ຊຸກຍູ້ຕະຫລາດພາຍໃນປະເທດ- ກຳລັງຫນູນການເຕີບໂຕເສດຖະກິດປີ 2024

(VOVWORLD) -ດ້ວຍຈຳນວນພົນລະເມືອງກວ່າ 100 ລ້ານຄົນ, ໃນນັ້ນ ຄົນຊັ້ນກາງກວມເອົາ 20%, ຫວຽດນາມ ແມ່ນຕະຫລາດບົ່ມຊ້ອນໃຫ້ແກ່ການບໍລິການສິນຄ້າ, ການບໍລິໂພກ, ການຂາຍຍ່ອຍ. ໃນສະພາບການເສດຖະກິດໂລກທີ່ຍັງປະສົບກັບຄວາມຫຍຸ້ງຍາກ, ການສົ່ງອອກຍັງບໍ່ທັນບັນລຸຄືດັ່ງຄວາມຫວັງ, ລັດຖະບານຫວຽດນາມ ພວມມານະພະຍາຍາມຜັນຂະຫຍາຍຫລາຍນະໂຍບາຍເພື່ອແນໃສ່ເປີດກວ້າງຊ່ອງຈຳຫນ່າຍ, ສ້າງເຄື່ອງໝາຍການຄ້າກະຕຸກຊຸກຍູ້ການບໍລິໂພກພາຍໃນປະເທດ ແລະ ຖືນີ້ແມ່ນ ໄມ້ງັດຫນູນຊ່ວຍທີ່ຕັ້ງຫນ້າໃຫ້ແກ່ການເຕີບໂຕຂອງພື້ນຖານເສດຖະກິດໃນປີ 2024.

ຊຸກຍູ້ຕະຫລາດພາຍໃນປະເທດ- ກຳລັງຫນູນການເຕີບໂຕເສດຖະກິດປີ 2024 - ảnh 1ຕະຫລາດພາຍໃນປະເທດ - ກຳລັງຫນູນການເຕີບໂຕສຳຄັນໃນປີ 2024. ພາບ:vov.vn

ຕາມຂໍ້ມູນຂອງທະນາຄານໂລກ, ການເຕີບໂຕລາຍຮັບສະເລ່ຍຕໍ່ຫົວຄົນຂອງ ຫວຽດນາມ ໃນໄລຍະ 2017-2022 ບັນລຸ 8,5%, ສູງສຸດຢູ່ອາຊີຕາເວັນອອກສ່ຽງໃຕ້ ແລະ ສູງເກືອບ 2 ເທົ່າຂອງລະດັບສະເລ່ຍການເຕີບໂຕຂອງໂລກ.

ໃນຂະນະນັ້ນ, ຢູ່ ຫວຽດນາມ, ຈຳນວນຄົນຊັ້ນກາງ ແລະ ອັດຕາສ່ວນຜູ້ດຳລົງຊີວິດຢູ່ຕົວເມືອງກໍ່ເພີ່ມຂຶ້ນຢ່າງວ່ອງໄວໃນຊຸມປີມໍ່ໆມານີ້.  ລາຍຮັບເພີ່ມຂຶ້ນຢ່າງວ່ອງໄວເຮັດໃຫ້ການບໍລິໂພກຂອງປະຊາຊົນ ຫວຽດນາມ ກໍ່ເພີ່ມຂຶ້ນໄວ. ໃນປີ 2023, ຍອດວົງເງິນການຂາຍຍ່ອຍຂອງຫວຽດນາມໄດ້ລື່ນກາຍ 180 ຕື້ USD ແລະ ຄາດວ່າຈະສືບຕໍ່ເຕີບໂຕໃນຊຸມປີຕໍ່ໄປ. ໃນປີ 2023, ຍອດມູນຄ່າການຂາຍຍ່ອຍສິນຄ້າ ແລະ ລາຍຮັບຈາກການບໍລິການບໍລິໂພກບັນລຸກວ່າ 6.200 ຕື້ດົ່ງ (ກວ່າ 7,9 ລ້ານ USD), ເພີ່ມຂຶ້ນ 9,6% ເມື່ອທຽບໃສ່ປີ 2022.

