ການສົ່ງອອກໝາກລິ້ນຈີ່ ແລະ ກາລະໂອກາດໃຫ້ແກ່ການສົ່ງອອກຜະລິດຕະພັນກະເສດຫວຽດນາມ


(vovworld)- ໝາກ​ລິ້ນ​ຈີ່​ໄດ້ສົ່ງ​ໄປ​ຂາຍ​ຢູ່ ເອ​ເມ​ລິ​ກາ, ອົດ​ສະ​ຕາ​ລີ, ຝ​ລັ່ງ, ມາ​ເລ​ເຊຍ ແລະ ປະ​ເທດ​ຈຳ​ນວນ​ຫນຶ່ງ​ໃນ​ໄລ​ຍະ​ຜ່ານ​ມາ ນີ້ແມ່ນ​ສັນ​ຍານ​ຕັ້ງ​ຫນ້າ​ໃຫ້​ແກ່​ສົ້ນ​ອອກ​ສຳ​ລັບ​ໝາກ​ໄມ້​ພິ​ເສດ​​ບາງປະ​ເພດ​ຢູ່​ຫວຽດ​ນາມ. ນີ້​ແມ່ນ​ກາ​ລະ​ໂອ​ກາດ, ແມ່​ນ​ບາດ​ລ້ຽວ​ໃຫຍ່ ແລະ ແມ່ນ​ປະ​ຖົມ​ປັດ​ໄຈ​ເພື່ອ​​ໃຫ້ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ​ປະ​ເພດ​ອື່ນຂອງ​ຫວຽດ​ນາມ ຖືກ​ສົ່ງ​ໄປ​ຂາຍ​ຢູ່ຕະ​ຫລາດ​ໂລກ. ບົດ​ຂຽນ​ຂອງ​ນັກ​ຂ່າວ ຈູງ​ຖຸຍ ດ້ວຍ​ຫົວ​ຂໍ້​ວ່າ: ການສົ່ງ​ອອກ​ໝາກ​ລິ້ນ​ຈີ່ ແລະ ກາ​ລະ​ໂອ​ກາດ​ໃຫ້​ແກ່​ການ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຫວຽດ​ນາມ.

ການສົ່ງອອກໝາກລິ້ນຈີ່ ແລະ ກາລະໂອກາດໃຫ້ແກ່ການສົ່ງອອກຜະລິດຕະພັນກະເສດຫວຽດນາມ - ảnh 1

        ຫວຽດ​ນາມ ແມ່ນ​ປະ​ເທດ​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ກ່ຽວ​ກັບ​ຜະ​ລິ​ດ​ຕະ​ພັນ​ກະ​ເສດ ແລະ ມີ​ທ່າ​ແຮງ​​ໃນ​ການສົ່ງ​ອອກ​ໝາກ​ໄມ້, ເຖິງ​ຢ່າງ​ໃດ​ກໍ​ຕາມ ຍ້ອນ​ ​ເຕັກ​ໂນ​ໂລ​ຊີ​ປູກຝັງ, ຮັກ​ສາ ແລະ ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ​ຍັງຈຳ​ກັດ​ຢູ່ ສະ​ນັ້ນ ບໍໍ່​ທັນ​ມີ​ທີ່​ຕັ້ງ​ໃນ​ຕະຫຼາດສາ​ກົນ. ເພື່ອ​ໃຫ້​ບັນ​ດາ​ປະ​ເພດ​ໝາກ​ໄມ້​ຂອງ​ຫວຽດ​ນາມ ມີ​ທີ່​ຕັ້ງ​ຢ່າງ​ໝັ້ນ​ຄົງ​​​ໃນບັນ​ດາ​ຕະ​ຫລາດ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ທີ່ມີ​ຄຸນ​ນະ​ພາບ​ສູງ ​ແມ່ນ​ຕ້ອງ​ຮັບປະກັນ​ດ້ານ​​​ຫລັກ​ອະ​ນາ​ໄມ, ​ຄວາມ​ປອດ​ໄພ​ດ້ານສະ​ບຽງ​ອ​າ​ຫານ​, ທັງຈັດ​ຕັ້​ງ​ການ​ຜະ​ລິດ, ວາງ​ແຜນ​ຜັງເຂດ​ປູກ​ສະ​ເພາະ​ດ້ວຍ​ເນື້ອ​ທີ່​ກວ້າງ​ໃຫຍ່ ແລະ ເປັນ​ລະ​ບົບ, ຮັບ​ປະ​ກັນ​ຄຸນ​ນະ​ພາບ, ຕົ້ນ​ກຳ​ເນີດ. ທ່ານ​ນາງ ຫງວຽນ​ທິ​ຮ່​ວາ​ງ​ທູຍ, ຜູ້​ຕາງ​ຫນ້າ​ດ້ານ​ການ​ຄ້າ ຫວຽດ​ນາມ ປະ​ຈຳ​ອົດ​ສະ​ຕາ​ລີ ຖື​ວ່າ:

