ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບຂອງຫວຽດນາມໃນສະພາບເສດຖະກິດປະສົບກັບຄວາມຫຍຸ້ງຍາກ

(vovworld) - ​​ໃນ​ສະພາບ​ການ​ເສດຖະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ຕະຫລາດ, ລາຄາ​ວັດ​ຖຸ​ດິບເຄື່ອງ​ຕ່ຳແຜ່ນ​ຕັດຫຍິບບ​ໍ່​ເປັນປົກກະຕິ, ​ໃນ 8 ​ເດືອນ​ຜ່ານ​ມາ ຂະ​ແຫນງ​ຕ່ຳແຜ່ນ​ຕັດຫຍິບ​ຫວຽດນາມ ຍັງ​ຄົງ​ປະຕິບັດ​ການ​ສົ່ງ​ອອກ​ເກີນ​ດຸນ​ກວ່າ 5,3 ຕື້ USD. ຜ່ານ​ຜ່າ​ຈຸດ​ເວລາ​ຫຍຸ້ງຍາກ, ຈາກ​ສະພາບ​ຢູ່​ໃນທ່າ​ຮັບ, ມາ​ຮອດປະຈຸ​ບັນ ຂະ​ແຫນງ​ຕຳ​ແຜ່ນ​ຕັດຫຍິບ ຫວຽດນາມ ​ໄດ້ ​ແລະ ພວມ​ຫັນ​ໄປ​ສູ່​ທ່າ​ເປັນ​ເຈົ້າ​ການ, ​ເລືອກ​ເຟັ້ນຕະຫລາດ ​ແລະ ຜະລິດ​ຕະພັນ​ສົ່ງ​ອອກ​ຕາມ​ທິດ​ຍາດ​ແຍ່ງ​ທ່າ​ໄດ້​ປຽບ, ບັນລຸ​ປະສິດທິ​ຜົນ​ສູງ.  

ການສົ່ງອອກເຄື່ອງຕ່ຳແຜ່ນຕັດຫຍິບຂອງຫວຽດນາມໃນສະພາບເສດຖະກິດປະສົບກັບຄວາມຫຍຸ້ງຍາກ - ảnh 1
ການ​ສົ່ງ​ອອກ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບ​ຂອງ​ຫວຽດນາມ ​ປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ
ພາບ: internet

