ການສົ່ງອອກ ໝາກມັງກອນ ຕາມທິດແບບຍືນຍົງ

(vovworld) - ​ໂດຍແມ່ນ​ເຂດ​ທີ່​ມີ​ເງື່ອນ​ໄຂ​ດິນ​ສັນ​ດອນ​ສະດວກ, ​ແຂວງ​ Binh Thuan ຢູ່ ທາງ​ພາກ​ກາງ ຫວຽດນາມ, ປະຈຸ​ບັນ ​​ເປັນ​ເມືອງ​ເອກ​ໃນ​ການ​ຜະລິດ​ໝາກ​ມັງກອນ​ຂອງ​ທົ່ວ​ປະ​ເທດ. ກ່ອນ​ຫນ້າ​ນີ້, ຕົ້ນ​ມັງ​ກອນ ພຽງ​ປູກ​ເພື່ອ​ປະດັບ​ເອ້, ປະຈຸ​ບັນ ​ໝາກ​ມັງກອນ​ໄດ້​ສົ່ງ​​ໄປ​ຂາຍ​ຢູ່​ຫລາຍ​ປະ​ເທດ​ໃນ​ໂລກ. ຈາກຈຸດປະສົງ​ແມ່ນ​ຕົ້ນ​ໄມ້​​ຊ່ວຍປະຊາຊົນ​ລົບ​ລ້າງ​ຄວາ​ມອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ,​ ມາ​ຮອດ​ປະຈຸ​ບັນ ຕົ້ນມັງກອນ​ແມ່ນ​ຕົ້ນ​​ໄມ້​ຊ່ວຍ​ ສ້າງ​ຄວາມ​ຮັ່ງມີ​ໃຫ້​ແກ່ປະຊາຊົນ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຈຸດໝາຍ​ສຳຄັນ​ທີ່​ສຸດ​ສຳລັບ​ຜູ້ຜະລິດ​ໝາກ​ມັງກອນ​ປະ​ຈຸ​ບັນ, ນັ້ນ​ແມ່ນ​ຍົກ​ສູງ​ປະສິດທິ​ຜົນ​ເພື່ອ​ສ້າງ​ຜະລິດ​ຕະພັນ​ສົ່ງ​ອອກ​ແບບ​ຍືນ​ຍົງ.

ການສົ່ງອອກ ໝາກມັງກອນ ຕາມທິດແບບຍືນຍົງ - ảnh 1
ໝາກມັງກອນຢູ່ ແຂວງ ບີ່ງທ້ວນທາງພາກໃຕ້
ຫວຽນາມ
ພາບ:internet

