ດ່າໜັງເພີ່ມທະວີການແຈ້ງຕົ້ນກໍາເນີດຂອງສິນໃນນໍ້າ, ສິນທະເລ

(VOVWORLD) -ເພື່ອແນໃສ່ຮັບປະກັນການກວດກາ, ຄວບຄຸມ, ກວດສອບ, ການແຈ້ງຕົ້ນກໍາເນີດຂອງສິນໃນນໍ້າ, ສິນທະເລທີ່ໄດ້ຂຸດຄົ້ນມາ ຢ່າງຄົບຖ້ວນ ແລະໂປ່ງໃສ, ຄະນະກໍາມະການປະຊາຊົນ ນະຄອນດາໜັງ ຫາກໍອະນຸມັດຜ່ານແຜນການກວດສອບ,ກວດກາ, ຄວບຄຸມອາຊີບຫາປາໃນບໍລິເວນນະຄອນ.ແຜນການດັ່ງກ່າວກໍ່ໄດ້ແຈ້ງໃຫ້ບັນດາວິສາຫະກິດ, ຊາວປະມົງ ຮັບຊາບ ກ່ຽວກັບບັນດາຂໍ້ກໍານົດ,ວີທີການສໍາຜັດຕີລາຄາຄວາມສ່ຽງ, ບັນດາມາດຕະຖານກວດກາ ເພື່ອຮັບປະກັນປະຕິບັດການຄວບຄຸມ,ສະກັດກັ້ນບັນດາການເຄື່ອນໄຫວຫາປາຢ່າງຜິດກົດໝາຍ, ບໍ່ມີການລາຍງານແລະບໍ່ໄດ້ຮັບການຄຸ້ມຄອງ (ເອີ້ນຫຍໍ້ວ່າ IUU) ຕາມການແນະນໍາຂອງຄະນະກໍາມະການເອີຣົບ (EC).

ເກືອບ 3 ເດືອນມໍ່ໆມານີ້, ອ້າຍຟ້າມຫຼຽວ ເຊິ່ງເປັນຊາວປະມົງຢູ່ຕາແສງນ້າຍຮຽນດົງ,ເມືອງເຊີນຈ່າ, ແຂວງດ່າໜັງ ຂອງຫວຽດນາມ ຄ່ອຍໆລື້ງກັບການແຈ້ງຕົ້ນກໍາເນີດ ຂອງສິນໃນນໍ້າ, ສິນທະເລ ເມື່ອເຂົ້າທຽບທ່າ ທໍ້ກວາງ. ອ້າຍ ຫຼຽວ ໃຫ້ຮູ້ວ່າ: ການແຈ້ງຕົ້ນກໍາເນີດຂອງສິນໃນນໍ້າ, ສິນທະເລ ແມ່ນມີຄວາມຈໍາເປັນ, ເພາະວ່າອີຢູ ເຄັ່ງຄັດກັບວິສາຫະກິດກວ່າ ແມ່ນວິສາຫະກິດຈະຕ້ອງເຄັ່ງຄັດກັບຊາວປະມົງ. ຖ້າຫາກວ່າ ຊາວປະມົງໄປຫາປາ ເຊິ່ງບໍ່ໄດ້ບັນທຶກລາຍລະອຽດບັນດາການເຄື່ອນໄຫວຂຸດຄົ້ນຂອງຕົນ, ບັນດາອົງການເຈົ້າໜ້າທີ່ກໍຈະບໍ່ຍອມຮັບ ແລະວິສາຫະກິດຈະບໍ່ເກັບຊື້ປະລິມານສິນໃນນໍ້ານັ້ນ. ດັ່ງນັ້ນ,ຕ້ອງມີການຮ່ວມສໍາພັນນໍາກັນລະຫວ່າງຊາວປະມົງ, ອໍານາດການປົກຄອງ ແລະ ວິສາຫະກິດ ເພື່ອໃຫ້ຜະລິດຕະພັນສິນໃນນໍ້າເມື່ອໄດ້ຂຸດຄົ້ນມາ ມີມູນຄ່າເສດຖະກິດສູງ. ອ້າຍ ຟ້າມຫຼຽວແບ່ງປັນວ່າ:

        “ຄະນະຄຸ້ມຄອງປະຈໍາການຢູ່ທ່າເຮືອເປັນປະຈໍາ. ເຮົາເຮັດຫຍັງ ກໍ່ຕ້ອງມີບັດຂອງທ່າເຮືອ. ຫຼັງຈາກນັ້ນ, ຄະນະຄຸ້ມຄອງເຮືອທໍ້ກວາງ ຈະລົງໄປກວດກາ. ການກະທໍາດັ່ງກ່າວແມ່ນດີຫຼາຍ, ເຮົາສາມາດກວດກາໄດ້ຄຸນນະພາບຂອງສິນໃນນໍ້າຂອງທ້ອງຖິ່ນ ແລະ ຍົກສູງມູນຄ່າຂອງຜະລິດຕະພັນສິນໃນນໍ້າຂຶ້ນ”.

