ການສົ່ງອອກຜ່ານຜ່າສິ່ງທ້າທາຍເພື່ອສຳເລັດຄາດໝາຍການເຕີບໂຕຢູ່ໃນລະດັບ 6%

(VOVWORLD) -ໃນໄຕມາດ 1 ປີນີ້, ຍອດວົງເງິນສົ່ງອອກ ນຳເຂົ້າສິນຄ້າຂອງຫວຽດນາມ ບັນລຸກ່ວາ 154 ຕື້  USD. ເຖິງວ່າ ວົງເງິນສົ່ງອອກຫລຸດລົງກວ່າ 13% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ, ແຕ່ ຫວຽດນາມ ຍັງຄົງຮັກສາດຸນການຄ້າ ແລະ ການສົ່ງອອກເກີນດຸນກວ່າ 4 ຕື້  USD, ສູງກວ່າລະດັບ 1,9 ຕື້  USD ຂອງປີ 2022 ແລະ 2,5 ຕື້  USD ຂອງປີ 2021. ນີ້ແມ່ນສັນຍານຕັ້ງຫນ້າເພື່ອໃຫ້ ຫວຽດນາມ ສຳເລັດຄາດໝາຍການເຕີບໂຕສົ່ງອອກ 6% ໃນປີນີ້.

ການສົ່ງອອກຜ່ານຜ່າສິ່ງທ້າທາຍເພື່ອສຳເລັດຄາດໝາຍການເຕີບໂຕຢູ່ໃນລະດັບ 6% - ảnh 1ການເຄື່ອນໄຫວສົ່ງອອກສິນຄ້າຂອງບໍລິສັດຫຸ້ນສ່ວນກຸ່ມບໍລິສັດ ຮວ່າຟາດ. ພາບ:Minh Đức

ໃນສະພາບເສດຖະກິດໂລກຟື້ນຕົວຊັກຊ້າ ດ້ວຍນະໂຍບາຍຮັດເຂັມຂັດເງິນຕາ ຢູ່ ຫລາຍປະເທດ ເຮັດໃຫ້ຄວາມຕ້ອງການບໍລິໂພກຂອງບັນດາຄູ່ຮ່ວມມືການຄ້າໃຫຍ່ຫລຸດລົງ, ວົງເງິນສົ່ງອອກຂອງຫວຽດນາມ ກໍ່ຫລຸດລົງໃນໄຕມາດ 1, ແຕ່ ຫວຽດນາມ ຍັງຄົງມີ 14 ປະເພດສິນຄ້າສົ່ງອອກບັນລຸວົງເງິນກວ່າ 1 ຕື້  USD, ໃນນັ້ນ ມີ 4 ປະເພດສິນຄ້າສົ່ງອອກບັນລຸກວ່າ 5 ຕື້  USD ນັ້ນຄື: ໂທລະສັບມືຖື ແລະ ເຄື່ອງອາໄຫລ່, ເຄື່ອງເອເລັກໂຕນິກ, ຄອມພິວເຕີ ແລະ ເຄື່ອງອາໄຫລ່, ເຄື່ອງຈັກ ອຸປະກອນ, ເຄື່ອງຕ່ຳແຜ່ນຕັດຫຍິບ. ທ່ານ ເລຕຽນເຈື່ອງ, ປະທານ ສະພາຝ່າຍບໍລິຫານກຸ່ມວິສາຫະກິດຕ່ຳແຜ່ນຕັດຫຍິບຫວຽດນາມ (Vinatex), ໃຫ້ຮູ້ວ່າ: ວິສາຫະກິດຕ່ຳແຜ່ນຕັດຫຍິບ ໄດ້ຍາດແຍ່ງຫມູນໃຊ້ບັນດາໃບສັ່ງຊື້ສິນຄ້າຢ່າງສູງສຸດເພື່ອຮັບປະກັນການຜະລິດ ພ້ອມທັງຫັນປ່ຽນປະເພດສິນຄ້າຕາມຄວາມຕ້ອງການຂອງຕະຫລາດ, ຍາມໃດກໍ່ກຽມພ້ອມກຳລັງການຜະລິດເພື່ອຮັບກາລະໂອກາດຈາກຕະຫລາດ.

ແລະກໍ່ໃນໄຕມາດ 1 ການສົ່ງອອກຜະລິດຕະພັນກະເສດ, ເຄື່ອງປ່າຂອງດົງ ແລະ ສິນໃນນ້ຳ ຂອງຫວຽດນາມ ບັນລຸກວ່າ 11 ຕື້  USD, ໃນນັ້ນ ການສົ່ງອອກເຂົ້າສານ ແລະ ໝາກໄມ້ເຕີບໂຕຢ່າງແຮງສຳລັບປະເພດເຂົ້າສານ, ປະລິມານການສົ່ງອອກບັນລຸເກືອບ 1,8 ລ້ານໂຕນ, ລວມມູນຄ່າ 952 ລ້ານ  USD, ເພີ່ມຂຶ້ນກວ່າ 19% ກ່ຽວກັບປະລິມານ ແລະ ເພີ່ມຂຶ້ນກວ່າ 30% ກ່ຽວກັບມູນຄ່າເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ທ່ານ ເຈີນແທງຫາຍ, ຮອງຫົວຫນ້າກົມນຳເຂົ້າສົ່ງອອກ, ກະຊວງ ອຸດສາຫະກຳ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:

ປະຈຸບັນ, ການຜະລິດເຂົ້າສານແມ່ນດີທີ່ສຸດ, ຫວຽດນາມ ມີແຫລ່ງສະຫນອງເຂົ້າສານເປັນປົກກະຕິ. ສຳລັບບັນຫາຕະຫລາດ ຖ້າຫາກວ່າ ອິນເດຍ ຍັງຄົງສືບຕໍ່ຮັກສາຄຳສັ່ງຫ້າມການສົ່ງອອກເຂົ້າສານ ນັ້ນກໍ່ແມ່ນເງື່ອນໄຂສະດວກໃຫ້ແກ່ການສົ່ງອອກເຂົ້າສານຂອງຫວຽດນາມ   ກໍ່ຄື ບັນດາຕະຫລາດສົ່ງອອກເຂົ້າສານອື່ນອີກ. ເລື່ອງປະຈຸບັນ ບັນດາປະເທດພວມເປີດກວ້າງຄວາມຕ້ອງການຊື້ ພິເສດແມ່ນບັນດາຕະຫລາດເດີມຂອງຫວຽດນາມ ຄື: ຈີນ, ຟິລິບປິນ ກໍ່ເປັນການຊ່ວຍໃຫ້ ຫວຽດນາມ ສາມາດຮັບປະກັນປະລິມານສົ່ງອອກເຂົ້າສານໃນປີນີ້ ບັນລຸປະມານ 7 ລ້ານໂຕນແລ້ວ.

ໃນ 3 ເດືອນຕົ້ນປີນີ້ ການສົ່ງອອກ ຂອງຫວຽດນາມ ຍັງຄົງຮັກສາບັນດາຕະຫລາດເດີມຢ່າງໝັ້ນຄົງ. ໃນນັ້ນ ອາເມລິກາ ແມ່ນຕະຫລາດສົ່ງອອກໃຫຍ່ສຸດຂອງຫວຽດນາມ ດ້ວຍວົງເງິນຄາດວ່າບັນລຸເກືອບ 20,6 ຕື້  USD, ຖັດມາແມ່ນຈີນ ດ້ວຍວົງເງິນຄາດວ່າບັນລຸ 11,54 ຕື້  USD. ສຳລັບຕະຫລາດ ອີຢູ, ບັນດາສັນຍາການຄ້າເສລີ(FTA)ໄດ້ນຳມາເຊິ່ງປະສິດທິຜົນຕັ້ງຫນ້າ ເມື່ອການສົ່ງອອກເກີນດຸນໄປຍັງ ອີຢູ ບັນລຸເກືອບ 7 ຕື້  USD. ພິເສດ ໃນໄຕມາດ 1 ການສົ່ງອອກເກີນດຸນໄປຍັງ ອາເມລິກາ ຄາດວ່າບັນລຸເກືອບ 10,4 ຕື້  USD. ທ່ານ ໂດ໋ງອັກຮຶງ, ທູດການຄ້າ ຫວຽດນາມ ປະຈຳ ອາເມລິກາ ຖືວ່າ:

 “ໃນຂອບເຂດຫລາຍຝ່າຍ ແລະ ສອງຝ່າຍ ຊື່ງ ຫວຽດນາມ ແລະ ອາເມລິກາ ພ້ອມກັນເຂົ້າຮ່ວມ, ຂ້າພະເຈົ້າເຫັນວ່າ ສອງຝ່າຍຍັງມີຈຸດລວມ ຊື່ງສາມາດຫນູນຊ່ວຍກັນຊຸກຍູ້ການເຕີບໂຕວົງເງິນສົ່ງອອກສອງສົ້ນ. ນອກນັ້ນ ຫນຶ່ງໃນບັນດາເສົາຄ້ຳ ຊື່ງ ອາເມລິກາ ຕີລາຄາສູງສຳລັບພື້ນຖານເສດຖະກິດ ຫວຽດນາມ ນັ້ນແມ່ນ ຄຳໝັ້ນສັນຍາຂອງ ຫວຽດນາມ ຢູ່ ກອງປະຊຸມສຸດຍອດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດຂອງ ສປຊ (COP 26)ເມື່ອຍົກອອກຄຳໝັ້ນສັນຍາບັນລຸການປ່ອຍອາຍພິດລົງລະດັບ 0 ໃນປີ 2050. ນີ້ແມ່ນສັນຍານສະແດງໃຫ້ເຫັນວ່າ ຫວຽດນາມ ມຸ່ງໄປເຖິງບັນດາຜະລິດຕະພັນສີຂຽວ, ເສດຖະກິດໝູນວຽນ ດ້ວຍຄາດໝາຍແມ່ນປົກປັກຮັກສາສິ່ງແວດລ້ອມ, ຕ້ານການປ່ຽນແປງຂອງດິນຟ້າອາກາດ ແລະ ຈະສ້າງທ່າໄດ້ປຽບແກ່ງແຍ້ງໃຫ້ແກ່ບັນດາປະເພດສິນຄ້າສົ່ງອອກຂອງ ຫວຽດນາມ ໃນອະນາຄົດ.

