ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ 2018: ແງ່ຫວັງ ແລະ ສິ່ງທ້າທາຍ

(VOVWORLD) - ນັບແຕ່ຕົ້ນປີມາຮອດປະຈຸບັນ, ວົງເງິນສົ່ງອອກຂອງຂະແໜງເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ໄດ້ບັນລຸຕົວເລກເປັນໜ້າຊື່ນຊົມ ແລະ ພວມມຸ່ງໄປເຖິງຄາດໝາຍບັນລຸ 31 ຕື້ USD ໃນປີ 2017.
ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ 2018: ແງ່ຫວັງ ແລະ ສິ່ງທ້າທາຍ - ảnh 1 ພາບປະກອບ

 ເຖິງວ່າຕ້ອງປະເຊີນໜ້າກັບຄວາມຫຍຸ້ງຍາກບໍ່ແມ່ນໜ້ອຍ ຍ້ອນຜົນສະທ້ອນຈາກການຫັນປ່ຽນທີ່ບໍ່ອຳນວຍຂອງສະພາບເສດຖະກິດໂລກ ແລະ ບັນດາປະເທດຄູ່ຮ່ວມມືກໍ່ຕາມ, ແຕ່ຕາມການຄາດຄະເນຂອງບັນດານັກຊ່ຽວຊານແລ້ວ, ປີ 2018, ຂະແໜງເຄື່ອງຕ່ຳແຜ່ນຕັດຫຍິບຂອງ ຫວຽດນາມ ຈະສືບຕໍ່ຟື້ນຕົວ. ບົດຂຽນ “ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບປີ 2018: ແງ່ຫວັງ ແລະ ສິ່ງທ້າທາຍ” ຂອງຈູງຖຸຍ, ນັກຂ່າວ VOV.

ປີ 2016 ແລະ ຕົ້ນປີ 2017, ຈຳນວນສັນຍາສັ່ງຊື້ສິນຄ້າຈາກບັນດາປະເທດຄູ່ຮ່ວມມືສົ່ງເຖິງ ຫວຽດນາມ ໄດ້ຫລຸດລົງຢ່າງແຮງ ເຮັດໃຫ້ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບໄດ້ປະສົບກັບຄວາມຫຍຸ້ງຍາກ. ເມື່ອເຫັນແຈ້ງໄດ້ສິ່ງດັ່ງກ່າວ, ບັນດາວິສາຫະກິດເຄື່ອງຕ່ຳແຜ່ນຕັດຫຍິບໄດ້ຕັ້ງໜ້າລົງທຶນປັບປຸງລະບົບການຜະລິດ, ສຸມໃສ່ເຂົ້າໃນບາງປະເພດສິນຄ້າທີ່ເປັນທ່າແຮງ, ຊອກຫາ, ເປີດກ້ວາງຕະຫຼາດ, ຍ້ອນເຫດນັ້ນ, ສະພາບການສົ່ງອອກຂອງຂະແໜງໄດ້ຮັບການປັບປຸງພໍສົມຄວນ. ໄລ່ຮອດໄຕມາດທີ 3, ວົງເງິນສົ່ງອອກທົ່ວຂະແໜງບັນລຸໄດ້ເກືອບ 23 ຕື້ USD. ຄາດວ່າ, ວົງເງິນສົ່ງອອກໃນໄຕມາດທີ 4 ອາດຈະບັນລຸ 8 ຕື້ USD, ອາດຈະຍົກວົງເງິນສົ່ງອອກຂອງທັງປີຂຶ້ນເຖິງ 31 ຕື້ USD, ເພີ່ມຂຶ້ນ 10% ເມື່ອທຽບໃສ່ປີ 2016. ຖ້າຫາກບັນລຸໄດ້ຕົວເລກນີ້, ຫວຽດນາມ ຈະຢືນອັນດັບທີ 26 ໃນຍອດຈຳນວນບັນດາປະເທດທີ່ມີວົງເງິນສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບໃຫຍ່ສຸດໃນໂລກ.

ໝາກຜົນນີ້ໄດ້ສະແດງໃຫ້ເຫັນພື້ນຖານຢ່າງໜັກແໜ້ນຂອງຂະແໜງເຄື່ອງຕ່ຳແຜ່ນຕັດຫຍິບໃນປີ 2017 ແມ່ນຍ້ອນມີການກະກຽມຢ່າງລອບຄອບຖີ່ຖ້ວນ ຂອງບັນດາວິສາຫະກິດ ແລະ ແຜນນະໂຍບາຍການພັດທະນາອຸດສາຫະກຳສຳຮອງຂອງລັດຖະບານ, ແມ່ນກຳລັງໜູນ, ແມ່ນການຊຸກຍູ້ເພື່ອໃຫ້ຂະແໜງເຄື່ອງຕ່ຳແຜ່ນຕັດຫຍິບພັດທະນາເຂັ້ມແຂງກ່ວາ. ປີ 2018 ໄດ້ຮັບການຄາດຄະເນຈະແມ່ນປີແຫ່ງຄວາມມັ່ງຄັ່ງຂອງຂະແໜງເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ແລະ ລະດັບການເຕີບໂຕຂອງຂະແໜງອາດຈະຮັກສາຢູ່ໃນລະດັບ 2 ຕົວເລກ. ທ່ານ ຫງວຽນຊວນເຢືອງ, ປະທານສະພາບໍລິຫານງານບໍລິສັດໃຫຍ່ຕັດຫຍິບ ຮຶງອຽນ, ແບ່ງປັນວ່າ: ສຳລັບບັນດາວິສາຫະກິດໃຫຍ່, ຈຳນວນສັນຍາສັ່ງຊື້ສິນຄ້າໃນປີໜ້າຈະເພີ່ມຂຶ້ນຫຼາຍກ່ວາ. ແຕ່ເຖິງຢ່າງໃດກໍ່ຕາມ, ການຫລຸດລາຄາຢູ່ຕະຫຼາດພາກພື້ນຫຼາຍແຫ່ງ ຈະສົ່ງຜົນສະທ້ອນເຖິງການສົ່ງອອກຂອງເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ:

