ຍົກສູງຄຸນນະພາບການດຶງດູດໂຄງການ FDI ນັບແຕ່ຕົ້ນປີ 2014

(vovworld)- ໃນ​ສອງ​ເດືອນ​ຕົ້ນ​ປີ 2014, ຫວຽດ​ນາມ ດຶງ​ດູດ​ໄດ້ 122 ໂຄງ​ການ​ລົງ​ທຶນ​ໂດຍ​ກົງ​ຂອງ​ຕ່າງ​ປະ​ເທດ (FD)I ດ້ວ​ຍ​ຍອດ​ທຶນ​ຈົດ​ທະ​ບຽນ​ ແລະ ທຶນ​ສະ​ຫນອງ​ໃຫມ່​ເກືອບ 1,54 ຕື້ USD. ເຖິງວ່າ​ບັນ​ລຸ​ພຽງ​ປະ​ມານ 37% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ​ກໍ​ຕາມ, ແຕ່​ຄຸນ​ນະ​ພາບ​ບັນ​ດາ​ໂຄງ​ການ FDI ພວມ​ຄ່ອຍໆ​ໄດ້​ຮັບ​ການ​ປັບ​ປຸງ, ໝັ້ນ​ໝາຍດຶງ​ດູດ​ແຫລ່ງ​ທຶນ FDI ນັບ​ມື້​ນັບ​ມີ​ປະ​ສິດ​ທິ​ຜົນ, ແທດ​ຈິງກວ່າ.

ຍົກສູງຄຸນນະພາບການດຶງດູດໂຄງການ FDI ນັບແຕ່ຕົ້ນປີ 2014 - ảnh 1
ໂຄງການກັ່ນນຳ້ມັນ
ພາບປະກອບ:internet

        ໃນ​ຈຳ​ນວນ 29 ປະ​ເທດ ແລະ ເຂດ​ແຄ້ວນ​ທີ່ມີ​ໂຄງ​ການ​ລົງ​ທຶ​ນ​ຢູ່​ຫວຽດ​ນາມ ໃນ 2 ເດືອນ​ຕົ້ນ​ປີ, ປະ​ຈຸ​ບັນ ສ​ເກົາ​ຫລີ ຍັງ​ຄົງ​ແມ່ນ​ປະ​ເທດ​ນຳ​ຫ​ນ້າ, ຖ​ັດ​ມາ​ແມ່ນ​ສິງ​ກະ​ໂປ ແລະ ຍີ່​ປ່​ຸນ, ອາ​ເມ​ລິ​ກາ… ບັນ​ດາ​ນັກ​ລົງ​ທຶນ​ຕ່າງ​ປະ​ເທດ ໄດ້​ລົງ​ທຶນ​ເຂົ້າ 19 ແຂວງ, ນະ​ຄອນ ຂອງ​ຫວຽດ​ນາມ, ໃນ​ນັ້ນ ແຂວງ​ບີງ​ເຢືອງ ແມ່ນ​ທ້ອງ​ຖິ່ນ​ດຶງ​ດູດ​ແຫລ່ງ​​ເງິນ​ລົງ​ທຶນ​ຂອງ​ຕ່າງ​ປະ​ເທດ​ຫລາຍກວ່າ​ໝູ່ ດ້ວຍຍອດ​ຈຳ​ນວນ​ທຶນ​ຈົດ​ທະ​ບຽນ​ສະ​ຫນອງ​ໃຫມ່ ແລະ ເພີ່ມ​ເຕີມກວ່າ 690 ລ້ານ USD, ຖັດ​ມາ​ແມ່ນ ນະ​ຄອນ ຫາຍ​ຟ່ອງ ດ້ວຍ195 ລ້ານ USD ແລະ ນະ​ຄອນ​ໂຮ່​ຈິ​ມີນ ແມ່ນ​ເກືອບ 148 ລ້ານ USD. ບັນ​ດາ​ໂຄງ​ການ​ໄດ້​ຮັບ​ຫ​ນັງ​ສື​ອະ​ນຸ​ຍາດ​ໃຫ້​ລົງ​ທຶນ​ໃນ 2 ເດືອນ​ຕົ້ນ​ປີ ສ່ວນ​ຫລາຍ​ແມ່ນ​ໃນ​ຂົງ​ເຂດ​ຜະ​ລິດ​ເຕັກ​ໂນ​ໂລ​ຊີ​ສູງ, ຕົວ​ຢ່າງ​ຄື: ໂຄງ​ການ​ຂອງບໍ​ລິ​ສັດ Wonderful Saigon Electrics ຈຳກັດ ​ໄດ້​ດັດ​ປັບ​ເພີ່ມ​​ເງິນ​ລົງທຶນ 210 ລ້ານ USD ​ໂດຍ ຍີ່​ປຸ່ນ ລົງທຶນ​ຢູ່​ແຂວງ ບີ່​ງ​ເຢືອງ, ​ໂຄງການ​ບໍລິສັດ SL Flex ຫວຽດນາມ ຈຳກັດ ຢູ່​ແຂວງ ບັກ​ຢາງ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ 106 ລ້ານ USD. ​ເມື່ອ​ທຽບ​ໃສ່​ບັນດາ​ໂຄງການ FDI ທີ່​ມີ​ຂອບ​ຂະຫນາດ​ໃຫຍ່, ດ້ວຍ​ມູນ​ຄ່າ​ນັບ​ຕື້ USD ​ໃນ​ທ້າຍ​ປີ 2013 ຄື: ​ໂຄງການກັ່ນ​ນຳ້ມັນ ງີ​ເຊີນ ຫລື ​ໂຄງການ​ເອ​ເລັກ​ໂຕ​ນິກ Samsung, ນີ້​ແມ່ນ​ຕົວ​ເລກທີ່ຍັງ​ຈຳກັດ​ຢູ່. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ບັນດາ​ໂຄງການ​ນີ້​ສະ​ແດງ​ໃຫ້​ເຫັນ​ການ​ຫັນ​ທິດ​​ສຳຄັນ​ໃນ​ນະ​ໂຍບາຍ​ດຶງ​ດູດ​ທຶນ FDI ຂອງ​ຫວຽດນາມ. ​ເພື່ອ​ໃຫ້​        ແຫ​ລ່ງທຶນ FDI ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ ​ແລະ ​ແຜ່​ຂະຫຍາຍ​ສຳລັບ​ພື້ນຖານ​ເສດຖະກິດ. ທ່ານ ຫງວຽນ​ວັນ​ຈຸ​ງ, ຮອງ​ລັດຖະມົນຕີ ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ ຖື​ວ່າ:

        “ທິດທາງ​ການ​ດຶງ​ດູດ​ເງິນ​ລົງທຶນ​ໃນ​ໄລຍະ​ຈະ​ມາ​ເຖິງ ບໍ່​ແມ່ນ​ການ​ດຶງ​ດູດ​ການ​ລົງທຶນ​​ດ້ວຍ​ທຸກ​ເງື່ອນ​ໄຂເທົ່າ​ນັ້ນ ຫາກ​​ແມ່ນ​ບັນດາ​ໂຄງການທີ່ມີ​ຄຸນ​ນະພາ​ບດ້ານ​ເຕັກ​ໂນ​ໂລ​ຊີ, ບັນດາ​ໂຄງການ​ເຕັກ​ໂນ​ໂລ​ຊີ​ສູງ. ສະ​ນັ້ນ ພວກ​ເຮົາ​ຕ້ອງ​ຄົ້ນ​ຄ້ວາ​ເຮັດ​ແນວ​​ໃດ​ເພື່ອ​​ໃຫ້​ວຽກ​ງານພັດທະນາ​ອຸດສາຫະກຳ​ສຳຮອງ​ຈະ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ໃນ​ໄລຍະ​ຈະ​ມາ​ເຖິງ, ນັ້ນ​ແມ່ນ​ສ້າງ​ຕັ້ງ​ເຂດ​ອຸດສາຫະກຳ​ສຳຮອງ.”

