ຍູ້ແຮງການສ້າງໂຄງປະກອບການລົງທຶນໃນການພັດທະນາກະສິກຳ ຄືນໃຫມ່

(vovworld)- ປີ 2013 ​ແມ່ນ​ປີ​ທີ່ລັດຖະບານ ຫວຽດນາມ ສຸ​ມ​ໃສ່​ຈຸດໝາຍ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດ​ຖະກິດ​ຄືນ​ໃຫມ່ ຫັນປ່ຽນ​ຮ​ູບ​ແບບ​ການ​ຈະ​ເລີ​ນ​ເຕີ​ບ​ໂຕ​ຕາມ​ທິດ​ຮັບປະກັນ​ການ​ພັດທະນາ​ເປັນ​ປົກກະຕິ ​ແລະ ໝັ້ນຄົງ. ​ໃນ​ທ່າ​ອ່ຽງນັ້ນ, ການ​ສ້າງ​ໂຄງ​ປະ​ກອບ​ໃນ​ຂົງ​ເຂດ​ກະສິກຳ​ຄືນ​ໃຫມ່​ແມ່ນ​ທິດ​ກ້າວ​ເດີນ​ທີ່​ສຳຄັນ ​ເພື່ອປະກອບສ່ວນ​ຍົກ​ສູງ​ປະສິດທິ​ຜົນ ​ແລະ ກຳລ​ັງ​ແກ້ງ​ແຍ່ງ​ຂອງ​​ຜະລິດ​ຕະພັນ​ກະ​ເສດຂອງ ຫວຽດນາມ​ໃນ​ເງື່ອນ​ໄຂ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​ໂລກ.

ຍູ້ແຮງການສ້າງໂຄງປະກອບການລົງທຶນໃນການພັດທະນາກະສິກຳ ຄືນໃຫມ່ - ảnh 1
ຫວຽດນາມ ​ໄດ້​ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ເຂົ້າສານ​ອັນ​ດັບ​ຫນຶ່ງຂອງ​ໂລກ
ພາບປະກອບ:internet

        ຍາມ​ໃດຂະ​ແຫນງກະສິກຳ ຫວຽດນາມ ​ກໍ​ສວມ​ບົດບາດ​ສຳຄັນ, ປະກອບສ່ວນ​ຫລາຍ​ພໍ​ສົມຄວນ​​ໃຫ້​ແກ່​ການຈະ​ເລີ​ນ​ເຕີບ​ໂຕ​​ເສດຖະກິດ​ຂອງ​ທັງ​ປະ​ເທດ, ພິ​ເສດ​ແມ່ນ​ຂົງ​ເຂດ​ສົ່ງ​ອອກ. ຫວຽດນາມ ​ໄດ້​ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ເຂົ້າສານ​ອັນ​ດັບ​ຫນຶ່ງຂອງ​ໂລກ. ປີ 2012, ຫວຽດນາມ ມີ​ຜະລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ ​ແລະ ສິນ​ໃນ​ນ້ຳ 8 ປະ​ເພດ ​ສົ່ງ​ອອກ​ບັນລຸ​ກວ່າ 1 ຕື້ USD, ປະກອບ​ສ່ວນຊ່ວຍ​​ໃຫ້​ມູນ​ຄ່າການ​ສົ່ງ​ອອກ​ກະສິກຳ​ເກີນ​ດຸນ​ກວ່າ 10,6 ຕື້ USD. ນີ້​ແມ່ນ​ຕົວ​ເລກ​​​ເປັນ​ຫນ້າ​ຊື່ນ​ຊົມ​​ໃນ​ຂະນະ​ທີ່​ສະພາບ​ພື້ນຖານ​ເສດຖະກິດ​ຍັງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫລາຍ​ຢ່າງ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ສິ່ງ​ທີ່​ຍັງ​ເປັນຫນ້າ​ວິຕົກ​ກັງວົນ ນັ້ນ​ແມ່ນ​ຜົນສຳ​ເລັດ​ຂອງ​ກະສິກຳ ຫວຽດນາມ ພຽງ​ແຕ່​ບັນລຸ​ປະລິມານ​ການ​ຜະລິດ​ສູງ​ເທົ່າ​ນັ້ນ ຫາກ​ຄຸນຄ່າ​ບໍ່​ທັນ​ສູງ. ນີ້​ແມ່ນ​ສິ່ງ​ທ້າ​ທາຍ ​ແລະ ກໍ​ແມ່ນ​ຫນ້າ​ທີ່ ຊື່​ງພື້ນຖານ​ກະສິກຳ ຫວຽດນາມ ຕ້ອງ​ຜ່ານ​ຜ່າ​ໃນ​ໄລຍະ​ປະຈຸ​ບັນ. ຫວຽດນາມ ຕ້ອງ​ຊອກ​ຮູ້, ກຳ​ໄດ້​ທ່າ​ອ່ຽງລວມຂອງ​ກະສິກຳ​ໂລກ, ນັ້ນ​ແມ່ນ ອີງ​ໃສ່​ຂົງ​ເຂດ​ອຸດສາຫະກຳ, ບໍລິການ. ການ​ສ້າງ​ໂຄງ​ປະກອບ​ຂະ​ແຫນງ​ກະສິກຳ​ຄືນ​ໃຫມ່ ພຽງ​ແຕ່​ປະສົບ​ຜົນສຳ​ເລັດ​ເມື່ອ​ຕິດ​ພັນ​ກັບ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່​ຂອງ​ລັດຖະບານ. ມາດ​ຕະການ​ປະຕິບັດ​ການ​ສ້າງ​ໂຄງ​ປະກອບ​ກະສິກຳ​ຄືນ​ໃຫມ່ລວມມີ​ບັນດາ​ການ​ປ່ຽນ​ແປງ​ໃນ​ການ​ລົງທຶນ​ຂອງ​ລັດ, ຍົກ​ສູງ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ການ​ລົງທຶນ​ຂອງ​ລັດ, ປະຕິ​ຮູບ​ລະບອບກົດໝາຍ, ປ່ຽນ​ໃຫມ່​ວິ​ສາ​ຫະກິດ​ແຫ່ງ​ລັດ, ມີ​ນະ​ໂຍບາຍ​ເພື່ອ​ລະດົມ​ທຸກ​ແຫ​ລ່ງກຳລັງ​ສັງຄົມ​ເຂົ້າ​ຮ່ວມ​ວິວັດ​ການ​ສ້າງ​ໂຄງ​ປະກອບ​ຂະ​ແຫນງ​ກະສິກຳຄືນ​​ໃຫມ່. ທ່ານ ກາວ​ດືກຟາດ, ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ ຫວຽດນາມ​ໃຫ້​ຮູ້​ວ່າ:

        “​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ສະພາ​ແຫ່ງ​ຊາດ ​ແລະ ລັດຖະບານ ​ໄດ້​ປະຕິບັດ​ແຜນ​ນະ​ໂຍບາຍ​ທີ່​ວ່າ: 5 ປີ​ເທື່ອ​ຫນຶ່ງ​ແມ່ນ​ເພີ່ມ​ແຫ​ລ່ງງົບປະມານ​ການ​ລົງທຶນ​ຂຶ້ນ​ທົບ​ສອງ​ເທົ່າ​ໃຫ້​ແກ່​ກະສິກຳ, ຊົນ​ນະ​ບົດ ​ແລະ ຊາວ​ກະສິກອນ ຢ່າງ​ເຂັ້ມ​ງວດ. ​ເພື່ອ​ຮັບປະກັນ​ຈຸດໝາຍ​ພັດທະນາ​ກະສິກຳ ​ແລະ​ຊົນນະບົດ, ຫວຽດນາມ ຢືດໝັ້ນ​ປະຕິບັດ​ບັນດາ​ມາດ​ຕະການ​ຢ່າງ​ຄົບ​ຊຸດ​ເພື່ອ​ດຶງ​ດູດ​ການ​ລົງທຶນ​ຫລາຍ​ກວ່າ​ອີກ​ຂອງ​ບັນດາ​ພາກສ່ວນ​ເສດຖະກິດ, ນັບ​ທັງ​ບັນດາ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ​ພາຍ​ໃນ​ປະ​ເທດ​ກໍ​ຄື​ຕ່າງປະ​ເທດ​ເຂົ້າ​ໃນ​ຂົງ​ເຂດ​ກະສິກຳ​, ຊົນນະບົດ.”

ຍູ້ແຮງການສ້າງໂຄງປະກອບການລົງທຶນໃນການພັດທະນາກະສິກຳ ຄືນໃຫມ່ - ảnh 2
ພາບປະກອບ:internet