        ປະຈຸ​ບັນ ໝາກ​ມັງກອນ​ຢູ່ ​ແຂວງ Binh Thuan ​ແລະ ບາງ​ແຂວງ​ທາງ​ພາກ​ໃຕ້ ຫວຽດນາມ ປະຈຸ​ບັນ ຍັງ​ສົ່ງ​ອອກ​ດ້ວຍຮູບ​ການ​ໝາກ​​ໄມ້ສົດ ​ແລະ ຈຳ​ຫນ່າຍ​ຢູ່​ຕະຫລາດ​ພາຍ​ໃນ​ປະ​ເທດ​ປະມານ 15 - 20%, ​ໃນ​ຂະນະ​ນັ້ນ ສົ່ງ​ອອກ​ແຕ່ 80 -90%. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ໂດຍຜ່ານ​​ຮົ້ວ​ກີດ​ຂວາງ​ດ້ານຫລັກ​ອະນາ​ໄມ​​ດ້ານ​ສະບຽງ​ອາຫານ​ຢູ່​ຕະຫລາດ​ຈຳນວນ​ຫນຶ່ງ​ທີ່​ມີ​ຄວາມ​ຮຽກຮ້ອງ​ສູງ, ໝາກ​ມັງກອນ ຫວຽດນາມ ​ໄດ້ສົ່ງ​ໄປ​ຂາຍ​ຢູ່ 20 ປະ​ເທດ ​ແລະ ​ເຂດ​ແຄ້ວ​ນ​ໃນ​ໂລກ​ຄື: ຈີນ, ສ​ເກົາຫລີ, ອິນ​ໂດ​ເນ​ເຊຍ, ມາ​ເລຍ​ເຊຍ, ສິງກະ​ໂປ, ​ໂຮ​ນລັງ, ອັງກິດ, ຝລ່ັງ, ​ເຢຍລະ​ມັນ, ອາ​ເມ​ລິ​ກາ ​ແລະ ກາ​ນາ​ດາ… ດ້ວຍ​ປະລິມານ 35.000 ​ໂຕນ/ປີ, ບັນລຸ​ວົງ​ເງິນ​ສົ່ງ​ອອກ​ປະ​ມານ 20 ລ້າ​ນ  USD. ສຳລັບ​ບັນດາ​ປະ​ເທດ​ຢູ່​ອາຊີ, ຈີນ​ຍັງ​ຄົງ​ແມ່ນ​ຕະຫລາດ​ບໍລິ​ໂພ​ກໝາກ​ມັງກອນ​ຂອງ ຫວຽດນາມ ຫລາຍ​ກວ່າ​ໝູ່. ​ເຖິງ​ຢ່າງ​ກໍ​ຕາມ, ປະລິມານ​ໝາກ​ມັງກອນ​ສົ່ງ​ອອກ​ໄປ​ຍັງ​ຕະຫລາດ​ນີ້​ຕາມສັນຍາການຄ້າ​ກວມພຽງ​ 2 - 4%, ສ່ວນຍັງ​​ເຫລືອ​ແມ່ນ​ຕາມ​ແບບ​ຂາຍຍ່ອຍ, ​ເພາະສະ​ນັ້ນ ວິທີ​ການ​ສົ່ງ​ອອກ​ອາດ​ຈະ​ເກີດ​ຄວາມ​ສ່ຽງ​ຫຼາຍ​. ທ່ານ Bui Dang Hung ປະທານ​ສະຫະ​ສະມາຄົມ ໝາກ​ມັງກອນ ​ແຂວງ  Binh Thuan ​ໃຫ້​ຮູ້​ວ່າ:

 “ຮູບ​ການ​ສົ່ງ​ອອກ​ແມ່ນ​ງ່າຍ​ດາ​ຍ, ບໍ່​ຖືກ​ຜູກ​ມັດ​ແຕ່ຢ່າງໃດ, ສະ​ນັ້ນ ສິ່ງ​ທ່ີ​ສະດວກ​ນັ້ນແມ່ນສິນຄ້າຂາຍໄດ້ຢ່າງວ່ອງໄວ, ເມື່ອຮອດລະດູເກັບໝາກມັງກອນອາດ​ຈະ​ຂາຍ​​ໃຫ້​ໝົດ​ໃນ​ເວລາ 5 - 10 ມື້​ເທົ່າ​ນັ້ນ. ​ແຕ່​ສິ່ງ​ທີ່​ຫຍຸ້ງຍາກ ນັ້ນ​ແມ່ນ ມີ​ຫລາຍ​ພາກ​ສ່ວນ​ເຂົ້າ​ຮ່ວມ​ການ​ຊື້​ຂາຍ ​ແລະ ການ​ຄຸ້ມ​ຄອງ​ຂອງ​ທັງ​ສອງ​ຝ່າຍ​ບໍ່​ທັນ​ເຂັ້ມ​ງວດ​ເທື່ອ, ສະ​ນັ້ນ ຍາກ​ທີ່ຈະ​ກວດກາ​ຫລັກ​ອະນາ​ໄມ​​ດ້ານ​ສະບຽງ​ອາຫານ​ໄດ້, ລາຄາ​ກໍ​ບໍ່​ເປັນ​ປົກກະຕິ. ນີ້​ກໍ​ແມ່ນ​ສິ່ງ​ທ້າ​ທາຍ​ສຳລັບ​ພວກ​ຂ້າພະ​ເຈົ້າ, ຕ້ອງ​ເຮັດ​ແນວ​ໃດ​ໃຫ້ການ​ຜະລິດ​ປອດ​ສານພິດ, ຮັບປະກັນ​​ໃຫ້ການ​ພັດທະນາ​ຢ່າງ​ຍາວ​ນານ. ທີ​ສອງ ​ຕ້ອງເຮັດ​ແນວ​ໃດ​​​ເພື່ອໃຫ້​ເລື່ອງ​ຊື້​ຂາຍ​ບໍ່​ຖືກ​ຄວາມ​ສ່ຽງ, ສະ​ນັ້ນ ຕ້ອງ​ຮັບປະກັນ​ນັບ​ທັງ​ໃນ​ການ​ຜະລິດ​ກໍ​ຄື​ການຈຳຫນ່າຍ.”