        “ເລື່ອງ​ໝາກ​ໄມ້​ຫວຽດ​ນ​ນາມ​ໄດ້​ຮັບ​ຫນັງ​ສື​ອະ​ນຸ​ຍາດ​ສົ່ງ​ໄປ​ຂາຍ​ຢູ່ ອົດ​ສະ​ຕາ​ລີ ໃນ​ ປະ​ຈຸ​ບັນ ແມ່ນ​ມີ​ຄວາມ​ໝາຍສຳ​ຄັນ​ທີ່​ສຸດ, ເພາະ​ວ່າ ອົດ​ສະ​ຕາ​ລີ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ມີ​ ຂໍ້​ກຳ​ນົດ​ກ່ຽວ​ກັບ​ການກວດ​ກາ​ໂລກ​ລະ​ບາດ​ຢ່າງ​ເຂັ້ມ​ງວດ​ທີ່​ສຸດໃນ​ໂລກ. ສຳ​ລັບ​ຫວຽດ​ນາມ ເຂົາ​ເຈົ້າ​ຈະ​ເຈ​ລະ​ຈາ ແລະ ເປີດ​ປະ​ຕູ​​ຂຳ​ເຂົ້າໝາກ​ໄມ້​ແຕ່​ລະ​ປະ​ເພດ, ຖ້າ​ຫາກ​ພວກ​ເຮົາ​ເຈ​ລະ​ຈາ​ກ່ຽວ​ກັບ​ໝາກ​ລິ້ນ​ຈີ່​ສຳ​ເລັດ​ຜົນຈະ​​ເປັນ​ພື້ນຖານສ້າງ​ຄວາມ​ສະ​ດວກ​ໃຫ້​ໝາກ​ໄມ້​ປະ​ເພດ​ອື່ນ. ເພື່ອ​ສົ່ງ​ໝາກ​ໄມ້ໄປ​ຂາຍ​ຢູ່ ອົດ​ສະ​ຕາ​ລີໄດ້ ຕ້ອງ​ຕອບ​ສະ​ຫນອງ​ໃຫ້​ໄດ້ 5 ​ມາດຖານ​: ​ເຂດ​ປູກ, ຮາກ​ຖານ​ຫຸ້ມ​ຫໍ່, ການຕິດ​ສະ​ແຕມຍີ່​ຫໍ້, ສ່ອງ​ລັງ​ສີ​ ກໍ​ຄື​ກວດ​ກາ​ໂລກ​ລະ​ບາດສຳລັບສິນ​ຄ້າ​ກ່ອນ​ຈະ​ສົ່ງ​ອອກ.”

