ກະສິກຳຫວຽດນາມກຳນົດໄດ້ສິ່ງທ້າທາຍເພື່ອເຕີບໂຕ

(vovworld) - ປີ 2017, ກະ​ສິ​ກຳ​ຈະ​ຕ້ອງ​ມາ​ນະ​ພະ​ຍາ​ຍາມກວ່າ​ອີກ ເພື່ອ​ຜ່ານ​ຜ່າ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ກ່ຽວ​ກັບ​ຕະ​ຫຼາດ​ສົ່ງ​ອອກ, ຮັບ​ປະ​ກັນ​ຄວາມ​ປອດ​ໄພດ້ານຜະ​ລິດ​ຕະ​ພັນ​ກະ​ເສດ​ທັນ​ຍາ​ຫານ, ໂດຍ​ສະ​ເພາະ​ແມ່ນ​ຜົນ​ກະ​ທົບ​​ທີ່​ຫຍໍ້​ທ​ໍ້​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​​ຍາກ​ທີ່​ຈະຄາດ​ຄະ​ເນ​ໄດ້ ​ຈຶ່ງ​ສາ​ມາດຮັບ​ປະ​ກັນ​ລະ​ດັບ​ການ​ເຕີບ​ໂຕ​ຂອງ​ຂະ​ແໜງ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ. ບົດ​ຂຽນ “ກະ​ສິ​ກຳ​ຫວຽດ​ນາມ: ກຳ​ນົດ​ໄດ້​ສິ່ງ​ທ້າ​ທ້າຍ​ເພື່ອ​ເຕີບ​ໂຕ” ຂອງ​ມິງ​ລອງ, ນັກ​ຂ່າ​ວ VOV.


ກະສິກຳຫວຽດນາມກຳນົດໄດ້ສິ່ງທ້າທາຍເພື່ອເຕີບໂຕ - ảnh 1
(ພາບ​ປະ​ກອບ​ອີນ​ເຕີ​ແນັດ)

ປີ​ຜ່ານ​ມາ, ຫວຽດ​ນາມ ຕ້ອງ​ປະ​ເຊີນ​ໜ້າ​ກັບ​ອາ​ກາດ​ໜາວ​ຈັດຢູ່​ພາກ​ເໜືອ, ສະ​ພາບ​ໄພ​ແຫ້ງ​ແລ້ງ, ນ້ຳ​ເຄັ​ມ​​ຊືມ​ເຂົ້າ​ຢູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ, ໄຕ​ງວຽນ ແລະ ທາງ​ທິດ​ໃຕ້​ພາກ​ກາງ. ພ້ອມ​ກັນ​ນັ້ນ​ແມ່ນ​ເຫດ​ການ​ສິ່ງ​ແວ​ດ​ລ້ອມ​ທະ​ເລ​ຢູ່ 4 ແຂວງ​ທາງ​ພາກ​ກາງ, ບັນ​ດາ​ເຫດ​ນ້ຳ​ແກ່ງ​ຢ່າງ​ລຽນ​ຕິດ​ໃນ​ຊຸມ​ເດືອນ​ທ້າຍ​ປີ ໄດ້​ກໍ່​ຄວາມ​ເສຍ​ຫາຍ ແລະ ສົ່ງ​ຜົນ​ສະ​ທ້ອນ​​ອັນ​ໃຫຍ່​ຫຼວງ​ເຖິງ​ການ​ຜະ​ລິດ ແລະ ການ​ສົ່ງ​ອອກ​ຂອ​ງ​ທົ່ວ​ຂະ​ແໜງ​ກະ​ສິ​ກຳ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ປີ 2016 ອັດ​ລົງ, ກະ​ສິ​ກຳ​ຂອງ​ຫວຽດ​ນາມ ສືບ​ຕໍ່​ຢືນ​ຢັນ​ບົດ​ບາດ​ເປັນ “ເສົາ​ຄ້ຳຊ່ວຍ” ຂອງ​ພື້ນ​ຖານ​ເສດ​ຖະ​ກິດ, ​ບັນ​ລຸ​ຜົນສຳ​ເລັດ​​ດ້ວຍ​ລະ​ດັບ​ເຕ​ີບ​ໂຕ 1,36%. ວົງ​ເງິນ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ບັນ​ລຸ​ລະ​ດັບ​ສູງ​ທີ່ສຸດນັບ​ແຕ່​ກ່ອນ​ມາ​ຮອດ​ປະ​ຈຸ​ບັນ ດ້ວຍ​ລະ​ດັບ 32,1 ຕື້ USD. ມີຜະ​ລິດ​ຕະ​ພັນ​ກະ​ເສດ​ຫຼາຍ​ຢ່າງ ບັນ​ລຸ​ໄດ້​ບາດ​ກ້າວ​ບຸກ​ທະ​ລຸ ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ລະ​ດັບ​ເຕີບ​ໂຕບວກ​ຄື: ຜັກ, ໝາກ​ໄມ້, ສິນ​ໃນ​ນ້ຳ, ລ້ຽງ​ສັດ.

