ກາລະໂອກາດໃຫ້ແກ່ເສດຖະກິດຫວຽດນາມເມື່ອເຂົ້າຮ່ວມບັນດາສັນຍາ ການຄ້າເສລີ


(vovworld)- ປີ 2015, ຫວຽດ​ນາມ ໄດ້​ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ (FTA) ກັບ ສ​ເກົາ​ຫລີ ແລະ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ ເອີ​ລົບ, ສິ້ນ​ສຸດ​ການ​ເຈ​ລະ​ຈາ FTA ກັບ​ສະ​ຫະ​ພາບ​ເອີ​ລົບ (ອີ​ຢູ) ແລະ ພິ​ເສດ​ແມ່ນ​ສຳ​ເລັດ​ການ​ເຈ​ລະ​ຈາ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ​ປາ​ຊີ​ຟີກ (TPP). ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ຈຸດ​ພົ້ນ​ເດັ່ນ​ໃນ​ການ​ເຄື່ອນ​ໄຫວ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດ​ຖະ​ກິດ​ສາ​ກົນ​ຂອງ​ຫວຽດ​ນາມ​ປີ 2015. ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ລ​ຸ້ນ​ໃຫມ່ນີ້ ຈະ​ເພີ່​ມ​ການ​ສົ່ງ​ອອກ​ຢ່າງ​ແຮງ, ດຶງ​ດູດ​ການ​ລົງ​ທຶນ​ຈາກຕ່າງ​ປະ​ເທດ, ເປີດ​ບັນ​ດາ​ປະ​ຕູ​ໃຫມ່​ໃຫ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຫວຽດ​ນາມ ໃນ​ຊຸມ​ປີ​ຈະ​ມາ​ເຖິງ.

ກາລະໂອກາດໃຫ້ແກ່ເສດຖະກິດຫວຽດນາມເມື່ອເຂົ້າຮ່ວມບັນດາສັນຍາ ການຄ້າເສລີ - ảnh 1
ພາບ​ປະ​ກອບ:internet

        ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ ຊື່ງ​ຫວຽດ​ນາມ​ໄດ້​ລົງ​ນາມ​ຫລື​ສຳ​ເລັດ​ວິ​ວັດ​ການ​ເຈ​ລະ​ຈາ​ໃນ​ປີ 2015 ລ້ວນ​ແຕ່​ແມ່ນ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ ລຸ້ນ​ໃຫມ່. ເມື່ອ​ທຽບ​ໃສ່ FTA ກ່ອນນີ້​ແມ່ນ​ສຸມ​ໃສ່​ຂົງ​ເຂດ​ການ​ຄ້າ​ສິນ​ຄ້າ, ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຂອງ FTA ລຸ້ນ​ໃຫມ່​ເປີດກວ້າງບໍ່​ພຽງ​ແຕ່​​ຂົງ​ເຂດການ​ຄ້າ​ສິນ​ຄ້າ, ບໍ​ລິ​ການ, ຊັບ​ສິນ​ທາງ​ປັນ​ຍາ, ການ​ລົງ​ທຶນ ຫາກ​ນັບ​ທັງ​ບັນ​ດາ​ບັນ​ຫາ​ໃຫມ່​ຄື ລັດ​ວິ​ສາ​ຫະ​ກິດ, ຊື້​ຊັບ​ສິນ​ຂອງ​ລັດ, ພາ​ສີ, ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ ບັນ​ດາ​ບັນ​ຫາ​ປອດ​ການ​ຄ້າ.

