ຊຸກຍູ້ຈິດໃຈດຳເນີນອາຊີບໃນວິສາຫະກິດຫວຽດນາມ

(vovworld) - ປີ 2016, ລັດ​ຖະ​ບານ​ຫວຽດ​ນາມ ຄັດ​ເລືອກເປັນ​ “ປີ​ແຫ່ງ​ຊາດ​ແຫ່ງ​ການດຳ​ເນີນ​ອາ​ຊີບ”. ສິ່ງ​ດັ່ງ​ກ່າວ​ໄດ້​ຊີ້​ໃຫ້​ເຫັນ​ວ່າ, ​ວິ​ສາ​ຫະ​ກິດ​ດຳ​ເນີນ​ອາ​ຊີບ​ພ​ວມແມ່ນ​ບັນ​ຫາ​ເຊິ່ງ​ທົ່ວ​ສັງ​ຄົມ​ເອົາ​ໃຈ​ໃສ່. ພ້ອມ​ກັບ​ຜົນ​ງ​ານ 30 ປີ​ແຫ່ງ​ການ​ປ່ຽນ​ໃໝ່, ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ໄດ້​ພັດ​ທະ​ນາຢ່າງ​ໄວ​ວາ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ຜົນ​ງານ​ດ້ານ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ຊາດ. ​ເປົ້າ​ໝາຍ​ເຊິ່ງ​ລັດ​ຖະ​ບານ​ຫວຽດ​ນ​າມ ວ​າງ​ອອກຮອ​ດ​ປີ 2020 ແມ່ມມ​ີວິ​ສາ​ຫະ​ກິດ 1 ລ້ານ​ແຫ່ງບໍ່​ແມ່ນ​ເລື່ອງ​ງ່າຍ, ແຕ່ນັ້ນພັດ​ເປັນ​ກຳ​ລັງ​ໜູນ​ເພື່ອ​ໃຫ້​ຫວຽດ​ນາມ ມຸ່ງ​ໄປ​ເຖິງ. ບົດ​ຂຽນ “ຊຸກຍ​ູ້ຈິດ​ໃຈດ​ຳ​ເນີນ​ອາ​ຊີບໃນ​ວິ​ສາ​ຫະ​ກິດ​ຫວຽດ​ນາມ” ຂອງ ຫງວຽນ​ຮັ່ງ, ນັກ​ຂ່າວ​ VOV.


ຊຸກຍູ້ຈິດໃຈດຳເນີນອາຊີບໃນວິສາຫະກິດຫວຽດນາມ - ảnh 1
(ພາບ​ປະ​ກອບ: binhduong.gov.vn)