        ປະຈຸ​ບັນ, ບັນດາ​ນະ​ໂຍບາຍ ສ້າງ​ໂຄງ​ປະກອບ​ຂະ​ແຫນງກະສິກຳ​ຄືນ​ໃຫມ່ ພວມ​​ໄດ້​ຮັບ​ການ​ສຸມ​ໃສ່ ຍັງ​ປະກອບສ່ວນ​ເພີ່ມ​ທະວີ​ການ​ລົງ​ທຶນ​ກົນ​ຈັກ​​ໃຫ້​ແກ່ກະສິກຳ, ຫລຸດຜ່ອນ​ກຳລັງ​ແຮງ​ງານ, ຫລຸດຜ່ອນ​ຄວາມ​ເສຍ​ຫາຍ​ພາ​ຍຫລັງ​ການ​ເກັບ​ກ່ຽວ, ສ້າງ​ເຄື່ອງໝາຍ​ການ​ຄ້າ​ໃຫ້​ແກ່​ບັນດາ​ປະ​ເພດ​ສິນຄ້າ​ຜະລິດ​ຕະພັນ​ກະ​ເສດ​ຂອງ​ຫວຽດນາມ. ຮູບ​ແບບ​ທົ່ງ​ນາ​ສ້າງ​ລາຍ​ຮັບ​ສູງ ຢູ່​ຕາ​ແສງ ລາມ​ກົດ ​ເມືອງ​ເຕີນ​ອຽນ ​ແຂວງ​ບັກ​ຢາງ ​ແມ່ນ​ຮູບ​ແບບ​ຫນຶ່ງ ຫລື​ການ​ລະດົມ​ທຸກ​ແຫ​ລ່ງກຳລັງ​ເພື່ອ​ສ້າງ​ໂຄງ​ປະກອບ​ການ​ລົງທຶນ​​ໃນ​ການ​ພັດທະນາ​ກະສິກຳ​ຄືນ​​ໃຫມ່. ທ່ານ ​ເຢືອງ​ແອ​ງຕວນ, ຮອງ​ປະທານ​ຄະນະ​ກຳມະການ​ປະຊາຊົນ​ຕາ​ແສງ ລາມ​ກົດ ​ໃຫ້​ຮູ້​ວ່າ:

        “​ເພື່ອ​ຜັນ​ຂະຫຍາຍ​ຮູບ​ແບບ​ປູກ​ມັນຝລັ່ງ​ໃນລະ​ດູ​ຫນາວ ​ແລະ ວາງ​ແຜນ​ກຳນົດ​ທົ່ງ​ນາ​ຂະຫນາດ​ໃຫຍ່​ເປັນ​ຈຸດ​ສຸມ​, ອຳນາດ​ການ​ປົກຄອງ​ຕາ​ແສງ​ມີ​ນະ​ໂຍບາຍ​ກະຕຸ​້ນຄວາມ​ຕ້ອງການ, ຫນູນ​ຊ່ວຍບ້ວງ​ເງິນ​ຫນຶ່ງ​ໃຫ້​ແກ່​ແຕ່​ລະ​ຄອບຄົວ​, ​ໃນ​ນັ້ນ ຫນູນ​ຊ່ວຍ​ແນວ​ພັນ​ປູກ, ຟຸ່ນ​ເຄມີ ​ແລະ ​ແນະນຳ​ດ້ານ​ເຕັກນິກ. ​ນອກ​ນັ້ນ​ຍັງ​ ​ຫັກ​ເງິນຈາກ​ງົບ​ປະມານ​ຂອງ​ຕາ​ແສງ ​ແລະ ​ພໍ່​ແມ່​ປະຊາຊົນ​ປະກອບ​ເພື່ອ​ຊື້​ກົນ​ຈັກ​ຮັບ​ໃຊ້​ກະສິກຳ. ອຳນາດ​ການ​ປົກຄອງ​ຍັງ​ເຊັ່ນ​ສັນຍາ​ກັບ​ບັນດາ​ຫົວ​ຫນ່ວຍ​ເກັບ​ຊື້, ຈຳຫນ່າຍ​ຜະລິດ​ຕະພັນ​ກະ​ເສ​ດຢູ່​ກັບ​ທີ່ ສະ​ນັ້ນ​ໄດ້​ຮັບ​ການ​ຕອບ​ສະ​ຫນອງ​ຈາກ​ປະຊາຊົນ​ເປັນ​ຈຳ​ຫນວນ​ຫລວງຫລາຍ.”