        ​ເພື່ອ​ເປ​ີດກວ້າງ​ຕະຫລາດ​ສົ່ງ​ອອກ​ໝາກ​ມັງກອນ​ໃຫ້​ຍືນ​ຍົງ, ກ່ອນ​ອື່ນ​ໝົດ​ໝາກ​ມັງກອນ​ຕ້ອງ​ປອດ​ສານພິດ, ​​ແຊບ, ລາຄາ​ຖືກ ​ແລະ ມີ​ປະລິມານ​ຫລວງຫລາຍ. ສຳລັບ​ຕະຫລາດ​ໃຫຍ່​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຄື: ອາ​ເມ​ລິ​ກາ, ກາ​ນາ​ດາ, ຍີ່​ປຸ່ນ, ​ເອີ​ລົບ..​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ຜູ້​ຜະລິດ​ໝາກ​ມັງກອນ​ຕ້ອງ​ບັນລຸ​ບັນດາມາດຕະຖານທັງ​ໝົດ​ນັບ​ແຕ່ລະບົບ​ເກັບ​ຊື້, ຫຸ້ມ​ຫໍ່, ຮັກສາ... ນີ້​ກໍ​ແມ່ນ​ບັນຫາ​ຊື່​ງສະຫະ​ສະມາຄົມ​ໝາກ​ມັງກອນ, ບັນດາ​ວິ​ສາ​ຫະກິດ ​ແລະ ພໍ່​ແມ່​ຊາວ​ກະສິກອນ​ສົ່ງ​ອອກ​ໝາກ​ມັງກອນ​ສົນ​ໃຈ​ທີ່​ສຸດ. ທ່ານ Ngo Xuan Nghiem ​ເຈົ້າ​ຂອງ​ຮາກ​ຖານ​ຜະລິດ​ໝາກ​ມັງກອນ​ຢູ່ ​ແຂວງ Binh Thuan ​ໃຫ້​ຮູ້​ວ່າ:

        “ປ່ຽນ​ແປງ​ຮີດຄອງ​ປະ​ເພນີ​ໃຫ້​ແກ່​ຊາວ​ກະສິກອນ​ແມ່​ນສິ່ງ​ທີ່​ຫຍຸ້ງຍາກ​ທີ່​ສຸດ, ​ເມື່ອ​ຫວຽດນາມ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ (WTO) ​ແມ່ນຮຽກຮ້ອງ​ ​​ໃຫ້ສິນຄ້າບັນລຸຄຸນ​ນະພາ​ບ​ສູງ ​ໃນ​ຂະນະ​ນັ້ນ ລະດັບ​ຄວາມ​ຮູ້​ຂອງ​ຊາວ​ກະສິກອນຍັງ​ຈຳກັດ​ຢູ່. ຊາວ​ກະສິກອນ​ເຄີຍ​ຜະລິດ​ຕາມ​ຮູບ​ແບບ​​ເດີມ, ສະ​ນັ້ນບໍ່​ໝັ້ນຄົງ​ໃນ​ອະນາຄົດ​ໄດ້. ຢາກ​ສ່ົງ​ອອກ​ໝາກ​ມັງກອນ​ຢ່າງ​ໝັ້ນຄົງ​ຕ້ອງ​ມີ​ວິທີ​ການ, ປ່ຽນ​ແປງ​ສະຕິ​ຄວາມ​ຮັບ​ຮູ້, ຮັບ​ເອົາ​ພື້ນຖານ​ວິທະຍາສາດ​ເຕັກນິກ​ທີ່​ກ້າວຫນ້າ, ​ໃນ​ນັ້ນຮັບປະກັນຫລັກ​ອະນາ​ໄມ​​ດ້ານ​ສະບຽງ​ອາຫານ​ເປັນ​ມາດຕະຖານ​ທຳ​ອິດກ່ອນ​ທີ່​ຈະ​ຈຳຫນ່າຍ.”

