ການ​ສົ່ງ​ອອກ​ໄມ້ ແລະ ຜະ​ລິດ​ຕະ​ພັນ​ຈາກ​ໄມ້ ບັນ​ລຸການ​ເຕີບ​ໂຕ​ໂດຍບໍ່​ຫົວ​ຊາ​ຕໍ່​ຄວາມ​ຫ​ຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ 19

(VOVWORLD) -ໃນໄລຍະຜ່ານມາ ໂລກລະບາດໂຄວິດ 19 ໄດ້ເຮັດໃຫ້ຫລາຍປະເພດສິນຄ້າສົ່ງອອກຖືກຜົນສະທ້ອນ ຊ້ຳບໍ່ໜຳຍັງຖືກຊັກຊ້າ, ເຊິ່ງສົ່ງຜົນກະທົບໂດຍກົງເຖິງການຜະລິດ. ເຖິງຢ່າງໃດກໍ່ຕາມ ມູນຄ່າການສົ່ງອອກໄມ້ ແລະ ຜະລິດຕະພັນຈາກໄມ້ຂອງຫວຽດນາມ ໃນ 7 ເດືອນຂອງປີ 2020 ຍັງຄົງບັນລຸກວ່າ 6  ຕື້ USD, ເພີ່ມຂຶ້ນ 6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ນີ້ແມ່ນຄວາມມານະພະຍາຍາມອັນໃຫຍ່ຫລວງຂອງຂະແຫນງກະສິກຳເວົ້າລວມ ແລະ ບັນດາວິສາຫະກິດ, ປະຊາຊົນໃນທົ່ວປະເທດ.
ການ​ສົ່ງ​ອອກ​ໄມ້ ແລະ ຜະ​ລິດ​ຕະ​ພັນ​ຈາກ​ໄມ້ ບັນ​ລຸການ​ເຕີບ​ໂຕ​ໂດຍບໍ່​ຫົວ​ຊາ​ຕໍ່​ຄວາມ​ຫ​ຍຸ້ງ​ຍາກ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ 19 - ảnh 1ມູນຄ່າສົ່ງອອກນໄມ້, ຜະລິດຕະພັນຈາກໄມ້ໃນ 7 ເດືອນທີ່ຜ່ານມາຍັງຄົງບັນລຸກວ່າ 6  ຕື້ USD

ຕາມກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມແລ້ວ, ມູນຄ່າການສົ່ງອອກໄມ້ ແລະ ບັນດາຜະລິດຕະພັນຈາກໄມ້ ໃນເດືອນ ກໍລະກົດ ປີ 2020 ບັນລຸກວ່າ 1 ຕື້ USD, ລວມ 7 ເດືອນຂອງປີ 2020 ແມ່ນບັນລຸເກືອບ 6,1 ຕື້ USD, ເພີ່ມຂຶ້ນ 6,2% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2019 ເຖິງວ່າ ໂລກລະບາດໂຄວິດ 19 ໄດ້ກໍ່ຜົນສະທ້ອນອັນໃຫຍ່ຫລວງເຖິງຫລາຍຕະຫລາດສົ່ງອອກ. ອາເມລິກາ, ຈີນ, ຍີ່ປຸ່ນ ແລະ ສ.ເກົາຫລີ ສືບຕໍ່ ແມ່ນ 4 ຕະຫລາດນຳເຂົ້າໄມ້ ແລະ ຜະລິດຕະພັນຈາກໄມ້ໃຫຍ່ສຸດຂອງຫວຽດນາມ, ກວມເອົາປະມານ 80% ຍອດມູນຄ່າສົ່ງອອກ. ບັນລຸໄດ້ຜົນສຳເລັດເບື້ອງຕົ້ນໃນປີນີ້ ກໍຍ້ອນມີການເຂົ້າຮ່ວມຂອງບັນດາອົງການ, ຄະນະ, ຂະແຫນງການ, ວິສາຫະກິດ ແລະ ປະຊາຊົນຢູ່ຫລາຍທອ້ງຖິ່ນ.

ແຂວງ ທາຍງວຽນ ແມ່ນທ້ອງຖິ່ນໄດ້ຮັບການຕີລາຄາວ່າ ມີທ່າແຮງທີ່ສຸດເພື່ອພັດທະນາຕົ້ນໄມ້ປ່າ. ໄລຍະຜ່ານມາ ກຳລັງກວດກາປ່າໄມ້ ພ້ອມກັບອຳນາດການປົກຄອງທ້ອງຖິ່ນ ໄດ້ໄປກວດກາ, ໃຫ້ຄຳເຕືອນ, ແນະນຳຊາວກະສິກອນເປັນປະຈຳເພື່ອພັດທະນາປ່າໄມ້ແບບຍືນຍົງ, ສະນັ້ນ ຄຸນນະພາບຂອງປ່າໄມ້ນັບມື້ນັບໄດ້ຮັບການຍົກສູງຂຶ້ນ. ທ່ານ ຫວູວັນຟານ ຫົວຫນ້າສາຂາ ກົມກວດກາປ່າໄມ້ແຂວງ ທາຍງວຽນ ໃຫ້ຮູ້ວ່າ:

   “ໂຄງການປູກປ່າ ແລະ ພັດທະນາປ່າໄມ້ ແບບຍືນຍົງນຳມາເຊິ່ງປະສິດທິຜົນ ແລະ ຜະລິດຕະພັນບັນລຸຄຸນນະພາບ, ປ່າມີການພັດທະນາເປັນຢ່າງດີ. ປະຈຸບັນ, ສາຂາກົມໄດ້ຊີ້ນຳບັນດາສູນກວດກາປ່າໄມ້ແນະນຳ ວິທີບົວລະບັດປ່າໃຫ້ປະຊາຊົນ, ຮັບປະກັນຂັ້ນຕອນເຕັກນິກ”

ອັດຕາສ່ວນປົກຄຸມປ່າຂອງຫວຽດນາມ ແມ່ນບັນລຸກວ່າ 41%. ໃນຍອດຈຳນວນເນື້ອທີ່ປ່າເກືອບ 145 ລ້ານເຮັກຕາ ມີກວ່າ 4 ລ້ານເຮັກຕາແມ່ນປ່າທີ່ປູກ. ຍ້ອນມີປະສິດທິຜົນຈາກການພັດທະນາຂະແຫນງປຸງແຕ່ງສົ່ງອອກໄມ້, ໃນຊຸມປີຜ່ານມາ ລາຍຮັບຂອງຜູ້ປູກປ່າໄດ້ຮັບການປັບປຸງເທື່ອລະກ້າວ, ຈາກນັ້ນ ຈຶ່ງ ກ້າແກ່ນ ລົງທຶນເຂົ້າໃນການປູກປ່າ. ຄຽງຄູ່ກັນນັ້ນ ບັນດາໂຄງການທີ່ໄດ້ຮັບການຜັນຂະຫຍາຍ ໄດ້ສ້າງກາລະໂອກາດອັນໃຫຍ່ຫລວງ ພ້ອມທັງແມ່ນບ່ອນອີງອັນໝັ້ນແກ່ນໃຫ້ແກ່ປະຊາຊົນ. ທ່ານ ຫວູຕຽນຢາງ, ຫົວຫນ້າປ້ອມກວດກາປ່າ ກູກເດື່ອງ ຂຶ້ນກັບສາຂາກົມກວດກາປ່າໄມ້ແຂວງ ທາຍງວຽນ ໃຫ້ຮູ້ວ່າ: ບັນດາໂຄງການ ໄດ້ນຳມາເຊິ່ງຜົນປະໂຫຍດດ້ານເສດຖະກິດໃຫ້ແກ່ປະຊາຊົນໃນການປູກປ່າ.

ຢູ່ແຂວງ ບັກຢາງ, ໃນຊຸມປີຜ່ານມາ ການປູກປ່າຢູ່ບັນດາເມືອງ ໃນບໍລິເວນ ແຂວງ ບັກຢາງ ພັດທະນາຢ່າງແຮງ, ສະເລ່ຍ ແຕ່ລະປີ ທົ່ວແຂວງ ປູກປ່າໃນເນື້ອທີ່ 6000 – 7000 ເຮັກຕາ. ແຕ່ລະປີ ສາຂາກົມກວດກາປ່າໄມ້ ແຂວງ ບັກຢາງ ລ້ວນແຕ່ດຳເນີນການສຳຫລວດການເຕີບໃຫຍ່ຂອງໄມ້ປ່າ ເພື່ອປະເມີນຜົນວິວັດການເຕີບໃຫຍ່, ສະມັດຕະພາບຂອງໄມ້ບາງປະເພດ. ຈາກນັ້ນ ມີຄຳເຕືອນ ແລະ ວາງອອກບັນດາການກຳນົດທິດກ່ຽວກັບການປູກໄມ້ປະເພດທີ່ເໝາະສົມຢູ່ບັນດາເມືອງໃນບໍລິເວນແຂວງ.