ເນື້ອ​ໃນ​ຕົ້ນ​ຕໍ​ຂອງ​ບັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ ໂດຍ​ຫວຽດ​ນາມ ລົງ​ນາມ ແລະ ສຳ​ເລັດ​ການ​ເຈ​ລະ​ຈາ ຍົກ​ເວັ້ນພາ​ສີ, ຫັນ​ການ​ຄ້າ​ເປັນ​ເສ​ລີ, ຈາກນັ້ນ ຈຶ່ງ​ເປີດ​ກາ​ລະ​ໂອ​ກາດ​ຫລາຍ​ຢ່າງ​ໃຫ້​ບັນ​ດາ​ປະ​ເທດ​ເຂົ້າ​ຮ່ວມ. ສະ​ເພາະ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ ອີ​ຢູ (EVFTA)  ພາຍ​ຫລັງ​ມີ​ຜົນ​ສັກ​ສິດ ໃນ​ປີ 2018 ມີ ກວ່າ 99% ຈຳ​ນວນ​ພາ​ສີ​ຂອງ​ຫວຽດ​ນາມ​ເຂົ້າ​ຕະ​ຫລາດນີ້ ແມ່ນ 0%. ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ ອີ​ຢູ  ຈະ​ຊ່ວຍ​ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ເພີ່ມ​ຂຶ້ນ​ຕື່ມ​ອີກ 0,5% GDP ແລະ ການ​ສົ່ງ​ອອກ​ເພີ່ມ​ຂຶ້ນ ແຕ່ 4-6%/ປີ. ເປັນ​ອັນ​ວ່າ ຖ້າ​ຫາກ​ຫວຽດ​ນາມ ສືບ​ຕໍ່​ຮັກ​ສາ​ທ່າ​ເຕີບ​ໂຕ​ໃນ​ການ​ສົ່ງ​ອອກ​ໄປ​ຍັງ ອີ​ຢູ ຄື​ປະ​ຈຸ​ບັນ, ຮອດ​ປີ 2020 ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ​ໄປ​ຍັງ ອີ​ຢູ ຈະ​ເພີ່ມ​ຂຶ້ນ​ຕື່ມ​ອີກ 16 ຕື້ USD. ສັ​ນ​ຍາ FTA ກັບ ສ​ເກົາ​ຫລີ ຈະ​ເປີດ​ປະ​ຕູ​ກະ​ສິ​ກຳ, ສິນ​ໃນ​ນ້ຳ ເຊີ່ງເຄີຍ​​ອາ​ລັກ​ຂາ​ຢ່າງ​ແຫນ້ນ​ແຟ້ນ​ໃຫ້​ຫວຽດ​ນາມ. ໃນ​ຂະ​ນະ​ນັ້ນ, ​ຄາດ​ຄະ​ເນວ່າ ສັນ​ຍາ FTA ລະ​ຫວ່າງ​ຫວຽດ​ນາມ ແລະ ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອ​ີ​ລົບ ຈະ​ນຳ​ວົງ​ເງິນ​ການ​ຄ້າ​ເພີ່ມ​ຂຶ້ນ​ສະ​ເລ່ຍ​ແຕ່ 18-20%/ປີ ຈາກ​ລະ​ດັບ​ປະ​ມານ 4 ຕື້ USD ໃນ​ປີ​ກາຍ​ຂຶ້ນ​ເຖິງ 10-12 ຕື້ USD ພາຍ​ຫລັງ 5 ປີ ຈະ​ມາ​ເຖິງ.  ສະ​ເພາະ TPP, ຕາມ​ການ​ຄິດ​ໄລ່​ຂອງ​ບັນ​ດ​າ​ຜູ້​ຊ່ຽວ​ຊານ​ເສດ​ຖະ​ກິດ​ແລ້ວ, ສັນ​ຍານີ້ ຈະ​ຊ່ວຍ​ການ​ສົ່ງ​ອອກ​ຂອງ​ຫວຽດ​ນາມ ເພີ່ມ​ຂຶ້ນ 68 ຕື້ USD ໃນ​ປີ 2025.

        ສຳ​ລັບ​ວິ​ສາ​ຫະ​ກິດ ຫວຽດ​ນາມ, ກາ​ລະ​ໂອ​ກາດ​ໃຫຍ່​ສຸດ ຊື່ງ FTA ລຸ້ນ​ໃຫມ່​ນຳ​ມາ​ໃຫ້​ແມ່ນ​ເປີດກວ້າງ​ຕະ​ຫລາດ ຍ້ອນ​ໄດ້​ຍົກ​ເວັ້ນ​ພາ​ສີ ແລະ ຍົກ​ເລີກ​ຮົ້ວ​ກີດ​ຂວາງ​ດ້ານ​ການ​ຄ້າ​ໃນ​ສະ​ພາບ​ກຳ​ລັງ​ຊື້​ສິນ​ຄ້າຂອງ​ພື້ນ​ຖານ​ເສດ​ຖະ​ກິດຍັງ​ອ່ອນດ​ອ້ຍ ແລະ ກຳ​ລັງ​ຄວາມ​ສາ​ມາດ​ຂອງວິ​ສາ​ຫະ​ກິດ​ພາຍ​ໃນ​ປະ​ເທດ​ຍັງ​ບໍ​ທັນ​ແຂງ​ແຮງ. ດ​ຣ ເສດ​ຖະ​ກິດ ຫວໍ​ຈີ​ແທ່ງ ໃຫ້​ຮູ້​ວ່າ:

        “ພວກ​ເຮົາ​ພວມ​ສູ້​ຊົນ​ຍົກ​ວົງ​ເງິນ​ສົ່ງ​ອອກ​ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ຂຶ້ນ​ເຖິງ​ປະ​ມານ 20 ຕື້ USD ແຕ່​ເມື່ອ​ເຂົ້າ​ຮ່ວມ​ບັນ​ດາ​ສັນ​ຍາ FTA ຕົວ​ເລກ​ດັ່ງ​ກ່າວ​ອາດ​ຈະ​ຂຶ້ນ​ເຖິງກວ່າ 40 ຕື້ USD ແລະ ສ້າງວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ງານ​ເປັນ​ຈຳ​ນວນ​ຫລາຍ. ນອກນັ້ນ ຂົງ​ເຂດ​ຜະ​ລິດ​ຕະ​ພັນ​ກະ​ເສດ ກໍ​ມີ​ແງ່​ຫວັງ​ໃຫຍ່ ເມື່ອ​ສົ່ງ​ອອກ, ເປັນ​ຕົ້​ນ​ ສົ່ງ​ອອກ​ໄປ​ຍັງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ TPP ເພາະ​ວ່າ ພວກ​ເຮົາ​ບໍ່​ຕ້ອງ​ແກ້ງ​ແຍ້ງ​ກັບ​ບັນ​ດາ​ປະ​ເທດ​ສົ່ງ​ອອກ​ຜະ​ລິດ​ຕະ​ພັນ​ໃຫຍ່​ຄື ໄທ, ອິນ​ເດຍ.”

        ເຂົ້າ​ຮ່ວມ​ບັນ​ດາ​ສັນ​ຍາ FTA ລຸ້ນ​ໃຫມ່, ກາ​ລະ​ໂອ​ກາດ​ດຶງ​ດູດ​ເງິນ​ລົງ​ທຶນ​ຂອງ​ຕ່າ​ງ​ປະ​ເທດ​ເຂົ້າ​ຫວຽດ​ນາມ ກໍ​ມີ​ຄວາມ​​ກະ​ຈ່າງ​ແຈ້ງ​ທີ່​ສຸດ, ເປັນ​ຕົ້ນ ແມ່ນ​ຈາກ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫຍ່. ໃນ​ໄລ​ຍະ​ມໍ່​ໆ​ມານີ້ ມີ​ກຸ່ມ​ບໍ​ລິ​ສັດ​ຕ່າງ​ປະ​ເທດ​ຫລາຍ​ແຫ່ງ ໄດ້​ລົງ​ທຶນ​ຫລາຍ​ໂຄງ​ການ​ໃຫມ່ ຫລື​ ເປີດກວ້າງ​ການ​ຜະ​ລິດ​ຢູ່​ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ​ຄື: ຜະ​ລິດ​ເສັ້ນ​ຝ້າຍ, ຕ່ຳ​ແຜ່ນ​ຕັດ​ຫຍິບ, ເກີບ​ຫນັງ, ປຸງ​ແຕ່ງ​ໄມ້… ເພື່ອ​​ຕ້ອນຮັບ​ການ​ລົງ​ທຶນ​ຈາກ TPP ກໍ​ຄື ຈາກ EVFTA. ນອກນັ້ນ ມີ​ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ​ໂລກ​ຫລາຍ​ແຫ່ງ​ຄື: Samsung, Intel, Microsoft, LG.. ລົງ​ທຶນ​ຢ່າງ​ແຮງ​ເຂົ້າ​ຫວຽດ​ນາມ ເພື່ອ​ຜະ​ລິດ​ບັນ​ດາ​ປ​ະ​ເພ​ດ​ສິນ​ຄ້າ​ມີ​ເຕັກ​ໂນ​ໂລ​ຊີ​ສູງ​.ນີ້​ກໍ​ແມ່ນ​ກາ​ລະ​ໂອ​ກາດ​ໃຫຍ່ ເພື່ອ​ຍົກ​ລະ​ດັບ​ເຕີບ​ໂຕ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ​ຫວຽດ​ນາມ ໃນ​ໄລ​ຍະ 5-10 ປີ ຈະ​ມາ​ເຖິງ.

