ຊຸກຍູ້ວິວັດການຟື້ນຕົວເສດຖະກິດ

(VOVWORLD) - ໄລຍະຜ່ານມາ,ເຖິງວ່າເສດຖະກິດໂລກມີການຜັນແປຢ່າງສັບສົນກໍ່ຕາມ, ແຕ່ GDP ຂອງຫວຽດນາມຍັງຄົງບັນລຸລະດັບເຕີບໂຕດີພໍສົມຄວນ; ການດຸ່ນດ່ຽງໃຫຍ່ໄດ້ຮັບປະກັນ; ດັດຊະນີສະພາບແວັດລ້ອມແຫ່ງການດໍາເນີນທຸລະກິດເພີ່ມຂຶ້ນ12%,ເຊິ່ງເປັນລະດັບສູງສຸດນັບຕັ້ງແຕ່ ໂຄວິດ-19 ລະບາດຮອບທີສີ່. ບັນດາອົງການສາກົນຄາດຄະເນວ່າ ການເຕີບໂຕ GDP ຂອງຫວຽດນາມ ປີນີ້ເຕີບໂຕແຕ່ 5,3 6,5% ເຊິ່ງແມ່ນລະດັບຕ່ຳເມື່ອທຽບໃສ່ໄລຍະກ່ອນທີ່ເກີດໂລກລະບາດ Covid-19, ແຕ່ຍັງຄົງແມ່ນ ສັນຍານຢືນຢັນ: ປະຊາຄົມວິສາຫະກິດສາກົນເຊື່ອໝັ້ນຕໍ່ອະນາຄົດເສດຖະກິດຂອງຫວຽດນາມຈະດີຂຶ້ນໃນລະບົບມູນຄ່າທົ່ວໂລກ.

ຊຸກຍູ້ວິວັດການຟື້ນຕົວເສດຖະກິດ - ảnh 1 ທ່ານ Andrew Jeffries, ຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) ປະຈຳຫວຽດນາມ. ພາບ: VGP

ບໍລິສັດຕັດຫຍິບ ດາບເກົາມີສຳນັກງານຕັ້ງຢູ່ແຂວງບັກນິງແມ່ນວິສາຫະກິດຕັດຫຍິບດ້ວຍ98%ປະລິມານສິນຄ້າແມ່ນສົ່ງອອກໄປຍັງຫຼາຍປະເທດໃນໂລກ. ໃນໄລຍະໂລກລະບາດໂຄວິດ-19ເກີດຂຶ້ນຮອບທີ4ນີ້ກໍ່ແມ່ນບໍລິສັດທຳອິດຂອງກຸ່ມບໍລິສັດຕັດຫຍິບທີ່ມີຜູ້ອອກແຮງງານຕິດໂຄວິດຕ້ອງຢຸດການເຄື່ອນໄຫວ. ຄວາມເສຍຫາຍໃນໄລຍະເວລານັ້ນຄາດວ່າມີມູນຄ່າ600ຕື້ດົ່ງ. ທ່ານຫງວຽນດຶກຖັງ, ຜູ້ອຳນວຍການໃຫຍ່ບໍລິສັດຕັດຫຍິບດາບເກົາໃຫ້ຮູ້ວ່າ:

“ໃນໄລຍະທີ່ປະສົບກັບຄວາມຫຍຸ້ງຍາກນັ້ນ, ໂດຍໄດ້ຮັບການຊີ້ນຳຈາກລັດຖະບານ, ແຂວງ, ນະຄອນໃນການຊ່ວຍປ້ອງກັນ, ຕ້ານໂລກລະບາດ,ຜູ້ອອກແຮງງານ,ບໍລິສັດໄດ້ຊົມໃຊ້ລະບອບຈາກ ມະຕິເລກ ທີ 68ຂອງລັດຖະບານ,ໄດ້ຊົມໃຊ້ນະໂຍບາຍປະກັນໄພ.ມາຮອດຈຸດເວລານີ້, ວິສາຫະກິດໄດ້ຟື້ນຟູການຜະລິດດຳເນີນທຸລະກິດ100%, ຜູ້ອອກແຮງງານໄປເຮັດວຽກເປັນປົກກະຕິ”.

