ຍົກສູງມູນຄ່າຜະລິດຕະພັນປາທູນາມະຫາສະມຸດຂອງ ຫວຽດນາມ

(vovworld) - ຫວຽດນາມ ​ແມ່ນ​ປະ​ເທດ​ສົ່ງ​ອອກ​ປາທູ​ນາມະຫາ​ສະມຸດ​ຫລາຍອັນ​ດັບ 3 ​ໃນ​ໂລກ ​ແຕ່​ປະ​ຈຸ​ບັນ, ມູນຄ່າ​ການ​ສົ່ງ​ອອກ​ຜະລິດ​ຕະພັນ​ປາທູ​ນາ​ມະຫາ​ສະມຸດ ຫວຽດນາມ ບໍ່​ທັນ​ສູງ ​ແລະ ຍາມ​ໃດ​ກໍ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ຕະຫລາດ​ໂລກ. ສາຍ​ເຫດ​ຕົ້ນ​ຕໍ​ຍ້​ອນການ​ເຄື່ອນ​ໄຫວ​ຂຸດ​ຄົ້ນປາທູ​ນາ​ມະຫາ​ສະມຸດຍັງ​ຄົງ​ມີ​ລັກສະນະທຳ​ມະ​ຊາດ, ບໍ່​ທັນ​ໄດ້​ຮັບ​ການ​ຄຸ້ມ​ຄອງ​ຕາມ​ມາດຖານ​ສາກົນ. ປີ 2010, ຄະນະ​ກຳມະການ​ອາຊີບ​ຫາ​ປາ​ພາກຕາ​ເວັນ​ຕົກ ​ແລະ ພາກກາງ​ເຂດ​ປາຊີ​ຟິກ ​ໄດ້ຜັນ​ຂະຫຍາຍ​ໂຄງການ “ຫນູນ​ຊ່ວຍ​ຄຸ້ມ​ຄອງ​ອາຊີບ​ຫາ​ປາທູ​ນາ​ມະຫາ​ສະມຸດ ຫວຽດນາມ”, ປະກອບສ່ວນ​ສ້າງ​ພື້ນຖານ​ເພື່ອ​​ໃຫ້​ຫວຽດນາມ ກາຍ​ເປັນ​ສະມາຊິກ​ຂອງ​ຄະນະ​ກຳມະການ ອາຊີບ​ຫາ​ປາ​ພາກ​ຕາ​ເວັນ​ຕົກ ​ແລະ ພາກກາງ​ປາຊີ​ຟິກຢ່າງ​ເປັນ​ທາງ​ການ ​ໂດຍ​ໄວ.

ຍົກສູງມູນຄ່າຜະລິດຕະພັນປາທູນາມະຫາສະມຸດຂອງ ຫວຽດນາມ - ảnh 1
ຢູ່​ເຂດ​ທະ​ເລ ຫວຽດນາມ ​ມີ​ປາທູ​ນາ 9 ຊະນິດ
ພາບ: thanhnien.com.vn