        ເລື່ອງ​ຕະ​ຫລາດ ອາ​ເມ​ລິ​ກາ ເປີດ​ປະ​ຕູ​ນຳ​ເຂົ້າ​ໝາກ​ໄມ້​ສອງ​ປະ​ເ​ພ​ດ​ຂອງ​ຫວຽດ​ນາມ ນັ້ນ​ແມ່ນ ໝາກ​ລິ້ນ​ຈີ່ ແລະ ໝາກ​ລຳ​ໄຍ ພ້ອມ​ກັບ​ແຜນ​ການ​ສືບ​ຕໍ່​ສົ່ງ​ບັນ​ດາ​ປະ​ເພດ​ໝາກ​ໄມ້​ພິ​ເສດ​ຄື: ໝາກ​ນ້ຳ​ນົມ, ໝາກມັງ​ກອນ, ໝາກ​ເງາະ, ໝາກ​ລິ້ນ​ຈີ່ ແລະ ໝາກ​ມ່ວງ​ໄປ​ຂາຍ​​ຢູ່ບັນ​ດາ​ຕະ​ຫລາດ​ຄື: ອາ​ເມ​ລິ​ກາ, ຍີ່​ປຸ່​ນ, ອົດ​ສະ​ຕາ​ລີ, ນິວ​ເຊີ​ແລ​ນ, ໄຕ້​ຫວັນ(ຈີນ)ນັ້ນ ແມ່ນ​ກາ​ລະ​ໂອ​ກາດ​ໃຫຍ່​​ເພື່ອ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ຫວຽດ​ນາມ ​​ເຂົ້າຕະ​ຫລາດ​ໂລກ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ເພື່ອ​ສົ່ງ​ອອກ​ໝາກ​ໄມ້​ຫລາຍ​ປະ​ເພດ​ຂອງ​ຫວຽດ​ນາມ ອອກ​ສູ່​ຕະ​ຫລາດ​ໂລກ ຕ້ອງ​ມີ​ຍຸດ​ທະ​ສາດ​ເປັນ​ເຈົ້າ​ການ​ໃນ​ການ​ຈຳ​ຫນ່າຍ​ຜະ​ລິດ​ຕະ​ພັນ, ​ເປັນເອ​ກະ​ພາບ​ໃນ​ການ​ບໍ​ລິ​ຫານ​ສົ່ງ​ອອກ ​ແລະ ​ໂຄ​ສະ​ນາ​ຜະ​ລິ​ດ​ຕະ​ພັນ​ກະ​ເສດ​ຂອງ​ຫວຽດ​ນາມ ອອກ​ສູ່​ຕ່າງ​ປະ​ເທດ, ເປັນ​ຕົ້ນ​ແມ່ນ​ບັນ​ດາ​ປະ​ເທດ​ຕ້ອງ​ການ​ສິນ​ຄ້າ​ທີ່ມີ​ຄຸນ​ນະ​ພາບ​ສູງ.

ການສົ່ງອອກໝາກລິ້ນຈີ່ ແລະ ກາລະໂອກາດໃຫ້ແກ່ການສົ່ງອອກຜະລິດຕະພັນກະເສດຫວຽດນາມ - ảnh 2
ໝາກ​ລິ້ນ​ຈີ່​ຂອງ​ຫວຽດ​ນາມ​ໄດ້​ສົ່ງ​ໄປ​ຂາຍ​ຢູ່​ຫລາຍ​ປະ​ເທດ
ພາບ:baomoi.com

        ຫນຶ່ງ​ໃນບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ທີ​່​ສຸດ​​ໃນປະ​ຈຸ​ບັນ​ສຳ​ລັບ​ສົ້ນ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ຫວຽດ​ນາມ ນັ້ນ​ແມ່ນ​ຂອບ​ຂ​ະ​ຫນາດ​ຈັດ​ຕັ້ງ​ການ​ຜະ​ລິດ​ນ້ອຍ, ກະ​ແຈກ​ກະ​ຈາຍ, ກຳ​ລັງ​ຄວາມ​ສາ​ມາດ​ຂອງວິ​ສາ​ຫະ​ກິດ​​ຖືກຈຳ​ກັດ ເຮັດ​ໃຫ້​ເລື່ອງ​ຮັບ​ປະ​ກັນ​ຄຸນ​ນະ​ພາບ, ຕະ​ຫລາດເປັນ​ປົກ​ກະ​ຕິ​ແມ່ນ​ຫຍຸ້ງ​ຍາກ. ພ້ອມ​ກັນ​ນັ້ນ, ບັນ​ດາ​ວິ​ສາ​ຫະ​ກິດ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ຫວຽດ​ນາມ ຍັງ​ອ່ອນ​ດ້ອຍ​ໃນ​ຂອດ​ຮັກ​ສາ​ຫລັງ​ການ​ເກັບ​ກູ້ ເຮັດ​ໃຫ້​ຜະ​ລິດ​ຕະ​ພັນ​ກະ​ເສດບໍ່​ທັນ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງຄູ່​ຮ່ວມ​ມື. ຕໍ່​ຫນ້າ​ຄວາມ​ຫຍຸ້ງ​ຍາກນັ້ນ, ທ່ານ​ຮ່​ວາງ​ຈູງ, ຮອງ​ຫົວ​ຫນ້າ​ກົມ​ປ້ອງ​ກັນ​ພືດ-ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຫວຽດ​ນາມ​ໃຫ້​ຮູ້​ວ່າ:

        “ໃນ​ລະ​ດູ​ການ​ໝາກ​ລິ້ນ​ຈີ່​ຕໍ່​ໄປ, ພິ​ເສດ​ ປີ 2016, ຕາມ​ການ​ຊີ້​ນຳ​ຂອງ​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ, ​ກົມ​ປ້ອງ​ກັນ​ພືດ ໄດ້​ເຮັດ​ວ​ຽກ​ກັບ​ສູນ​ສ​ອ່ງ​ລັງ​ສີ​ຂອງ​ຮ່າ​ໂນ້ຍ ເພື່ອ​ຍົກ​ລະ​ດັບສູນ​ສ່ອງ​ລັງ​ສີ ຊື່ງ​ກະ​ຊວງວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ​ ໄດ້ລົງ​ທຶນ​ດ້ວຍ​ຈຳ​ນວນ​ເງິນປະ​ມານ 20 ຕື້​ດົງເພື່ອ​ຍົກ​​ລະ​ດັບຕ່ອງ​ໂສ້​ສ່ອງ​ລັງ​ສີ. ພ້ອມ​ທັງ​ເພີ່​ມ​ເຕີມ​ບັນ​ດາ​ສາງ​ເຢັນ ແລະ ບັນ​ດາ​ອຸ​ປະ​ກອນ​ອື​່ນ​ໆ​ອີກ.”

        ດ້ວຍ​ຄວາມ​ເອົາ​ໃຈ​ໃສ່, ການ​ລົງ​ທຶນ​ຂອງ​ລັດ, ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ຫວຽດ​ນາມ, ໃນ​ນັ້ນ ມີ​ໝາກ​ລິ້ນ​ຈີ່ ຈະ​ມີ​ຫລາຍ​ກາ​ລະ​ໂອ​ກາດ​ເພື່ອ​ແຊກ​ຊືມ​ເຂົ້າ​ຕະ​ຫລາດ​ໂລກ. ເຖິງ​ຢ່າງ​ໃດ​ກ​ໍ​ຕາມ, ເພື່ອ​ໃຫ້​ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ຫວຽດ​ນາມ ເຊື່ອມ​ໂຍງ​ເຂົ້າ​ຕະຫຼາດ​ໂລກ, ວິ​ສາ​ຫະ​ກິດ​ຄວນ​ຍົກ​ສູງ​ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ, ເພີ່ມ​ທະ​ວີ​ການ​ໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ ແລະ ສ້າງ​ເຄື່ອງ​ໝາຍ​ການ​ຄ້າ​ສະ​ເພາະ​ໃຫ້​ຜະ​ລິດ​ຕະ​ພັນ​ຢູ່​ຕະ​ຫລາ​ດ​ພາຍ​ໃນ​ປະ​ເທດ ແລະ ສາ​ກົນ. ພ້ອມ​ກັນ​ນັ້ນ ຍູ້​ແຮງ​ການ​​ແລກປ່ຽນ​ຂໍ້​ມູນ​ຂ່າວ​ສານ​ລະ​ຫວ່າງ​ຊາວ​ກະ​ສິ​ກອນ, ວິ​ສາ​ຫະ​ກິດ​ກັບ​ຕະ​ຫລາດ. ທ່ານ ເຈີນ​ຕວນ​ແອງ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຫວຽດ​ນາມ ຖື​ວ່າ: ຄວາມ​ຫຍຸ້ງ​ຍາກ​​ໃນປະ​ຈຸ​ບັນ ແມ່ນ​ສ້າງ​ພາບ​ພົດ​​ໃຫ້ຜະ​ລິ​ດ​ຕະ​ພັນ​ກະ​ເສດ​ຫວຽດ​ນາມ.