ກໍ​ເຊັ່ນ​ດຽວ​ກັບບັນ​ດາ​ປະ​ເທດ​ອ​ື່​ນໃນ​ໂລກ, ບັນ​ດາ​​ນັກ​ທຸ​ລະ​ກິດ​ເລີ່ມ​ດຳ​ເນີນອາ​ຊີບ​ຂອງ​ຫວຽດ​ນາມ, ເກືອບ​ໝົດ​ທຸກ​ຄົນ​ໃນ​ເບື້ອງ​ຕົ້ນ​ລ້ວນ​ແຕ່ມີ​​ແນວຄວາມ​ຄິດ​​ດຳ​ເນີນ​ທຸ​ລະ​ກິ​ດເພື່ອ​ພັດ​ທະ​ນາ​ໃຫ້​ຖືກ​ທິດ. ທ່ານ ຫງວຽນ​ຈ້ອງ​ທ້ຽນ, ຮອງ​ປະ​ທານສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫ​ະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍຮ່າ​ໂນ້ຍ ຖື​ວ່າ: ​ໃນ​ເບື້​ອງ​ຕົ້​ນ, ບັນ​ດາ​ນັກ​ທຸ​ລະ​ກິດ​ເລີ່ມ​ດຳ​ເນີນ​ອາ​ຊີບ​ແມ່ນປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ ຍ້ອນ​ຄວາມ​ຮູ້​ໃນ​ການ​ຮ່ຳ​ຮຽນ​ແມ່ນບໍ່​ແທດ​ເໝາະ​ກັບ​ຄວາມຈິງ. ນອກນັ້ນ, ບົດ​ຮຽນໃນ​ການ​ຄຸ້ມ​ຄອງວິ​ສາ​ຫະ​ກິດ, ການ​ຕະ​ຫຼາດ, ສື່​ສານ, ​ການຜະ​ລິດ​ຜະ​ລິດ​ຕະ​ພັນ… ລ້ວນ​ແຕ່ຖືກ​ຈຳ​ກັດ. ເພື່ອ​ດຳ​ເນີນ​ອາ​ຊີບ​ໃຫ້ບັນ​ລຸ​ຜົນ​ສຳ​ເລັດ, ກ່ອນ​ອື່ນ​ໝົດບັນ​ດາວິ​ສາ​ຫະ​ກິດຕ້ອງ​ກະ​ກ​ຽມແຜນ​ການ​ຢ່າງ​ລະ​ອຽດ ​ນັບ​ແຕ່​ມີ​​ແນວຄວາມ​ຄິດ ເຖິງ​​ເວ​ລາ​ສ້າງ​ຕ​ັ້ງ​ໂຄງ​ການລວມມ​ີ: ​ພື້ນ​ຖານ, ມີ​ປະ​ຖົມ​ປັດ​ໃຈ​ເພື່ອດຳ​ເນີນອາ​ຊີບ, ຄັດ​ເລືອກ​ຂະ​ແໜງ​ອາ​ຊີບ​ດຳ​ເນີນ​ທຸ​ລະ​ກິດ​ໃຫ້​ເໝາະ​ສົມ, ກົງ​ຈັກ​ບໍ​ລິ​ຫານ​ຮັບ​ປະ​ກັນ​ລັກ​ສະ​ນະກະທັດ​ລັດແຕ່​ມີ​ປະ​ສິດ​ທິ​ຜົນ. ເພື່ອ​ໃຫ້​ວິ​ສາ​ຫະ​ກິດ​ດຳ​ເນີນ​​ອາ​ຊີບ​ບັນ​​ລຸ​ໝາກ​ຜົນ​ທີ່​ດີ ຄວນ​ມີ​ການ​ໜູນ​ຊ່ວຍ​ຈາກ​ລັດ​ກ່ຽວ​ກັບ​ແຫຼ່ງ​ທຶນ, ລະ​ບຽບ​ການ​ບໍ​ລິ​ຫານ​ກະ​ທັດ​ລັດ. ທ່ານ ຫງວຽນ​ຈ້ອງ​ທ້ຽນ ໃຫ້​ຮູ້​ວ່າ.

        “ລັດ​ຕ້ອງປັບ​ປຸງ​ລະ​ບຽ​ບ​ການ​ບໍ​ລິ​ຫານກວ່າ​ອີກ ຍ້ອນ​ວ່າ ການ​ອອກ​ໜັງ​ສື​ອະ​ນຸ​ຍາດໃນ​ປະ​ຈ​ຸ​ບັນ​ຂອງ​ພວກ​ເຮົາ​ຍັງ​​ພົບ​ກັບ​ຂໍ້​ຕິດ​ຄັດ​ຫຼາຍ​ຢ່າງ. ອີກ​ອັນ​ໜຶ່ງ ແມ່ນ​ຄວນ​ສ້າງ​ເງື່ອນ​ໄຂ​ດ້ານ​ທຶນຮອນ. ພວກ​ເຮົາ​​ຄວນ​ມີ​ການ​ໜູນ​ຊ່ວຍ ເມື່ອ​ສ່ວນ​ບຸກ​ຄົນ, ຄອບ​ຄົວ​ດຳ​ເນີນ​ທຸ​ລະ​ກິດ​ມີ​ໂຄງ​ການ​ສາ​ມາດ​​ເປັນ​ໄປ​ໄດ້ ແມ່ນ​ຈະ​ໄດ້ຮັບ​ປະ​ກັນ​ໃຫ້​ກູ້​ຢືມ​ທຶນ, ສ້າງ​ເງື່ອນ​ໄຂ​ທາງ​ດ້ານທຶນ​ຮອນ​ໃຫ້​ວ​ິ​ສາ​ຫະ​ກິດ, ສ່ວນ​ບຸກ​ຄົນ ເລີ່ມ​ດຳ​ເນີນ​ອາ​ຊີບ, ບັນ​ຫາ​ທຶນຮອນແມ່ນ​ສຳ​ຄັນ​ທີ່​ສຸດ, ຍ້ອນ​ວ່າ ບໍ່​ມີ​ທຶນຈະ​ບໍ່​ມີ​ເຄື່ອງ​ອຸ​ປະ​ກອນ, ບໍ່​ມີ​ເຕັກ​ໂນ​ໂລ​ຊີ, ໂຮງ​ງານ ແລະ ບໍ່​ສາ​ມາດ​ຈ້າງ​ກຳ​ມະ​ກອນ​ໄດ້. ສະ​ນັ້ນ, ​ຄວນບຸ​ລິ​ມະ​ສິດ​ກ່ຽວ​ກັບ​ແຫຼ່ງ​ທຶນ, ສ້າງ​ເງື່ອນ​ໄຂໄດ້​ສຳ​ພັດ​ກັບ​ບັນ​ດາ​ແຫຼ່ງ​ທຶນ, ໂດຍ​ສະ​ເພາະ​ແ​ມ່ນ​ບັນ​ດາ​ແຫຼ່ງ​ທຶນ​ບຸ​ລິ​ມະ​ສິດ​ໃຫ້​ວິ​ສາ​ຫະ​ກິດ​ດຳ​ເນີິນອາ​ຊີບ, ເພື່ອ​ລະ​ດົມໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ເລີິ່ມ​ດຳ​ເນີນ​ທ​ຸ​ລະ​ກິດ ແລະ ຮຽກ​ຮ້ອງ​ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ”.

