ຍູ້ແຮງການສ້າງໂຄງປະກອບກະສິກຳຫວຽດນາມຄືນໃຫມ່ ປີ 2013

(vovworld)- ປະຈຸ​ບັນ, ກະສິກຳ​ຢູ່​ຫວຽດນາມ ພວມ​ປະກອບສ່ວນ​ກວ່າ 20% GDP ​ແລະ ກວມ​ເຖິງ 25% ວົງ​ເງິນ​ສົ່ງ​ອອກຂອງ​ທັງ​ປະ​ເທດ, ດຶງ​ດູດ​ປະມານ 50% ກຳລັງ​ແຮງ​ງານ ດ້ວຍ​ປະມານ 65% ພົນ​ລະ​ເມືອງ​ດຳລົງ​ຊີວິດ​ຢູ່​ເຂດ​ຊົນ​ນະ​ບົດ. ​ໃນ​ຫລາຍ​ທົດ​ສະ​ວັດ​ຜ່ານ​ມາ, ຍາມ​ໃດ​ກະສິກຳ​ກໍ​ແມ່ນ​ພື້ນຖານ​ຂອງ​ພື້ນຖານ​ເສດຖະກິດ​ປະ​ເທດ​ຊາດ. ປີ 2013 ຜ່ານ​ມາ, ການ​ຜະລິດ​ກະສິກຳ​ຂອງ​ຫວຽດນາມ ປະສົບ​ກັບ​ຄວາມ​ຫຍູ້​ງຍາກ​ຫລາຍ​ຢ່າງ​ຍ້ອນ​ຕະຫລາດ​ສົ່ງ​ອອກ​ຜະ​ລິດ​ຕະພັນ​ກະ​ເສດ​ຖືກ​ຮັດ​ແຄບ, ລາຄາ​ສົ່ງ​ອອກ​ຫລຸດ​ລົງ, ​ເຮັດ​​ໃຫ້​ລາຍຮັບ​ຂອງ​ຊາວ​ກະສິກອນ​ຖືກ​ຫລຸດ​ລົງ. ຈາກ​ສະພາບ​ດັ່ງກ່າວ​ບັນຫາ​ວາງ​ອອກ​ແມ່ນຕ້ອງ​ສືບ​ຕໍ່​ຍູ້​ໄວ​ວິວັດທະນາ​ການ​ສ້າງ​ໂຄງ​ປະກອບ​ຂະ​ແຫນງ​ກະສິກຳ​ຄືນ​ໃຫມ່​ຕາມ​ທິດ​ບັນລຸປະສິດທິ​ຜົນ ​ແລະ ໝັ້ນ​ຄົງ. ນີ້​ກໍ​ແມ່ນ​ເນື້ອ​ໃນ​ບົດ​ຂຽນ​ຂອງ​ນັກ​ຂ່າວ​ໂຕ​ຕວນທີ່​ພາດ​ຫົວ​ເລື່ອງ​ວ່າ: ວຽກ​ງານຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ກະສິກຳ​ຫວຽດນາມ ຄືນ​ໃຫມ່ ​​ໃນປີ 2013

ຍູ້ແຮງການສ້າງໂຄງປະກອບກະສິກຳຫວຽດນາມຄືນໃຫມ່ ປີ 2013  - ảnh 1
ກະສິກຳ​ຢູ່​ຫວຽດນາມ ພວມ​ປະກອບສ່ວນ​ກວ່າ 20% GDP
photo:internet

