ການເຕີບໂຕສິນໃນນ້ຳ 2017 ຍັງມີສິ່ງທ້າທາຍຫຼາຍຢ່າງ

(VOVWORLD) -ໃນທ່າອ່ຽງເຊື່ອມໂຍງດ້ານເສດຖະກິດເຂົ້າກັບສາກົນ, ສິ່ງກີດຂວາງດ້ານເຕັກນິກນັບມື້ນັບຮ້າຍແຮງຂອງບັນດາປະເທດນຳເຂົ້າ, ບັນດາຄູ່ແກ່ງແຍ້ງນັບມື້ນັບຂ້ຽວຂາດ ແມ່ນບັນດາຄວາມຂັດຂວາງບໍ່ແມ່ນນ້ອຍສຳລັບຄາດໝາຍເຕີບໂຕ 7,4 ຕື້ USD ຂອງຂະແໜງສິນໃນນ້ຳຫວຽດນາມ. ເຮັດແນວໃດເພື່ອຜ່ານຜ່າສິ່ງທ້າທາຍດັ່ງກ່າວ? ນີ້ກໍ່ແມ່ນມາດຕະການ, ໜ້າທີ່ຈຸດສຸມເຊິ່ງຂະແໜງສິນໃນນ້ຳຫວຽດນາມ ໄດ້ວາງອອກໃນປີນີ້. ບົດຂຽນ “ການເຕີບໂຕສິນໃນນ້ຳ 2017 ຍັງມີສິ່ງທ້າທາຍຫຼາຍຢ່າງ” ຂອງມິງລອງ, ນັກຂ່າວ VOV.
ການເຕີບໂຕສິນໃນນ້ຳ 2017 ຍັງມີສິ່ງທ້າທາຍຫຼາຍຢ່າງ - ảnh 1 (ພາບປະກອບອີນເຕີແນັດ)

ໃນໄລຍະ 5 ເດືອນຕົ້ນປີ 2017, ມູນຄ່າສົ່ງອອກສິນໃນນ້ຳຂອງຫວຽດນາມ ຄາດວ່າບັນລຸ 2,8 ຕື້ USD, ເພີ່ມຂຶ້ນ 10,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2016. ອາເມລິກາ, ຍີ່ປຸ່ນ, ຈີນ ແລະ ສ.ເກົາຫຼີ ສືບຕໍ່ແມ່ນຕະຫຼາດ 4 ແຫ່ງນຳເຂົ້າສິນໃນນ້ຳແຖວໜ້າຂອງຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ຕໍ່ໜ້າການຫັນປ່ຽນຂອງຕະຫຼາດໂລກ, ການສົ່ງອອກສິນໃນນ້ຳກໍ່ຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍຄື: ອັດຕາພາສີຕ້ານການຂາຍບຸບລາຄາປາຈາ, ກຸ້ງຂອງອາເມລິກາ; ຄວາມປອດໄພດ້ານສະບຽງອາຫານທີ່ໄດ້ປະຕິບັດການກວດກາຢ່າງເຄັ່ງຄັດກວ່າໃນບັນດາປະເທດສະຫະພາບເອີລົບ, ສ.ເກົາຫຼີ, ອົດສະຕາລີ. ຄຽງຂ້າງນັ້ນ, ບັນດາຜົນກະທົບຈາກໄພແຫ້ງແລງ, ນ້ຳທະເລຊຶມເຂົ້າ, ບັນຫາສິ່ງແວດລ້ອມທາງທະເລຢູ່ພາກກາງ ສືບຕໍ່ເປັນການຫຼຸດຜ່ອນແຫຼ່ງສະໜອງວັດຖຸດິບ, ສິ່ງກີດຂວາງດ້ານເຕັກນິກຂອງບັນດາປະເທດນຳເຂົ້າ ກໍຄືຄວາມກົດດັ່ນກ່ຽວກັບລາຄາຂາຍ, ອັດຕາພາສີນຳເຂົ້າກັບບັນດາຄູ່ແກ່ງແຍ້ງໃນຕະຫຼາດທົ່ວໂລກ ແມ່ນບັນດາສິ່ງທ້າທາຍເຊິ່ງຂະແໜງຕ້ອງຜ່ານຜ່າ… ຕໍ່ໜ້າສະພາບຕົວຈິງນັ້ນ, ຮຽກຮ້ອງໃຫ້ບັນດາວິສາຫະກິດຕ້ອງຍູ້ແຮງວິວັດການສ້າງໂຄງປະກອບຮູບແບບການຜະລິດ, ດຳເນີນທຸລະກິດຄືນໃໝ່ ເພື່ອຮັບມືກັບບັນດາຄວາມສ່ຽງໄພຈາກການປ່ຽນແປງຂອງດິນຟ້າອາກາດ, ໄພແຫ້ງແລງ, ນ້ຳທະເລຊຶມເຂົ້າຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ກໍຄືມີວິທີສຳພັດທີ່ເໝາະສົມເພື່ອບືນຕົວຂຶ້ນ ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ. ນັກຊ່ຽວຊານດ້ານເສດຖະກິດ ເລດັງແຢງ, ຖືວ່າ.

   “ບັນດາວິສາຫະກິດເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ, ຊາວກະສິກອນຄວນປະລະການປູກຝັງຕາມປະເພນີ, ຫາກປູກຝັງຕາມການຫັນປ່ຽນຂອງຕະຫຼາດ, ຕາມສັນຍາ, ມີການລົງນາມຢ່າງແນ່ນອນຈຶ່ງປູກຝັງ. ດ້ານອື່ນ, ຄວນປະລະການປູກຝັງໂດຍໄປຕາມດ້ານຈຳນວນ, ຫາກການປູກຝັງຕ້ອງບັນລຸຄຸນນະພາບ. ຮູບແບບການຜະລິດເໝາະສົມກັບການປ່ຽນແປງຂອງດິນຟ້າອາກາດ”

        ໃນຈຳນວນບັນດາປະເພດສິນໃນນ້ຳສົ່ງອອກຂອງຫວຽດນາມ ນັ້ນ, ກຸ້ງ ແມ່ນສິນຄ້າສົ່ງອອກຕົ້ນຕໍ່. ນີ້ກໍ່ແມ່ນສິນຄ້າຖືກແກ່ງແຍ້ງຢ່າງແຮງ ແລະ ຮຽກຮ້ອງຕ້ອງຕອບສະໜອງບັນດາຄວາມຮຽກຮ້ອງທີ່ເຄັ່ງຄັດ, ໂດຍສະເພາະແມ່ນສິ່ງກີດຂວາງດ້ານເຕັກນິກຈາກບັນດາປະເທດນຳເຂົ້າ. ທ່ານຮອງລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວູວັນຕ໋າມ ໃຫ້ຮູ້ວ່າ, ເພື່ອມຸ່ງໄປເຖິງຄາດໝາຍສົ່ງອອກກຸ້ງບັນລຸມູນຄ່າ 10 ຕື້ USD ໃນປີ 2025, ຂະແໜງຈະສຸມໃສ່ບຸກທະລຸດ້ານວິທະຍາສາດເຕັກໂນໂລຊີ, ພິເສດແມ່ນກຸ້ງພັນ ກໍ່ຄືເປັນເຈົ້າການກ່ຽວກັບການຜະລິດຫົວອາຫານຢູ່ພາຍໃນປະເທດ ແລະ ເປັນເຈົ້າການຄວບຄຸ້ມພະຍາດໃຫ້ເປັນຢ່າງດີ. ພ້ອມທັງເອົາໃຈໃສ່ເຖິງການເປີດກວ້າງຕະຫຼາດສົ່ງອອກ ແລະ ເປັນເຈົ້າການຮັບມືກັບທ່າອ່ຽງອາລັກຂາຕະຫຼາດຂອງບັນດາປະເທດຄືໃນປະຈຸບັນ, ໂດຍສະເພາະແມ່ນສິ່ງກີດຂວາງດ້ານເຕັກນິກ. ໃນປີ 2017, ຂະແໜງສິນໃນນຳ້ຫວຽດນາມ ຈະຜັນຂະຫຍາຍບັນດາມາດຕະການແກ້ໄຂຢ່າງຂ້ຽວຂາດ ບົນພື້ນຖານສ້າງແຜນການກະທຳ ແລະ ແຜນຮ່າງພັດທະນາຂະແໜງອຸດສາຫະກຳກຸ້ງ. ທ່ານຮອງລັດຖະມົນຕີ ຫວູວັນຕ໋າມ ຊີ້ແຈ້ງວ່າ.