        ເລື່ອງ​ດຳ​ເນີນ​​ອາ​ຊີບ​ໃນ​ປະ​ຈ​ຸ​ບັນ​ຍັງ​ປະ​ສົບ​ກັບ​ຄວາ​ມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ. ວິ​ສາ​ຫະ​ກິດ​ສ່ວນ​ຫຼາຍ​ເມື່ອດຳ​ເນີນ​​ອາ​ຊີບ​ຕາມ​ປົກ​ກະ​ຕິ​ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ດ້ານ​​ແຫຼ່ງ​ການ​ເງິນ, ຖັນ​ແຖວບຸກ​ຄະ​ລາ​ກອນ​ຍັງຂາດ​ຄວາມ​ຮູ້​ດ້ານ​ວິ​ຊາ​ການ, ຄວາມ​ສາ​ມາດ​ຮັບ​ມື​ເມື່ອ​ເຊື່ອມ​ໂຍງ​ຍັງ​ອ່ອນ​ຢູ່. ສະ​ນັ້ນ, ບັນ​ດາ​ຄວາມ​ຮູ້​ກ່ຽວ​ກັບ​ລະ​ບ​ຽບ​ການ​ບໍ​ລິ​ຫານ, ກົດ​ໝາຍ… ເຮັດ​ໃຫ້​ວິ​ສາ​ຫະ​ກິດ​ຫຼາຍ​ແຫ່ງ​ເມ​ື່ອດຳ​ເນີ​ນ​​ອາ​ຊີບປະ​ສົບ​ກັບ​ຄວ​າມ​ຫຍຸ້ງ​ຍາກຫຼາຍ​ຢ່າງ. ທ່ານ ໂດ້​ຮ່​ວາຍ​ນາມ, ຜູ້​ຮ່ວມ​ສ້າງ​ຕັ້ງ Co-workinh Space, ວິ​ສາ​ຫະ​ກິດ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ສະ​ໜອງ​ຂ​ໍ້​ມູນ​ຂ່າວ​ສານ​ໜູນ​ຊ່ວຍ​ໃຫ້​ວິ​ສາ​ຫະ​ກິດ​ເລີ່ມດຳ​ເນີນ​​ອາ​ຊີບ​ຖື​ວ່າ.