        ​ເຖິງ​ວ່າ​ໃນ​ຊຸ​ມມື້​ທ້າຍ​ເດືອນ 12/2013 ຢູ່​ພາກ​ເຫນືອ​ຫວຽດນາມ ອາກາດຫນາວ​ຈັດ​ກໍ​ຕາມ ​ແຕ່​ຊາວ​ກະສິກອນ​ຢູ່​ຕາ​ແສງ ​ເໝ​ເສີ ​ແລະ ລຽນ​ເຫ​ງ໋ຍ ​ເມືອງ ວັນ​ຢາງ ​ແຂວງ ຮື​ງອຽນ ຍັງ​​ຄົງ​ຂຸ້ນຂ້ຽວ​ບົວລະບັດ​ຕົ້ນ​ໝາກກ້ຽງ​ນ້ອຍ​ຢູ່​ຕາມ​ເນື້ອ​ທີ​ສວນ​ເພື່ອຮັບ​ໃຊ້​ບຸນປີ​ໃຫມ່​ປະຈຳ​ຊາດ​ຈະ​ມາ​ເຖິງ.  ຢູ່​ຕາ​​ແສງ ​ເໝ​​ເສີ ​ແລະ ລຽນ​ເຫງ໋ຍ, ຄອບຄົວ​ໃດກໍ​ປູກ​ຕົ້ນ​ໝາກກ້ຽງ​ນ້ອຍ, ຊື່​ງ​ແມ່ນ​ຕົ້ນ​ໄມ້​ໃຫ້​​ໝາກ​ໃຫ້​ລາຍ​ຮັບ​ສູງ. ​ເພື່ອ​ປູກ​ບັນດາ​ສວນຕົ້ນ​ໝາກກ້ຽງ​ທີ່​ມີ​ມູນ​ຄ່າ​ເສດຖະກິດ​ຄື​ວັນ​ນີ້, ຊາວ​ທ້ອງ​ຖິ່ນ​ໄດ້​ຫັນປ່ຽນ​ຜົນລະປູກ​ເປັນ​ຫລາຍ​ຄັ້ງ​ແລ້ວ. ທ່ານ ຫງວຽນ​ກົງ​ຮວານ, ຊາວ​ກະສິກອນ​ຢູ່​ຕາ​ແສງ ​ເໝ​ເສີ ​ໃຫ້​ຮູ້​ວ່າ:

        “ກ່ອນ​ນີ້ ຄອບຄົວ​ຂ້າພະ​ເຈົ້າ​ພຽງ​ປູກ​​ເຂົ້າ ປີ​ລະ​ລະດູການ. ຫລັງ​ຈາກ​ນັ້ນ​ປູກ​ຜັກ​ພືດ, ​ແຕ່​ເຫັນ​ວ່າ​ລາຍ​ຮັບ​ຈາກ​ການ​ປູກ​​ເຂົ້າ ​ແລະ ຜັກ​ພືດ​ຕຳ່ຫລາຍ. ສະ​ນັ້ນ ​ເມື່ອ​ມີ​ແຜນ​ນະ​ໂຍບາຍ​ຂອງ​ລັດ, ຄອບຄົວ​ຂ້າພະ​ເຈົ້າ​ໄດ້​ລົງທຶນ​ປ່ຽນ​ຜົນລະປູກ, ພິ​ເສດ​ແມ່ນ​ປູກ​ຕົ້ນ​ໝາກກ້ຽງ​ນ້ອຍ​ຄື​ປະຈຸ​ບັນ​ເຫັນ​ວ່າ​ມີ​ປະສິດທິ​ຜົນ​ດ້ານ​ເສດຖະກິດ​ສູງ​ທີ່​ສຸດ. ປີ​ນີ້ ຄອບຄົວ​ຂ້າພະ​ເຈົ້າ​ປູກ​ໄດ້​ກວ່າ 800 ຕົ້ນ ​ແລະ ມີ​ຜູ້​ມາ​ສັ່ງ​ຊື້​ກວ່າ 400 ຕົ້ນ​ແລ້ວ ​ແລະ ລາຍ​ຮັບ​ພວກ​ຂ້າພະ​ເຈົ້າ​ເກັບ​ມາ​ໄດ້​ກວ່າ 120 ລ້ານ​ດົ່ງ​ແລ້ວ.”