        “ສຸມໃສ່ບຸກທະລຸເຂົ້າຂົງເຂດວິທະຍາສາດເຕັກໂນໂລຊີເພື່ອຍົກສູງສະມັດຕະພາບຂອງບັນດາເນື້ອທີ່ດິນທຳກະເສດສຸມ, ລ້ຽງສັດແບບອຸດສາຫະກຳ. ປະຈຸບັນ ແມ່ນ 140 ເຮັກຕາ, ສາມາດຍົກເນື້ອທີ່ໃຫ້ຂຶ້ນ 2 – 3 ໝື່ນເຮັກຕາ ໃນໄລຍະສັ້ນໆ, ຍົກສະມັດຕະພາບສະເລ່ຍໃນປະຈຸບັນແມ່ນ 4 ໂຕນ/ເຮັກຕາ ໃຫ້ຂຶ້ນເຖິງ 6 ຫາ 8 ໂຕນ/ເຮັກຕາ ສຳລັບກຸ້ງຂາວ ກໍຄືກຸ້ງນ້ຳກອຍລ້ຽງແບບອຸດສາຫະກຳ. ສຳລັບເນື້ອທີ່ 600.000 ເຮັກຕາ ລ້ຽງກຸ້ງໃນເນື້ອທີ່ກວ້າງໃຫຍ່, ສຳລັບການລ້ຽງໃນເນື້ອທີ່ກວ້າງໃຫຍ່ແບບກ້າວໜ້າຈະປ່ຽນໃໝ່ ແລະ ມີກົນໄກນະໂຍບາຍເພື່ອດຶງດູດວິສາຫະກິດ, ຈັດຕັ້ງການຜະລິດຂະໜາດນ້ອຍບັນດາຄອບຄົວຄືນໃໝ່ ໃຫ້ກາຍເປັນໜ່ວຍສະຫະກອນ ຫຼື ບັນດາສະຫະສະມາຄົມ ເພື່ອເຊື່ອມຕໍ່ກັບບັນດາວິສາຫະກິດ ແລະ ລົງທຶນທາງດ້ານວິທະຍາສາດເຕັກໂນໂລຊີ ແລະ ເສີມຂະຫຍາຍບົດຮຽນ, ຮູບແບບໃໝ່ ເຊິ່ງສາມາດຍົກສະມັດຕະພາບການລ້ຽງກຸ້ງໃນໄລຍະຈະມາເຖິງ.”

        ປີ 2017, ນອກຈາກການຜະລິດ ແລະ ສົ່ງອອກບັນດາຜະລິດຕະພາບຕົ້ນຕໍ່ຄືປາຈາ ແລະ ກຸ້ງນ້ຳກອຍ, ຂະແໜງສິນໃນນ້ຳຈະສຸມໃສ່ພັດທະນາບັນດາຜະລິດຕະພັນທີ່ມີທ່າແຮງຫຼາຍຢ່າງເພື່ອພັດທະນາຢ່າງສະໝ່ຳສະເໝີຢູ່ບັນດາເຂດພາກ. ດ້ວຍການຜັນຂະຫຍາຍບັນດາມາດຕະການຢ່າງຄົບຊຸດ, ໃນນັ້ນກຳນົດຂະແໜງສິນຄ້າທີ່ມີທ່າແຮງເພື່ອໃຫ້ບຸລິມະສິດລົງທຶນ ແລະ ສ້າງໂຄງປະກອບການກຳນົດທິດຕະຫຼາດຄືນໃໝ່, ຄາດໝາຍເຕີບໂຕ 7,4 ຕື້ USD ຂອງຂະແໜງສິນໃນນ້ຳໃນປີນີ້ແມ່ນອາດສາມາດບັນລຸໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