ຍົກສູງມູນຄ່າຜະລິດຕະພັນໝາກທີ່ໄມ້ເປັນເອກະລັກສະເພາະຂອງຫວຽດນາມ

(vovworld) - ປີ 2016, ເປັນ​ຄັ້ງ​ທຳ​ອິດທີ່​ມູນ​ຄ່າ​ວົງ​ເງິນ​ສົ່​ງ​ອອກ​ຜະ​ລິດ​ຕະ​ພັນ​ຜັກ, ໝາກ​ໄມ້​ຂອງ​ຫວຽດ​ນາມ ບັນ​ລຸ​ເກືອບ 2 ຕື້ USD, ໃນ​ນັ້ນ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່​ຫຼວງ​ຂອງ​ເຂດ​ປູກ​ໝາກ​ໄມ້​ຢ​ູ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ. ບາດ​ລ້ຽວນີ້​ໄດ້​ເປີດ​​ທິດ​ທາງ​ໃໝ່ ໃນ​ການ​ສ້າງ​ໂຄງ​ປະ​ກອບ​​ຂະ​ແໜງ​ກະ​ສິ​ກຳ​ຫວຽດ​ນາມ ຄືນ​ໃໝ່ ພ້ອມ​ກັບ​ເຂົ້າ​ສານ, ໝາກ​ໄມ້​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​​ປະ​ເພດ​ຕ່​າງໆ​ໄດ້​ກາຍ​ເປັນ​ສິນ​ຄ້າ​ສົ່ງ​ອອກ​ຕົ້ນ​ຕໍ​ຂອງ​ຂະ​ແໜງ​ກະ​ສິ​ກຳ. ບົດ​ຂຽນ “ຍົກ​ສູງ​ມູນ​ຄ່າ​ຜະ​ລິດ​ຕະ​ພັນ​ໝາກ​ໄມ້​​ທີ່ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງ​ຫວຽດ​ນາມ” ຂອງ ແທງ​ຕຸ່ງ, ນັກ​ຂ່າວ VOV.


ຍົກສູງມູນຄ່າຜະລິດຕະພັນໝາກທີ່ໄມ້ເປັນເອກະລັກສະເພາະຂອງຫວຽດນາມ - ảnh 1
ໝາກ​ມ່ວງ ກາວ​ແລ້ງ
(ພາບ: xoaicaolanh.com.vn)


ໃນ​ຊຸ​ມມື້​ຕົ້ນ​ປີ 2017, ບັນ​ດາ​ສະ​ຫະ​ກອນ, ໜ່ວຍ​ສະ​ຫະ​ກອນ​ປູກ​ສະ​ເພາະໝາກ​ມ່ວງ​​ຢູ່​ແຂວງ ດົ່ງ​ທ໋າບ ​​ໄດ້​ຕ້ອນ​ຮັບ​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່າງ​ປະ​ເທດ, ວິ​ສາ​ຫະ​ກິດ​ສົ່ງ​ອອກ​ໝາກ​ໄມ້​ພາຍ​ໃນ​ປະ​ເທດ​ມາ​ຊອກ​ຮູ້, ລົງ​ນາມ​ໃນ​ສັນ​ຍາ​ເກັບ​ຊື້​ໝາກ​ໄມ້​ເປັນ​ຈຳ​ນວນ​ຫຼວງ​ຫຼາຍ. ທ່ານ ຮີ່ນ​ແທງ​ບ໋າ, ຮອງ​ຜູ້​ອຳ​ນວຍ​ການ​ສະ​ຫະ​ກອນ​ໝາກ​ມ່ວງ ມີ້​ເຊືອງ, ໃຫ​້​ຮູ້​ວ່າ: ຍ້ອນ​​ມີການ​ຜ​ະ​ລິດ​ຜະ​ລິດ​ຕະ​ພັນກະ​ເສດ​ປອດ​ສານ​ພິດ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ, ສະ​ນັ້ນ​ກາ​ລະ​ໂອ​ກາດ​ຈຳ​ໜ່າຍ​ຜະ​ລິດ​ຕະ​ພັນ​ຂອງ​ສະ​ຫະ​ກອ​ນ ຂາຍ​ໄດ້​ດ້ວຍ​ລາ​ຄາ​ສ​ູງ, ​ໝັ້ນ​ຄົງ. ​ທັງ​​ຜູ້​ປູກ ແລະ ຜູ້​ຊື້​ລ້ວນ​ແຕ່​ມີຄວາມ​​ຊິນ​ເຄີຍໃນ​ການ​ຜະ​ລິດ​​ແບບ​ໃໝ່, ຮັບ​ປະ​ກັນ​ຄວາມ​ປອດ​ໄພ ແລະ ມີ​ປະ​ສິດ​ທິ​ຜົນ​ຝັ​ງ​ເລິກຢ​ູ່​ໃນ​ຫົວ​ຄິດ. ທ່ານ ຮີ່ນ​ແທງ​ບ໋າ ຢືນ​ຢັນ​ວ່າ, ບໍ່​ພຽງ​ແຕ່​ສະ​ຫະ​ກອນ ມີ້​ເ​ຊືອງ ເທົ່າ​ນັ້ນ, ຫາກ​​ບັນ​ດາເຮືອນ​ສວນ​ປູກ​​ສ​ະ​ເພາະໝາກ​ມ່ວງ​ຫຼາຍ​ແຫ່ງ​ກໍ່​ມີ​ຄວາມ​ເຊື່ອ​ໝັ້ນ​ໃນ​ການ​ປູກ​ໝາກ​ມ່ວງ​ທີ່​ແຊບ, ຫວານ, ຕອບ​ສະ​ໜອງ​ບັນ​ດາ​ມາດ​ຕະ​ຖ​ານ​​ສົ່ງ​ອອກທີ່​ເຄັ່ງ​ຄັດ, ປະ​ກອບ​ສ່ວນ​ນຳ​ເຄື່ອງ​ໝາຍ​ການ​ຄ້າ​ໝາກ​ໄມ້​ຂອງ​ຫວຽດ​ນາມ ​​ໃຫ້ນັບ​ມື້​ນັບ​ແຊກ​ຊຶມ​ເຂົ້າ​ຫຼາຍ​ປະ​ເທດກວ່າ.