        ຕໍ່​ໜ້າ​ການ​ຜັນ​ແປ​ທີ່​ສັບສົນ​ຈາກ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດຢ່າງ​ລຽນ​ຕິດ ແລະ ຍາກ​ທີ່​ຈະ​ຄາດ​ຄະ​ເນ​ໄດ້, ພິ​ເສດ​ແມ່ນ​ພະ​ຍຸ, ໄພ​ແຫ້ງ​ແລ້ງ, ນ້ຳ​ເຄັມ​ຊືມ​ເຂົ້າ​ນັບ​ມື້​ນັບ​ເພີ່ມ​ຂຶ້ນ, ຂະ​ແໜງ​ກະ​ສິ​ກຳ​ໄດ້​ຕັ້ງ​​ໜ້າ​ເປັນ​ເຈົ້າ​ການ​ພັດ​ທະ​ນາ​ກະ​ສິ​ກຳ​ຕາມ​ທິດ​ໝັ້​ນ​ຄົງ, ພິ​ເສດ​ແມ່ນ​ບັນ​ດາ​ຂະ​ແໜງ​ສິນ​ຄ້າ​ຕົ້​ນ​ຕໍ່​ຮັບ​ໃຊ້​ການ​ສົ່ງ​ອອກ, ໃນ​ນັ້ນ​ໄດ້​ພິ​ຈາ​ລະ​ນາ​ການປະ​ສານ​ສົ​ມ​ທົບ​ບັນ​ດາ​ມາດ​ຕະ​ການ​​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິ​ນ​ຟ້າ​ອາ​ກາດ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ. ທ່ານ ດັ້ງ​ກິມ​ເຊີນ, ອະ​ດີດ​ຫົວ​ໜ້າ​ສະ​ຖາ​ບັນ​ນະ​ໂຍ​ບາຍ ແລະ ຍຸດ​ທະ​ສາດ​ພັດ​ທະ​ນາ​ກະ​ສິ​ກຳ, ຊົນ​ນະ​ບົດ​ຫວຽດ​ນາມ ໃຫ້​ຮູ້​ວ່າ.

        “ບັນ​ດາ​ສິ່ງ​ທີ່​ພວມ​ຄິດ​ໄລ່ເຖິງນັ້ນ​ແມ່ນ​ ຕ້ອງ​ໄດ້​ນຳ​ເຂົ້າ​ລາຍ​ການ, ແຜນ​ການຮັບ​ມື, ບໍ່​ພຽງ​ແຕ່​ແມ່ນ​ໃນ​ບັນ​ດາ​ແຜນ​ການ​ໄລ​ຍະ​ກາງ​, ໄລ​ຍະ​ຍາວ​ເທົ່າ​ນັ້ນ, ຫາກ​ນັບ​ທັງ​ແຜນ​ການ​ປະ​ຈຳ​ປີອ​ີກ​ດ້ວຍ. ສິ່ງ​ດັ່ງ​ກ່າວບໍ່​ພຽງ​ແຕ່​ສະ​ແດງ​ອອກ​ໃນ​ແຜນ​ຮ່າງ​ຂອງ​ລັດ​ເທົ່າ​ນັ້ນ, ຫາກ​ຍັງ​ແຈ້ງ​ໃຫ້​ຊາວ​ກະ​ສິ​ກຳ, ວິ​ສາ​ຫະ​ກິດ, ອຳ​ນາດ​ການ​ປົກ​ຄອງ​​ເຂົ້າ​ໃຈ​ແຈ້ງບັນ​ດາ​ຜົນ​ກະ​ທົບ​ທີ່ຫ​ຍໍ້​ທ​ໍ້ ຍ້ອນ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ກໍ​​ຂຶ້ນ​ອີ​ກ​ດ້ວຍ ເພື່ອ​ເປັນ​ເຈົ້າ​ການ​ຫຼິກ​ລ້ຽງ”.

