ການສົ່ງອອກໝາກລິ້ນຈີ່ ໄປຍັງ ໂຮນລັງ - ຜົນສຳເລັດຂອງເຄື່ອງໝາຍໝາກໄມ້ພິເສດຂອງຫວຽດນາມ

(VOVWORLD) - ເລື່ອງສົ່ງອອກໝາກລິ້ນຈີ່ ໄປຍັງໂຮນລັງ, ໝາກເສົາແຊເຢັນໄປຍັງ ອົດສະຕາລີຢ່າງສຳເລັດຜົນເປັນການສະແດງໃຫ້ເຫັນວ່າ ທຸກກະຊວງ, ຂະແຫນງການ, ທ້ອງຖິ່ນຕ່າງໆ ແລະ ວິສາຫະກິດ ພ້ອມກັນເຂົ້າຮ່ວມແມ່ນຈະມີຜະລິດຕະພັນກະເສດຫລາຍປະເພດຂອງຫວຽດນາມສົ່ງອອກໄປຍັງຕະຫລາດຕ່າງປະເທດຫລາຍແຫ່ງ ດ້ວຍມູນຄ່າສູງ ນຳມາເຊິ່ງແຫລ່ງຜົນປະໂຫຍດໃຫ້ແກ່ປະຊາຊົນ ແລະ ວິສາຫະກິດ.

ການສົ່ງອອກໝາກລິ້ນຈີ່ ໄປຍັງ ໂຮນລັງ - ຜົນສຳເລັດຂອງເຄື່ອງໝາຍໝາກໄມ້ພິເສດຂອງຫວຽດນາມ - ảnh 1ໂຄສະນາສົດຂອງຫວຽດນາມ ມາເຖິງຊາວໂຮນລັງ ເມື່ອວັນທີ19/6

ພາຍຫລັງ ງວດໝາກເສົາແຊເຢັນ 22ໂຕນຂອງຫວຽດນາມ ສົ່ງອອກໄປຍັງ ອົດສະຕາລີ ໄດ້ນຳມາເຊິ່ງມູນຄ່າວົງເງິນການສົ່ງອໝາກລິ້ນຈີ່ອກໃຫ້ປະເທດຊາດຂຶ້ນເຖິງ 390.000 AUD, ມີວິສາຫະກິດ ໂຮນລັງ ແຫ່ງຫນຶ່ງ ໄດ້ຈ່າຍຈຳນວນເງິນ 1 ຕື້ດົ່ງ ເພື່ອທົດລອງຊື້ເອົາໝາກລິ້ນຈີ່ສົດ 6 ໂຕນສົ່ງໄປຍັງ ເອີລົບ ດ້ວຍຕູ້ຄອນເທນເນີ ໃນເວລາ 5 ສັບປະດາ ຜ່ານທາງທະເລ ແລະ ງວດໝາກໄມ້ນີ້ໄດ້ໄປຮອດໂຮນລັງໃນວັນທີ 2 ສິງຫາ.

ຢູ່ ຕະຫລາດ ໂຮນລັງ, ໝາກລິ້ນຈີ່ສົດ ຂອງຫວຽດນາມ ໄດ້ວາງຂາຍໃຫ້ລູກຄ້າດ້ວຍລາຄາ 18 Euro/kg. ງວດໝາກລິ້ນຈີ່ ແທງຮ່າ (ຫາຍເຢືອງ)  ໄດ້ລົງເດີ່ນສະຫນາມບິນ Schipolໂຮນລັງ ເມື່ອເດືອນມິຖຸນາ ດ້ວຍຄາດໝາຍຢາກແຈກຢາຍໃຫ້ບັນດາຮ້ານຊັບພະສິນຄ້າ ອາຊີ ຢູ່ ໂຮນລັງ, ຝລັ່ງ, ເຢຍລະມັນ. ສ່ວນງວດໝາກລິ້ນຈີ່ ລຸກງ້ານ 6 ໂຕນ ຈາກທ່າກຳປັ່ນຫາຍຟ່ອງ ໄປຍັງທ່າກຳປັ່ນ Rotterdam ກໍ່ໄດ້ຮັບຄວາມນິຍົມຈາກລູກຄ້າ ຍ້ອນລົດຊາດຫອມ, ຫວານ. ທ່ານນາງ ຫວໍທິງອກດຽບ, ທູດການຄ້າຫວຽດນາມ ຢູ່ ໂຮນລັງ ໃຫ້ຮູ້ວ່າ:

“ຮູ້ສຶກເອກອ້າງທະນົງໃຈ ແລະ ປິຕິຊົມຊື່ນຢ່າງແທ້ຈິງ ເພາະວ່ານີ້ເປັນຄັ້ງທຳອິດທີີ່ມີຕູ້ຄອນເທນເນີໝາກລິ້ນຈີ່ສົດໄດ້ສົ່ງມາຮອດ ເອີລົບ. ນີ້ແມ່ນຂີດໝາຍສຳຄັນເພື່ອໃຫ້ໄລຍະຕໍ່ໄປຂອງບັນດາວິສາຫະກິດ ຫວຽດນາມ ລົງທຶນຢ່າງເປັນລະບົບກວ່າ ແລະ ເປີດອະນາຄົດອັນສົດໃສນັ້ນແມ່ນສົ່ງອອກໝາກໄມ້ສົດເຂົ້າຕະຫລາດ ເອີລົບ ແບບຍືນຍົງ

ການສົ່ງອອກໝາກລິ້ນຈີ່ ໄປຍັງ ໂຮນລັງ - ຜົນສຳເລັດຂອງເຄື່ອງໝາຍໝາກໄມ້ພິເສດຂອງຫວຽດນາມ - ảnh 2ໝາກລິ້ນຈີ່ ແທງຮ່າ ( ພາບ:vnexpress.net)

ກ່ອນທີ່ສົ່ງອອກໄປຍັງຕະຫລາດໂຮນລັງ,  ໝາກລິ້ນຈີ່ ຂອງຫວຽດນາມ ທີ່ຕິດກາໝາຍແຈ້ງຕົ້ນກຳເນີດກໍ່ໄດ້ສົ່ງອອກໄປຍັງ ຝລັ່ງ ຢ່າງເປັນທາງການ ດ້ວຍລາຄາຂາຍໃຫ້ລູກຄ້າແມ່ນ ກວ່າ 500.000 ດົ່ງ/ກິໂລກຼາມ. ຕາມທ່ານ ຫວູບາຝູ, ຫົວຫນ້າກົມສົ່ງເສີມການຄ້າ ແລ້ວ, ບັນດາເຂດປູກຜະລິດຕະພັນກະເສດສົ່ງອອກ ປະຈຸບັນ ຢາກໃຫ້ບັນດາຂະແຫນງການອອກຫນັງສືອະນຸຍາດປູກຕາມມາດຖານ GlobalGAP, VietGAP ແລະ ໄດ້ຮັບລະຫັດເຂດປູກຜະລິດຕະພັນສົ່ງອອກ.

     “ພວກເຮົາຕ້ອງເຮັດວຽກງານໂຄສະນາກ່ຽວກັບເຄື່ອງໝາຍກໍ່ຄືຄຸນນະພາບຜະລິດຕະພັນໃຫ້ນັບມື້ນັບດີກວ່າ, ສະຫນອງໃຫ້ຕະຫລາດນຳເຂົ້າ ແລະ ເພື່ອເຮັດໄດ້ສິ່ງນັ້ນ ກະຊວງອຸດສາຫະກຳການຄ້າ ຕ້ອງສົມທົບກັບບັນດາກະຊວງ, ຂະແຫນງການ ແນະນຳ, ຫນູນຊ່ວຍວິສາຫະກິດປະຕິບັດການແຈ້ງຕົ້ນກຳເນີດຂອງຜະລິດຕະພັນກະເສດຂອງຕົນ ບໍ່ພຽງແຕ່ຢູ່ຕະຫລາດຫວຽດນາມ ເທົ່ານັ້ນ ຫາກໃນທົ່ວໂລກອີກດ້ວຍ.”