ທ່ານ ດ່ວານວັນເຫົ້າ, ຮອງຫົວຫນ້າ ສາຂາກົມກວດກາປ່າໄມ້ແຂວງ ບັກຢາງ ໃຫ້ຮູ້ວ່າ:

“ສະຕິຂອງປະຊາຊົນໃນວຽກງານພັດທະນາປ່າໄມ້ ໄດ້ຮັບການຍົກສູງຂຶ້ນ ຍ້ອນເຫັນໄດ້ປະສິດທິຜົນຂອງການປູກປ່າ ອັນໄດ້ນຳມາເຊິ່ງເສດຖະກິດ, ພິເສດ ແມ່ນບັນດາແນວພັນປູກປ່າໃນປີຜ່ານມາ ໄດ້ຮັບການປັບປຸງຫລາຍພໍສົມຄວນ, ມີສະມັດຕະພາບ, ຄຸນນະພາບການປູກປ່າກໍ່ໄດ້ຮັບການຍົກສູງຂຶ້ນ. ເພາະສະນັ້ນ ປະສິດທິຜົນການປູກປ່າ ໄດ້ຮັບການຍົກສູງຂຶ້ນຢ່າງເຫັນໄດ້ຊັດ. ອັດຕາສ່ວນປົກຄຸມປ່າຂອງແຂວງ ບັກຢາງ ບັນລຸ 37,8%, ສູ້ຊົນໃນປີ 2020 ອັດຕາສ່ວນປົກຄຸມປ່າຈະບັນລຸ 38%”

ໃນໄລຍະ 5 ປີມານີ້ ປະເພດໄມ້ອັດຂອງຫວຽດນາມ ມີການເຕີບໂຕວ່ອງໄວ ດ້ວຍລະດັບເຕີບໂຕສະເລ່ຍ 31%/ປີ. ສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ມີຜົນສັກສິດ ຈະຊ່ວຍຍອດມູນຄ່າການສົ່ງອອກໄມ້ ແລະ ຜະລິດຕະພັນຈາກໄມ້ ທີ່ສົ່ງອອກໄປຍັງ ອີຢູ ເພີ່ມຂຶ້ນ 17%. ປະຈຸບັນ ໝວດປະເພດສິນຄ້ານີ້ພວມກວມເອົາ 10% ມູນຄ່າການສົ່ງອອກຂອງຫວຽດນາມ ໄປຍັງ ອີຢູ.

ທ່ານ ຟ້າມວັນດ໋ຽນ ຮອງຫົວຫນ້າກົມໃຫຍ່ປ່າໄມ້ ສັງກັດກະຊວງກະສິກຳ ແລະ ພັດທະນາຊົນນະບົດຖືວ່າ: ເພື່ອໃຫ້ການສົ່ງອອກເຄື່ອງປ່າຂອງດົງນັບມື້ນັບພັດທະນາ, ຫນຶ່ງໃນບັນດາປັດໄຈ ແມ່ນການສົມທົບ, ຮ່ວມສຳພັນຢ່າງແຫນ້ນແຟ້ນ ສ້າງການພັດທະນາແບບຍືນຍົງ, ຈາກນັ້ນ ສ້າງບັນດາປະເພດສິນຄ້າທີ່ມີຊື່ສຽງ, ມີຄຸນຄ່າ. ໃນນັ້ນ ວິສາຫະກິດ, ຊາວທ້ອງຖິ່ນ ສວມບົດບາດສຳຄັນຍິ່ງໃນເລື່ອງເພີ່ມການພັດທະນາບັນດາປະເພດເຄື່ອງປ່າຂອງດົງ.

“ຂະແຫນງໄມ້ ແລະ ເຄື່ອງປ່າຂອງດົງຂອງຫວຽດນາມ ພວມໄປຖຶກທິດ ແລະ ສອດຄ່ອງກັບທ່າອ່ຽງຂອງຕະຫລາດໂລກ. ກຳລັງການຜະລິດຂອງປ່າໄມ້ຫວຽດນາມ ພວມເພີ່ມຂຶ້ນ ແລະ ມີກຳລັງຫນູນໃຫຍ່. ປະຊາຊົນປູກປ່າໄດ້ຮັບຄວາມດູດດື່ມ ແລະ ກຳລັງຫນູນໃຫຍ່ຈາກຂະແຫນງເສດຖະກິດເຕັກນິກ, ພັດທະນາຕາມລະບົບມູນຄ່າທົ່ວໂລກ.”

ປະຈຸບັນ, ຄວາມສາມາດບົ່ມຊ້ອນ ໃຫ້ແກ່ ຂະແຫນງອຸດສາຫະກຳປຸງແຕ່ງຂອງຫວຽດນາມ ຍັງຄົງໃຫຍ່ຫລວງ ເມື່ອຕະຫລາດຜະລິດຕະພັນໄມ້ ແລະ ເຄື່ອງເຟີນີເຈີໃນໂລກ ນັບມື້ນັບເປີດກວ້າງ. ເຖິງຢ່າງໃດກໍຕາມ ຍ້ອນ ຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19, ບັນດາວິສາຫະກິດຫວຽດນາມ ຄວນເປັນເຈົ້າການກວ່າອີກ ໃນການຊອກຫາແຫລ່ງສິນຄ້າປ່ຽນແທນຢູ່ຫລາຍແຫ່ງ, ຫລີກລ້ຽງສະພາບຢຸດຕິການຜະລິດ.

ຕອບກັບ

ຂ່າວ/ບົດ​ອື່ນ