ຍູ້ແຮງການເຈລະຈາບັນດາສັນຍາການຄ້າເສລີໃໝ່ ເພື່ອເປີດກ້ວາງ, ຫັນຕະຫລາດສົ່ງອອກເປັນຫຼາຍຮູບແບບ

(VOVWORLD) -ຫນ້າຄວາມຫຍຸ້ງຍາກຫຼາຍຢ່າງໃນການເຄື່ອນໄຫວຜະລິດ, ດຳເນີນທຸລະກິດສົ່ງອອກຂອງ ຫຼາຍຂະແໜງສິນຄ້າຫຼັກທີ່ຖືກກົດດັນຈາກອັດຕາໄພເງິນເຟີ້, ເສດຖະກິດໂລກຕົກຕ່ຳ, ນັບແຕ່ຕົ້ນປີນີ້, ຂະແໜງອຸດສາຫະກຳ ແລະ ການຄ້າໄດ້ສ້າງຫຼາຍມາດຕະການ ເພື່ອບັນລຸເປົ້າໝາຍການເຕີບໂຕການສົ່ງອອກ ປະມານ 6% ເມື່ອທຽບໃສ່ປີ 2022 ແລະ ສືບຕໍ່ຮັກສາການສົ່ງອອກເກີນດຸນໄວ້. ພ້ອມກັບການຮັກສາບັນດາຕະຫຼາດເດີມ, ອົງການຄຸ້ມຄອງ ກຳລັງພະຍາຍາມຜັນຂະຫຍາຍປະຕິບັດຄຳໝັ້ນສັນຍາ ບັນດາສັນຍາການຄ້າເສລີ (FTA) ທີ່ຫວຽດນາມ ເປັນສະມາຊິກໃຫ້ເປັນຢ່າງດີ, ຕິດພັນກັບການຍູ້ແຮງການເຈລະຈາບັນດາສັນຍາການຄ້າເສລີໃໝ່ ເພື່ອເປີດກ້ວາງ, ຫັນຕະຫລາດສົ່ງອອກເປັນຫຼາຍຮູບແບບ.

ຍູ້ແຮງການເຈລະຈາບັນດາສັນຍາການຄ້າເສລີໃໝ່ ເພື່ອເປີດກ້ວາງ, ຫັນຕະຫລາດສົ່ງອອກເປັນຫຼາຍຮູບແບບ - ảnh 1ທ່ານ ຕະຮວ່າງລິງ, ຫົວໜ້າ ກົມຕະຫຼາດ ເອີຮົບ - ອາເມລິກາ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ. (hanoimoi.com.vn)

ປີ 2022, ບັນດາ FTA ທີ່ກຳລັງມີກັບຄູ່ຮ່ວມມືຕະຫຼາດ ເອີຮົບ - ອາເມລິກາ ເຊັ່ນ: ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP), ສັນຍາການຄ້າເສລີ ລະຫວ່າງ ສະຫະພາບເອີຮົບ - ຫວຽດນາມ (EVFTA), ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ - ລາຊະອານາຈັກອັງກິດ (UKVFTA), ສັນຍາການຄ້າ ລະຫວ່າງ ຫວຽດນາມ - ຊີລີ, ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ - ສະຫະພັນເສດຖະກິດ ອາຊີ ເອີຣົບ (VN-EAEU FTA)… ສືບຕໍ່ມີຜົນກະທົບຕັ້ງໜ້າຕໍ່ການຄ້າ, ການລົງທຶນ, ພິເສດແມ່ນການສົ່ງອອກຂອງ ຫວຽດນາມ. ທ່ານ ຕະຮວ່າງລິງ, ຫົວໜ້າ ກົມຕະຫຼາດ ເອີຮົບ - ອາເມລິກາ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ, ຢືນຢັນການເສີມຂະຫຍາຍທ່າໄດ້ປຽບ ຈາກບັນດາສັນຍາການຄ້າເສລີ ທີ່ມີຢູ່ແລ້ວນັ້ນ ສືບຕໍ່ເປັນບູລິມະສິດຂອງຫວຽດນາມ ໃນປີນີ້.