        “​ຍາມ​ໃດພໍ່​ແມ່​ປະ​ຊາ​ຊົນຊາວ​ກະ​ສິ​ກອນ​ກໍ່​ພະ​ຍາ​ຍາມ​ສູ້​ຊົນ​ຜະ​ລິດ​ໝາກ​ມ່ວງ​ສົ່ງ​ອອກຕ່າງ​ປະ​ເທດໃຫ້​ໄດ້ 70% ແລະ ຂາຍ​ພາຍ​ໃນ​ປະ​ເທດ​ແມ່ນ 30%. ໃນ​ຂະ​ນະ​ນັ້ນ, ພໍ່​ແມ່​ປະ​ຊາ​ຊົນ​ຈະ​ມີ​ສະ​ຖຽນ​ລະ​ພາບ​ທີ່​ສຸດ ແລະ ​ສາ​ມາດ​ສ້າງ​ຄວາມ​ຮັ່ງ​ມີຢ​ູ່​ບ້ານ​ເກີດ​ເມືອງນອນ​ຂອງ​ຕົນ”.

        ບໍ່​ພຽງ​ແຕ່​ມີ​ໝາກ​ມ່ວງ​ເທົ່າ​ນັ້ນ, ໃນ​ປີ​ຜ່ານ​ມາ, ຂະ​ແໜງ​ຜະ​ລິດ, ສົ່ງ​ອອກ​ຜັກ, ໝາກ​ໄມ້​ເວົ້າ​ລວ​ມ​ຂອງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ ກໍ່​ຈະ​ເລີນ​ເຕີບ​ໂຕຢ່າງ​ແຮງ. ມີ​ໝາກ​ໄມ້​ເກືອບ 30 ຊະ​ນິດ​ຂອງ​ເຂດ​ຖືກ​ສົ່ງ​ອອກ​ຕ່າງ​ປະ​ເທດບັນ​ລຸ​ໄດ້​ 74% ຍອດ​ວົງ​ເງິນ​ການ​ຄ້າ​ສົ່ງ​ອອກ​ຜັກ, ໝາກ​ໄມ້​ຂອງ​ທົ່ວ​ປະ​ເທດ. ບັນ​ດາ​ໝາກ​ໄມ້​ຄື: ໝາກ​ມັງ​ກອນ, ໝາກ​ລ​ຳ​ໄຍ, ໝາກ​ໂມ, ໝາກ​ມ່ວງ… ໄດ້​​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຄຸນ​ນະ​ພາບ​ສູງ​ຂອງບັນ​ດາ​ຕະ​ຫຼາດຄື: ຍີ່​ປຸ່ນ, ອາ​ເມ​ລິ​ກາ, ຝ​ລັ່ງ, ໂຮນ​ລັງ, ແບນ​ຊິກ, ເຢຍ​ລະ​ມັນ, ​ອົດ​ສະ​ຕາ​ລີ, ສ.ເກົາ​ຫຼີ, ມາ​ເລ​ເຊຍ… ທ່ານ​ສາດ​ສະ​ດາ​ຈານ, ປະ​ລິ​ຍາ​ເອກ ວໍ​ຕ່ອງ​ຊວນ ໃຫ້​ຮູ້​ວ່າ.

        “​​ໝາກ​ໄມ້​ຊະ​ນິດຂອງ​ພວກ​ເຮົາ​ມີ​ລາ​ຄາ​ສູງ. ​ເມື່ອ​​ຂາຍ​ປະ​ມູນ​ລາ​ຄາ​ຢູ່​ນະ​ຄອນ Fukuoka, ປະ​ເທດ​ຍີ່​ປຸ່ນ, ໝາກ​ມ່ວງ ກ໋າດ​ຮ່​ວາ​ລົກ ຂອງທາງ​ທິດ​ຕາ​ເວັນ​ຕົກ​ ມີລາ​ຄາ​ຂຶ້ນ​ເຖິງ 12 USD/ໜ່ວຍ”.