        “ປີ 2018, ຖ້າເວົ້າເລື່ອງຈຳນວນສິນຄ້ານັ້ນ, ແນ່ນອນວ່າຍັງຫຼາຍຢູ່ ແຕ່ລາຄາບັນດາປະເພດສິນຄ້າ, ເຂົາເຈົ້າໄດ້ກົດລາຄາລົງ, ຍ້ອນວ່າປະຈຸບັນ, ຂະແໜງຕ່ຳແຜ່ນຕັດຫຍິບຢູ່ບັນດາຕະຫຼາດລ້ວນແຕ່ໄດ້ຫລຸດລົງ. ນີ້ແມ່ນສິ່ງທີ່ໜ້າເປັນຫ່ວງໃຫ້ແກ່ບັນດາວິສາຫະກິດ. ປີຕໍ່ໄປ, ລາຄາອາດຈະຫລຸດລົງ ແຕ່ວ່າ ຈຳນວນເງິນເດືອນ ແລະ ບັນດາຄ່າໃຊ້ຈ່າຍຕ່າງໆຢູ່ ຫວຽດນາມ ລ້ວນແຕ່ເພີ່ມຂຶ້ນ. ຖ້າຫາກວິສາຫະກິດຢາກຄົງຕົວໄດ້ ມີພຽງເສັ້ນທາງໜຶ່ງດຽວແມ່ນເພີ່ມສະມັດຕະພາບແຮງງານ. ພວກຂ້າພະເຈົ້າຈະເຮັດແນວໃດເພື່ອຊອກຫາມາດຕະການເພີ່ມສະມັດຕະພາບ ແຮງງານຜ່ານການປັບປຸງເຕັກໂນໂລຢີ, ອຸປະກອນ ແລະ ບາງບັນຫາກ່ຽວກັບການຄຸ້ມຄອງວິສາຫະກິດ.”

        ເປັນທີ່ຈະແຈ້ງແລ້ວວ່າ, ສະມັດຕະພາບແຮງງານແມ່ນມາດຕະການສຳຄັນພິເສດ ຄືທ່ານ ຫງວຽນຊວນເຢືອງ, ປະທານສະພາບໍລິຫານກຸ່ມບໍລິສັດໃຫຍ່ຕັດຫຍິບ ຮຶງອຽນ ຫາກໍ່ກ່າວມາຂ້າງເທິງ.  ທ່ານ ຟ້າມເຕີດຖັ໋ງ, ນັກຄົ້ນຄ້ວາຂັ້ນສູງກະຊວງອຸດສາຫະກຳການຄ້າ, ຖືວ່າ: ຕະຫຼາດນຳເຂົ້າເຄື່ອງຕ່ຳແຜ່ນຕັດຫຍິບຕົ້ນຕໍຂອງ ຫວຽດນາມ ພວມມີການຫັນປ່ຽນຢ່າງແຮງ, ຍາກທີ່ຄາດຄະເນລ່ວງໜ້າໄດ້, ພິເສດແມ່ນການປົກປ້ອງການຄ້າຊຶ່ງໄດ້ໄປຝືນກັບທ່າອ່ຽງການຄ້າເສລີ WTO:

        “ຢູ່ບັນດາຕະຫຼາດໃຫຍ່, ພວມມີທ່າອ່ຽງປິດປະຕູຕະຫຼາດ. ຈຳກັດການເປີດປະຕູຕະຫຼາດ, ສົ່ງຜົນສະທ້ອນເຖິງຕະຫຼາດຂອງພວກເຮົາ. ທີສອງ, ການແກ່ງແຍ້ງຂອງບັນດາຄູ່ແຂ່ງ ແມ່ນໂດດເດັ່ນພໍສົມຄວນຄື: ປາກິດສະຖານ, ຈີນ… ກຳລັງແກ່ງແຍ້ງຂອງຫວຽດນາມ ຕ້ອງບືນຕົວຂຶ້ນຈຶ່ງສາມາດຫລຸດພົ້ນອອກຈາກກຳລັງກົດດັນນີ້ໄດ້. ທີສາມ, ແມ່ນການລົງທຶນພັດທະນາເຕັກໂນໂລຢີການຜະລິດ ເພື່ອໄປທັນກັບທ່າອ່ຽງຂອງຍຸກສະໄໝ.”

ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບ 2018: ແງ່ຫວັງ ແລະ ສິ່ງທ້າທາຍ - ảnh 2 ພາບປະກອບ

        ຄາດວ່າ, ລະດັບການແກ່ງແຍ້ງຂອງຂະແໜງເຄື່ອງຕ່ຳແຜ່ນຕັດຫຍິບຈະຮ້າຍແຮງກ່ວາ ໃນສະພາບຄວາມກ້າວໜ້າດ້ານວິທະຍາສາດເຕັກໂນໂລຢີ ແລະ ເຕັກໂນໂລຢີຂໍ້ມູນຂ່າວສານ ໄດ້ສ້າງບັນດາການປ່ຽນແປງຢ່າງວ່ອງໄວກ່ຽວກັບວິທີການຜະລິດ ແລະ ການສະໜອງຜະລິດຕະພັນເຖິງຜູ້ບໍລິໂພກ ອຸປະໂພກ. ທ່ານ ຫວູດຶກຢາງ, ປະທານສະຫະສາມາຄົມເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ, ຖືວ່າ:

        “ການຜະລິດຕ້ອງໄປຄຽງຄູ່ກັບການພັດທະນາເຕັກໂນໂລຢີ, ເຄື່ອງໝາຍການຄ້າ, ນຳເຄື່ອງໝາຍການຄ້າອອກສູ່ຕະຫຼາດ, ຕ້ອງເປັນເຈົ້າດ້ານເຕັກໂນໂລຢີພັດທະນາທັນສະໄໝ 4.0. ຕ້ອງເປັນເຈົ້າຂອງບັນດາຜະລິດຕະພັນອອກສູ່ຕະຫຼາດໂລກທີ່ຕິດເຄື່ອງໝາຍການຄ້າຂອງພວກເຮົາ. ພວກຂ້າພະເຈົ້າໄດ້ສະເໜີຕໍ່ລັດຖະບານກ່ຽວກັບການສະກັດກັ້ນເຄື່ອງໝາຍການຄ້າປອມ ທີ່ພວມນຳເຂົ້າ ຫວຽດນາມ, ສະຫະສະມາຄົມເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ປະຕິບັດຫຼາຍວຽກງານໃນເວລາດຽວເພື່ອສ້າງອຸດສາຫະກຳເຄື່ອງຕຳແຜ່ນຕັດຫຍິບພັດທະນາເປັນປົກກະຕິ, ຍືນຍົງ, ມີປະສິດທິຜົນ, ທິດທາງທີ່ຈະແຈ້ງ ແລະ ສ້າງກຳລັງໜູນທີ່ມີການອຸປະຖຳ, ໜູນຊ່ວຍກ່ຽວກັບນະໂຍບາຍ, ກົນໄກເປັນປົກກະຕິ ເພື່ອໃຫ້ບັນດາວິສາຫະກິດອຸ່ນອ່ຽນໃຈໃນການລົງທຶນພັດທະນາຂະແໜງອຸດສາຫະກຳຮັບປະກັນຄວາມຍືນຍົງໃນອະນາຄົດ.”

        ເຖິງວ່າຕ້ອງປະເຊີນໜ້າກັບບັນດາສິ່ງທ້າທາຍ, ກີດຂວາງຕໍ່ຈຸດໝາຍການເປີດກ້ວາງການຜະລິດ ແລະ ຍູ້ແຮງການສົ່ງອອກຂອງທົ່ວຂະແໜງກໍ່ຕາມ, ແຕ່ຄາດວ່າ, ແງ່ຫວັງຂອງຕະຫຼາດເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ ໃນປີ 2018 ແມ່ນມີຄວາມເປັນໄປໄດ້ສູງ. ໄລຍະຈະມາເຖິງ, ໄປຄຽງຄູ່ກັບການໜູນຊ່ວຍຂອງລັດຖະບານ ແລະ ບັນດາກະຊວງ, ຂະແໜງການໃນການແກ້ໄຂຄວາມຫຍຸ້ງຍາກ, ສ້າງເງື່ອນໄຂສະດວກເພື່ອໃຫ້ຂະແໜງເຄື່ອງຕ່ຳແຜ່ນຕັດຫຍິບ ພັດທະນາ, ວິສາຫະກິດເຄື່ອງຕ່ຳແຜ່ນຕັດຫຍິບ ຫວຽດນາມ  ຈະກະກຽມທັງແຫຼ່ງກຳລັງກ່ຽວກັບທຶນຮອນ, ຕະຫຼາດ, ໝູນໃຊ້ແຕ່ລະສ່ວນໃນການປະຕິວັດອຸດສາຫະກຳ 4.0 ໃນວິວັດການລົງທຶນ, ການຜະລິດໃໝ່.  

ຕອບກັບ

ຂ່າວ/ບົດ​ອື່ນ