ບັນດາປັດໄຈດັ່ງກ່າວ ເຮັດໃຫ້ ຫວຽດນາມ ແມ່ນສະຖານທີ່ “ບົ່ມຊ້ອນ” ໃຫ້ແກ່ບັນດາບໍລິສັດຂາຍຍ່ອຍ ພ້ອມທັງກໍ່ແມ່ນກາລະໂອກາດເພື່ອໃຫ້ບັນດາວິສາຫະກິດສ້າງເຄື່ອງໝາຍການຄ້າ ແລະ ເປີດກວ້າງຊ່ອງຈຳໜ່າຍສິນຄ້າພາຍໃນປະເທດໃຫ້ແກ່ສິນຄ້າຫວຽດນາມທີ່ມີຄຸນນະພາບທົ່ວໂລກ, ສິນຄ້າຫວຽດນາມ ມີຄຸນນະພາບແຫ່ງຊາດ ແລະ ເຄື່ອງໝາຍແຫ່ງຊາດ, ບັນດາຜະລິດຕະພັນຫລັກຂອງທ້ອງຖິ່ນ. ທ່ານນາງ ມາຍທິຖູຍ, ປະທານສະມາຄົມແມ່ຍິງບັນດາວິສາຫະກິດຂະໜາດນ້ອຍ ແລະ ກາງ ນະຄອນຮ່າໂນ້ຍ, ໃຫ້ຮູ້ວ່າ: ປະຈຸບັນ, ບັນດາວິສາຫະກິດ ຫວຽດນາມ ພວມຮັບຮູ້ໄດ້ສິ່ງດັ່ງກ່າວຢ່າງຈະແຈ້ງ, ມານະພະຍາຍາມຢ່າງບໍ່ຢຸດຢັ້ງເພື່ອປ່ຽນແປງໃຫມ່ ຊອກຫາ,  ກຳໄດ້ທ່າອ່ຽງການບໍລິໂພກໃໝ່ຂອງຊາວຫວຽດນາມ ຢ່າງທັນການ ຈາກນັ້ນ ກໍ່ສ້າງແຜນການ-ຍຸດທະສາດທີ່ມີປະສິດທິຜົນ :

ຕາມສະຖິຕິ, ການໃຊ້ຈ່າຍຂອງຜູ້ບໍລິໂພກພາຍໃນປະເທດກວມປະມານ 60%-65% GDP; ໃນນັ້ນ, ການໃຊ້ຈ່າຍຂອງຄອບຄົວແມ່ນປະມານ 50%-55% ຂອງ GDP. ດ້ວຍພົນລະເມືອງ 100 ລ້ານຄົນ, ໃນນັ້ນຄົນຊັ້ນກາງ 20 ລ້ານຄົນ,  ຈະສ້າງຄວາມຕ້ອງການອັນໃຫຍ່ຫຼວງ ແລະ ຄາດຄະເນວ່າໃນປີ 2026, ຈະມີຕື່ມປະມານ 4 ລ້ານຄົນຈັດໃນຄົນຊັ້ນກາງ. ທ່ານອ່ຽງການບໍລິໂພກໃຫມ່ນີ້ຮຽກຮ້ອງໃຫ້ວິສາຫະກິດຜະລິດຕາມຄວາມຕ້ອງການຂອງຕະຫຼາດ, ຫາກບໍ່ແມ່ນຜະລິດຕະພັນສິ່ງທີ່ມີທ່າໄດ້ປຽບເທົ່ານັ້ນ. ທ່ານ ດິງຈ້ອງທິ້ງ ຜູ້ຊ່ຽວຊານດ້ານເສດຖະກິດຖືວ່າ:

ບັນດາວິສາຫະກິດຕ້ອງກຳແຫນ້ນ ແລະ ຄອບຄອງຕະຫຼາດຜູ້ບໍລິໂພກພາຍໃນປະເທດ ເພາະວ່າດ້ວຍພົນລະເມືອງ 100 ລ້ານຄົນ ລາຍໄດ້ເພີ່ມຂຶ້ນຢ່າງໄວວາ ຄວາມຕ້ອງການສິນຄ້າກໍ່ເພີ່ມຂຶ້ນສູງ ຖ້າພວກເຮົາສາມາດຕອບສະໜອງໄດ້ນັ້ນ ການຜະລິດດຳເນີນທຸລະກິດຕົວຈິງຂອງພວກເຮົາຈະ  ຈະກັບຄືນມາຢູ່ໃນທ່າດີທີ່ສຸດ . ນີ້ແມ່ນກຳລັງນູນສຳຄັນເພື່ອສາມາດພັດທະນາແບບຍືນຍົງໃນອະນາຄົດ.