        ປີ 2016, ສະ​ເພາະ​ຂົງ​ເຂດ​ກະ​ສິ​ກຳ, ໄພ​ທຳ​ມະ​ຊາດ​ໄດ້​ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໜັກ​ໜ່ວງ​ໃນ​ຂົງ​ເຂດປູກ​ຝັງ, ພາ​ໄປ​ເຖິງ​​ການ​ເຕີບ​ໂຕ​ຂອງ​ຂະ​ແໜງ​ໃນ 6 ເດືອນຕົ້ນ​ປີ ຢູ່​ໃນ​​ລະ​ດັບລົບ 0,18%. ບັນ​ດາ​ນັກ​ຊ່ຽວ​ຊານ​ຄາດ​ຄະ​ເນ​ວ່າ, ປີ 2017, ​ກະ​ສິ​ກຳ​ຈະ​ສືບ​ຕໍ່​ປະ​ເຊີນ​ໜ້າ​ກັບ​ໄພ​ທຳ​ມະ​ຊາດ​ແບບ​ໃໝ່, ດັ່ງ​ນັ້ນ, ເລື່ອງ​ເປັນ​ເຈົ້າ​ການ​ໃນ​ວຽກ​ງານ​ຄາດ​ຄະ​ເນ​ແມ່ນ​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ. ທ່ານ ເຈີ່ນກວາງ​ຮ່ວາຍ, ຮອງ​ຫົວ​ໜ້າ​ກົມ​ຊົນ​ລະ​ປະ​ທານ ຖື​ວ່າ.

        “ກ່ອນ​ອື່ນ​ໝົດ​ຕ້ອງ​ກ່ຽ​ມ​ພ້ອ​ມ​ເລື່ອງ​ເປັນ​ເຈົ້າ​ການ. ວຽກ​ງານ​ຄາດ​ຄະ​ເນ​ຕ້ອງ​​ຊັ​ດ​ເຈ​ນ, ທັນ​ການກວ່າ, ຄາດ​ຄະ​ເນ​ຍາວກວ່າ. ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ ແລະ ປະ​ຊາ​ຊົນ​ຕ້ອງ​ເປັນ​ເຈົົ້າ​ການກວ່າ. ດ້ວຍ​ທິດ​ນຳ “4 ກັບ​ທີ” ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ​ໃນ​ການ​ຮັບ​ມີ​ກັບ​ໄພ​ທຳ​ມະ​ຊາດ. ​ລະ​ດັບ​ໄພ​ທຳ​ມະ​ຊາດ​ແຕ່​ລະ​ປະ​ເພດ ແລະ ເງື່ອນ​ໄຂ​ພູມ​ມີ​ສັນ​ຖານ​​ແຕ່​ລະ​ເຂດ ຈ​ະ​ນຳ​ໃຊ້​ທິດ​ນຳ “4 ກັບ​ທີ” ທີ່ແຕກ​ຕ່າງ​ກັນ​. ໃນ​ໄລ​ຍະ​ຍາວ, ຕ້ອງ​​ກຳ​ນົດ​ບັນ​ດາ​​ປະ​ເພດ​ໄພ​ທຳ​ມະ​ຊາດ​ທີ່ກໍ່​ຄວາມ​ເສຍ​ຫາຍ​ຢ່າງ​ໃຫຍ່​ຫຼວງ, ໃນ​ເນື້ອ​ທີ່​ກວ້າງ​ຂວາງ ພ້ອມ​ກັນ​ນັ້ນ​ແມ່ນກໍ່​ສ້າງ​ບັນ​ດາ​​ແຜນ​​ການ, ກ່ຽວ​ກັບ​​ວິ​ທີ​ຮັບ​ມື​ກັບ​ບັນ​ດາ​​ໄພ​ທຳ​ມະ​ຊາດ​ໃຫຍ່​ດັ່ງ​ກ່າວ”.

