່ງການລົງທຶນເຂົ້າບັນດາໂຄງການໃນອະນາຄົດ”.

ກວ໋າງນິງ ນຳຫນ້າທົ່ວປະເທດກ່ຽວກັບການດຶງດູດເງິນລົງທຶນໂດຍກົງຂອງຕ່າງປະເທດ - ảnh 2
ເຂດເສດຖະກິດແຄມທະເລ ກວ໋າງອຽນ. ພາບ:  VOV

ໄລ່ລວມ 10 ເດືອນຂອງປີນີ້, ການລົງທຶນໂດຍກົງຈາກຕ່າງປະເທດ (FDI) ເຂົ້າແຂວງ ກວ໋າງນິງ ບັນລຸໄດ້ກວ່າ 3 ຕື້ USD, ເພີ່ມຂຶ້ນ 41,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ ແລະ ບັນລຸປະມານ 256% ຂອງແຜນການປີນີ້. ຍ້ອນເຫດນັ້ນ, ກວ໋າງນິງ ໄດ້ລື່ນກາຍບັນດາທ້ອງຖິ່ນ “ນຳໜ້າ” ເຊັ່ນ: ຮ່າໂນ້ຍ, ນະຄອນໂຮ່ຈິມິນ ແລະ ຫາຍຟ່ອງ ກາຍເປັນແຂວງນຳໜ້າທົ່ວປະເທດໃນການດຶງດູດ FDI”.

ນັບແຕ່ຕົ້ນປີມາຮອດປະຈຸບັນ, ແຂວງ ກວ໋າງນິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບນັກລົງທຶນ ກວ່າ 11 ຄັ້ງ , ທ່ານ ດັ້ງມິງດຶກ, ຮອງຜູ້ອຳນວຍການໃຫຍ່ Deep C ຫວຽດນາມ, ແມ່ນບໍລິສັດພວມຄຸ້ມຄອງເຂດອຸດສາຫະກຳໃຫຍ່ຫຼາຍແຫ່ງຢູ່ພາກເໜືອ ຫວຽດນາມ ໄດ້ຕີລາຄາວ່າ: ຊຸມປີມໍ່ໆມານີ້, ສະພາບແວດລ້ອມແຫ່ງການລົງທຶນຂອງແຂວງ ກວາງນິງ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ຍ້ອນເຫດນັ້ນ ທາງວິສາຫະກິດໄດ້ຊັກຊວນນັກລົງທຶນຕ່າງປະເທດເປັນຈຳນວນຫຼວງຫຼາຍ:

ດ້ວຍການໜູນຊ່ວຍອັນໃຫຍ່ຫຼວງຈາກແຂວງ ແລະ ຄະນະຄຸ້ມຄອງເຂດເສດຖະກິດ, ພວກຂ້າພະເຈົ້າໄດ້ດຶງດູດນັກລົງທຶນຂັ້ນຮອງ secondary investment ຫລາຍສົມຄວນ. ປີນີ້ແມ່ນຈຸດພົ້ນເດັ່ນທີ່ພວກຂ້າພະເຈົ້າຄາດວ່າຈະດຶງດູດ14 ນັກລົງທຶນດັ່ງກ່າວ, ດ້ວຍຍອດຈຳນວນເງິນລົງທຶນກວ່າ 2 ຕື້ USD”.

ແຂວງກວ໋າງນິງ ໃຫ້ຄຳໝັ້ນສັນຍາ ສືບຕໍ່ປັບປຸງພື້ນຖານໂຄງລ່າງ, ປະຕິຮູບລະບຽບການບໍລິຫານຢ່າງແຮງໃນບັນດາຂົງເຂດລົງທຶນ, ທີ່ດິນ, ກໍ່ສ້າງ, ອາກອນ, ພາສີ; ສະເໜີປັບປຸງແກ້ໄຂ ແລະ ຍົກເລີກບັນດາຂໍ້ກຳນົດ, ລະບຽບການດ້ານກົດໝາຍທີ່ຍັງມີຂໍ້ຂາດຕົກບົກຜ່ອງ ເພື່ອແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດໃຫ້ທັນການ ແລະ ໜູນຊ່ວຍນັກລົງທຶນ. ທ່ານ ຫງວຽນວັນເຍີນ, ຜູ້ອຳນວຍການໃຫຍ່ບໍລິສັດຫຸ້ນສ່ວນຕົວເມືອງ Amata Ha Long ໃຫ້ຮູ້ວ່າ:

ຜ່ານບົດຮຽນປະສົບການກໍ່ຄືຂະບວນວິວັດການດຶງດູດການລົງທຶນ, ພວກຂ້າພະເຈົ້າໄດ້ຮັບຮູ້ວ່າ ແຫລ່ງເງິນການລົງທຶນຈາກນັກລົງທຶນຕ່າງປະເທດມາຍັງແຂວງ ກວ໋າງນິງ ຍັງໃຫຍ່ຫລວງ ແລະ ອຸດົມສົມບູນ. ເພາະສະນັ້ນ, ນອກຈາກເລື່ອງບັນດານັກລົງທຶນພື້ນຖານໂຄງລ່າງອຸດສາຫະກຳຄືບໍລິສັດ Amata ພວກຂ້າພະເຈົ້າໄດ້ໃຫ້ຄຳໝັ້ນສັນຍາລົງທຶນແລ້ວນັ້ນ, ກໍ່ຢາກໃຫ້ ແຂວງ ກວ໋າງນິງ ໜູນຊ່ວຍ, ຮ່ວມເດີນທາງພ້ອມກັບພວກຂ້າພະເຈົ້າ, ພິເສດແມ່ນໜູນຊ່ວຍເນື້ອທີ່ດິນເປົ່າຫວ່າງ ເພື່ອກຽມພ້ອມຕ້ອນຮັບນັກລົງທຶນ.

ຕາມບັນດານັກຊ່ຽວຊານດ້ານເສດຖະກິດແລ້ວ, ຄວາມສາມາດບົ່ມຊ້ອນດຶງດູດ FDI ຂອງແຂວງ ກວ໋າງນິງ ຍັງມີຢ່າງຫລວງຫລາຍ. ກວ໋າງນິງ ແມ່ນທ້ອງຖິ່ນທີ່ໄດ້ຮັບການວາງແຜນຜັງມີຫລາຍເຂດ ອຸດສາຫະກຳ, ເຂດເສດຖະກິດຫລາຍທີ່ສຸດຢູ່ພາກເໜືອ. ນອກນັ້ນ, ກວ໋າງນິງ ກໍ່ຍັງມີແຫຼ່ງຊັບພະຍາກອນທີ່ດິນຂະໜາດໃຫຍ່, ເປັນຕົ້ນແມ່ນເຂດເສດຖະກິດແຄມທະເລ ກວ໋າງອຽນ,   ປະຈຸບັນຍັງມີເນື້ອທີ່ດິນເປົ່າຫວ່າງ ກວ່າ 9.700 ເຮັກຕາ. ສະນັ້ນ, ໃນໄລຍະຈະມາເຖິງ, ກວ໋າງນິງ ໄດ້ຮັບການຕີລາຄາວ່າຈະສືບຕໍ່ແມ່ນແຂວງນຳໜ້າໃນການດຶງດູດ FDI ຂອງທົ່ວປະເທດ, ມີຄວາມສາມາດບົ່ມຊ້ອນກາຍເປັນ “ເມືອງເອກ” ໃໝ່ແຫ່ງການລົງທຶນຈາກຕ່າງປະເທດທີ່ເຂົ້າມາຫວຽດນາມ./.

ຕອບກັບ

ຂ່າວ/ບົດ​ອື່ນ