        ເລື່ອງ​ມີ​ການ​ພົວ​ພັນ​ດ້ານ​ການ​ຄ້າ​ເສ​ລີ​ກັບ​ພັນ​ທະ​ມິດ ເອີ​ລົບ, ພັນ​ທະ​ມິດ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ ແລະ ກັບ ສ​ເກົາ​ຫລີ ກໍ​ຄື​ກັບ 11 ປະ​ເທດ ສະ​ມາ​ຊິກ TPP ຍັງ​ຊ່ວຍ​ຫວຽດ​ນາມ ມີ​ກາ​ລະ​ໂອ​ກາດ​ສ້າງ​ໂຄງ​ປະ​ກອບ​ຕະ​ຫລາດ​ສົ່ງ​ອອກ​ຄືນ​ໃຫມ່ ຕາມ​ທິດ​ດຸນ​ດຽງ​ກວ່າ. ນີ້​ແມ່ນ​ປັດ​ໄຈ​ຫລັກ​ແຫລ່ງ​ຊ່ວຍ​ໃຫ້​ຫວຽດ​ນາມ ເພີ່ມ​ລັກ​ສະ​ນະ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ​ຂອງ​ພື້ນ​ຖານ​ເສດ​ຖະ​ກິດ. ທ່ານ ຫງວຽນງອກ​ຮ່​ວາ, ຮອງ​ຫົວ​ຫນ້າ​ພະ​ແນກ​ອຸດ​ສາ​ຫະ​ກຳ ແລະ ການ​ຄ​້າ ນະ​ຄອນ ໂຮ່​ຈິ​ມີນ ຖື​ວ່າ:

        “ມ​ີ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫລາຍ​ສະ​ບັບ​ໄດ້​ຮັບ​ການ​ລົງ​ນາມ, ເປີດ​ກາ​ລະ​ໂອ​ກາດ​ໃຫ້​ແກ່​ພື້ນ​ຖານ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ​ພັດ​ທະ. ພິ​ເສດ ເລື່ອງ​ເຂົ້າ​ຮ່ວມ​ສັນ​ຍາ TPP ຊ່ວຍ​ໃຫ້​ພວກ​ເຮົາ​ຊອກ​ໄດ້​ຄູ່​ຮ່ວມ​ມື​ເພື່ອ​ສ້າງ​ຄວາ​ມດຸ່ນ​ດຽງ​​ໃນການ​ພົວ​ພັນ​ດ້ານ​ການ​ຄ້າ​ສາ​ກົນ​ຄືນ​ໃຫມ່. ຫລຸດ​ຜ່ອນ​ການ​ອີງ​ສ່​ຕະ​ຫລາດ ອາ​ຊີ​ຕາ​ເວັນ​ອອກ, ຈີນ ແລະ ອາ​ຊຽນ, ຊື່ງ​ແມ່ນ​ບັນ​ດາ​ຕະ​ຫລາດກວມ 60% ວົງ​ເງິນ​ນຳ​ເຂົ້າ​ສົ່ງ​ອອກ ແລະ ກວມ 75% ວົງ​ເງິນ​ນຳ​ເຂົ້າ​ສົ່ງ​ອອກ​ຂອງ​ປະ​ເທດ​ຊາດ.”