        ໃນ​ປີ 2017, ຂະ​ແໜງ​ກະ​ສິ​ກຳ​ສືບ​ຕໍ່​ໜູນ​ຊ່ວຍຍ​ົກ​ສ​ູງ​ປະ​ສິດ​ທິ​ຜົນ​ສ້າງ​ໂຄງ​ປະ​ກອບ​ກະ​ສິ​ກຳ​ຄືນ​ໃໝ່ ຕິດ​ພັນ​ກັບ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່. ທ່ານ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຫງວຽນ​ຊວນ​ເກື່ອງ ຖື​ວ່າ: ເພື່ອ​ຮັກ​ສາ​ລະ​ດັບ​ເຕີບ​ໂຕ​ໃຫ້​ໄດ້, ຂະ​ແໜງ​ກະ​ສິ​ກຳ​ຈະ​ສຸມ​ໃສ່​ສ້າງ​ໂຄງ​ປະ​ກອບ​ຂະ​ແໜງ​ຕາ​ມ​ທິດ​ສ້າງ “ຜະ​ລິດ​ຕະ​ພັນ​ຕົ້ນ​ຕໍ່ 3 ຂັ້ນ” ລວມ​ມີ: ​ຜະ​ລິດ​ຕະ​ພັນ​ແຫ່ງ​ຊາດ, ໃນ​ເບື້ອງ​ຕົ້ນ​ຄັດ​ເລືອກຜະ​ລິດ​ຕະ​ພັນ​ຕົ້ນ​ຕໍ່ 10 ​ຢ່າງ ທີ່​ມີ​ມູນ​ຄ່າ​ສົ່ງ​ອອກ 1 ຕື້ USD ຂຶ້ນ​ໄປ; ​ຈາກນັ້ນ​ແມ່ນ​ຜະ​ລິດ​ຕະ​ພັນ​ຕົ້ນ​ຕໍ່​ຂອງ​ແຂວງ ແລະ ຜະ​ລິດ​ຕະ​ພັນ​ສະ​ເພາະ​ຂອງ​ບັນ​ດາ​ທ້ອງ​ຖິ່ນ… ໃນ​ນັ້ນ, ພິ​ເສດ​ແມ່ນ​ຕ້ອງ​ເອົາ​ໃຈ​ໃສ່​ເຖິງ​ການ​ສ້າງແຜນ​ສັງ​ລວມ​ການ​ຜ​ະ​ລິດ​ຄ​ືນ​ໃໝ່​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ທ່ານ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ເກື່ອງ ຊີ້​ແຈ້ງວ່າ.

        “​ໃນ​ແຜນສັງ​ລວ​ມ, ແຕ່​ເຂດ​ພາກ​ຕ້ອງ​ຄັດ​ເລືອກ​ເປົ້າ​ໝາຍ​​ການຜະ​ລິດ, ​ຂະ​ໜາດ​ການ​ຜະ​ລິດ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ​ທີ່​ເໝາະ​ສົມ​ເພື່ອ​ຫຼຸດ​ຜ່ອນ​ຜົນ​ກະ​ທົບ​ທີ່​ຫຍໍ້​ທ​ໍ້​ຈາກໄພ​ທຳ​ມະ​ຊາດ​​ທີ່ເກີດ​ຂຶ້ນ​ເປັນ​ປະ​ຈຳ​ຢູ່​ທ້ອງ​ຖິ່ນ. ​ການຜະ​ລິດ​ກະ​ສິ​ກຳ​ຢູ່​ບັນ​ດາ​ເຂດຕ້ອງ​ໄດ້​ຮັບ​ການ​ກໍ່​ສ້າງ​ເພື່ອ​ຮັບ​​ມື, ຫັນ​ບັນ​ດາສິ່ງ​ບໍ່​​ເປັນ​ຜົນ​ປະ​ໂຫຍດຂອງ​ການ​ປ່ຽນ​ຂອງ​ດິນ​ຟ້າ​ອາ​ກາດ​ໃຫ້​ເປັນ​ທ່າ​ແຮງ​ໃນ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ”.

        ໃນ​ສະ​ພາບ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ຍັງ​ບໍ່​ທັນ​ມີ​ສັນ​ຍານ​ຫຼຸດ​ລົງ, ກ້າວ​ເຂົ້າ​ປີ 2017, ທົ່ວ​ຂະ​ແໜງ​ກະ​ສິ​ກຳ ສູ​້​ຊົນບັນ​ລຸ​ລະ​ດັບ​ເຕີບ​ໂຕ GDP ສຳ​ລັບຜະ​ລິດ​ຕະ​ພັນ​ກະ​ເສດ, ເຄື່ອງ​ປ່າ​ຂອງ​ດົງ ແລະ ສິນ​ໃນ​ນ້ຳ​ບັນ​ລຸ​ໃຫ້​ໄດ້​ແຕ່ 2,5 ຫາ 2,8%; ນ​ີ້​ແມ່ນ​ຄາດ​ໝາຍ​ລະ​ອຽດ ສ້າງ​ປະ​ຖົມ​ປັດ​ໃຈ​ສຳ​ຄັນ​ເພື່ອ​ປະ​ຕິ​ບັດ​ແຜນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ແຫ່ງ​ຊາດ ແລະ ແຜນ​ການ​ພັດ​ທະ​ນາ​ຂະ​ແໜງ​ກະ​ສິ​ກຳ​ໄລ​ຍະ 5 ປີ 2016 – 2020 ໃຫ້​ສຳ​ເລັດ​ຜົນ.


ຂ່າວ/ບົດ​ອື່ນ