ກໍ​ເຊັ່ນ​ດຽວກັນ​ກັບ​ຫລາຍ​ຂະ​ແຫນງ, ຂົງ​ເຂດ​ເສດຖະກິ​ດອື່ນ, ກ້າວ​ເຂົ້າ​ສູ່​ປີ 2012, ການ​ສົ່ງ​ອອກ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບ​ຂອງ​ຫວຽດນາມ ຕ້ອງ​ປະ​ເຊີນ​ຫນ້າ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ ຍ້ອນ​ຜົນ​ສະ​ທ້ອນ​ຈາກ​ວິ​ກິດ​ການ​ເສດຖະກິດທົ່ວ​ໂລກ​ທີ່​ບໍ່​ທັນ​ຟື້ນ​ຕົວ​ເທື່ອ, ຫນິ້ສິນ​ຂອງ​ລັດ​ຢູ່​ປະ​ເທດ​ເອີ​ລົບ​ຈຳນວນ​ຫນຶ່ງ​ຍັງ​​ບໍ່​ທັນ​​ແກ້​ໄຂ​ໄດ້. ບັນດາ​ຕະຫລາດ​ໃຫຍ່​ຄື: ອາ​ເມ​ລິ​ກາ, ຍີ່​ປຸ່ນ, ອີ​ຢູ ປະສົບ​ກັບ​ຄວາມ​ຫຍຸ້ງຍາກຫລາຍ​ຢ່າງ ​ເມື່ອ​​ບັນດາໃບ​ຊ່ັງ​ຊື້​ສິນຄ້າ​ມີ​ທ່າ​ອ່ຽງຫລຸດ​ລາຄາ​ລົງ ຍ້ອນ​ປະລິມານ​ສິນຄ້າ​ຄ​້າງສາງ​ຂອງ​ບັນດາ​ບໍລິສັດ​ຈຳຫນ່າຍ​ເປັນ​ຈຳນວນ​ຫລວງຫລາຍ. ຄຽງ​ຄູ່​ກັນ​ນັ້ນ, ​ມູນຄ່າ​ໃບ​ຊັ່ງ​ຊື້ມີທ່າ​ອ່ຽງຫລຸດລົງ ​ຍ້ອນລາຄາ​ວັດຖຸ​ດິບ​ຫລຸດ​ລົງ​ໄດ້​ເຮັດ​ໃຫ້​ຕະຫລາດ​ສົ່ງ​ອອກ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບຂອງ ຫວຽດນາມ ຍິ່ງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​. ​ເພື່ອ​ສາມາດ​ຄົງ​ຕົວ ​ແລະ ​ເພີ່ມ​ທະວີ​ຄວາມ​ແກ້ງ​ແຍ້​ງ​ໄດ້, ກຸ່ມ​ບໍລິສັດ​ຕ່ຳແຜ່ນ​ຕັດຫຍິບໄດ້​ວາງ​ອອກ​ຫລາຍມາດ​ຕະການ, ​ໃນ​ນັ້ນ​ຖື​ເປັນ​ສຳຄັນ​ມາດ​ຕະການ​ຫລຸດ​ຜ່ອນລາຍ​ຈ່າຍ, ປະຕິບັດ​ການ​ປະຢັດ​ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດ. ນັບ​ແຕ່​ໄລຍະຕົ້ນ​ປີ, ​ວິ​ສາ​ຫະກິດ​​ໃຫຍ່ 14 ​ແຫ່ງ​ຂອງ​ກຸ່ມບໍລິສັດ​ຕ່ຳ​ແຜ່ນ​ຕັດຫຍິບ ​ໄດ້​ພ້ອມ​ກັນ​ລົງ​ນາ​ມໃນ​ຄຳ​ໝັ້ນສັນຍາຫລຸດ​ລາຍ​ຈ່າຍລົງ​ລະດັບ​ຕ່ຳ​ສຸດ 5% ​ໃນ​ປີ 2012, ​ໃນ​ນັ້ນ ປະຕິບັດ​ຫລຸດ​ລາຍ​ຈ່າຍດ້ານ​ບໍລິຫານ, ວັດຖຸ​ດິບ, ພະລັງງານ, ຄ່າ​ຄ້າງ​ສາງ... ດ້ວຍ​ຍອດ​ຈຳ​ນວນ​ລາຍ​ຈ່າຍ​ເກືອບ 100 ຕື້​ດົ່ງ. ນອກ​ຈາກບັນດາ​ມາດ​ຕະການ​ທີ່​ຈຳ​ເປັນ, ກຸ່ມບໍລິສັດ​ຕຳ​ແຜ່ນ​ຕັດຫຍິ​ບ ຫວຽດນາມ ຍັງ​ວາງ​ອອກບັນດາ​ມາດ​ຕະການ​ທີ່​ມີ​ລັກສະນະ​ຕັດສິນ​ຊີ້​ຂາດ​ເພື່ອ​ເພີ່ມ​ທະວີ​ກຳລັງ​ຄວາມ​ສາມາດ​ແກ້ງ​ແຍ້​ງ​ໃຫ້​ແກ່​ແຕ່​ລະວິ​ສາ​ຫະກິດ​ສົ່ງ​ອອກ​ຕາມ​ທິດ​ພັດທະນາ​ແບບ​ຍືນ​ຍົງ. ທ່ານ ​ເລ​ຕຽນ​ເຈື່ອງ, ຮອງ​ຜູ້ອຳນວຍການ​ໃຫຍ່​ກຸ່ມ​ບໍລິສັດ​ຕຳ​ແຜ່ນ​ຕັດຫຍິບ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ກ່ຽວກັບ​ມາດ​ຕະການ, ກຸ່ມ​ບໍລິສັດ​ຕຳ​ແຜ່ນ​ຕັດຫຍິບ​ຍັງ​ຄົງ​ສືບ​ຕໍ່​​ເດີນຕາມ​ທ່າ​ອ່ຽງກະທັດ​ລັດ ​ແລະ ພວກ​ຂ້າພະ​ເຈົ້າ​ຖື​ວ່າ ນີ້​ແມ່ນ​ວິວັດທະນາ​ການ​ຄັດ​ເລືອກ​ແບບ​ທຳ​ມະ​ຊາດ. ພຽງ​ແຕ່​ບັນ​ດາ​ວິ​ສາ​ຫະກິດ​ມີ​ກຳລັງ​ຄວາມ​ສາມາດ​ໃນ​ການ​ຜະລິດ, ກຳລັງ​ຄວາມ​ສາມາດ​ແກ້​ງ​ແຍ້​ງດີ, ສາມາດ​ສ້າງ​ລາຄາ​ແກ້ງ​ແຍ້​ງສູງ​ຈຶ່ງ​ຄົງ​ຕົວ​ໄດ້, ຈາກ​ນັ້ນ​ເຮັດ​ໃຫ້​ຂອບ​ຂະຫນາດ​ຂອງ​ຂະ​ແຫນງ​ຕ່ຳແຜ່ນ​ຕັດຫຍິບ​ຈະ​ກະທັດ​ລັດ​ກວ່າ ​ແຕ່​ຍັງ​ຄົງຕອບ​ສະຫນອງ​ຄວາມ​ຕ້ອງການ​ສົ່ງ​ອອກ​ໄດ້. ສຳລັບຂະ​ແຫນງ​ຕ່ຳແຜ່ນ​ຕັດຫຍິບ ຫວຽດນາມ ບໍ່​ມີ​ມາດ​ຕະການ​ໃດ​ນອກ​ເຫນືອບັນຫາ​ຕະຫລາດ​ ນັ້ນ​ແມ່ນຕ້ອງ​ຍົກ​ສູງກຳລັງ​ຄວາມ​ສາມາດ​ແກ້​ງ​ແຍ້​ງ, ສະມັດ​ຕະພາບ,​ ຄຸນ​ນະພາ​ບ ​ແລະ ປະສິດທິ​ຜົນ​​ໃນ​ການບໍລິການ​​ທີ່​ມີ​ຕໍ່ລູກ​ຄ້າ.”