        ສິ່ງ​ສຳ​ຄັນ​ກວ່າ ນັ້ນ​ແມ່ນ​ເມື່ອ​ເຂົ້າ​ຮ່ວມບ​ັນ​ດາ​ສັນ​ຍາ​ການ​ຄ້າ​ເສ​ລີ​ລຸ້ນ​ໃຫມ່ ກໍ​ແມ່ນ​ກາ​ລະ​ໂອ​ກາ​​ດເພື່ອ​ໃຫ້​ຫວຽດ​ນາມ ສ້າງ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ຮອບ​ດ້ານກວ່າ. ນອກນັ້ນ ບັນ​ດາ​ຄຳ​ສະ​ເຫນີ​ເປີດ​ປະ​ຕູ​ຕະ​ຫລາດ​ຂອງ​ບັນ​ດາ​ສັນ​ຍາ​ການ​ຄ້າ ເຄີຍກໍ່​ກຳ​ລັງ​ດັນ​​ເພື່ອປະ​ຕິ​ຮູບ​​ຢ່າງຮອບ​ດ້ານ. ສະ​ນັ້ນ ສຳ​ລັບ​ບັນ​ດາ FTA ລຸ້ນ​ໃຫມ່ນີ້, ຫວຽດ​ນາມ ສາ​ມາດ​ບັນ​ລຸ​ບາດ​ກ້າວ​ຫນຶ່ງໃນ​ເສັ້ນ​ທາງ​ປະ​ຕິ​ຮູ​ບ​ລະ​ບອບ​ນະ​ໂຍ​ບາຍ​ເສດ​ຖະ​ກິດ​ການ​ຕ່າງ​ປະ​ເທດ, ຊື່ງ​ແມ່ນ​ຫນຶ່ງ​ໃນ​ສາມ​ຂອດ​ບຸກ​ທະ​ລຸ​ຍຸດ​ທະ​ສາດ​ຊື່ງ​ຫວຽດ​ນາມ ໄດ້​ກຳ​ນົດ ຢ່າງ​ເລິກ​ເຊິ່ງ ແລະ ຮອບ​ດ້ານ. ທ່ານ ຫວູ​ຮູຍ​ຮ່​ວາງ, ລັດ​ຖ​ະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຄ້າ​ຫວຽດ​ນາມ ຢືນ​ຢັນ​ວ່າ:

        “ບັນ​ດາ​ທ່າ​ໄດ້​ປຽບ, ຜົນ​ປະ​ໂຫຍດ ຊື່ງ​ສັນ​ຍາ​ການ​ຄ້າ​ທີ່​ຫວຽດ​ນາມ ໄດ້​ລົງ​ນາມ​ນຳ​ມາ​ໃຫ້ນັ້ນ ຈະ​ປະ​ກອບ​ສ່ວນ​ສຳ​ຄັນ​ໃຫ້​ຫວຽດ​ນາມ​ໃນ​ວິ​ວັດ​ການ​ຍູ້​ແຮງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ເສດ​ຖະ​ກິດ​ຄືນ​ໃຫມ່ ຕິດ​ພັນ​ກັບ​ການ​ປ່ຽນ​ໃຫມ່​ຮູບ​ແບບ​ການ​ເຕີບ​ໂຕ, ຊ່ວຍ​ໃຫ້​ຫວຽດ​ນາມ​ນັບ​ມື້​ນັບ​ມີ​ທີ່​ຕັ້ງ​ບົດ​ບາດ​ສຳ​ຄັນ​ທີ່​ສຸດ​ໃນ​ອົງ​ການ​ຈັດ​ຕັ້ງ​ທີ່ກວ້າງ​ໃຫຍ່​ກ່ຽວ​ກັບ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ.”

        ອາດ​ຈະ​ເວົ້າ​ໄດ້​ວ່າ ບໍ່​ທັນ​ມີ​ເວ​ລາ​ໃດ ​ທີ​່ຫວຽດ​ນາມ ເຊື່ອມ​ໂຍງ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ຄື​ປະ​ຈຸ​ບັນ. ວິ​ວັດ​ການນີ້ ພວມ​ສ້າງ​ກາ​ລະ​ໂອ​ກາດ​ໃຫຍ່​ໃຫ້​ຫວຽດ​ນາມ ເວົ້າ​ລວມ ແລະ ໃຫ້​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ເວົ້າ​ສະ​ເພາະ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໄປຄ​ຽງ​ຄູ່​ກັບ​ກາ​ລະ​ໂອ​ກາດ, ຄວາມ​ສະ​ດວກ ແມ່ນ​ບັນ​ດາ​ສິ່ງ​ທ້າ​ທາຍ, ຮຽກ​ຮ້ອງ​ອົງ​ການ​ຄຸ້ມ​ຄອງ ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ ຕ້ອງ​ມີ​ການ​ກະ​ກຽມ, ການ​ປ່ຽນ​ແປງ​ເພື່ອ​ສ້າງ​ຄວາມ​ສາ​ມາດ​ແກ້ງ​ແຍ້ງ​ໃຫ້​ສົມ​ບູນ​ແບບ, ຍາດ​ແຍ່ງ​ກາ​ລະ​ໂອ​ກາ​ດີ​ເພື່ອ​ບັນ​ລຸ​ຄາດ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