ການສົ່ງອອກ ໝາກມັງກອນ ຕາມທິດແບບຍືນຍົງ - ảnh 2
ວຽກງານຫຸ້ມຫໍ່ໝາກມັງກອນເພື່ອສົ່ງອອກ
ພາບ:phapluatvn.vn

        ​ ​ຕາມ​ທິດ​ນີ້, ປະຈຸ​ບັນ​ຢູ່​ແຂວງ Binh Thuan ມີ ​ຕົ້ນ​ມັງກອນ7.300 ເຮັກຕາ​ໄດ້​ຮັບ​​ໃບ​ຢັ້ງຢືນ​ບັນລຸ​ມາດຕະຖານ Vietgap ຊື່​ງ​ແມ່ນ​ມາດຕະຖານ​ຜະລິດ​ກະສິກຳ​ດີ​ສຸດ​ຢູ່​ຫວຽດນາມ ​ແລະ ມີ​ຕົ້ນ​ມັງກອນ​ໃນ​ເນື້ອ​ທີ່ເກືອບ 160 ​ເຮັກຕາ​ແມ່ນ​ຜະລິດ​ຕາມ​ມາດຕະຖານ Globogap ຊື່​ງ​ແມ່ນ​ມາດ​ຕະຖານ​ຜະລິດ​ກະສິກຳ​ດີ​ສຸດ​ຂອງ​ໂລກ ​ແລະ 1.140 ​ເຮັກຕາ​ໄດ້​ຮັບ​ອະນຸຍາດຈາກ​ກົມ​ກວດກາ​ພະຍາດຂອງ​ອາ​ເມ​ລິ​ກາ ເປັນ​ເຂດ​ຜະລິດ​ເພື່ອ​ສົ່ງ​ອອກ​ໄປ​ຍັງ​ຕະຫລາດ​ອາ​ເມ​ລິ​ກາ ​ແລະ ສ​ເກົາຫລີ ​. ປະ​ຈຸ​ບັນ ມີວິ​ສາ​ຫະກິດ 80 ​ແຫ່ງ​ຢູ່​ແຂວງ Binh Thuan ນຳ​ຫນ້າ​ໃນ​ການ​ກໍ່ສ້າງ​ໂຮງງານ​ຫຸ້ມ​ຫໍ່ ​ແລະ ຈັດ​ຕັ້ງ​ການ​ເກັບ​ຊື້​ຜະລິດ​ຕະພັນຕາ​ມມາດຕະຖານ. ມີ​ວິ​ສາ​ຫະກິດ​ຫລາຍ​ແຫ​່ງລົງທຶນ​ກໍ່ສ້າງ​ໂຮງງານ​ກຳຈັດ​ຄວາມ​ຮ້ອນ ​ແລະ ສ່ອງ​ລັງສີ ​ເພື່ອ​ຕອບ​ສະຫນອງ​ມາດຕະຖານ​ການ​ສົ່ງ​ອອກ. ທ່ານ Bui Dang Hung ປະທານ​ສະຫະ​ສະມາຄົມ​ໝາກ​ມັງກອນ ​ແຂວງ Binh Thuan ​ໃຫ້​ຮູ້​ວ່າ:

        “ຊາວ​ກະສິກອນ​ສະຫນັບສະຫນູນ​ເຫັນ​ດີ​ເຫັນ​ພ້ອມ ​ແລະ ພວມ​ປະຕິບັດ​ເມື່ອ​ມີ​ການ​ແນະນຳ, ຊ່ວຍ​ເຫລືອ​ຈາກ​ບັນດາ​ຝ່າຍ​ກ່ຽວຂ້ອງ​. ມີ​ວິ​ສາ​ຫະກິດ​ຫລາຍ​ແຫ່ງ​ໄດ້​ລົງທຶນ​ຈຳນວ​ນ​ເງິນ​ນັບ 10.000 USD ​ເພື່ອ​ກໍ່ສ້າງ​ໂຄງການ​ມາດຕະຖານ Globogap, EuroGap ​ເພື່ອ​ຍົກ​ສູງ​ຜະລິດ​ຕະພັນ​ໃຫ້​ເປັນ​ປົກກະຕິ​ຢູ່​ບັນດາ​ຕະຫລາດ​ທີ່​ມີ​ຄວາມ​ຮຽກຮ້ອງ​ດ້ານ​ຄຸນ​ນະພາ​ບສູງ. ນອກ​ນັ້ນ​ຍັງ​ມີ​ຫລາຍ​ຄອບຄົວ​ໄດ້​ສ້າງ​ມາດຕະຖານ Vietgap. ​ໃນ​​ໄລຍະຫນຶ່ງ​ປີ, ສູນ​ຄົ້ນ​ຄ້ວາ​ຕົ້ນ​ໝາກ​ມັງກອນ Binh Thuan ກໍ​ໄດ້​ຊ່ວຍ​ເຫລືອ​ພໍ່​ແມ່​ປະຊາຊົນ ​ແລະ ອອກ​​ໃບ​ຢັ້ງຢືນ​ໃຫ້​ແກ່​ຕົ້ນ​ ມັງກອນກວ່າ 5.000 ​ເຮັກຕາ.​ ອຳນາດ​ການ​ປົກຄອງ​ແຂວງ ​ແລະ ສະຫະ​ສະມາຄົມ ກໍ​ໄດ້​ຊອກ​​ວິທີຊ່ວຍ​ພໍ່​ແມ່​ປະຊາຊົນ​ສືບ​ຕໍ່​ສ້າງ​ມາດຕະຖານ Vietgap.”

        ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້ ສະພາບ​ການ​ສົ່ງ​ອອກ​ໝາກ​ມັງກອນ​ຂອງ ຫວຽດນາມ ​ໄດ້​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງຫນ້າ, ພິ​ເສດ​ບັນດາ​ຕະຫລາດ​ທີ່​ນຳ​ມາ​​ເຊິ່ງປະສິດທິ​ຜົນ​ດ້ານ​ເສດຖະກິດ​ສູງ. ປີ 2010 ການ​ສົ່ງ​ອອກ​ໝາ​ກມັງກອນ​ໄປ​ຍັງ​ຍີ່​ປຸ່ນ ​ແລະ ອາ​ເມ​ລິ​ກາ ບັນລຸ 420 ​ແລະ 880 ​ໂຕນ​, ປີ 2011 ​ເພີ່ມ​ຂຶ້ນ 600 ​ໂຕນ ​ແລະ ກວ່າ 1.500 ​ໂຕນ. ຢູ່​ຕະຫລາດ ​ເອີ​ລົບ,​ ພາຍຫລັງ​ສົ່ງ​ໄປ​ຂາຍ​ຢູ່​ຕະຫລາດ​ໂຮ​ນລັງ, ໝາກ​ມັງກອນ​ຂອງ​ຫວຽດນາມ​ ກໍ​ໄດ້​ຖືກ​ສົ່ງ​ໄປ​ຂາຍ​ຢູ່​ຕະຫລາດ​ຝລ່ັງ, ອັງກິດ ​ແລະ ​ເຢຍລະ​ມັນ. ​ໃນ 6 ​ເດືອນ​ຕົ້ນ​ປີ 2010, ຕະຫລາດ​ສົ່ງ​ອອກ​ໝາກ​ມັງກອນ​ມີ​ສັນຍານ​ດີ​ພໍ​ສົມຄວນ. ​ເພື່ອ​ຂະຫຍາຍ​ຕະຫລາດ, ລັດ​ພວມ​ສົມທົບ​ກັບ​ບັນດາ​ວິ​ສາ​ຫະກິດກໍ່ສ້າງ​ບັນດາ​ສູນ​ຊື້​ຂາຍ​ໝາກ​ມັງກອນ, ກໍ່ສ້າງ​ລະບົບ​ຜະ​ລິດ​ໃນ​ເບື້ອງ​ຕົ້ນ, ສາງແຊ​່ເຢັນ ​​ແນ​ໃສ່ຕອບ​ສະຫນອງ​ບັນດາ​ມາດຕະຖານ​ສາກົນ​ເພື່ອ​ໃຫ້ການ​ສົ່ງ​ອອກ​ໝາກ​ມັງກອນ​ມີ​ປະສິດທິ​ຜົນ​ເປັນ​ປົກກະຕິ​ຢ່າງ​ຍາວ​ນານ.

ຕອບກັບ

ຂ່າວ/ບົດ​ອື່ນ