ການສົ່ງອອກຜ່ານຜ່າສິ່ງທ້າທາຍເພື່ອສຳເລັດຄາດໝາຍການເຕີບໂຕຢູ່ໃນລະດັບ 6% - ảnh 2ທ່ານ ເຈີນແທງຫາຍ, ຮອງຫົວຫນ້າກົມນຳເຂົ້າສົ່ງອອກ, ກະຊວງ ອຸດສາຫະກຳ ການຄ້າ ຫວຽດນາມ. ພາບ:  VOV

ໃນສະພາບການຍອດຄວາມຕ້ອງການຂອງທົ່ວໂລກຫລຸດລົງ, ໄພເງິນເຟີ້ ແລະ ສະພາບຊຸດໂຊມເສດຖະກິດພວມເກີດຂຶ້ນຢູ່ຫລາຍປະເທດ, ທີ່ກອງປະຊຸມລາຍງານວຽກງານສົ່ງເສີມການຄ້າຕໍ່ກັບລະບົບທູດການຄ້າ ຫວຽດນາມ ຢູ່ ຕ່າງປະເທດ ເມື່ອເດືອນ ມີນາປີ 2023 ເມື່ອວັນທີ 31 ມີນາ, ຢູ່ ຮ່າໂນ້ຍ, ທ່ານ ຫງວຽນຮົ່ງຢຽນ ລັດຖະມົນຕີກະຊວງອຸດສາຫະກຳ ການຄ້າ ຖືວ່າ: ບັນດາກະຊວງ, ຂະແຫນງການ ແລະ ປະຊາຄົມວິສາຫະກິດ ຫວຽດນາມ ຈະມີບັນດາມາດຕະການເພື່ອປັບຕົວໃຫ້ແທດເໝາະ ແນໃສ່ຍູ້ແຮງການສົ່ງອອກສິນຄ້າ.

ບັນດາທູດການຄ້າຢູ່ຕ່າງປະເທດ ສຸມໃສ່ຕີລາຄາການຄາດຄະເນສະພາບການເສດຖະກິດຂອງບັນດາປະເທດຢູ່ພາກພື້ນທີ່ເຮົາປະຈຳການ ເປັນຕົ້ນແມ່ນບັນດານະໂຍບາຍຂອງເຂົາເຈົ້າຕໍ່ຫນ້າຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ການຜັນແປຂອງທົ່ວໂລກ ເພື່ອໃຫ້ຈາກນັ້ນມີການຄາດຄະເນສະພາບການໃຫ້ຊັດເຈນ. ຄົ້ນຄ້ວາຂໍ້ສະເຫນີບັນດາແຜນນະໂຍບາຍ, ນະໂຍບາຍຈາກລັດຖະບານ, ທ້ອງຖິ່ນ, ວິສາຫະກິດ, ສະຫະສະມາຄົມວິສາຫະກິດ ແລະ ຜູ້ຜະລິດ ເຮັດແນວໃດເພື່ອຍາດແຍ່ງບັນດາສັນຍາ  FTA ລຸ້ນໃຫມ່ຜ່ານການເຄື່ອນໄຫວນຳເຂົ້າສົ່ງອອກຂອງຕົນ.

ປີນີ້ ການສົ່ງອອກສືບຕໍ່ໄດ້ກຳນົດວ່າ ແມ່ນກຳລັງຫນູນແກ່ການເຕີບໂຕຂອງພື້ນຖານນເສດຖະກິດ ຫວຽດນາມ, ດ້ວຍຄາດໝາຍການເຕີບໂຕ 6%, ວົງເງິນການສົ່ງອອກຄາດວ່າບັນລຸ 393 – 394 ຕື້  USD, ເພີ່ມຂຶ້ນປະມານ 22 ຕື້  USD ມູນຄ່າການສົ່ງອອກສິນຄ້າເມື່ອທຽບໃສ່ປີກາຍ. ເພື່ອສຳເລັດຄາດໝາຍນີ້ ລັດຖະບານ ພ້ອມກັບກະຊວງອຸດສາຫະກຳ ການຄ້າ ໄດ້ເປັນເຈົ້າການໃນການຕິດຕາມຢ່າງໃກ້ຊິດຕິດແທດກັບສະພາບການສາກົນ ແລະ ພາຍໃນປະເທດ, ອັບເດດການຄາດຄະເນ ຕະຫລາດໃຫ້ແກ່ບັນດາວິສາຫະກິດ. ພ້ອມກັນນັ້ນ ກໍ່ແກ້ໄຂຮົ້ວກີດຂວາງເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດແຊກຊືມເຂົ້າບັນດາຕະຫລາດສົ່ງອອກໃຫມ່.

ຕອບກັບ

ຂ່າວ/ບົດ​ອື່ນ