ຂະແໜງຢາງພາລາ ແລະ ຍຸດທະສາດຫັນເປັນສີຂຽວ

(VOVWORLD) - ເພື່ອແນໃສ່ປະຕິບັດເປົ້າໝາຍພັດທະນາໄປຄຽງຄູ່ກັບການປົກປັກຮັກສາສິ່ງແວດລ້ອມ, ປະກອບສ່ວນໃຫ້ສັງຄົມ, ພ້ອມທັງຕອບສະໜອງບັນດາຄວາມຮຽກຮ້ອງຕ້ອງການນັບມື້ນັບຍາກຂອງຕະຫຼາດການສົ່ງອອກ, ໃນຕົ້ນເດືອນ ຕຸລາ ຜ່ານມາ, ກຸ່ມບໍລິສັດອຸດສາຫະກຳຢາງພາລາ ຫວຽດນາມ ໄດ້ປະກາດຍຸດທະຍາດເຕີບໂຕສີຂຽວ ແລະ ພັດທະນາແບບຍືນຍົງໄລຍະ 2023 2030, ວິໄສທັດຮອດປີ 2050. ສຳລັບບັນດາວິສາຫະກິດໃນຂະແໜງ, ການຫັນເປັນສີຂຽວກໍ່ພວມແມ່ນຍຸດທະສາດສ້າງທ່າໄດ້ປຽບໃນການແກ່ງແຍ້ງ, ຍົກສູງຄຸນຄ່າເຄື່ອງໝາຍຂອງວິສາຫະກິດໃນຕະຫຼາດ.
ຂະແໜງຢາງພາລາ ແລະ ຍຸດທະສາດຫັນເປັນສີຂຽວ - ảnh 1                                                            ພາບປະກອບ

ປະຈຸບັນ, ກຸ່ມບໍລິສັດອຸດສາຫະກຳ ຢາງພາລາ ຫວຽດນາມ (VRG) ພວມຄຸ້ມຄອງກ່ວາ 410.000 ເຮັກຕາຢາງພາລາ ທັງຢູ່ພາຍໃນ ແລະ ຕ່າງປະເທດ. ໃນນັ້ນ, ເນື້ອທີ່ປູກຢາງພາລາຢູ່ພາຍໃນປະເທດແມ່ນເກືອບ 300.000 ເຮັກຕາ, ຢູ່ປະເທດກຳປູເຈຍ ແມ່ນກ່ວາ 87.000 ເຮັກຕາ ແລະ ຢູ່ ສປປ ລາວ ແມ່ນເກືອບ 30.000 ເຮັກຕາ. ແຕ່ລະປີ, VRG ຜະລິດຢາງພາລາທຸກປະເພດໄດ້ເກືອບ 320.000 ໂຕນ. ເລື່ອງ VRG ປະກາດຍຸດທະສາດເຕີບໂຕສີຂຽວ ແລະ ພັດທະນາແບບຍືນຍົງໄລຍະ 2023 – 2030, ວິໄສທັດຮອດປີ 2050, ແມ່ນໜຶ່ງໃນບັນດາແຜນນະໂຍບາຍສຳຄັນຂອງກຸ່ມບໍລິສັດ ເພື່ອແນໃສ່ປະຕິບັດ 3 ເປົ້າໝາຍ: ພັດທະນາເສດຖະກິດ - ປົກປັກຮັກສາສິ່ງແວດລ້ອມ - ຄວາມຮັບຜິດຊອບກັບປະຊາຄົມ ແລະ ສັງຄົມ.

ຕອບສະໜອງສິ່ງທ້າທາຍໃໝ່ຂອງຕະຫຼາດ

ຍຸດທະສາດສີຂຽວຂອງ VRG ໄດ້ຍົກອອກມາໃນສະພາບການໂລກ, ພິເສດແມ່ນບັນດາຕະຫຼາດສົ່ງອອກໃຫຍ່ຂອງ ຫວຽດນາມ, ຄື: ອາເມລິກາ, ສະຫະພາບເອີລົບ (EU), ຍີ່ປຸ່ນ, ພວມນັບມື້ນັບຄວບຄຸມບັນດາມາດຖານກ່ຽວກັບສິ່ງແວດລ້ອມ ແລະ ພະລັງງານສຳລັບສິນຄ້າສົ່ງອອກຢ່າງເຄັ່ງຄັດກ່ວາ.