        ຢູ່​ເຂດ​ທະ​ເລ ຫວຽດນາມ ​ມີ​ປາທູ​ນາ 9 ຊະນິດ, ອາ​ໄສ​ຕົ້ນ​ຕໍ​ຢູ່​ເຂດ​ທະ​ເລ​ໄກ​ຝັ່ງທາງພາກ​ກາງ ​ແລະ ທິດຕາ​ເວັນ​ອອກພາກ​ໃຕ້. ຕາມ​ສະຫະ​ສະມາຄົມປາທູ​ນາ ຫວຽດນາມ ​ແລ້ວ, ປະລິມານ​ປາທູ​ນາ​ມະຫາ​ສະມຸດ​ຢູ່​ເຂດ​ທະ​ເລ ຫວຽດນາມ ປະມານ  50.000 ​ໂຕນ, ຄວາມ​ສາມາດ​ຂຸດ​ຄົ້ນ​ແບບ​ຍືນ​ຍົງ​ປະມານ 17.000 ​ໂຕນ/ປີ. ກະຊວງ​ອຸດສາຫະກຳ​ ​ແລະ ການ​ຄ້າຫວຽດນາມ ​ໄດ້​ກຳນົດ​ວ່າ ປາທູ​ນາ​ມະຫາ​ສະມຸດ​ແມ່ນ​ຫນຶ່ງ​ໃນ​ 3 ປະ​ເພດ​ສິນ​​ໃນ​ນ້ຳ​ສົ່ງ​ອອກ​ຕົ້ນ​ຕໍ​ຂອງ ຫວຽດນາມ (ພ້ອມ​ກັບ​ປາ​ຫນັງ ​ແລະ ກຸ້ງ). ຕາມ​ການ​ສະຖິຕິ​ຂອງ​ກົມ​ໃຫຍ່​ສິນ​ໃນ​ນ້ຳ ຫວຽດນາມ​ແລ້ວ, ປະຈຸ​ບັນ ຫວຽດນາມ ມີ 2500 ພາ​ຫະນະປະກອບ​ອາຊີບ​ຫາ ປາ​ທູ​ນາ​ມະຫາ​ສະມຸດ ​ແລະ ສຸມ​ໃສ່​ຢູ່​ບັນດາ​​ແຂວງ​ທາງ​ທິດ​ໃຕ້​ພາກ​ກາງ ຫວຽດນາມ, ຊື່​ງລວມມີ: ​ແຂວງ​ບີ່​ງດີ້​ງ, ຟູ​ອຽນ ​ແລະ ​ແຄງ​ຮ່ວາ, ດ້ວຍ​ປະລິມານ​ຂຸດ​ຄົ້ນ​ປະຈຳ​ປີ​ເກືອບ 10.000 ​ໂຕນ. ​ແຂວງ ຟູ​ອຽນ ​ໄດ້​ຮັບ​ຖື​ວ່າ ​ແມ່ນ​​ແຫ່ງ​ທີ່​ມີ​ອາຊີບ​ຫາປາ​ທູ​ນາ​ມະຫາ​ສະມຸດ​​ພັດທະນາກວ່າ​ໝູ່. ສະ​ເພາະ​ໃນ​ປີ 2012, ຊາວ​ປະມົງ ຟູ​ອຽນ ​ໄດ້​ຕໍ່​ກຳ​ປັ່ນໃຫມ່, ຫັນ​ກຳ​ປັ່ນ​ນັບ​ຮ້ອຍ​ລຳເປັນ​ພາຫະນະ​ປະກອບ​ອາຊີບຫາປາ​ທູ​ນາ​ມະຫາ​ສະມຸດ. ຊາວ​ປະມົງ ຫງວຽນ​​ເດົາ ຢູ່ ຕາ​ແສງ 6 ນະຄອນ ຕຸ​ຍຮ່ວາ ​ແຂວງ ຟູ​ອຽນ ​ໃຫ້​ຮູ້​ວ່າ:

        “ກ່ອນ​ນີ້ ມີ​ພຽງ​ແຕ່​ຊາວ​ປະມົງ​ຢູ່​ແຂວງ ຟູ​ອຽນ ຫລື ບີ່​ງດີ້​ງ ຫາປາ​ທູ​ນາ​ມະຫາ​ສະ​ມຸດ​ເທົ່າ​ນັ້ນ. ປະ​ຈຸ​ບັນ ​ໄດ້​ຂະຫຍາຍ​ໄປ​ທົ່ວ​ປະ​ເທດ​ແລ້ວ, ຈາກ​ພາກ​​​ເໜືອຕະຫລອດ​ຮອດ​ພາກ​​​​ໃຕ້. ​ເພາະວ່າ ອາຊີບ​ຫາ​ປາ​ກໍ​ງ່າຍ​ດາຍ ສະ​ນັ້ນຈຶ່ງ​ມີຫລາຍ​ຄົນ​ເຮັດອາຊີບ​ນີ້.”