        “ຄຽງ​ຄູ່​ກັບ​ການ​ແກ້ງ​ແຍ້ງ​ກັບ​ບັນ​ດາ​ຜະ​ລິດ​ຕະ​ພັນ​ໝາກ​ລິ້ນ​ຈ​ີ່​ຂອງ​ປະ​ເທດ​ອື່ນ, ຄວນ​ສືບ​ຕໍ່​ບັນ​ດາ​ມາດ​ຕະ​ການ​ໂຄ​ສະ​ນາ ແລະ ສ້າງ​ເຄື່ອງ​ໝາຍ​ການ​ຄ້າ. ພວກ​ຂ້າ​ພະ​ເຈົ້າ​ເຊື່ອ​ໝັ້ນ​ວ່າ ບັນ​ດາ​ວິ​ສາ​ຫະ​ກິດ​ຈະ​ມີ​ເງື່ອນ​ໄຂ​ເພື່ອ​ສ້າງ​ເຄື່ອງ​ໝາຍ​ການ​ຄ້າ ແລະ ພັດ​ທະ​ນາ​ບັນ​ດາ​ຕະ​ຫລາດ​ດັ່ງ​ກ່າວແບບ​ຍືນ​ຍົງ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ໝັ້ນຄົງ​ຂອງປະ​ລິ​ມານ​ການ​ຜະ​ລິດ, ຄຸນ​ນະ​ພາບ​ຜະ​ລິດ​ຕະ​ພັນ ແລະ ບັນ​ດາ​ຂັ້ນ​ຕອນ​ເພື່ອ​ຮັບ​ປະ​ກັນ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຮົ້ວ​ກີດ​ຂວາງ​ດ້າ​ນ​ເຕັກ​ນິກ​ຂອງ​ຕະ​ຫລາດ​ດັ່ງ​ກ່າວ ແມ່ນ​ປັດ​ໄຈ​ຕັດ​ສິນ​ຊີ້​ຂາດ​ເພື່ອ​ຮັບ​ປະ​ກັນ​ໃຫ້​ວິ​ສາ​ຫະ​ກິດ ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ຂອງ​ພວກ​ເຮົາ​ສາ​ມາດ​ພັດ​ທະ​ນາ​ຢູ່​ບັນ​ດາ​ຕະ​ຫລາດ​ເອີ​ລົບ - ອາ​ຟ​ຼິ​ກາ ແລະ ອົດ​ສະ​ຕາ​ລີ.”

        ຫວ່າງ​ແລ້ວນີ້, ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ, ສະ​ພາ​ມະ​ຫາ​ບັນ​ດີດ ວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ ຫວຽດ​ນາມ ພ້ອມ​ກັບ 3 ແຂວງ ຄື: ຫາຍ​ເຢືອງ, ກວ໋າງ​ນີງ ແລະ ບັກ​ຢາງ ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກັບຜູ້​ຕາງ​ຫນ້າ 6 ປະ​ເທດ​ໃນ​ໂລກ ເພື​ໃຫ້​ໝາກ​ລິ້ນ​ຈີ່ ຫວຽດ​ນາມ ບັນ​ລຸ​ມາດ​ຖານ​ສົ່ງ​ອອກ​ແຕ່ 50.000-100.000 ໂຕນ/ປີ. ນີ້​ແມ່ນ​ສັນ​ຍານ​ຕັ້ງ​ຫນ້າ​ຕື່ມ​ອີກ​ສຳ​ລັບ​ໝາກ​ລິ້ນ​ຈີ່​ເວົ້າ​ສະ​ເພາ​ະ ​ແລະ ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ຫວຽດ​ນາມ​ ເວົ້າ​ລວມ. ເພື່ອ​ໃຫ້​ບັນ​ດາ​ຜະ​ລິດ​ຕະ​ພັນ​ກະ​ເສດ​ຂອງ​ຫວຽດ​ນາມ ແຊກ​ຊືມ​ເຂົ້າ​ຕະ​ຫລາດ​ໂລກ​ສຳ​ເລັດ​ຜົນ, ຕອງ​ມີ​ການ​ຮ່ວມ​ສຳ​ພັນ​ຢ່າງ​ຄົບ​ຊຸດ​ລະ​ຫວ່າງ​ຜູ້​ຜະ​ລິດ, ວິ​ສາ​ຫະ​ກິດ ແລະ ບັນ​ດາ​ການ​ພົວ​ພັນ​ຄ້າ​ຂາຍ​ໃນ​ການ​ເຊື່ອມ​ຕໍ່, ຊອ​ກ​ຫາສົ້ນ​ອອກ​ໃຫ້​ແກ່​ຜະ​ລິດ​ຕະ​ພັນ.

ຂ່າວ/ບົດ​ອື່ນ