ຕາມບັນດານັກຊ່ຽວຊານແລ້ວ, ລັດຖະບານຕ້ອງຄົ້ນຄວ້າ, ວາງອອກ ແລະຜັນຂະຫຍາຍບັນດາມາດຕະການແກ້ໄຂໃນໄລຍະສັ້ນ, ກາງ ແລະຍາວໂດຍໄວ ເພື່ອຟື້ນຟູການເຄື່ອນໄຫວດ້ານການຄ້າກັບບັນດາປະເທດທີ່ມີການເຄື່ອນໄຫວພົວພັນແລກປ່ຽນການຄ້າກັບຫວຽດນາມ. ທ່ານAndrew Jeffries, ຜູ້ອຳນວຍການທະນາຄານພັດທະນາອາຊີ (ADB) ປະຈຳຫວຽດນາມ ໃຫ້ຮູ້ວ່າ: ກ່ຽວກັບໃນໄລຍະສັ້ນ, ການຟື້ນຕົວດ້ານເສດຖະກິດພາຍຫຼັງໂລກລະບາດແມ່ນເປົ້າໝາຍຕ້ອງໄດ້ປະຕິບັດຢ່າງທັນທີ ແລະລັດຖະບານຫວຽດນາມສືບຕໍ່ຍູ້ແຮງການປ່ອຍເງິນໃຫ້ບັນດາໂຄງການລົງທຶນພາກລັດແລະ ດຶງດູດການລົງທຶນຈາກພາກເອກະຊົນ. ໃນເວລາດຽວກັນຕ້ອງມີບ້ວງເງິນຫນູນຊ່ວຍທີ່ເໝາະສົມເພື່ອໃຫ້ວິສາຫະກິດະກິດມີເງື່ອນໄຂຟື້ນຕົວ.

ຊຸກຍູ້ວິວັດການຟື້ນຕົວເສດຖະກິດ - ảnh 2ນັກຊ່ຽວຊານເສດຖະກິດ ຫງວຽນບິກເລິມ. ພາບ:TTXVN

ໃນວິວັດທະນາການຟື້ນຕົວເສດຖະກິດຂອງຫວຽດນາມ, ADB ພ້ອມກັບຫລາຍອົງການຈັດຕັ້ງສາກົນອື່ນໆລ້ວນແຕ່ມີການຄາດຄະເນ- “ອັດຕາເງິນເຟີ້ທາງເສດຖະກິດຂອງຫວຽດນາມປີນີ້ອາດຈະສູງທົບສອງເທົ່າເມື່ອທຽບໃສ່ປີກາຍ. ຄວາມກົດດັນຈາກໄພເງິນເຟີ້ຍ້ອນລາຍຈ່າຍການຜະລິດເພີ່ມຂຶ້ນ, ຍ້ອນວິກິດການທາງດ້ານສະບຽງອາຫານທົ່ວໂລກ”. ຕົວຈິງແລ້ວ, ລັດຖະບານຫວຽດນາມກໍ່ໄດ້ຮັບຮູ້ເຖິງສິ່ງທ້າທາຍໃນສະພາບແວດລ້ອມໃໝ່ແລະກຳລັງວາງຕົວເລກຄາດໝາຍປັບອັດຕາເງິນເຟີ້ໃຫ້ຢູ່ໃນລະດັບ 4%.

ນັກຊ່ຽວຊານເສດຖະກິດ ຫງວຽນບິກເລິມ, ອະດີດຫົວໜ້າກົມໃຫຍ່ສະຖິຕິ ໃຫ້ຮູ້ວ່າ: ນີ້ແມ່ນຄາດໝາຍທີ່ມີຄວາມເປັນໄປໄດ້, ແຕ່ທົ່ວພື້ນຖານເສດຖະກິດຕ້ອງມານະພະຍາຍາມຫຼາຍດ້ານ, ພິເສດແມ່ນຄວາມມານະພະຍາຍາມຜັນຂະຫຍາຍໂຄງການຟື້ນຟູ ແລະພັດທະນາເສດຖະກິດສັງຄົມຂອງລັດຖະບານຢ່າງມີປະສິດທິຜົນ. ລະອຽດ,ລັດຖະບານຄວນແກ້ໄຂຄວາມຫຍຸ້ງຍາກ,ຂໍ້ຕິດຄັດກ່ຽວກັບກົນໄກ, ນະໂຍບາຍ,ລະບຽບການບໍລິຫານ, ການກວດກາຄືນເພື່ອຍົກເລີກບັນດາຂໍ້ກຳນົດທີ່ບໍ່ເໝາະສົມຢ່າງທັນການ;ຫັນແຫລ່ງສະຫນອງສິນຄ້າເປັນຫຼາຍຮູບແບບ; ໂປ່ງໃສ.ໂດຍມີທັດສະນະເຊັ່ນດຽວກັນ, ທ່ານຟານດຶກຫຽວ, ກຳມະການຜູ້ປະຈຳການກຳມາທິການເສດຖະກິດຂອງສະພາແຫ່ງຊາດຖືວ່າ:

 “ບັນດານັກຊ່ຽວຊານຢູ່ພາຍໃນປະເທດ ແລະ ສາກົນ ໄດ້ມີການຄາດຄະເນຕໍ່ສິ່ງທີ່ດີສົມຄວນ. ມີຫລາຍສິ່ງສະດວກ ແຕ່ຍັງຊ້ອນແຝງຄວາມສ່ຽງ ຈາກລາຄາວັດຖຸດິບ, ໄພເງິນເຟີ້, ການປະທະກັນສາກົນ...ແຕ່ພວກເຮົາກໍ່ມີຄວາມບົ່ມຊ້ອນເພື່ອກະຕຸກຊຸກຍູ້ພັດທະນາໃຫ້ດີກວ່າ. ກາບເຕີບໂຕຫລື ການພັດທະນາ ພວມອີງໃສ່ຄວາມມານະພະຍາຍາມຂອງພວກເຮົາ, ວິທີຊື່ງພວກເຮົາຈະປະຕິບັດໃນໄລຍະຈະມາເຖິງ

ທ່ານ Francois Painchaud, ຫົວຫນ້າອົງການຜູ້ຕາງໜ້າກອງທຶນເງິນຕາສາກົນ ປະຈຳ ຫວຽດນາມ ຖືວ່າ: ຄວນຕັ້ງຫນ້າຜັນຂະຫຍາຍປະສິດທິຜົນໂຄງການຟື້ນຕົວ ແລະ ພັດທະນາເສດຖະກິດ-ສັງຄົມ; ຄວນຮີບເຮັ່ງຫັນບັນດາໂຄງການຫນູນຊ່ວຍເຂົ້າເຖິງປະຊາຊົນ, ວິສາຫະກິດໃຫ້ປະກົດຜົນເປັນຈິງ ແລະ ຮັບປະກັນການປະຕິບັດບັນດານະໂຍບາຍຢ່າງເປີດເຜີຍ ແລະໂປ່ງໃສ. ຫວຽດນາມ ຄວນມີບັນດານະໂຍບາຍບຸລິມະສິດ, ໃນນັ້ນ ຊຸກຍູ້ການຟື້ນຕົວ, ຮັກສາຕະຫລາດການເງິນ ແລະ ມີນະໂຍບາຍວ່ອງໄວເພື່ອຫນູນຊ່ວຍບັນດາເປົ້າໝາຍປະສົບກັບຄວາມຫຍຸ້ງຍາກ, ເປົ້າໝາຍມີຄວາມສ່ຽງໃຫ້ທັນການ.

ທັດສະນະ, ຄຳສະເຫນີແນະຈາກບັນດານັກຊ່ຽວຊານພາຍໃນແລະຕ່າງປະເທດສະແດງໃຫ້ເຫັນວ່າການຟື້ນຕົວການຜະລິດດຳເນີນທຸລະກິດ - ຟື້ນຟູການເຕີບໂຕທົ່ວພື້ນຖານເສດຖະກິດຄວນໄດ້ຮັບຖືວ່າແມ່ນບຸລິມະສິດທຳອິດ. ເຖິງຢ່າງໃດກໍຕາມ, ຄວນສຸມໃສ່ຄົ້ນຄ້ວາພິຈາລະນາແລະກຳນົດບັນດາມາດຕະການເພື່ອສາມາດຜັນຂະຫຍາຍຢ່າງມີປະສິດທິຜົນ. ເມື່ອມີມາດຕະການແກ້ໄຂແລະຄາດໝາຍໄລຍະສັ້ນໄດ້ຮັບການຜັນຂະຫຍາຍເປັນຢ່າງດີແລ້ວນັ້ນຈະເປັນພື້ນຖານໃຫ້ວິວັດການເຕີບໂຕໄວ, ພັດທະນາພື້ນຖານເສດຖະກິດໄລຍະຕໍ່ໄປ,ເປັນຕົ້ນໃນສະພາບເສດຖະກິດໃຫມ່, ມີການຜັນແປຍາກທີ່ຈະຄາດຄະເນໄດ້ຄືໄລຍະປະຈຸບັນ.

ຕອບກັບ

ຂ່າວ/ບົດ​ອື່ນ