ນອກຈາກນັ້ນ, ແຕ່ຕົ້ນເດືອນ ຕຸລາ ນີ້, ອີຢູ ກໍ່ໄດ້ຈັດວາງການເກັບພາສີ ກາກບອນ ທົດລອງສຳລັບສິນຄ້າໄດ້ນຳເຂົ້າກຸ່ມ, ກ້າວໄປເຖິງການປະຕິບັດເລີ່ມແຕ່ປີ 2026 ຢ່າງສົມບຸນ. ດັ່ງນັ້ນ, ເພື່ອຕອບສະໜອງບັນດາມາດຕະຖານກ່ຽວກັບການສົ່ງອອກສີຂຽວ, ປ່ອຍອາຍພິດຕ່ຳ, ນຳໃຊ້ພະລັງງານໜ້ອຍ  ແມ່ນສິ່ງທ້າທາຍສຳລັບບັນດາວິສາຫະກິດ ຫວຽດນາມ. ທ່ານ ເຈິ່ນແທັງຫາຍ, ຮອງຫົວໜ້າກົມສົ່ງອອກ - ນຳເຂົ້າ, ກະຊວງອຸດສາຫະກຳ - ການຄ້າ ໃຫ້ຮູ້ວ່າ:

ຈາກແງ່ມູນດ້ານການຄ້າ ອາດເຫັນໄດ້ວ່າ ໃນໄລຍະຈະມາເຖິງ, ບັນດາປະເທດອາດສາມາດຈັດວາງການເກັບພາສີບັນດາຜະລິດຕະພັນສິນຄ້າບໍລິໂພກອຸປະໂພກທີ່ນຳໃຊ້ພະລັງງານຫຼາຍ ຫຼື ມີລະດັບປ່ອຍອາຍພິດສູງ. ນັ້ນຈະແມ່ນບັນດາຮົ້ວກີດຂວາງດ້ານການຄ້າໃຫ້ແກ່ບັນດາຜະລິດຕະພັນຂອງ ຫວຽດນາມ. ສະນັ້ນ, ບັນດາວິສາຫະກິດ, ນັບທັງວິສາຫະກິດຜະລິດ ແລະ ການຄ້າ, ລ້ວນແຕ່ຕ້ອງຊອກຫາບັນຫາຢ່າງວ່ອງໄວ ເພື່ອມີການປ່ຽນແປງ, ຈາກຂັ້ນຕອນຜະລິດຕະຫຼອດຮອດການຕອບສະໜອງຄວາມຕ້ອງການຂອງບັນດາປະເທດນຳເຂົ້າ”.

ໃນຍຸດທະສາດສີຂຽວທີ່ຫາກໍ່ປະກາດນັ້ນ, VRG ໄດ້ຍົກອອກຫຼາຍເປົ້າໝາຍລະອຽດ, ຄື: ຫລຸດຜ່ອນລະດັບປ່ອຍອາຍພິດເຮືອນແກ້ວໃນການເຄື່ອນໄຫວພະລັງງານໜ້ອຍສຸດແມ່ນ 15% ໃນປີ 2030 ແລະ 30% ໃນປີ 2050 ເມື່ອທຽບໃສ່ປີ 2023; ຫັນລະບົບການສະໜອງເປັນສີຂຽວ ເພື່ອຮອດປີ 2030 ປະມານ 60% ເນື້ອທີ່ປູກຢາງພາລາຂອງກຸ່ມບໍລິສັດ ແລະ ການປູກ, ການຜະລິດບັນລຸການຢັ້ງຢືນຄຸ້ມຄອງແບບຍືນຍົງແຫ່ງຊາດ ແລະ ສາກົນ (VFCS, PEFC, FSC) ແລະ 100% ໂຮງງານປຸງແຕ່ງຢາງພາລາ ໄດ້ຮັບການຢັ້ງຢືນລະບົບການຜະລິດ. ມຸ່ງໄປເຖິງປີ 2050, VRG ວາງເປົ້າໝາຍ ກຸ່ມບໍລິສັດມີ 100% ເນື້ອທີ່ປູກຢາງພາລາ ແລະ ປູກປ່າຜະລິດ ບັນລຸການຢັ້ງຢືນຄຸ້ມຄອງປ່າແບບຍືນຍົງແຫ່ງຊາດ ແລະ ສາກົນ ແລະ 100% ໂຮງງານຜະລິດມີການຢັ້ງຢືນລະບົບການຜະລິດ.