ຊຸກຍູ້ຕະຫລາດພາຍໃນປະເທດ- ກຳລັງຫນູນການເຕີບໂຕເສດຖະກິດປີ 2024 - ảnh 2ທ່ານ ຫງວຽນແອັງດຶກ, ປະທານ ສະຫະສະມາຄົມບໍລິສັດຂາຍຍ່ອຍ ຫວຽດນາມ. ພາບ:sggp.org.vn

ເຖິງວ່າທີ່ຕັ້ງບົດບາດຂອງພວກເຮົາໄດ້ຮັບການຢັ້ງຢືນໃນໄລຍະມໍ່ໆມານີ້, ແຕ່ສິນຄ້າຫວຽດນາມ ຍັງປະສົບກັບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ. ມີຫລາຍປະເພດສິນຄ້ານຳເຂົ້າຈາກຕ່າງປະເທດມີທ່າອຽງຫັນໄປສູ່ການບໍລິໂພກຢູ່ຕະຫຼາດພາຍໃນປະເທດ ພາຍຫຼັງສັນຍາການຄ້າເສລີລຸ້ນໃໝ່ເຊັນ: ສັນຍາຄູ່ຮ່ວມມືທີ່ກ້າວຫນ້າທາງດ້ານເສດຖະກິດຂ້າມປາຊີຟິກ (CPTPP), ສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີລົບ (EVFTA) ມີຜົນສັກສິດ.

ທ່ານ ຫງວຽນແອງດຶກ, ປະທານສະມາຄົມຜູ້ຂາຍຍ່ອຍ ຫວຽດນາມ ໄດ້ສະເຫນີແນະບັນດານະໂຍບາຍໜູນຊ່ວຍຂອງລັດຖະບານໃຫ້ແກ່ວິສາຫະກິດ ຕ້ອງສ້າງກຳລັງໜູນກະຕຸ້ນຕ້ອງການທີ່ເປັນປົກກະຕິ ແລະ ຍາວນານ, ໃນນັ້ນ ສຸມໃສ່ຍູ້ແຮງບັນດານະໂຍບາຍໜູນຊ່ວຍວິສາຫະກິດໂດຍກົງ:

ຕ້ອງຊຸກຍູ້ບັນດາ ແພລດຟອມ ຕົວຢ່າງຄື: ວິທີການຈ່າຍເງິນ, ການຊຳລະແບບທາງໄກ,  ບໍ່ຈ່າຍເງິນສົດ. ຕໍ່ໄປແມ່ນການເຊື່ອມຕໍ່, ກ່ຽວຂ້ອງເຖິງຂົງເຂດ logistics ນອກຈາກນັ້ນ, ຍັງມີຂະແຫນງການບໍລິການຂາຍຍ່ອຍທີ່ສໍາຄັນອີກອັນຫນຶ່ງແມ່ນຂະແຫນງຄອມພິວເຕີ, ຈາກທັດສະນະຂອງການພັດທະນາທຸລະກິດຂາຍຍ່ອຍ, ຄອມພິວຕິງ (Cloud Computing) ຈະຊ່ວຍໃຫ້ຜູ້ບໍລິໂພກສາມາດຊື້ເຄື່ອງໄດ້ງ່າຍຂຶ້ນ, ເຕັກໂນໂລຢີ ແລະ ດິຈິຕອນກາຍເປັນມາດຕະການທີ່ໃກ້ຊິດກັບຜູ້ບໍລິໂພກ ...”

ຕາມຜູ້ຊ່ຽວຊານ, ນອກຈາກເລື່ອງຈຳເປັນຕ້ອງຍົກສູງປະສິດທິຜົນຂອງບັນດານະໂຍບາຍກະຕຸ້ນຄວາມຕ້ອງການບໍລິໂພກ ແລະ ຫັນຊ່ອງຄ້າຂາຍເປັນຫລາຍຮູບແບບແລ້ວ, ພວກເຮົາຍັງຕ້ອງເອົາໃຈໃສ່ຫຼາຍເຖິງຊ່ອງການຄ້າທາງໄກ. ທ່າອ່ຽງນີ້ຈະຊ່ວຍໃຫ້ບັນດາວິສາຫະກິດປະຢັດຄ່າໃຊ້ຈ່າຍໃນການດຳເນີນທຸລະກິດ, ຮັກສາອັດຕາສ່ວນຂອງຕະຫຼາດ ແລະ ເພີ່ມລາຍຮັບເທື່ອລະກ້າວ.

ໃນສະພາບການທີ່ການສົ່ງອອກຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງ, ຕະຫຼາດພາຍໃນປະເທດມີບົດບາດໜູນຊ່ວຍເສດຖະກິດ. ໃນນັ້ນ ການຊຸກຍູ້ກຳລັງຊື້ຢູ່ພາຍໃນປະເທດແມ່ນໜຶ່ງໃນບັນດາມາດຕະການແກ້ໄຂຢ່າງມີປະສິດທິຜົນ ເພື່ອຊ່ວຍໃຫ້ວິສາຫະກິດຍູ້ແຮງການຜະລິດ, ດຳເນີນທຸລະກິດ, ປະກອບສ່ວນຟື້ນຟູພື້ນຖານເສດຖະກິດ./.

ຕອບກັບ

ຂ່າວ/ບົດ​ອື່ນ