        ​ເລື່ອງ​ລາວ​ຢູ່ ລາມ​ກົດ ພຽງ​ແຕ່​ແມ່ນ​ຫນຶ່ງ​ໃນ​ບັນດາ​ຜົນສຳ​ເລັດ​​ແຫ່ງ​ການ​ຮ່ວມ​ສຳພັນ​ລະຫວ່າງ​ວິ​ສາ​ຫະກິດ​ພາກ​ເອກະ​ຊົນ​ກັບ​ຊາວ​ກະສິກອນ ​ເພື່ອ​ຍົກ​ສູງ​ປະສິດທິ​ຜົນ​ໃນ​ການ​ຜະລິດ​ສິນຄ້າ​ຜະລິດ​ຕະພັນ​ກ​ະ​ເສດ. ຍ້ອນ​ມີ​ນະ​ໂຍບາຍ​ຮ່ວມ​ສຳພັນ​ກັບ​ວິ​ສາ​ຫະກິດ, ​ເພີ່ມ​ທະວີ​ການ​ດຶງ​ດູດ​ທຸກ​ແຫ​ລ່ງ​ເງິນລົງທຶນ​ໃຫ້​ແກ່​ການ​ຜະລິດ, ​ແຕ່ລະ​ທ້ອງ​ຖິ່ນ​ມີ​ບັນດາ​ມາດ​ຕະການ, ວິທີ​ເຮັດ​ເພື່ອ​ເພີ່ມ​ປະສິດທິ​ຜົນ​ການ​ນຳ​ໃຊ້​ທີ່​ດິນ, ນຳ​ມາ​ເຊິ່ງປະສິດທິ​ຜົນ​ດ້ານ​ເສດຖະກິດ​ໃຫ້​ແກ່​ຊາວ​ກະສິກອນ​, ຈາກ​ນັ້ນ ຍົກ​ສູງ​ປະສິດທິ​ຜົນ​ການ​ຜະລິດ​ໃນ​ກະສິກຳ ​ແລະ ການສົ່ງ​ອອກ. ລັດຖະມົນຕີ​ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ​ຫວຽດນາມ ທ່ານກາວ​ດືກຟາດ ຖື​ວ່າ:

        “​ເພື່ອ​ດຶງ​ດູດ​ການ​ລົງທຶນ​ຂອງ​ພາກ​ເອກະ​ຊົນ​ເຂົ້າ​ໃນ​ຂົງ​ເຂດ​ກະສິກຳ, ຊົນນະບົດ ບັນຫາ​ສຳຄັນ​ນັ້ນ​ແມ່ນ​ຕ້ອງ​ສ້າງ​ສະພາບ​ແວດ​ລ້ອມ​ທີ່ສະດວກ​ກວ່າ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ​ສາມາດ​ພັດທະນາ​ແບບ​ຍືນ​ຍົງ​ ​ແລະ ມີ​ປະສິດທິ​ຜົນ. ສິ່ງ​ດັ່ງກ່າວແມ່ນ​ກ່ຽວຂ້ອງ​ເຖິງ​ການ​ປ່ຽນ​​ໃຫມ່​ບັນດາ​ກົນ​ໄກ​ນະ​ໂຍບາຍ​, ປ່ຽນ​ໃຫມ່​ການ​ປະຕິ​ຮູບ​ລະບຽບ​ການ​ບໍລິຫານ, ​ເພີ່ມ​ທະວີ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ, ພັດທະນາ​ບັນດາ​ບໍລິການ​ຂອງ​ລັດ​ເພື່ອ​ຫນູນ​ຊ່ວຍ​ວິ​ສາ​ຫະກິດ​ທຳ​ມາ​ຫາ​ກິນ​ຢ່າງ​ມີ​ປະສິດທິ​ຜົນ​ກວ່າ.”

        ​ເລື່ອງ​ສ້າງ​ໂຄງ​ປະກອບ​ຂະ​ແຫນງ​ກະສິກຳ ຫວຽດນາມ ຄືນ​ໃຫມ່ ​ໃນ​ໄລຍະ​ຈະ​ມາ​ເຖິງ ຄວນ​ເອົາ​ໃຈ​ໃສ່​ເຖິງ​ການ​ຍູ້​ແຮງ​ການ​ລ້ຽງ​ປູກ​ສິນ​ໃນ​ນ້ຳ, ລ້ຽງສັດ​ຕາມ​ທິດ​ທັນ​ສະ​ໄຫມ. ຂະ​ແຫນງ​ປູກຝັງ​ຄວນ​ເອົາ​ໃຈ​ໃສ່​ເຖິງ​ການ​ພັດທະນາ​ຕົ້ນ​ໄມ້​ອຸດສາຫະກຳ, ດອກ​ໄມ້​ອຸດສາຫະກຳ​ສູງ. ​ໃນ​ຂະ​ແຫນງ​ປ່າ​ໄມ້​ແມ່ນ​ໃຫ້​ບຸລິມະສິດ​ການ​ພັດທະນາ​ເສດຖະກິດ​ປ່າ. ​ເພື່ອ​ປະຕິບັດ​ການ​ສ້າງ​ໂຄງ​ປະກອບ​​ໃນ​ແຕ່ລະ​ຂົງ​ເຂດ​ຄືນ​ໃຫມ່​, ກະຊວງ​ກະສິກຳ ​ແລະ ພັດທະນາ​ຊົນນະບົດ, ສົ່ງ​ເສີມ​ການ​ສ້າງ​ຮູບ​ແບບ​ຈັດ​ຕັ້ງ​ການ​ຜະລິດ​ໃຫ້​ສອດ​ຄອ່ງກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ຕົວ​ຈິງ.

 

ຕອບກັບ

ຂ່າວ/ບົດ​ອື່ນ