“ວິ​ສາ​ຫະ​ກິດ​ເລີ່ມ​ດຳ​ເນີນ​ອາ​ຊີບ​ປະ​ສົບ​ກັບ​ຄວາມ​ຫຍ​ຸ​້ງ​ຍາກ​ຫຼາຍ​​ທີ່​ສຸດ, ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ພື້ນຖານ​ຄື: ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ປຸກ​ສ້າງ​ຫ້ອງ​ການ, ຄ່າ​ໃຊ້​ຈ່າຍ​ທີ່ບໍ່​ກ່ຽວ​ຂ້ອງ​ເຖິງ​ມະ​ນຸດ​ສູງ​​ທີ່​ສຸດ​ເຖິງ 40 – 50% ຄ່າ​ໃຊ້​ຈ່າຍ​ຂອງວິ​ສາ​ຫະ​ກິດ, ເຮັດ​ໃຫ້ລັກ​ສະ​ນະ​ແກ່ງ​ແຍ​້ງຂອງວິ​ສາ​ຫະ​ກິດ​ເລີ່ມ​ດຳ​ເນີນ​​ອາ​ຊີບຂອງ​ປະ​ເທດ​ເຮົາ​ຫຼຸ​ດ​ຜ່ອນ​ລົງ. ໃນ​ຂະ​ນະ​ນັ້ນ, ບັນ​ດາ​ວິ​ສາ​ຫະ​ກິດ​​ຂະ​ໜາດໃຫຍ່, ຄ່າ​ໃຊ້​ຈ່າຍ​ໃຫ້​ບັນ​ຫານີ້​ພັດ​ຕ່ຳ​ກວ່າ​ຫຼາຍ, ​ສ່ວນບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ນ້ອຍ​ພັດ​ໃຊ້​ຈ່າຍ​ເຂົ້າ​ໃນ​ວຽກ​ງານ​ທີ່ບໍ່​ສ້າງ​ເປັນ​ມູນ​ຄ່າ​​ຫຼາຍ​ສົມ​ຄວນ. ນີ້​ແມ່ນ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ສຳ​ລັບ​ວິ​ສາ​ຫະ​ກິດ​ເລີ່ມ​ດຳ​ເນີນ​ອ​າ​ຊີບ. ນອກນັ້ນ​, ຄວາມ​ຮູ້​ຂອງ​ບັນ​ດາ​ວິ​ສາ​ຫະ​ກິດ​ເລີ່ມ​ດຳ​ເນີນ​ອາ​ຊີບ​ຢູ່​ໃນ​ລະ​ດັບ​ບໍ່​ສູງ, ຖ​້າ​​ມີ​ການ​ປະ​ຕິ​ບັດ​ຕົວ​ຈິງແມ່ນ​ຈະ​ມີ​ບ​ົດ​ຮຽນ​ຫຼາຍ​ຢ່າງ, ​ອັນ​ຈະຊ່ວຍ​ໃຫ້​ເລື່ອງ​ດຳ​ເນີນອາ​ຊີບບັນ​ລຸ​ຜົນ​ສຳ​ເລັດກວ່າ”.

ທ່ານ​ນາງ​ຟ້າມ​ທູ​ຮັ່ງ, ເລ​ຂາ​ທິ​ການ​ໃຫຍ່​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ​ຫວຽດ​ນາມ​ ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ຜ່ານ​ມາ, ລັດ​ຖະ​ບານ ມ​ີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຫຼາຍ​ຢ່າງ​ໃນ​ການ​ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີ​ນ​ທຸ​ລະ​ກິດ​ທີ່​ສະ​ດວກ ແລະ ສ້າງ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ບັນ​ດາ​ສ່ວນ​ບຸກ​ຄົນ, ວິ​ສາ​ຫະ​ກິດ​ດຳ​ເນີນ​ອາ​ຊີບ ແລະ ພັດ​ທະ​ນາ​ວິ​ສາ​ຫະ​ກິດ​ພາຍ​ຫຼັງ​ດຳ​ເນີນ​ອາ​ຊີບ. ໃນ​ນັ້ນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ພັດ​ທະ​ນາ​ຂອງວິ​ສາ​ຫະ​ກິດ ພາຍ​ຫຼັງ​ດຳ​ເນີນ​ອາ​ຊີບ​ພັດ​ທະ​ນາ​ຂອບ​ຂະ​ໜາດ​ການ​ຜະ​ລິດ. ທ່ານ​ນາງ ຟ້າມ​ທິ​ທູ​ຮັ່ງ ໃຫ້​ຮູ້​ວ່າ, ລັດ​ຖະ​ບານ​ຫວຽດ​ນາມ ໄດ້​ມີ​ນະ​ໂຍ​ບາຍໜູນ​ຊ່ວຍ​ນັກ​ທຸ​ລະ​ກິດ​ເມື່ອດຳ​ເນີນ​ອາ​ຊີບ ແລະ ພາຍ​ຫຼັງ​​ການ​ດຳ​ເນີນ​ອາ​ຊ​ີບ. ລັດ​ຖະ​ບານກໍ່​ເອົາ​ໃຈ​ໃສ່​ເຖິງ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ວິ​ສາ​ຫະ​ກິດ​ເລີ່ມ​ດຳ​ເນີນ​​ອາ​ຊີບ​ນຳ​ກັນກັບ​ບັນ​ດາ​ນັກ​ລົງ​ທຶນ ເພື່​ອ​ໃຫ້​ວິ​ສາ​ຫະ​ກິດ​ມີ​ເງື່ອນ​ໄຂ​ພັດ​ທະ​ນາ​ເປັນ​ຢ່າງ​ດີ​ທີ່​ສຸດ.