 “ບູລິມະສິດໃນໄລຍະທີ່ຈະມາເຖິງ ແມ່ນຕ້ອງຕິດຕາມສະພາບການຕະຫຼາດຢ່າງໃກ້ຊິດ, ເປັນເສນາທິການ, ສະເໜີບັນດາຂອບເຂດການຮ່ວມມື, ບັນດາມາດຕະການພັດທະນາຕະຫຼາດເດີມ, ພ້ອມທັງຫັນຕະຫຼາດສົ່ງອອກ ໄປຍັງບັນດາຕະຫຼາດທີ່ມີຄວາມສາມາດບົ່ມຊ້ອນໃໝ່ ເປັນຫຼາຍຮູບແບບ. ຍ້ອນແນວນັ້ນ, ຄວາມຕ້ອງການກຳແໜ້ນຂໍ້ມູນ ແລະ ເຜີຍແຜ່ຂໍ້ມູນ ໃຫ້ແກ່ວິສາຫະກິດ ແມ່ນບູລິມະສິດ. ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ກໍ່ຈະຜັນຂະຫຍາຍການປະຕິບັດ ບັນດາສັນຍາການຄ້າເສລີ ເວົ້າລວມ, ໂດຍສະເພາະແມ່ນ ສັນຍາການຄ້າເສລີໃໝ່ ເຊັ່ນ: ສັນຍາຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP), ສັນຍາການຄ້າເສລີ ລະຫວ່າງ ສະຫະພາບເອີຮົບ - ຫວຽດນາມ (EVFTA), ສັນຍາການຄ້າເສລີ ລະຫວ່າງ ຫວຽດນາມ - ລາຊະອານາຈັກ ອັງກິດ (UKVFTA). ເປົ້າໝາຍແມ່ນ ບໍ່ພຽງແຕ່ໜູນຊ່ວຍ ບັນດາວິສາຫະກິດໃຫ້ກຳໄດ້ເນື້ອໃນຄຳໝັ້ນສັນຍາຂອງສາມສັນຍາ CPTPP, EVFTA, UKVFTA ເທົ່ານັ້ນ ຫາກຍັງໝູນໃຊ້ ແລະ ເສີມຂະຫຍາຍບຸລິມະສິດຂອງສັນຍາໃຫ້ມີປະສິດທິຜົນ, ຈາກນັ້ນ ກໍຍາດແຍ່ງບັນດາກາລະໂອກາດ ແລະ ຫຼີກລ່ຽງບັນດາສິ່ງທ້າທາຍທີ່ມາຈາກບັນດາສັນຍານີ້ຢ່າງຫຼາຍສຸດ. ແລະຊຸກຍູ້ບັນດາການເຈລະຈາສັນຍາການຄ້າເສລີໃໝ່ ກັບບັນດາປະເທດ ຕະຫຼາດຄື ບຣາຊີນ, ອາກຊັງຕີນ, ອູຣູກວາຍ, ເວເນຊູເອລາ ແລະ ປາຣາກວາຍ”.

ຍູ້ແຮງການເຈລະຈາບັນດາສັນຍາການຄ້າເສລີໃໝ່ ເພື່ອເປີດກ້ວາງ, ຫັນຕະຫລາດສົ່ງອອກເປັນຫຼາຍຮູບແບບ - ảnh 2ທ່ານ ເລືອງຮວ່າງທ໊າຍ, ຫົວໜ້າ ກົມນະໂຍບາຍການຄ້າຫຼາຍຝ່າຍ.(ພາບ: Bocongthuong)

ຕາມທ່ານ ເລືອງຮວ່າງທ໊າຍ, ຫົວໜ້າ ກົມນະໂຍບາຍການຄ້າຫຼາຍຝ່າຍ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ແລ້ວ: ຊຸມປີຜ່ານມາ, ການສົ່ງອອກຂອງຫວຽດນາມ ໄປຍັງຕະຫຼາດບັນດາປະເທດຄູ່ຮ່ວມມື  FTA ບັນລຸການເຕີບໂຕສູງ. ຕົວຢ່າງຄື: ປີ 2022, ວົງເງິນການສົ່ງອອກສິນຄ້າ ລະຫວ່າງ ຫວຽດນາມ ກັບບັນດາປະເທດສະມາຊິກຄູ່ຮ່ວມມືຮອບດ້ານ ແລະ ກ້າວໜ້າຂ້າມ ປາຊີຟິກ (CPTPP) ເພີ່ມຂຶ້ນ 30% ເມື່ອທຽບໃສ່ປີ 2021; ວົງເງິນການສົ່ງອອກຂອງ ຫວຽດນາມ ໄປຍັງສະຫະພາບເອີຣົບ ແລະ ລາຊະອານາຈັກ ອັງກິດ ເພີ່ມຂຶ້ນກວ່າ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021… ສຳລັບສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP), ຜົນປະໂຫຍດຈາກສັນຍານີ້ໄດ້ຮັບການຕີລາຄາວ່າ ຈະໄດ້ຮັບໃນໄລຍະຍາວ ຈາກການສ້າງຕັ້ງຕະຫຼາດການສົ່ງອອກທີ່ໝັ້ນຄົງຍາວນານ ສຳລັບສິນຄ້າ ຫວຽດນາມ.

ຕົວຈິງໃນປະຈຸບັນ, ການສົ່ງອອກສິນຄ້າຂອງ ຫວຽດນາມ ເຂົ້າຕະຫຼາດທີ່ມີສັນຍາ FTA ພຽງແຕ່ກວມເອົາປະມານ 2% ແລະ ອັດຕາຊື່ງພວກເຮົາຂຸດຄົ້ນໄດ້ຜ່ານການຊົມໃຊ້ພາສີອາກອນ ແລະ ຕົ້ນກຳເນີດຂອງສິນຄ້າ ພຽງແຕ່ແມ່ນປະມານ 33,61 % ໃນຈຳນວນ 2%. ສິ່ງນີ້ສະແດງໃຫ້ເຫັນວ່າ ຄວາມສາມາດບົ່ມຊ້ອນຂອງບັນດາຕະຫລາດຊື່ງ ຫວຽດນາມ ມີ FTA ຍັງໃຫຍ່ຫລວງຢູ່. ທ່ານ ຟານວັນຈິງ, ຫົວຫນ້າກົມສົ່ງອອກນຳເຂົ້າ, ກະຊວງ ອຸດສາຫະກຳ ການຄ້າ ຫວຽດນາມ ຖືວ່າ: ເພື່ອຍາດແຍ່ງປະສິດທິຜົນຈາກ  FTA, ວິສາຫະກິດຄວນຫັນປ່ຽນໂຄງປະກອບການຜະລິດ, ຍົກສູງປະລິມານມູນຄ່າ ຫວຽດນາມ ໃນຜະລິດຕະພັນສິນຄ້າ, ຫລຸດຜ່ອນລາຍຈ່າຍ logistics.

ຕອບກັບ

ຂ່າວ/ບົດ​ອື່ນ