        ທ່ານ ເລ​ມິງ​ຮ​ວານ, ເລ​ຂາ​ຄະ​ນະ​ພັກ​ແຂ​ວງ ດົ່ງ​ທ໋າບ, ເຊິ່ງ​ແມ່ນ​ທ້ອງ​ຖິ່ນ​ນຳ​ໜ້າ​ໃນ​ການ​ສ້າງ​ໂຄງ​ປະ​ກອບ​ພື້ນ​ຖານ​ກະ​ສິ​ກຳ​ຄືນ​ໃໝ່​ຂອງ​ທົ່ວ​ປະ​ເທດ ຖື​ວ່າ, ຖ້າ​ຫາ​ກ​ຄວ​ບ​ຄຸມ​ຄຸນ​ນະ​ພາບ​ສົ້ນ​ເຂົ້າ​ເປັນ​ຢ່າງ​ດີ, ວົງ​ເງິນ​ສົ່ງ​ອອກ​ຜັກ, ໝາກ​ໄມ້​ຂອງ​ຫວຽດ​ນາມ ໃນ​ຊຸ​ມ​ປີ​ຈະ​ມາ​ເຖິງ​ອາດ​ຈະ​ບັນ​ລຸ​ສູງ​ທົ​ບ 2 - 3ເທົ່າ ເມື່ອ​ທຽບ​ໃສ່​ປີ 2016.

        “ເພື່ອ​ແຊກ​ແຊງ​ເຂົ້າ​ຕະ​ຫຼາດ​​ໃດໜຶ່ງ​ແລ້ວ, ເລື່ອງ​ຮັກ​ສາ​ຕະ​ຫຼາດນັ້ນ​ບໍ່​ແມ່ນ​ເລື່ອງ​ງ່າຍ. ຊາວ​ກະ​ສິ​ກອນ, ສະ​ຫະ​ກອນ, ວິ​ສາ​ຫະ​ກິດ​ຕ້ອງ​ຮັກ​ສາ​​ຄວາມ​ໄວ້​ເນື້ອ​ເຊື່ອໃຈ, ​ໃນໄລ​ຍະ​ຍາວ​​ຫາກບໍ່​ແມ່ນ​ໃນ​ແຕ່​ລະ​ລະ​ດູ​ການ. ​ຕ້ອງ​ເຮັດ​ຢ່າງເປັນ​ລະ​ບຽບ​ຮຽບ​ຮ້ອຍ, ມີ​ຂັ້ນ​ຕອນ ແລະ ​ເດັດ​ດ່​ຽວ​ກວ່າ”.

        ປີ 2016, ເຖິງວ່າ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ​ໃນ​ການ​ສົ່ງ​ອອກ​ຢ່າງ​ລຽນ​ຕິດ​ກໍ່ຄື​ ຕ້ອງ​ຮັບ​ມື​ກັບ​ໄພ​ແຫ້ງ​ແລ້ງ, ນ້ຳ​ເຄັມ​ຊຶມ​ເຂົ້າ​ກໍ່​ຕາມ ແຕ່ນີ້​ພັດ​ແມ່ນ​ປີ​​ເຕີບ​ໂຕ​ໃນຂະ​ແໜງ​ຜັກ, ໝາກ​ໄມ້. ນີ້​ແມ່ນ​ໜຶ່ງ​ໃນ​ບັນ​ດາ​ພື້ນ​ຖານ​ສຳ​ຄັນ ແລະ ແມ່ນ​ປະ​ຖົມ​ປັດ​ໃຈ​ເພື່ອ​ໃຫ້​ຂະ​ແໜງ​ກ​ະ​ສິ​ກຳ​ເຂດ​ທົ່ວ​ພຽງ​ແມ່ນ​້ຳ​ຂອງ​ພັດ​ທະ​ນາ. ສ້າງ​ໂຄງ​ປະ​ກອບ​​ແນວ​ພັ​ນປູກຄືນ​ໃໝ່, ສ້າງ​ບັນ​ດາ​ມູນ​ຄ່​າ​​​ຖືກ​ໃນ​ການ​ຜະ​ລິດ ແລະ ສົ່ງ​ອອກ, ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ເພີ່ມ​ລາຍ​ຮັບ ແລະ ປັບ​ປຸງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊ​າ​ຊົນ, ກ​ໍ​ຄ​ື​ປະ​ກອ​ບ​ສ່ວນ​ເຂົ້າ​ວົງ​ເງິນ​ສົ່ງ​ອອກ​ຂອງ​ປະ​ເທດ​ຊາດ.


ຂ່າວ/ບົດ​ອື່ນ