ຂະແໜງຢາງພາລາ ແລະ ຍຸດທະສາດຫັນເປັນສີຂຽວ - ảnh 2ທ່ານ ເຈິ່ນແທັງຫາຍ, ຮອງຫົວໜ້າກົມສົ່ງອອກ - ນຳເຂົ້າ, ກະຊວງອຸດສາຫະກຳ - ການຄ້າ
(ພາບ:Đức Duy/Vietnam+)

ຫັນບັນດາທ່າໄດ້ປຽບແກ່ງແຍ້ງເປັນສີຂຽວ

ສຳລັບບັນດາວິສາຫະກິດໃນຂະແໜງຢາງພາລາ, ເລື່ອງຫັນຜະລິດຕະພັນເປັນສີຂຽວ, ຫັນຂັ້ນຕອນການຜະລິດເປັນສີຂຽວ ແມ່ນຍຸດທະສາດເພື່ອສ້າງທ່າໄດ້ປຽບໃນການແກ່ງແຍ້ງ, ຍົກມູນຄ່າເຄື່ອງໝາຍໃນທ້ອງຕະຫຼາດ.

 ບໍລິສັດຫຸ້ນສ່ວນ (CP) ຢາງພາລາ ເຟຶອກຮວ່າ (ແຂວງ ບິ່ງເຢືອງ) ໄດ້ສ້າງຂັ້ນຕອນການຜະລິດສີຂຽວ. ລະອຽດແມ່ນ, ຢາງພາລາຈາກເຂດວັດຖຸດິບທີ່ມີໃບຢັ້ງຢືນການຄຸ້ມຄອງປ່າແບບຍືນຍົງ ແລ້ວ ຈະໄດ້ຜະລິດຕາມຂັ້ນຕອນສີຂຽວ, ນັບແຕ່ການນຳໃຊ້ລົດຂົນສົ່ງຢາງພາລາສະເພາະ, ເຂດນຳເຂົ້າວັດຖຸດິບ ຕະຫຼອດຮອດຕ່ອງໂສ້ການຜະລິດ. ຜົນການຜະລິດບັນລຸມາດຖານສີຂຽວ ສົ່ງອອກໄປບັນດາປະເທດເອີຣົບ, ອາເມລິກາ, ສ.ເກົາຫຼີ, ຕອບສະໜອງຕາມຄຳຮຽກຮ້ອງຂອງຄູ່ຮ່ວມມືນຳເຂົ້າ.   ທ່ານ ເຈິ່ນວັນເຫຍີນ, ຜູ້ອຳນວຍການ ໂຮງງານປຸງແຕ່ງ ແລະ ກໍ່ສ້າງ, ຂຶ້ນກັບບໍລິສັດຫຸ້ນສ່ວນຢາງພາລາ ເຟືອກຮວ່າ, ໃຫ້ຮູ້ວ່າ:

        “ວັດຖຸດິບການຜະລິດທີ່ບັນລຸໃບຢັ້ງຢືນ ແມ່ນໄດ້ເອົາມາຈາກສວນໂດຍກົງ ແລ້ວສົ່ງເຂົ້າໂຮງງານຜະລິດ ດ້ວຍລົດຂົນສົ່ງສະເພາະ ແລະ ຈະໄດ້ປຸງແຕ່ງຕ່າງຫາກ, ໂດຍມີກາໝາຍໄວ້ເປັນຕ່າງຫາກ”.

        ຈາກຜົນສຳເລັດໃນເບື້ອງຕົ້ນ ຢູ່ວິສາຫະກິດບາງແຫ່ງຄື ບໍລິສັດຫຸ້ນສ່ວນຢາງພາລາ ເຟຶອກຮວ່າ, VRG, ຄາດວ່າ ຮູບແບບດັ່ງກ່າວ ຈະໄດ້ທະວີຄຸນຢູ່ຫຼາຍບ່ອນ. VRG ກໍໄດ້ຂຶ້ນແຜນໃຫ້ການໜູນຊ່ວຍບັນດາຄອບຄົວປູກຢາງພາລາຂະໜາດນ້ອຍ ກ່ຽວກັບທາງດ້ານເຕັກນິກໃນການເລືອກແນວພັນຢາງພາລາ, ຍົກສູງສະມັດຕະພາບ, ຄຸນນະພາບຢ່າງພາລາ, ພ້ອມດຽວກັນນັ້ນ ກໍເກັບຊື້ດ້ວຍລາຄາດີ ແລະ ສ້າງລະບົບຄົ້ນຫາທີ່ມາຢ່າງມີປະສິດທິຜົນ, ຜ່ານນັ້ນ ສ້າງສຳເນົາເອກະສານສີຂຽວຢ່າງຄົບຊຸດໃນທົ່ວຂະແໜງ./.

ຕອບກັບ

ຂ່າວ/ບົດ​ອື່ນ