        ມີ​ສັນຍານ​ຫນຶ່ງ​ທີ່​ເປັນ​ຫນ້າ​ຊື່ນ​ຊົມ​ໃນ​ການ​ດຶງ​ດູດ​ທຶນ FDI ​​ໃນໄລຍະ​ມໍ່ໆ​ມາ​ນີ້ ນັ້ນ​ແມ່ນມີ​ກຸ່ມ​ບໍລິສັດ​ຮ່ວມ​ທຸລະ​ກິດ​ຈາກ​ຫລາຍ​ປະ​ເທດ ​ໄດ້​ເປີດ​ກວ້າງ​ການ​ລົງທຶນ, ​ໃນ​ນັ້ນ ມີ​ຫລາຍ​ໂຄງການ​ໃຫຍ່ ລວມມູນ​ຄ່າ​ນັບ​ຕື້ USD ພວມສືບ​ຕໍ່​ລໍຖ້າ​ຫນັງສື​ອະນຸຍາດ. ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ​ແຫ​ລ່ງທຶນ FDI ​ໄດ້ ​ແລະ ພວມ​ປະກອບສ່ວນ​ຢ່າງ​ຕັ້ງຫນ້າ​ເຂົ້າ​ໃນ​ການ​ເຕີບ​ໂຕ​ເສດຖະກິດ​ຂອງ​ຫວຽດນາມ​. ​ໄລ່​ມາ​ຮອດ​ປີ 2013, ຫວຽດນາມ ​ໄດ້​ມີ 15.700 ​ໂຄງການ FDI ຍັງ​ມີ​ຜົນ​ສັກສິດ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ປະມານ 239 ຕື້ USD, ​ໃນ​ນັ້ນ ທຶນ​ປະຕິບັດ​ປະມານ 112 ຕື້ USD. ​ໄລຍະ​ມໍ່ໆ​ມາ​ນີ້, ບັນດາ​ໂຄງການ FDI ບໍ່​ພຽງ​ແຕ່​ປະກອບສ່ວນ​ເພີ່ມ​ວົງ​​ເງິນ​ສົ່ງ​ອອກ​ເທົ່າ​ນັ້ນ ຫາກ​ຍັງ​ປະກອບສ່ວນ​ປ່ຽນ​ແປງ​ໂຄງ​ປະກອບ​ປະ​ເພດ​ສິນຄ້າສົ່ງ​ອອກ​ອີກ​ດ້ວຍ. ສາດສະດາຈານ, ດຣ ຫງວຽນ​ມ້າ​ຍ, ປະທານ​ສະຫະພັນ​ບັນດາ​ວິ​ສາ​ຫະກິດ FDI ​ໃຫ້​ຮູ້​ວ່າ:

        “ປີຜ່ານມາ ວົງ​ເງິນ​ສົ່ງ​ອອກ​ຂອງ​ຫວຽດນາມ ​ແມ່ນ 132 ຕື້ USD, ການ​ສົ່ງ​ອອກ FDI ກວມ​ເກືອບ 65% ຍອດ​ວົງ​ເງິນ​ສົ່ງ​ອອກ. ​ໃນ​ນັ້ນ ວິ​ສາ​ຫະກິດ FDI ​ໄດ້​ສົ່ງ​ອອກ​ເກີນ​ດຸນ, ບໍ່​ພຽງ​ແຕ່​ຖົງ​ຂຸມ​ໃຫ້​ແກ່ການ​ນຳ​ເຂົ້າ​ເກີນ​ດຸນ​ຂອງ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ​ເທົ່າ​ນັ້ນ ຫາກ​​​ຍັງສົ່ງ​ອອກເກີນ​ດຸນ​ໃນ​ປີ​ທີ 2 ຢ່າງ​ລຽນ​ຕິດດ້ວຍ​ມູນ​ຄ່າເຖິງ 850 ລ້ານ USD ອີກ​ດ້ວຍ.. ຖ້າ​ທ່າ​ອ່ຽງສ່ົງ​ອອກ​ເກີນ​ດຸນ​ຄອ່ຍໆ​ເພີ່ມ​ຂຶ້ນ, ການ​ຊຳລະ​ສາກົນ​​ເກີນ​ດຸນຂອງ​ຫວຽດນາມ ຈະ​ໝັ້ນ​ແກ່ນ​ກວ່າ ​ແລະ ຈາກ​ປະ​ເທດ ພຽງ​ແຕ່ສະ​ສົມເງິນຕາ​ຕ່າງປະ​ເທດ​ໄດ້ 15-16 ຕື້ USD ​ເທົ່າ​ນັ້ນ, ມາ​ຮອດ​ປະຈຸ​ບັນ ​ໄດ້​ເພີ່ມ​ຂຶ້ນ​ທົບ​ສອງ​ເທົ່າ ​ແມ່ນ 30-32 ຕື້ USD, ​ໃນ​ນັ້ນ ມີ​ການ​​ສົ່ງ​ອອກ​ເກີນ​ດຸນ​ຂອງ​ບັນດາ​ວິ​ສາ​ຫະກິດ FDI”