        ດ້ວຍ​ບັນດາ​ມາດ​ຕະການ​​ໃນ​ພາຍ​ພາກຫນ້າ, ທັງ​ມຸ່ງ​ໄປ​ເຖິງ​ຈຸດໝາຍ​ຢ່າງຍາວ​ນານ​ໃນ​ການ​ສ້າງ​ທ່າ​ເປັນ​ເຈົ້າ​ການນ​ັ້ນ ໄດ້​ຊ່ວຍ​ໃຫ້​ການ​ສົ່ງ​ອອກ​ເຄື່ອງ​ຕ່ຳ​ແຜ່ນ​ຕັດຫຍິບ​ຂອງ ຫວຽດນາມ ຜ່ານ​ຜ່າ​ໄລຍະ​ຫຍຸ້ງຍາກ. ຕາມ​ຕົວ​ເລກ​ຊື່​ງສະຫະ​ສະມາຄົມ​​​ຕ່ຳ​ແຜ່ນ​ຕັດຫຍິບຫວຽດນາມ  (Vitas) ຫາ​ກໍ່​ປະກາດ​​ໄດ້ສະ​ແດງ​ໃຫ້​ເຫັນ​ວ່າ: ​ໃນ 8 ​ເດືອນ​ຕົ້ນ​ປີນີ້, ວົງ​ເງິ​ນສົ່ງ​ອອກ​ຂອງ​ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດຫຍິບ ບັນລຸ ​​ກວ່າ 10,8 ຕື້ USD, ​ໃນ​ຂະນະ​ນັ້ນ ທົ່ວ​ຂະ​ແຫນງ​ກໍ​ນຳ​ເຂົ້າ​ສິນຄ້າ​ຮັບ​ໃຊ້​ການ​ຜະລິດ​ລວມມູນຄ່າ 5,5 ຕື້ USD, ຫລຸດຜ່ອນ 7% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2011. ​ເປັນ​ອັນວ່າ, ຂະ​ແຫນງ​ຕ່ຳແຜ່ນ​ຕັດຫຍິບ​ສົ່ງ​ອອກ​ເກີນ​ດຸນ​ກວ່າ 5,3 ຕື້ USD ​ເພີ່ມ​ຂຶ້ນ 24 % ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ​ກາຍ. ດ້ວຍ​ໝາກຜົນ​ບັນລຸ​ໄດ້​ນັ້ນ, ມາດ​ຕະການ​ທີ່​ຂະ​ແຫນງ​ຕ່ຳແຜ່ນ​ຕັດຫຍິບ​ວາງ​ອອກ​ສະ​ແດງ​ໃຫ້​ເຫັນ​ປະສິດທິ​ຜົນ​ທາງ​ດ້ານ​ເສດຖະກິດ​ຢ່າງ​ແທ້​ຈິງ. ທີ່​ກອງ​ປະຊຸມ​ຂອງ​ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດຫຍິບ​ທີ່​ຫາ​ກໍ່​ຖືກ​ຈັດ​ຕັ້ງ​ຂຶ້ນ​ຢູ່ ຮ່າ​ໂນ້ຍ, ທ່ານ ​ເວື​ອງດີງ​ເຫ້ວ, ລັດຖະມົນຕີ​ກະຊວງ​ການ​ເງິນ ຫວຽດນາມ  ຕີ​ລາຄາ​ວ່າ:

        “ພວກ​ເຮົາ​ເຫັນ​ວ່າ ກຸ່ມ​ບໍລິສັດ​ຕ່ຳແຜ່ນ​ຕັດຫຍິບ ມີ​ຄວາມ​ເອົາ​ໃຈ​ໃສ່​ທີ່​ສຸດ​ເຖິງ​ບັນຫາ​ການ​ບໍລິຫານ. ບັນດາ​ຜູ້​ຊ່ຽວຊານ​ກໍ​ຕີ​ລາຄາ​ວ່າ: ກຸ່ມ​ບໍລິສັດ​ຕ່ຳ​ແຜ່ນ​ຕັດຫຍິບ ຫວຽດນາມ ພັດທະນາ​ດ້ວຍ​ກຳລັງ​ແຮງ​ຂອງ​ຕົນ, ມີ​ຄວາມ​​ແກ້ງ​ແຍ້​ງກັບ​ບັນດາ​ພາກສ່ວນ​ເສດຖະກິດ​ອື່ນພາຍ​ໃນ​ປະ​ເທດ​ຢ່າງ​ສະ​ໝ່ຳສະ​ເຫມີ ​ແລະ ​ແກ້ງ​ແຍ້​ງກັບ​ທຸກ​ປະ​ເທດ​ໃນ​ພາກ​ພື້ນອີກ.”

        ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ເຕີບ​ໂຕ​​ການ​ສົ່ງ​ອອກ​ໃນ​ຊຸມ​ເດືອນ​ທ້າຍ​ປີ, ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດຫຍິບ ຫວຽດນາມ ພວມ​ສືບ​ຕໍ່​ສຸມ​ໃສ່​ເຂົ້າ​ໃນ​ບັນດາ​ມາດ​ຕະການ​ສຳຄັນ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​​​ແກ່​ການ​ຫລຸດຜ່ອນການ​ອີງ​ໃສ່​ບັນດາ​ໃບ​ຊັ່ງ​ຊື້​​ສິນຄ້າ​ແບບ​ຮັບ​ເໝົາປະກອບຊິ້ນ​ສ່ວນ, ຍົກ​ສູງ​ອັດຕາ​ສ່ວນ FOB ​ແລະ ODM, ປັບປຸງ​ການ​ເພີ່ມ​ອັດຕາ​ສ່ວນ​ຕະຫລາດ​ຢູ່​ ​ອາ​ເມ​ລິ​ກາ, ອີ​ຢູ ​ແລະ ຍີ່​ປຸ່ນ. ​ເພີ່ມ​ທະວີ​ການ​ຂຸດ​ຄົ້ນ​ບັນດາ​ຕະຫລາດ​ໃຫ​ມ່ຄື: ລັດ​ເຊຍ, ກາ​ນາ​ດາ, ສ​ເກົາຫລີ... ພິ​ເສດ, ​​ແມ່ນ​ສຸ​​ມ​ໃສ່ຕະຫລາດ​ຈີນ ຊ່ື​ງ​ແມ່ນ​ຕະຫລາດ​ທີ່​ມີ​ຄວາ​ມສາມາດ​ບ່ົ່ມຊ້ອນ​ຫລາຍ​ຢ່າງ, ມີປະຊາກອນ​ຫລາຍ​ກວ່າ​ໝູ່​ຢູ່​​ໃນ​ໂລກ. ​ເພື່ອ​ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ດັ່ງກ່າວ, ຂະ​ແຫນງ​ຕ່ຳ​ແຜ່ນ​ຕັດ​ຫຍິບ ຫວຽດນາມ ສືບ​ຕໍ່​ເລືອກ​ເຟັ້ນຂັ້ນ​ຕອນ​ຢ່າງ​ເໝາະສົມ, ຖື​ການ​ພັດທະນາ​ເຄື່ອງໝາຍ ຕ່ຳແຜ່ນ​ຕັດຫຍິບ ຫວຽດນາມ ຢູ່ ບັນດາ​ຕະຫລາດ​​ເຫລົ່າ​ນີ້​ເປັນ​ສຳຄັນ. ຕາມ​ແຜນການ​ແລ້ວ, ຂະ​ແຫນງຕ່ຳ​ແຜ່ນ​ຕັດຫຍິບຈະ​ເພີ່ມ​ທະວີ​ການ​ນຳ​ໃຊ້​ບັນດາ​ລະດັບ​ເສດຖະກິດ​ເຕັກນິກ​ໃຫມ່, ກ້າວຫນ້າ, ນຳ​ໃຊ້​ວັດຖຸ​ດິບ​ຢູ່​ພາຍ​ໃນ​ປະ​ເທດ​ເພື່ອ​ຫລຸດຜ່ອນ​ການ​ນຳ​ເຂົ້າ, ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ​ລະຫວ່າງ​ຂະ​ແຫນງ, ຍົກ​ສູງ​ອັດຕາ​ສ່ວນ​ພາຍ​ໃນ​ປະ​ເທດ, ​ເພີ່ມ​​ເນື້ອ​ທີ່​ປູກ​ຝ້າຍຢູ່​ພາຍ​ໃນ​ປະ​ເທດ​ໃຫ້​ຂຶ້ນ​ເຖິງ 15.000 ​ເຮັກຕາ, ​ເພີ່ມ​ທະວີ​ການ​ນຳ​ໃຊ້​ວັດຖຸ​ອຸປະກອນ, ກົນ​ຈັກ, ອຸປະກອນ​ຜະລິດ​ພາຍ​ໃນ​ປະ​ເທດ​ເພື່ອ​ປະຢັດ​ລາຍ​ຈ່າຍ, ​ພ້ອມ​ກັນ​ນັ້ນ ສ້າງ​ນະ​ໂຍບາຍ​ອຸດ​ຫນູນ ​ແລະ ​ເງິນ​ເດືອນ​ໃຫ້​ເໝາະ​ສົມ​ເພື່ອ​ດຶງ​ດູດ​ຄົນ​ງານ.

        ດ້ວຍ​ບັນດາ​ມາດ​ຕະການ​ແກ້​ໄຂ​ຢ່າງ​ຂ້ຽວຂາດ​, ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ຄົນ​ງານ, ຂະ​ແຫນງ​ ຕ່ຳແຜ່ນ​ຕັດຫຍິບ ຫວຽດນາມ ວາງ​ຄາດໝາຍບັນລຸ​ລະດັບ​ການ​ເຕີບ​ໂຕ​ສົ່ງ​ອອກ​ທັງ​ປີປະມານ 13%, ບັນລຸ​ມູນ​ຄ່າ​ການ​ສົ່ງ​ອອກ​ກວ່າ 18 ຕື້ USD, ​ໃນ​ນັ້ນ ການ​ສົ່ງ​ອອກ​ເກີນ​ດຸນ 7 ຕື້ USD, ປະ​ກອບ​ສ່ວນ​ດຸນ​ດຽງ​ການ​ຄ້າ​ຂອງ​ພື້ນຖານ​ເສດຖະກິດ.



ຕອບກັບ

ຂ່າວ/ບົດ​ອື່ນ