        ຈາກ​ການ​ຫັນປ່ຽນ​ຈາກ​ອາຊີບ​ປູກ​ເຂົ້າ​ທີ່​ມີ​ມາ​ແຕ່​ດົນ​ນານມາ​ປູກ​ດອກ​ໄມ້, ຕົ້ນ​ໄມ້​ປະດັບ ​ແລະ ຕົ້ນ​​ໄມ້​ທີ່​ມີ​ມູນ​ຄ່າ​ເສດຖະກິດ​ສູງ​ໄດ້​ຊ່ວຍ​ໃຫ້​ຊາວ​ກະສິກອນ​ຢູ່​ຫລາຍ​ທ້ອງ​ຖິ່ນ​ຄື​ຢູ່​​ເມືອງ ຊອກ​ເຊີນ, ​ເມ​ລີງ, ຮ່າ​ໂນ້ຍ ຫລື ດາລາ​ດ ​ເລີມ​ດົງ, ​ເຂດ​ຊານ​ກຳ​ແພງ​ນະຄອນ​ໂຮ່ຈິ​ມີນ ຫລື​ບັນດາ​ແຂວງຄື ຕຽນ​ຢາງ, ຫວີງ​ລອງ… ບໍ່​ພຽງ​ແຕ່​ເພີ່ມ​ລາຍ​ຮັບ​​ໃຫ້​ແກ່​ປະຊາຊົນ​ເທົ່າ​ນັ້ນ ຫາກ​ຍັງ​ບືນ​ຕົວ​ຂຶ້ນ​ສ້າງ​ຄວາມ​ຮັ່ງມີ​ອີກ​ດ້ວຍ. ​ເຖິງ​ວ່າ ສັງ​ເກດ​ຈາກ​ລະດັບ​ມະຫາ​ພາກ, ການ​ຜະລິດ​ກະສິກຳ​ຂອງ​ຫວຽດນາ​ມ​ໃນ​ໄລຍະ​ຜ່ານ​ມາ​ຕົ້ນຕໍ​ແມ່ນ​ພັດທະນາ​ຕາມ​ລວງ​ກວ້າງ, ພຽງ​ເອົາ​ໃຈ​​ໃສ່​ເພີ່ມ​ສະມັດ​ຕະພາບ, ​ໃນ​ຂະນະ​ບໍ່​ທັນ​ເອົາ​ໃຈ​ໃສ່​ເຖິງ​ການ​ປະສານ​ສົມທົບ​ລະຫວ່າງ​ການ​ພັດທະນາ​ກະສິກຳ​ກັບ​ການ​ພັດທະນາ​ອຸດສາຫະກຳ​ປຸງ​ແຕ່ງ ​ເພື່ອ​​ຜະລິດ​​ເປັນ​ສິນຄ້າຄື: ​ເຂົ້າສານ, ມັນ​ຕົ້ນ, ຖ້າ​ຫາກ​ຜ່ານ​ອຸດສາຫະກຳ​ປຸງ​ແຕ່ງ​​ແປ້ງ​ນົວ​ຈະ​ສ້າງ​ລາຍ​ຮັບ​ສູງ​ທົບ​ 10- 20 ​ເທົ່າ ​ເມື່ອ​ທຽບ​ໃສ່​ການ​ສົ່ງ​ອອກ​ສະບຽງອາ​ຫານ​ດີ​ບ. ປີ 2013, ຜະລິດ​ຕະພັນ​ກະ​ເສດ​ບາງ​ປະ​ເພດ​ຂອງ​ຫວຽດນາມ​ບືນ​ຕົວ​ຂຶ້ນ​ຢືນ​ອັນ​ດັບ​ຫນຶ່ງ​ໃນ​ໂລກ​ກ່ຽວ​ກັບ​ການ​ສົ່ງ​ອອກ​ຄື: ​ເຂົ້າສານ, ກາ​ເຟ, ໝາກພິກ​ໄທ.. ​ແຕ່​​ເມື່ອ​ທຽບ​ໃສ່​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງຈຳ​ນວນ​ຫນຶ່ງ, ລາຄາ​ຜະລິດ​ຕະພັນ​ກະ​ເສດ​ຢູ່​ຫວຽດນາມ, ​ເປັນ​ຕົ້ນ​ແມ່ນ​ລາຄາ​ສະບຽງ​ອາຫານ​ຍັງ​ຕຳ່. ​ຕໍ່ສະພາບການ​​ນັ້ນ ການ​ສ້າງ​ໂຄງ​ປະກອບ​ຂະ​ແຫນງ​ກະສິກຳ​ຄືນ​ໃຫມ່​ແມ່ນ​ຈຸດປະສົງບໍ່​ພຽງ​ແຕ່​ເຮັດ​ແນວ​ໃດ​ເພື່ອ​ໃຫ້​ບັນດາ​ປະ​ເພດ​ຜະລິດ​ຕະພັນ​ກະ​ເສດ​ສົ່ງ​ອອກ​ມີ​ມູນ​ຄ່າ​ເສດຖະກິດ​ສູງ​ເທົ່າ​ນັ້ນ ຫາກ​ຍັງ​ຊ່ວຍ​ໃຫ້ບັນດາ​ປະ​ເພດ​ຜະລິດ​ຕະພັນ​ກະ​ເສດ​ສົ່ງ​ອອກ​ມີ​ເຄື່ອງໝາຍ​ການ​ຄ້າ​​ລະດັບ​ຊາດ​ອີກ​ດ້ວຍ. ​ເພື່ອ​ບັນລຸ​ໄດ້​ຈຸດໝາຍ​ດັ່ງກ່າວ, ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ກະສິກຳ​ຄືນ​ໃຫມ່​ໄດ້​ກຳນົດ​ສ້າງ​ບັນດາ​ພາກສ່ວນ​ເສດຖະກິດ​ໃນ​ກະສິກຳ​ເທື່ອ​ລະ​ກ້າວ. ທ່ານ ກາວ​ດືກຟາດ, ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ​ຊີ້​ແຈ້ງ​ວ່າ:

        “ຮອດ​ເວລາ​ແລ້ວ​ທີ່ພວກ​ເຮົາ​ຕ້ອງ​ຫັນປ່ຽນ​ຢ່າງ​ແຂງ​ແຮງ​ຈາກ​ພື້ນຖານ​ກະສິກຳ​ແທນ​ທີ່​ສຸ​ມ​ໃສ່​ຍົກ​ສູງ​ສະມັດ​ຕະພາບ​ເພື່ອ​ຫັນປ່ຽນ​ພື້ນຖານ​ກະສິກຳ​​​ສຸມ​ໃສ່ຄຸນ​ນະພາ​ບ​​ໃຫ້ສູງ​ກວ່າ. ພິ​ເສດ​ຄວນ​ຍົກ​ສູງ​ມູນ​ຄ່າ​ເພີ່ມ​ເພື່ອ​ເພີ່ມ​ລາຍ​ຮັບ​ໃຫ້​ແກ່​ຊາວ​ກະສິກຳ. ສິ່ງ​ດັ່ງກ່າວ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ໃນ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ກະສິກຳ​ຄືນ​ໃຫມ່​ຕາມ​ທິດ​ຍົກ​ສູງ​ມູນ​ຄ່າ​ເພີ່ມ ​ແລະ ພັດທະນາ​ແບບ​ຍືນ​ຍົງ​ຊື່​ງ​​ໄດ້​ຮັບ​ການ​ອະນຸມັດ​ຈາກ​ນາຍົກລັດຖະມົນຕີ.”

        ຈຸດໝາຍ​ຂອງ​ລາຍການ​ສ້າງ​ໂຄງປະກອບ​ກະສິກຳ​ຄືນ​ໃຫມ່​ຢູ່​ຫວຽດນາມ​ແມ່ນ​ສ້າງ​ບັນດາ​ເຂດ​ປູກຝັງ​ສະ​ເພາະ, ສ້າງ​ລະບົບ​ບັນດາ​ພື້ນຖານ​ປຸງ​ແຕ່ງ​ຜະລິດ​ຕະພັນ​ກະ​ເສດ ສ້າງ​ເປັນ​ລະບົບ​ຜະລິດ​ສິນຄ້າ​​ນຳ​ມາ​ເຊິ່ງປະສິດທິ​ຜົນ​ເສດຖະກິດ ​ແລະ ມູນ​ຄ່າ​ການ​ຜະລິດ, ການ​ສົ່ງ​ອອກ​ສູງ​ກວ່າ. ຕາມ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ກະສິກຳ​ຄືນ​ໃຫມ່ແລ້ວ, ຫວຽດນາມ ຈະ​ສືບ​ຕໍ່​ເສີມ​ຂະຫຍາຍ​ບັນດາ​ຜະລິດ​ຕະພັນ​ສົ່ງ​ອອກ​ມີ​ທ່າ​ແຮງ​ຄື: ​ເຂົ້າສານ, ກາ​ເຟ, ປາ​ປາ​ຊາ. ຫວຽດນາມ ຈະ​ສຸມ​ໃສ່​ບັນດາ​ມາດ​ຕະການ​ພັດທະນາ​ກະສິກຳ​ຕາມ​ລວງ​ເລິກ,​​ໃນ​ນັ້ນ ຖື​ເປັນ​ສຳຄັນ​ການ​ຫັນປ່ຽນ​ທີ່​ດິນ ​ແລະ ຜົນລະປູກ ດ້ວຍ​ການ​ເຂົ້າ​ຮ່ວມ​ຢ່າງ​ແຂງ​ແຮງ​ຂອງ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ ​ເພື່ອ​ສ້າງ​ບັນດາ​ຜະລິດ​ຕະພັນ​ມີ​ມູນ​ຄ່າ​ເສດຖະກິດ​ສູງ​ກວ່າ. ​ໃນ​ລາຍການ​ສັງ​ລວມສ້າງ​ໂຄງ​ປະກອບ​ພື້ນຖານ​ກະສິກຳ​ຄືນ​ໃຫມ່, ລັດຖະບານ​ຫວຽດນາມ ຖື​ເປັນ​ສຳຄັນ​ເລື່ອງ​ສ້າງ​ລະບອບ, ນະ​ໂຍບາຍ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່​ໄປ​ຄຽງ​ຄູ່​ກັບ​ການ​ປ່ຽນ​ໃຫມ່​ຮູບ​ແບບ​ການຈະ​ເລີ​ນ​ເຕີບ​ໂຕ. ທ່ານ ຫວໍ​ຈ້ອງ​ບີ່​ງ, ຮອງ​ຫົວຫນ້າ​ສະ​ຖາ​ບັນນະ​ໂຍບາຍ ​ແລະ ຍຸດ​ທະ​ສາດ​ພັດທະນາ​ກະສິກຳ, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນ​ນະ​ບົດ​ຫວຽດນາມ​ຖື​ວ່າ:

        “ຄວນ​ກຳນົດ​ທິດ​ຢ່າງ​ຈະ​ແຈ້ງ​ໃຫ້​ແກ່​ການ​ສ້າງ​ໂຄງ​ປະກອບ​ຄືນ​ໃຫມ່. ​ເພື່ອ​ບັນລຸ​ໄດ້​ສິ່ງ​ດັ່ງກ່າວ, ​ແຕ່​ລະນະ​ໂຍບາຍ​ຕ້ອງ​ຊີ້​ແຈ້ງ​ບັນຫາ​ປະຕິ​ຮູບ​ຄື​ແນວ​ໃດ, ປະຕິ​ຮູບ​ກ່ຽວ​ກັບກ​ົນ​ໄກ ​ແລະນັບ​ທັງ​ຂໍ້​ກຳນົດ​ກົດ​ລະບຽບ.”

        ຕາມ​ແຜ​ນຮ່າງ​ສ້າງ​ໂຄງ​ປະກອບ​ຂະ​ແຫນງ​ກະສິກຳ​ຄືນ​ໃຫມ່ ​ໂດຍ​ທ່ານ​ນາຍົກລັດຖະມົນຕີ​​ເຊັນອະນຸມັດ, ວິວັດ​ທະ​ນາ​ການ​ສ້າງ​ໂຄງ​ປະກອບ​ກະສິກຳ​ຄືນ​ໃຫມ່​ໃນ​ໄລຍະ​ຈະ​ມາ​ເຖິງ ສືບ​ຕໍ່​ມຸ່ງ​ໄປ​ເຖິງ​ການ​ຍົກ​ສູງ​ມູນ​ຄ່າ​ເພີ່ມ ​ແລະ ພັດທະນາ​ແບບ​ຍືນ​ຍົງ ດ້ວຍ​ຈຸດໝາຍ​ສູ້​ຊົນ​ບັນລຸ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ GDP ທົ່ວ​ຂະ​ແຫນງ​ກະສິກຳ​ສະ​ເລ່ຍ 2,6-3%/ປີ​ໃນ​ໄລຍະ 2011-2015, ຈາກ 3,5-4%/ປີ ​ໃນ​ໄລຍະ 2016-2020. ການ​ປະຕິບັດ​ແຜນ​ຮ່າງ​ສ້າງ​ໂຄງ​ປະກອບ​ກະສິກຳ​ຄືນ​ໃຫມ່​ສຳ​ເລັດ​ຜົນ​ແມ່ນ​ມີ​ຄວາມ​ໝາຍ​ສຳຄັນ, ປະກອບສ່ວນ​ຍົກ​ສູງ​ລາຍ​ຮັບ ​ແລະ ປົວ​ແປງ​ລະດັບ​ຄອງ​ຊີບ​ໃຫ້​ແກ່​ຊາວ​ກະສິກອນ, ຫລຸດຜ່ອນ​ອັດ​ຕາ​ຜູ້​ທຸກ​ຍາກ​ອຶດຫິວ ​ແລະ ຄຳ້ປະກັນ​ດ້ານ​ສະບຽງ​ອາຫານ​ໃນ​ຕໍ່ຫນ້າ ​ແລະ ຍາວ​ນານ.

ຕອບກັບ

ຂ່າວ/ບົດ​ອື່ນ