        ຕາມເຈົ້າຂອງກໍ່າປັ່ນຫຼາຍທ່ານແລ້ວ, ການແຈ້ງຕົ້ນກໍາເນີດ ຂອງສິນໃນນໍ້າຂຸດຄົ້ນນັ້ນ ເສຍເວລາພຽງໜ້ອຍໜຶ່ງ ແຕ່ນໍາມາເຊິ່ງຜົນປະໂຫຍດຫຼາຍກວ່າ, ເມື່ອຮູ້ຕົ້ນກໍາເນີດ ຂອງສິນໃນນໍ້າຢ່າງຈະແຈ້ງແລ້ວ, ມູນຄ່າຂອງສິນໃນນໍ້າກໍຈະສູງຂຶ້ນ. ດັ່ງນັ້ນ, ສໍາລັບອ້າຍຫງວຽນເຮົ້າ ຊາວປະມົງຢູ່ເມືອງເຊີນຈ່າ,ນະຄອນດ່າໜັງແລ້ວ, ເວລາອອກໄປຫາປາ, ນອກຈາກບັນດາວັດຖຸອຸປະກອນ ເຄື່ອງໃຊ້ ແລະ ອາຫານທີ່ຈໍາເປັນແລ້ວ, ອ້າຍກໍບໍ່ລືມຖືປື້ມຂຽນ ແລະ ບິກ ໄປນໍາ ເພື່ອບັນທຶກປະຈໍາວັນການເຄື່ອນໄຫວການຂຸດຄົ້ນສິນໃນນໍ້າ. ຕາມອ້າຍ ເຮົ້າແລ້ວ,ເມື່ອຊາວປະມົງປະຕິບັດຖືກຕ້ອງຕາມຂໍ້ກໍານົດ, ສິນໃນນໍ້າຂາຍອອກດ້ວຍມູນຄ່າສູງກວ່າ ແລະ ລາຍຮັບຂອງຊາວປະມົງກໍຈະສູງກວ່າເຊັ່ນກັນ.

ດ່າໜັງເພີ່ມທະວີການແຈ້ງຕົ້ນກໍາເນີດຂອງສິນໃນນໍ້າ, ສິນທະເລ - ảnh 1ອົງການເຈົ້າໜ້າທີ່ກວດກາສິນໃນນໍ້າ ເມື່ອກໍ່າປັນເຂົ້າທຽບທ່າ 

(ພາບ: giaothong.vn)

    ດ້ວຍຄວາມຕັດສິນໃຈໃນການຕ້ານການຂຸດຄົ້ນສິນໃນນໍ້າຢ່າງຜິດກົດໝາຍ, ບໍ່ແຈ້ງ ຫຼື ບໍ່ປະຕິບັດຕາມຂໍ້ກໍານົດ, ຄະນະກໍາມະການປະຊາຊົນນະຄອນດ່າໜັງ ໄດ້ມອບໃຫ້ພະແນກກະສິກໍາ ແລະ ພັດທະນາຊົນນະບົດເປັນເຈົ້າພາບ ສົມທົບກັບກອງບັນຊາການທະຫານປ້ອງກັນຊາຍແດນນະຄອນ ແລະ ບັນດາກົມກອງທີ່ກ່ຽວຂ້ອງ ສ້າງຕັ້ງຫ້ອງການຕາງໜ້າຄວບຄຸມອາຊີບຫາປາ. ພ້ອມກັນນັ້ນ, ສ້າງລະບຽບການ ສົມທົບກັບບັນດາກໍາລັງ ດໍາເນີນການກວດສອບ,ຄວບຄຸມການເຄື່ອນໄຫວຫາປາໃຫ້ຖືກຕ້ອງຕາມກົດໝາຍ. ກໍາລັງດັ່ງກ່າວ ຈະປະຈໍາການ ຕະຫຼອດ 24 ຊົ່ວໂມງ ເພື່ອປະຕິບັດວຽກງານກວດກາກໍ່າປັ່ນຫາປາ ກ່ອນ ແລະ ຫຼັງຈາກອອກຈາກທ່າກໍ່າປັ່ນທໍ້ກວາງ ແລະ ແກ້ໄຂບັນດາການກະທໍາລະເມີດກົດໝາຍຢູ່ບັນດາເຂດທະເລ ທີ່ຂຶ້ນກັບບໍລິເວນຄຸ້ມຄອງຂອງນະຄອນ. ທ່ານພັນຕີ ຫງວຽນຕົ໋ງເຄືອງ, ຫ້ອງເສນາທິການ, ກອງບັນຊາການທະຫານປ້ອງກັນຊາຍແດນນະຄອນ ດ່າໜັງ ໃຫ້ຮູ້ວ່າ: ທໍາອິດເມ່ືອໝູນໃຊ້ການບັງຄັບແຈ້ງຕົ້ນກໍາເນີດຂອງສິນໃນນໍ້າຢູ່ທ່າກໍ່າປັ່ນ ກໍພົບກັບຄວາມຫຍຸ້ງຍາກ ແຕ່ມາຮອດປັດຈຸບັນນີ້, ການແຈ້ງຕົ້ນກໍາເນີດຂອງສິນໃນນໍ້າກໍເປັນລະບຽບແລ້ວ, ທ່ານກ່າວວ່າ:

        “ໃນສະພາບການເງື່ອນໄຂດິນຟ້າອາກາດປົກກະຕິ ແຕ່ລະມື້, ກັບຕັນເຮືອຕ້ອງຕິດຕໍ່ກັບທະຫານປ້ອງກັນຊາຍແດນຢ່າງໜ້ອຍແມ່ນເທື່ອໜຶ່ງ ເພື່ອແຈ້ງຈຸດພິກັດທີ່ກໍ່າປັ່ນພວມເຄື່ອນໄຫວຢູ່ ແລະ ປະລິມານການຂຸດຄົ້ນເປັນແນວໃດ ເພື່ອໃຫ້ພວກຂ້າພະເຈົ້າສາມາດຕິດຕາມກວດກາ ແລະ ເຕືອນໃຫ້ຊາບບັນດາເຂດອັນຕະລາຍໄດ້ໂດຍໄວ ແລະ ຕິດຕາມການເຄື່ອນໄຫວຂອງເຂົາເຈົ້າຢ່າງແໜ້ນແຟ້ນ”.

        ໃນໄລຍະ 6 ເດືອນຕົ້ນປີ 2018, ສະເລ່ຍແຕ່ລະມື້,ທ່າກໍ່າປັ່ນທໍ້ກວາງ ໄດ້ຕ້ອນຮັບກໍ່າປ່ັນເຂົ້າທຽບທ່າ ປະມານ 50 – 55 ຖ້ຽວ ເພື່ອຂາຍສິນໃນນໍ້າ ແລະ ໄດ້ປະຕິບັດຂັ້ນຕອນແຈ້ງຕົ້ນກໍາເນີດ. ພະແນກກະສິກໍາ ແລະ ພັດທະນາຊົນນະບົດ ນະຄອນດ່າໜັງ ໄດ້ເປັນເຈົ້າພາບ ສົມທົບກັບກອງບັນຊາການທະຫານປ້ອງກັນຊາຍແດນ, ຄະນະກໍາມະການປະຊາຊົນ ເມືອງຕ່າງໆ ແນະນໍາໃຫ້ວິສາຫະກິດສົ່ງອອກສິນໃນນໍ້າ 20 ແຫ່ງ ແລະ ຊາວປະມົງເກືອບ 400 ຄົນ ເຊິ່ງແມ່ນເຈົ້າຂອງກໍ່າປັ່ນຫາປາ, ກັບຕັນເຮືອຫາປາ ທີ່ມີກໍາລັງແຮງແຕ່ 90 CV ຂຶ້ນໄປ ຕ້ອງປະຕິບັດລະບຽບການດັ່ງກ່າວ. ໄປຄຽງຄູ່ກັບການເພີ່ມທະວີການກວດກາ, ຄວບຄຸມການເຄື່ອນໄຫວຂອງອາຊີບຫາປາຢູ່ທະເລ ແລ້ວ, ຄະນະກໍາມະການປະຊາຊົນເມືອງຕ່າງໆ ທີ່ຄຸ້ມຄອງອາຊີບຫາປາຍັງສົມທົບກັບ ພະແນກກະສິກໍາ ແລະ ພັດທະນາຊົນນະບົດ,ພະແນກຖະແຫຼງຂ່າວ ແລະ ສື່ສານ, ກອງບັນຊາການທະຫານປ້ອງກັນຊາຍແດນນະຄອນ, ສະມາຄົມຊາວກະສິກອນນະຄອນ ແລະບັນດາອົງການຈັດຕັ້ງ, ສະມາຄົມ, ໝູ່ຄະນະໃນສັງຄົມທີ່ມີສ່ວນກ່ຽວຂ້ອງ ຈັດຕັ້ງການໂຄສະນາ, ເຜີຍແຜ່ເຖິງຊາວປະມົງໃນທົ່ວທ້ອງຖິ່ນ ກ່ຽວກັບແຜນການກວດສອບ, ກວດກາ, ຄວບຄຸມອາຊີບຫາປາໃນບໍລິເວນນະຄອນດ່າໜັງ.

ຕອບກັບ

ຂ່າວ/ບົດ​ອື່ນ