        ບັນດາ​ໂຄງການ​​ໃຫຍ່, ​ໂຄງການ​ເຕັກ​ໂນ​ໂລ​ຊີ​ສູງ​ຄື: ບັນດາ​ໂຄງການ​ອຸດສາຫະກຳ​ເອ​ເລັກ​ໂຕ​ນິກຂອງ Samsung ຢູ່ ບັກ​ນີງ ​ແລະ ​ທາຍ​ງວຽນ ​ໃນ​ຊຸມ​ປີ​ມໍ່​ໆ​ມາ​ນີ້ ​ໄດ້​ພິສູດ​ໃຫ້​​ເຫັນການ​ກະທົບ​ຈາກ​ແຫ​ລ່ງ​ເງິນ​ລົງທຶນ FDI ຂອງ​ບັນດາ​ກຸ່ມ​ບໍລິສັດ​ນາໆ​ຊາດ​ຢ່າງ​ລະອຽດ, ​ເປັນ​ຕົ້ນ​ແມ່ນ​ສ້າງ​ເງື່ອນ​ໄຂ​ເພື່ອ​ສ້າງຕັ້ງ​ບັນດາ​ວິ​ສາ​ຫະກິດ​ຢູ່​ອ້ອມ​ຂ້າງ, ພັດທະນາ​ບັນດາ​ວິ​ສາ​ຫະກດສຳຮອງ. ການ​ກະທົບ​ຈາກບັນດາ​ໂຄງການ FDI ນີ້ ບໍ່​ພຽງ​ແຕ່​ປະກອບ​ພາສີອາກອນ​, ການ​ຈະ​ເລີ​ນເຕີບ​ໂຕ GDP ​ເທົ່າ​ນັ້ນ ຫາກ​ຍັງ​ສ້າງ​ທ່ວງທ່າ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ​ພາຍ​ໃນ​ປະ​ເທດໃນ​ຫລາຍ​ແງ່​ມູມທີ່​ແຕກຕ່າງ​ກັນ​ຄື: ສ້າງ​ກຳລັງ​ແຮງ​ງານ​ທີ່​ສາມາດສຳ​ພັດ​ກັບ​ລະດັບ​ຄວາມ​ຮູ້​ສາກົນ. ນອກ​ນັ້ນ ບັນດາ​ໂຄງການ​ເຕັກ​ໂນ​ໂລ​ຊີ​ສູງ ຍັງ​ສ້າງ​ກາລະ​ໂອກາດ​ໃຫ້​ແກ່​ຜູ້​ໃຊ້​ສອຍ​ໄດ້​ຊົມ​ໃຊ້​ບັນດາ​ຜະລິດ​ຕະພັນ​ມີ​ຄຸນ​ນະພາ​ບສູງ, ປະກອບສ່ວນ​ປ່ຽນ​ແປງ​ແນວ​ຄວາມ​ຄິດ, ວິ​ທີ​ເຮັດ​ຂອງ​ຊາວ​ຫວຽດນາມ ​ໃນ​ການ​ຜະລິດ ​ແລະ ດຳ​ເນີນ​ທຸລະ​ກິດ, ​ເຊື່ອມ​​ໂຍງ​ເຂົ້າ​ກັບ​ສາກົນ​ເທື່ອ​ລະ​ກ້າວ.

        ​ໃນ​ໄລຍະ​ຜ່ານ​ມາ, ມີ​ນັກ​ລົງທຶນ​ຕ່າງ​ປະ​ເທດ​ຫລາຍ​ທ່ານ​ໄດ້​ຕີ​ລາຄາ​ວ່າ ສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ​ຢູ່​ຫວຽດນາມ ​​ປັບປຸງ​ດີ​ພໍ​ສົມຄວນ, ຍ້ອນ​​ພື້ນຖານ​ເສດຖະກິດ​ມະຫາ​ພາກ​ໄດ້​ຮັບ​ການ​ຮັກສາ​​ໄວ້​ຢ່າງ​ໝັ້ນຄົງ, ບັນດາ​ນະ​ໂຍບາຍ​ບຸລິມະສິດ​ໄດ້​ຮັບ​ການ​ເພີ່ມ​ທະວີ ​ແລະ ພື້ນຖານ​ໂຄງ​ລ່າງ​ກໍ​ຄ່ອຍໆ​ໄດ້​ຮັບ​ການ​ປັບປຸງ. ນີ້​ແມ່ນ​ເງື່ອນ​ໄຂ​ສະດວກ​ເພື່ອ​ໃຫ້​ຫວຽດນາມ ​ເລືອກ​ເຟັ້ນດຶງ​ດູດ​ແຫ​ລ່ງທຶນ FDI ທີ່​ມີ​ຄຸນ​ນະພາ​ບ ​ແລະ ບັນລຸ​ປະສິດທິ​ຜົນ​ກວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

ຂ່າວ/ບົດ​ອື່ນ