ປະຈຸບັນ ມີສິນຄ້າຂອງຫວຽດນາມ ຫລາຍປະເພດ ມີຄວາມສາມາດບົ່ມຊ້ອນສົ່ງອອກໄປຍັງຕະຫລາດ ອາຟຼິກາ ແຕ່ຂອດຊຳລະແມ່ນປະສົບກັບຄວາມຫຍຸ້ງຍາກທີ່ສຸດ ສະນັ້ນ ບັນດາວິສາຫະກິດ ຫວຽດນາມ ຍາກທີ່ຈະສົ່ງອອກໂດຍກົງໄປຍັງບັນດາປະເທດຢູ່ພາກພື້ນນີ້ໄດ້ ຫາກຕ້ອງຜ່ານປະເທດທີສາມ ຢູ່ ເອີລົບ. ດ້ວຍຕະຫລາດທີ່ລວມມີ 55 ປະເທດ ແລະ ພົນລະເມືອງປະມານ 1,3 ຕື້ຄົນ, ສ່ວນຫລາຍແມ່ນອີງໃສ່ການຂຸດຄົ້ນບໍ່ແຮ່, ນ້ຳມັນອາຍແກສ ສະນັ້ນ ນີ້ແມ່ນຕະຫລາດທີ່ມີຄວາມສາມາດບົ່ມຊ້ອນເພື່ອໃຫ້ຫລາຍປະເທດ, ໃນນັ້ນ ມີຫວຽດນາມ ເພື່ອສົ່ງອອກບັນດາຜະລິດຕະພັນກະເສດ. ທ່ານນາງ ຫງວຽນທິມິງເຟືອງ ຜູ້ຕາງຫນ້າກົມຕະຫລາດ ອາຊີ - ອາຟຼິກາ, ສັງກັດກະຊວງອຸດສາຫະກຳ ການຄ້າ ໃຫ້ຮູ້ວ່າ:

 “ກ່ຽວກັບວິທີການຊຳລະແມ່ນສັບສົນສົມຄວນ, ບັນດາປະເທດຕ່າງໆຢູ່ ອາຟຼິກາງ, ອາຟິຼິກາຕາເວັນຕົກ ລະບົບທະນາຄານຂອງເຂົາເຈົ້າຍັງບໍ່ທັນພັດທະນາ ສະນັ້ນ ເລື່ອງຊຳລະບັນດາທຸລະກຳສົ່ງອອກສິນຄ້າແມ່ນຫຍຸ້ງຍາກສົມຄວນ. ຄຽງຄູ່ກັນນັ້ນ ກໍມີສະພາບຕົວະຕົ້ມກັນຢູ່ພາກພື້ນນີ້, ຕົວະຕົ້ມການຊຳລະ ລະຫວ່າງຫວຽດນາມ ກັບບັນດາປະເທດ ອາຟຼິກາ.”

ໃນຂະນະທີ່ໂລກລະບາດໂຄວິດ - 19 ຍັງຜັນແປໄປຢ່າງສັບສົນຍາກທີ່ຈະຄາດຄະເນໄດ້ນັ້ນ, ກະຊວງອຸດສາຫະກຳ ການຄ້າໄດ້ຜ່ານບັນດາອົງການສົ່ງເສີມການຄ້າຢູ່ພາຍໃນປະເທດ ແລະ ລະບົບທູດການຄ້າຫວຽດນາມ ປະຈຳຢູ່ຫລາຍປະເທດໃນໂລກໄດ້ຈັດຕັ້ງການເຄື່ອນໄຫວຫລາຍຢ່າງແບບທາງໄກກັບບັນດາຄູ່ຮ່ວມມືສົ່ງເສີມການຄ້າເພື່ອສ້າງນັບພັນໆທຸລະກຳລະຫວ່າງວິສາຫະກິດຫວຽດນາມ ແລະ ບັນດາບໍລິສັດນຳເຂົ້າຂອງຕ່າງປະເທດ. ນີ້ແມ່ນບັນດາມາດຕະການທີ່ແທ້ຈິງເພື່ອສືບຕໍ່ພັດທະນາ ແລະ ເສີມຂະຫຍາຍບັນດາຄວາມສາມາດບົ່ມຊ້ອນ ແລະ ທ່າໄດ້ປຽບ ເພື່ອເຊື່ອມຕໍ່ການສະຫນອງ - ຄວາມຕ້ອງການ, ແກ້ໄຂຄວາມຫຍຸ້ງຍາກສ່ວນໃດຫນຶ່ງໃຫ້ແກ່ການຜະລິດດຳເນີນທຸລະກິດ, ຊຸກຍູ້ການເຕີບໂຕການສົ່ງອອກ ແລະ ຮັກສາເສດຖະກິດໃຫ້ເປັນປົກກະຕິ, ຊຸກຍູ້ການສ້າງໂຄງປະກອບຄືນໃຫມ່ໃນບັນດາຂົງເຂດຂະແຫນງສິນຄ້າສົ່ງອອກຕາມທິດຍືນຍົງໃນຊ່ວງເວລາເກີດໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