“ພວກ​ຂ້າ​ພ​ະ​ເຈົ້າ​ພວມ​ມີ​ແຜນ​ການ, ກ່ອນ​ອື່ນ​ໝົດ​ແມ່ນ​ສົມ​ທົບ​ກັບ​ບັນ​ດາ​ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ, ບັນ​ດາ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ ສ້າງ​ແຜນ​ການ​ເພື່ອ​ໜູນ​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫ​ະ​ກິດ​ໃນ​​ແຕ່​ລະບໍ​ລິ​ເວນ​ ກ​ໍ​ຄື​ໃນ​ທົ່ວ​ປະ​ເທດ. ​ທີ່ 2 ແມ່ນ​ຈະ​ເພີ່ມ​ທະ​ວີກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ບັນ​ດາ​ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາສະ​ຫ​ະສະ​ມາ​ຄົມ​ວິ​ສາ​ຫະ​ກິດ. ພ້ອມ​ທັງ, ຈ​ະ​ດຳ​ເນີນການ​ຄົ້ນ​ຄວ້າ​ຄ່າ​ໃຊ້​ຈ່າຍໃນ​ການ​ດຳ​ເນີນ​ທຸ​ລະ​ກິດ, ​ເມື່ອທຽບ​ໃສ່​ບັນ​ດາ​ປະ​ເທດ​ຕ່າງໆ​ໃນ​ໂລ​ກ ​ເພື່ອຈາກນັ້ນ​ກໍ່ສະ​ເໜີ​ຕໍ່​ລັດ​ຖະ​ບານ​ກ່ຽວ​ກັບ​ບັນ​ດາ​ມາ​ດ​ຕະ​ການ​ແກ້ໄຂ​ຕໍ່​ໄປ ເພື່ອ​ສືບ​ຕໍ່​ໜູນ​ຊ່ວຍ​​ບັ​ນ​ດາ​ວິ​ສາ​ຫ​ະ​ກິດ​​ດຳ​ເນີນ​ອ​າ​ຊີບ​ໃຫ້​ພັດ​ທະ​ນາ”.

        ປະ​ຈຸ​ບັນ, ຫວຽດ​ນາມ ມີ​​ວິ​ສາ​ຫະ​ກິດ​ດຳ​ເນີນ​ອາ​ຊີບ​ລຸ້ນ​ໃໝ່​ທີ່ໜຸ່ມ​ແໜ້ນ ແລະ ມີ​ຄວາມຕັດ​ສິນ​ໃຈ​ປະ​ຕິ​ບັດ​ບັນ​ດາ​ຄວາມ​ໄຝ່​ຝັນ​, ຄວາມ​ເຊື່ອ​ໝັ້ນ​ໃນ​ການດຳ​ເນີນ​ທຸ​ລະ​ກິດ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ເພື່ອ​ບັນ​ລຸ​ຜົນ​ສຳ​ເລັດດັ່ງ​ກ່າວ​ບັນ​ດາ​ວິ​ສາ​ຫະ​ກິດ​ເຫຼົ່າ​ນີ້ ນອກ​ຈາກ​ເລື່ອງ​ປະ​ກອບ​ບົດ​ຮຽນ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ, ​ມີຄວາມ​ຮູ້​ກ່ຽວ​ກັບ​ຕະ​ຫຼາດ, ຮູບ​ແບບ​ຄຸ້ມ​ຄອງການ​ດຳ​ເນີນ​ທຸ​ລະ​ກິດ, ເຈດ​ຈຳ​ນົງ​​ດຳ​ເນີນ​ອາ​ຊີບ​ຂອງ​ຕົນ​ເອງ… ແລ້ວ. ບັນ​ດາ​ວິ​ສາ​ຫະ​ກິດດຳ​ເນີນ​​ອາ​ຊີບ ຍັງ​​ຕ້ອງ​ການມີ​ສະ​ພາບ​ແວດ​ລ້ອມ​​ແຫ່ງ​ການ​ດຳ​ເນີນ​​ອາ​ຊີບຢ່າງ​ມີ​ວິ​ຊາ​ຊີບ ແລະ ປອດ​ໂ​​ປ່ງ. ເລື່ອງ​ລັດ ໄດ້ ແລະ ພວມ​ສ້າງສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ສະ​ດວກ, ກະ​ຈ່າງ​ແຈ້ງ, ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ປະ​ດິດ​ສ້າງ… ຈະ​ປະ​ກອບ​ສ່ວນ​ໜູນ​ຊ່​ວຍ​ໃຫ້​ບັນ​ດາ​ນັກ​ທຸ​ລະ​ກິດດຳ​ເນີນ​ອາ​ຊີບ​ປະ​ສົບ​ຜົນ​ສຳ​ເລັດ.

ຕອບກັບ

ຂ່າວ/ບົດ​ອື່ນ