        ປະ​ຈຸ​ບັນ, ມີ 90% ຜະລິດ​ຕະພັນ​ປາ​ທູ​ນາ​ມະຫາ​ສະມຸດ ຢູ່ ຫວຽດນາມ ສະ​ຫງວນ​ໃຫ້​ແກ່​ການ​ສົ່ງ​ອອກ. ປີ 2011, ມູນ​ຄ່າ​ການ​ສົ່ງ​ອອກປາ​ທູ​ນາ​ມະຫາ​ສະມຸດ ຫວຽດນາມ ບັນລຸ​ເກືອບ 400 ລ້ານ USD. ​ໃນ 9 ​ເດືອນ​ຕົ້ນ​ປີ 2012, ມູນ​ຄ່າ​ການ​ສົ່ງ​ອອກປາ​ທູ​ນາ​ບັນລຸ​ເກືອບ 430 ລ້ານ USD. ປະຈຸ​ບັນ ປາ​ທູ​ນາ​ ຫວຽດນາມ ​ຖືກ​ສົ່ງ​ໄປ​ຂາຍ​ຢູ່ 92 ຕະຫລາດ​ສາກົນ. ຄາດ​ວ່າ ​ໃນ​ປີ​ນີ້, ການ​ສົ່ງ​ອອກປາ​ທູ​ນາ​ມະຫາ​ສະມຸດ ​ສາມາດ​ເພີ່ມ​ຂຶ້ນ​ສູງ​ໄດ້ ​ໃນ​ຂະນະທີ່​ມູນ​ຄ່າ​ການ​ສົ່ງ​ອອກປະ​ເພດ​ສິນ​ໃນ​ນ້ຳ​ຈຳນວນ​ຫນຶ່ງ​ຖືກ​ຫລຸດ​ລົງ​ເມື່ອ​ທຽບ​ກັບ​ຊຸມ​ປີ​ກ່ອນ. ສິ່ງ​ເປັນ​ຫນ້າ​ສົນ​ໃຈ ນັ້ນ​ແມ່ນ ອາຊີບ​ຂຸດ​ຄົ້ນ​ປຸງ​ແຕ່ງປາ​ທູ​ນາ​ມະຫາ​ສະມຸດ ກວມ​ອັດຕາ​ສ່ວນ​ຫຼາຍ ​ແລະ ພວມ​ພັດທະນາ​ຢ່າງ​ແຮງ ​ແຕ່​ມາ​ຮອດ​ປະ​ຈຸ​ບັນ ຫວຽດນາມ ບໍ່​ທັນ​ມີ​ເອກະສານ​ນິຕິ​ກຳ​ສະບັບ​ໃດ​ກຳນົດ​ສະ​ເພາະ​ກ່ຽວ​ກັບປາ​ທູ​ນາ​. ອາຊີບຫາປາ​ທູ​ນາ​ມະຫາ​ສະມຸດ ພັດທະນາ​ແບບ​ທຳ​ມະ​ຊາດ, ການ​ຮັກສາ, ປຸງ​ແຕ່ງ, ສຳ​ພັດ​ກັບ​ຕະຫຼາດຍັງ​ຈຳກັດຢູ່. ສະ​ນັ້ນ ຕ້ອງ​ມີ​ກົນ​ໄກ​ນະ​ໂຍບາຍ ​ແລະ ມາດ​ຕະການ ​ເພື່ອ​ສ້າງ​ເງື່ອນ​ໄຂ​ສ່ົງ​ອອກ​ສິນຄ້າ​ປະ​ເພດ​ນີ້​ຢ່າງ​ໝັ້ນຄົງ. ທ່ານ ຫວູດີ່ງດາບ, ປະທານ​ສະຫະ​ສະມາຄົມປາ​ທູ​ນາ​ ຫວຽດນາມ ​ໃຫ້​ຮູ້​ວ່າ:

        “ຜະລິດ​ຕະພັນ​ຂອງ​ຫວຽດນາມ ສົ່ງ​ໄປ​ຂາຍ​ຢູ່​ຕ່າງປະ​ເທດ ຈະ​ຖືກ​ຮົ້ວ​ກີດ​ຂວາງ​ດ້ານ​ເຕັກນິກ​ຈາກ​ຕ່າງປະ​ເທດ​. ​ເພາະວ່າ ຫລາຍ​ປະ​ເທດ​ໄດ້​ຍົກອອກ​ບັນດາ​ມາດຕະຖານ​ຄື: ​ປາທູ​ນາຂຸດ​ຄົ້ນ​ຢູ່​ແຫ່ງ​ໃດ, ​ເງື່ອນ​ໄຂຫລັກ​ອະນາ​ໄມ​ດ້ານ​ສະບຽງ​ອາຫານ...  ​ເມື່ອ​ຫວຽດນາມ ບໍ່​ທັນ​ມີ​ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວນ, ບັນດາ​ປະ​ເທດ​ຄູ່​ຮ່ວມ​ມື​ຈະ​ກໍ່​ຄວາມ​ກົດ​ດັນ​ເພື່ອ​ຫລຸດ​ລາຄາ​ລົງ.”

ຍົກສູງມູນຄ່າຜະລິດຕະພັນປາທູນາມະຫາສະມຸດຂອງ ຫວຽດນາມ - ảnh 2
ປະ​ຈຸ​ບັນ, ມີ 90% ຜະລິດ​ຕະພັນ​ປາ​ທູ​ນາ​ມະຫາ​ສະມຸດ ຢູ່ ຫວຽດນາມ ສະ​ຫງວນ​ໃຫ້​ແກ່​ການ​ສົ່ງ​ອອກ
ພາບ:internet

        ປີ 2010, ຄະນະ​ກຳມະການ​ອາຊີບ​ຫາ​ປາ​ພາກ​ຕາ​ເວັນ​ຕົກ ​ແລະ ພາກ​ກາງ ​ເຂດ​ປາຊີ​ຟີ​ກ ​ໄດ້​ຫນູນ​ຊ່ວຍ ຫວຽດນາມ ຜັນ​ຂະຫຍາຍ​ໂຄງການ​ຄຸ້ມ​ຄອງ​ອາຊີບ​ຫາ​ປາ​ ​ມະຫາ​ສະມຸດ, ​ໂດຍ​ເລັ່ງໃສ່​​ປາທູ​ນາ 2 ຊະນິດ ທີ່​ພວມມີ​ໄພ​ຫຼຸດລົງ, ຍ້ອນຖືກຂຸດ​ຄົ້ນ​ຫລາຍ​ເກີນ​ໄປ. ຈຸດໝາຍ​ຂອງ​ໂຄງການ​ແມ່ນ​ສ້າງ​ພື້ນຖານ​ດ້ານ​ວິທະຍາສາດ​ໃນ​ການ​ຄຸ້ມ​ຄອງ​ອາຊີບ​ຫາປາ​ທູ​ນາ​ມະຫາ​ສະມຸດ, ກ້າວ​ໄປ​ເຖິງ​ເລື່ອງ​ນຳ​ຫວຽດນາມ​ ກາຍ​ເປັນ​ສະມາຊິກ​ຂອງ​ຄະນະ​ກຳມະການ​ອາຊີບ​ຫາ​ປາ​ພາກ​ຕາ​ເວັນ​ຕົກ ​ແລະ ພາກ​ກາງ​ເຂດ​ປາຊີ​ຟີ​ກຢ່າງ​ເປັນ​ທາງ​ການ.​ ຕາມ​ທ່ານ ຟ້າ​ມຈ້ອງ​ອຽນ, ຮອງ​ຫົວຫນ້າ​ກົມ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ແລະ ຮ່ວມ​ມື​ສາກົນ, ສັງກັດ​ກົມ​ໃຫຍ່​ສິນ​ໃນ​ນ້ຳຫວຽດນາມ​ແລ້ວ, ​ເມື່ອ ຫວຽດນາມ ​ເຂົ້າ​​ເປັນ​ສະມາຊິກ​ຂອງ​ຄະນະ​ກຳມະການ​ອາຊີບ​ຫາ​ປາ​ພາກ​​ຕາ​ເວັນ​ຕົກ​ ​ແລ​ະ ພາກກາງ ເຂດ​ປາຊີ​ຟີ​ກ ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ​ໃຫ້​ແກ່​ທັງ​ສອງ​ຝ່າຍ. ​ແຫ​ລ່ງຜົນ​ປະ​ໂຫຍ​ດປາ​ທູ​ນາ​​ໄດ້​ຮັບ​ການ​ຄຸ້ມ​ຄອງ​ຢ່າງ​ແຫນ້ນ​ແຟ້ນ ​ແລະ ສິ່ງ​ສຳຄັນ​ກວ່າ​​ນັ້ນ ແມ່ນຜະລິດ​ຕະພັນ​ປາທູ​ນາ​ສົ່ງ​ອອກ​ຂອງ ຫວຽດນາມ ​ໄດ້​ຮັບ​ການຕີລາຄາ​ຢ່າງ​ຍຸຕິ​ທຳ:

        “ມາ​ຮອດ​ຈຸດ​ເວລາ​ນີ້ ຫວຽດນາມ ບໍ່​ທັນ​ມີ​ເອກະສານ​ນິຕິ​ກຳ​ສະບັບ​ໃດ​ກຳນົດ​ສະ​ເພາະ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຫາ​ປາທູ​ນາ. ຫວຽດນາມ ພຽງ​ແຕ່​ຂຸດ​ຄົ້ນ​ປາທູ​ນາ​ເທົ່າ​ນັ້ນ ຫາກ​ຍັງ​ບໍ່​ທັນ​ມີ​ວິທີ​ການ​ຮັກສາ. ​ດັ່ງ​ນັ້ນໂຄງການ​ນີ້ ຈະຊ່ວຍ​​ໃຫ້ພວກ​ເຮົາ​ກວດ​ຄືນ​​ລະບົບ​ເອກະສານທັງໝົດ​ຂອງ​ຫວຽດນາມ ທີ່ກ່ຽວ​ຂ້ອງ​ເຖິງ​ປາທູ​ນາ. ພາຍຫລັງ​​ຄົ້ນ​ຄ້ວາ​ບົນ​ພື້ນຖານ​ນັ້ນ ບັນດາ​ອົງການ​ຄຸ້ມ​ຄອງ​ລັດ ​ຈະ​ສະ​ເຫ​ນີຕໍ່​ລັດ ຄວນ​​ປ່ຽນ​ແປງອັນໃດ.​ ​ໃນ​ປີຫນ້າ, ຫວຽດນາມ ຈະ​ມີ​ກົນ​ໄກ​ສະ​ເພາະ​ເພື່ອ​ຄຸ້ມ​ຄອງ​ປາທູ​ນາ.”

        ​ເພື່ອ​​ໃຫ້​ອາຊີບຫາປາ​ທູ​ນາ​ມະຫາ​ສະມຸດ​ພັດທະນາ​ແບບ​ຍືນ​ຍົງ, ມີ​ລັກສະນະ​ວິຊາ​ສະ​ເພາະ ​ແລະ ​ປະຕິບັດ​ຕາມ​ກົດໝາຍ​ສາກົນ, ຂະ​ແຫນງ​ສິນ​ໃນ​ນ້ຳ ຫວຽດນາມ ຕ້ອງ​ສ້າງ​ໃຫ້​ມີ​ຂັ້ນ​ຕອນຢ່າງ​ລະອຽດ, ປັບປຸງລະບອບ, ລະບົບ​ກົດໝາຍ​ໃຫ້​ສົມບູນ​ແບບ​ໂດຍ​ໄວ ​ເພື່ອ​ນຳ ຫວຽດນາມ ​ເຂົ້າ​ເປັນ​ສະມາຊິກ​ຄະນະ​ກຳມະການ​ອາຊີບ​ຫາ​ປາ​ພາກ​ຕາ​ເວັນ​ຕົກ ​ແລະ ພາກ​ກາງ​ເຂດ​ປາຊີ​ຟີ​ກ​ໂດຍ​ໄວ.



ຕອບກັບ

ຂ່າວ/ບົດ​ອື່ນ